ພວກຜູ້ປົກຄອງ5
ບົດເພງຂອງເດໂບຣາ
1ໃນມື້ນັ້ນ ນາງເດໂບຣາ ແລະ ບາຣັກລູກຊາຍຂອງອາບີໂນອາມຮ້ອງເພງບົດນີ້ວ່າ:2“ຈົ່ງສັນລະເສີນພຣະເຈົ້າຢາເວ!ເມື່ອເຈົ້ານາຍໃນອິດສະຣາເອນນຳໜ້າ,ເມື່ອປະຊາຊົນເຕັມໃຈອຸທິດຕົນເອງ3“ຈົ່ງຟັງສິ່ງນີ້, ບັນດາກະສັດ! ບັນດາຜູ້ປົກຄອງ!ຂ້ອຍຈະຮ້ອງເພງສັນລະເສີນຖວາຍແດ່ ພຣະເຈົ້າຢາເວ;ຂ້ອຍຈະສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ.4“ຂ້າແດ່ພຣະເຈົ້າຢາເວ ເມື່ອພຣະອົງອອກມາຈາກເສອີ,ເມື່ອພຣະອົງຍ່າງຈາກດິນແດນເອໂດມ,ໂລກກໍສັ່ນສະເທືອນ ທ້ອງຟ້າຖອກເທ,ເມກເທຝົນລົງມາ.5ບັນດາພູເຂົາກໍຫວັ່ນໄຫວຢູ່ຕໍ່ໜ້າພຣະເຈົ້າຢາເວແມ່ນແຕ່ພູເຂົາຊີນາຍກໍສັ່ນສະເທືອນຕໍ່ໜ້າພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ.6“ໃນສະໄໝຂອງຊຳຄາລູກຊາຍຂອງອານາດ,ໃນສະໄໝຂອງຢາເອນຖະໜົນຫົນທາງຖືກປະຖິ້ມໄວ້;ຜູ້ສັນຈອນໄປມາໃຊ້ເສັ້ນທາງຄົດລ້ຽວ.7ຊາວບ້ານ ໃນອິດສະຣາເອນກໍຈະບໍ່ຕໍ່ສູ້ກັນ;ພວກເຂົາຢຸດຈົນເຖິງຂ້ອຍ ເດໂບຣາຂຶ້ນມາຈົນເຖິງຂ້ອຍຂຶ້ນມາ, ເປັນດັ່ງແມ່ຄົນໜຶ່ງໃນອິດສະຣາເອນ.8ພຣະເຈົ້າເລືອກພວກຜູ້ນໍາໃໝ່ເມື່ອສົງຄາມກໍມາຮອດປະຕູເມືອງ,ແຕ່ບໍ່ມີໂລ່ ຫລື ຫອກໃຫ້ເຫັນເລີຍທ່າມກາງທະຫານສີ່ສິບພັນຄົນໃນອິດສະຣາເອນ.9ຈິດໃຈຂອງຂ້ອຍຢູ່ນໍາບັນດາເຈົ້ານາຍຂອງອິດສະຣາເອນ,ທັງຢູ່ນໍາບັນດາອາສາສະໝັກທີ່ເຕັມໃຈຢູ່ນໍາປະຊາຊົນ.ຈົ່ງສັນລະເສີນພຣະເຈົ້າຢາເວ!10“ທ່ານຜູ້ຂີ່ລໍຂາວນັ່ງຢູ່ເທິງຜ້າປູອານ,ແລະ ທ່ານຜູ້ຍ່າງຕາມຫົນທາງ,ຈົ່ງຟັງ11ສຽງຂອງພວກນັກຮ້ອງ ທີ່ບໍ່ນ້ຳ.ພວກເຂົາເລົ່າເຖິງໄຊຊະນະຂອງພຣະເຈົ້າຢາເວ,ໄຊຊະນະຂອງຊາວບ້ານຂອງພຣະອົງ ໃນອິດສະຣາເອນ.“ແລ້ວປະຊາຊົນຂອງພຣະເຈົ້າຢາເວລົງມາທີ່ປະຕູເມືອງ.12‘ຈົ່ງຕື່ນຂຶ້ນ, ຈົ່ງຕື່ນຂຶ້ນ, ເດໂບຣາ!ຈົ່ງຕື່ນຂຶ້ນ, ຈົ່ງຕື່ນຂຶ້ນ, ເປັ່ງສຽງຮ້ອງເພງ!ລຸກຂຶ້ນ, ບາຣັກ!ລູກຊາຍຂອງອາບີໂນອາມ, ຈົ່ງເອົາຊະເລີຍຂອງເຈົ້າໄປ’.13“ບັນດາຄົນຊັ້ນສູງຜູ້ທີ່ເຫລືອຢູ່ກໍລົງມາ;ປະຊາຊົນຂອງພຣະເຈົ້າຢາເວກໍລົງມາຫາຂ້ອຍຕໍ່ສູ້ຜູ້ຍິ່ງໃຫຍ່.14ບາງຄົນມາຈາກເອຟຣາອິມ ເຊິ່ງຮາກເຫງົ້າໃນອາມາເຫລັກ;ເບັນຢາມິນຢູ່ກັບປະຊາຊົນຜູ້ທີ່ຕິດຕາມເຈົ້າ.ບັນດາຜູ້ບັນຊາການລົງມາຈາກມາກີຜູ້ຖືໄມ້ຄ້ອນເຖົ້າຂອງຜູ້ບັນຊາການກອງທັບມາຈາກເຊບູໂລນ.15ເຈົ້ານາຍແຫ່ງອິດຊາຄາຢູ່ກັບເດໂບຣາ;ອິຊາຄາຢູ່ກັບບາຣັກ,ສົ່ງໄປທີ່ຮ່ອມພູພາຍໃຕ້ຄໍາສັ່ງຂອງລາວ.ຢູ່ໃນເຂດແດນຂອງຣູເບັນກໍພາກັນຄິດຢ່າງໜັກ.16ເປັນຫຍັງເຈົ້າຈຶ່ງອາໄສຢູ່ທ່າມກາງຄອກແກະ ເພື່ອຟັງສຽງຜິວປາກເອີ້ນຝູງແກະບໍ?ແຕ່ໃນເຂດແດນຂອງຣູເບັນພາກັນຄິດຢ່າງໜັກ.17ກີເລອາດຢູ່ຟາກແມ່ນ້ຳຈໍແດນພຸ້ນ.ແລະ ດານເປັນຫຍັງຍັງຢູ່ຂ້າງເຮືອ?ອາເຊຍັງຢູ່ເທິງຊາຍຝັ່ງແລະ ອາໄສຢູ່ຕາມຊາຍຝັ່ງທະເລຂອງຕົນ.18ປະຊາຊົນຂອງເຊບູໂລນສ່ຽງຊີວິດຂອງພວກເຂົາ;ເນັບທາລີກໍເຮັດເຊັ່ນດຽວກັນໃນສະໜາມຮົບ.19“ບັນດາກະສັດມາຕໍ່ສູ້ກັນ,ບັນດາກະສັດແຫ່ງການາອານໄດ້ສູ້ຕໍ່ກັນ.ທີ່ຕາອານັກ, ໃກ້ກັບນໍ້າຫ້ວຍເມກິດໂດ,ພວກເຂົາບໍ່ໄດ້ປຸ້ນເອົາເງິນໃດໆເລີຍ.20ເທິງທ້ອງຟ້າ ດວງດາວທັງຫລາຍໄດ້ຕໍ່ສູ້ກັນ,ເທິງວົງໂຄຈອນມາຕໍ່ສູ້ສີເສຣາ.21ແມ່ນ້ຳກີໂຊນກວາດລ້າງພວກເຂົາອອກໄປ,ແມ່ນ້ຳກີໂຊນຄື ແມ່ນ້ຳທີ່ເກົ່າແກ່.ຈິດວິນຍານຂອງຂ້ານ້ອຍ, ຈົ່ງບຸກໜ້າໄປ; ຈົ່ງເຂັ້ມແຂງ!22ແລະ ສຽງມ້າແລ່ນກໍດັງສະໜັ່ນ,ກີບຕີນຂອງມັນກໍໄປແລ່ນໄປຢ່າງເຂັ້ມແຂງ.23ເທວະດາຂອງພຣະເຈົ້າຢາເວກໍກ່າວ ‘ສາບແຊ່ງເມຣົດສາບແຊ່ງຊາວເມືອງນັ້ນຢ່າງຂົມຂື່ນ,ເພາະພວກເຂົາບໍ່ໄດ້ມາຊ່ວຍພຣະເຈົ້າຢາເວ,ຊ່ວຍພຣະເຈົ້າຢາເວຕໍ່ສູ້ຜູ້ຍິ່ງໃຫຍ່’.24“ຍິງທີ່ໄດ້ຮັບພຣະພອນຫລາຍທີ່ສຸດຄື ນາງຢາເອນ,ເມຍຂອງເຮເບຊາວເກນິດ,ຍິງທີ່ໄດ້ຮັບພຣະພອນຫລາຍທີ່ສຸດທີ່ອາໄສຢູ່ໃນຜ້າເຕັນ.25ລາວຂໍນ້ຳ ແລ້ວນາງກໍໃຫ້ນ້ຳນົມແກ່ລາວ,ນາງນຳນົມຂຸ້ນໃສ່ຖ້ວຍທີ່ງົດງາມທີ່ໃຊ້ສໍາລັບເຈົ້ານາຍມາໃຫ້ລາວ.26ນາງຢື້ຈັບຫລັກສຽບຜ້າເຕັນ,ມືຂວາຂອງນາງນາງຖືຄ້ອນຕີຂອງຊ່າງໄມ້.ນາງຕີສີເສຣາ ເຂົ້າທີ່ກະໂຫລກຫົວຂອງລາວ,ນາງຕອກຫລັກສຽບຜ້າເຕັນທະລຸກະໂຫລກຫົວຂອງລາວຈົນຊອດ.27ລາວຈົມລົງທີ່ຕີນຂອງນາງລາວລົ້ມລົງບ່ອນທີ່ລາວນອນຢູ່.ລາວລົ້ມລົງ, ລາວຈົມລົງທີ່ຕີນຂອງນາງລາວລົ້ມລົງຕາຍຢູ່ໃນທີ່ນັ້ນ.28“ແມ່ຂອງສີເສຣາກໍເຝົ້າເບິ່ງທາງປ່ອງຢ້ຽມອອກມາທາງຫລັງຕະໜ່າງນາງກໍສົ່ງສຽງຮ້ອງໄຫ້ວ່າ,‘ເປັນຫຍັງລົດຮົບຂອງລາວຈຶ່ງກັບມາຊ້າ?ເປັນຫຍັງລໍ້ຂອງລົດຮົບຂອງລາວຈຶ່ງແລ່ນຊ້າ?’29ພວກແມ່ຍິງທີ່ສະຫລາດໃນບັນດາສະຕີຂອງນາງກໍຕອບນາງ;ແທ້ຈິງແລ້ວ ນາງຍັງເວົ້າຕໍ່ຕົນເອງວ່າ30‘ພວກເຂົາຍັງຫາບໍ່ພົບ ແລະ ກໍາລັງແບ່ງປັນສິ່ງຂອງທີ່ທ້ອນໂຮມມາໄດ້ມີຍິງຄົນໜຶ່ງຫລືສອງຄົນຕໍ່ຊາຍໜຶ່ງ,ສີເສຣາປຸ້ນໄດ້ເສື້ອຜ້າສີສັນງົດງາມ,ເສື້ອຜ້າສີສັນງົດງາມທີ່ແສ່ວລວດລາຍ,ມີຜ້າພັນຄໍທີ່ແສ່ວລວດລາຍສຳລັບຂ້ອຍທັງໝົດນີ້ເປັນຂອງທີ່ປຸ້ນມາ’31“ຂ້າແດ່ພຣະເຈົ້າຢາເວ! ຂໍໃຫ້ສັດຕູທັງໝົດຂອງພຣະອົງຈິບຫາຍໄປແຕ່ຂໍໃຫ້ທຸກຄົນຜູ້ທີ່ຮັກພຣະອົງເປັນເໝືອນດັ່ງດວງຕາເວັນເມື່ອມັນຂຶ້ນມາຢ່າງແຮງກ້າ”.ແລ້ວແຜ່ນດິນກໍໄດ້ສະຫງົບສຸກເປັນເວລາສີ່ສິບປີ.Biblica, Inc.