ພວກຜູ້ປົກຄອງ20
ຊາວອິດສະຣາເອນລົງໂທດຊາວເບັນຢາມິນ
1ຫລັງຈາກນັ້ນ ອິດສະຣາເອນທັງໝົດຈາກເມືອງດານຈົນເຖິງເບເອນເຊບາ ແລະ ຈາກດິນແດນກີເລອາດກໍຮ່ວມເປັນນໍ້າໜຶ່ງໃຈດຽວ ແລະ ໄດ້ມາປະຊຸມກັນຢູ່ຕໍ່ໜ້າພຣະເຈົ້າຢາເວທີ່ມີຊະປາ.2ບັນດາຜູ້ນຳເຜົ່າຕ່າງໆຂອງອິດສະຣາເອນກໍເຂົ້າປະຈຳທີ່ໃນບ່ອນຊຸມນຸມປະຊາຊົນຂອງພຣະເຈົ້າ, ໂດຍມີທະຫານສີ່ແສນຄົນຖືດາບຕຽມພ້ອມ.3(ຊາວເບັນຢາມິນໄດ້ຍິນວ່າຊາວອິດສະຣາເອນໄດ້ຂຶ້ນໄປທີ່ມີຊະປາ.) ແລ້ວຊາວອິດສະຣາເອນເວົ້າວ່າ, “ຈົ່ງບອກພວກເຮົາມາວ່າສິ່ງທີ່ຊົ່ວຮ້າຍນີ້ເກີດຂຶ້ນໄດ້ຢ່າງໃດ”.4ດັ່ງນັ້ນ ຊາວເລວີຜົວຂອງຍິງທີ່ຖືກຂ້າເວົ້າວ່າ, “ຂ້ອຍກັບເມຍນ້ອຍຂອງຂ້ອຍໄດ້ມາພັກຄ້າງຄືນທີ່ເມືອງກີເບອາໃນເຂດແດນເບັນຢາມິນ.5ໃນຄືນນັ້ນ ພວກຜູ້ຊາຍຊາວເມືອງກີເບອາໄດ້ມາອ້ອມເຮືອນໄວ້, ໂດຍທີ່ຕັ້ງໃຈຈະຂ້າຂ້ອຍ. ພວກເຂົາໄດ້ຂົ່ມຂືນເມຍນ້ອຍຂອງຂ້ອຍຈົນຕາຍ.6ຂ້ອຍຈຶ່ງເອົາຊາກສົບຂອງເມຍນ້ອຍຂອງຂ້ອຍມາຕັດເປັນສິບສອງຕ່ອນ ແລະ ສົ່ງແຕ່ລະຕ່ອນໄປທົ່ວດິນແດນອິດສະຣາເອນ, ເພາະວ່າພວກເຂົານັ້ນໄດ້ເຮັດສິ່ງທີ່ໜ້າອັບອາຍ ແລະ ການປະພຶດຜິດສິນທຳໃນອິດສະຣາເອນ.7ບັດນີ້ ພວກເຈົ້າຊາວອິດສະຣາເອນທັງຫລາຍ, ໂຜດເວົ້າອອກມາ ແລະ ບອກຂ້ອຍມາວ່າ, ພວກເຈົ້າຈະຕັດສິນເຮັດຢ່າງໃດ”.8ທຸກຄົນກໍລຸກຂຶ້ນເວົ້າເປັນສຽງດຽວກັນວ່າ, “ຈະບໍ່ມີຜູ້ໃດໃນພວກເຮົາຈະກັບເມືອເຮືອນຈັກຄົນ. ຈະບໍ່ມີຜູ້ໃດໃນພວກເຮົາແມ່ນແຕ່ຄົນດຽວກັບເມືອເຮືອນຂອງຕົນ.9ແຕ່ບັດນີ້ ນີ້ແມ່ນສິ່ງທີ່ພວກເຮົາຈະເຮັດກັບເມືອງກີເບອາດັ່ງນີ້: ພວກເຮົາຈະຂຶ້ນໄປຕໍ່ສູ້ກັບເມືອງກີເບອາໂດຍການຈັບສະຫລາກ.10ພວກເຮົາຈະເອົາຊາຍສິບຄົນຈາກໜຶ່ງຮ້ອຍຄົນຂອງທຸກເຜົ່າໃນອິດສະຣາເອນ ແລະ ໜຶ່ງຮ້ອຍຄົນຈາກໜຶ່ງພັນຄົນ ແລະ ໜຶ່ງພັນຄົນຈາກໜຶ່ງໝື່ນຄົນ ເພື່ອເປັນຜູ້ລຳລຽງສະບຽງອາຫານ ແລະ ເມື່ອກອງທັບມາຮອດເມືອງກີເບອາໃນເຂດແດນເບັນຢາມິນແລ້ວ. ຈົ່ງເຮັດກັບພວກເຂົາຕາມສິ່ງທີ່ພວກເຂົາສົມຄວນໄດ້ຮັບຕໍ່ການກະທຳອັນຊົ່ວຮ້າຍທີ່ໄດ້ເຮັດໃນອິດສະຣາເອນ”.11ດັ່ງນັ້ນ ຊາວອິດສະຣາເອນທັງໝົດຈຶ່ງໄດ້ເຕົ້າໂຮມກັນ ແລະ ເປັນອັນໜຶ່ງດຽວອັນດຽວກັນເຂົ້າຕໍ່ສູ້ກັບເມືອງນັ້ນ.12ເຜົ່າຕ່າງໆຂອງອິດສະຣາເອນສົ່ງຜູ້ນໍາຂ່າວໄປທົ່ວເຂດແດນເບັນຢາມິນ ແລະ ເວົ້າວ່າ, “ການກະທໍາອັນຊົ່ວຮ້າຍເກີດຂຶ້ນໄດ້ຢ່າງໃດໃນທ່າມກາງພວກເຈົ້າ?13ພວກເຈົ້າຈົ່ງມອບພວກຜູ້ກະທຳຜິດໃນເມືອງກີເບອາມາໃຫ້ແກ່ພວກເຮົາ ເພື່ອວ່າພວກເຮົາຈະໄດ້ປະຫານຊີວິດພວກເຂົາ ແລະ ລົບລ້າງມົນທິນອັນຊົ່ວຮ້າຍອອກຈາກອິດສະຣາເອນ”.ແຕ່ຊາວເບັນຢາມິນບໍ່ຟັງພວກພີ່ນ້ອງຊາວອິດສະຣາເອນຂອງພວກເຂົາ.14ພວກເຂົາມາຈາກເມືອງຕ່າງໆຂອງຕົນມາຮວມໂຕກັນທີ່ກີເບອາ ເພື່ອຕໍ່ສູ້ກັບຊາວອິດສະຣາເອນ.15ໃນທັນໃດນັ້ນ ຊາວເບັນຢາມິນກໍລະດົມທະຫານຖືດາບຊາວຫົກພັນຄົນຈາກເມືອງຕ່າງໆຂອງພວກເຂົາ. ນອກຈາກນັ້ນ ມີພວກຊາວໜຸ່ມມາເພີ່ມເຕີ່ມອີກເຈັດຮ້ອຍຄົນຈາກພວກຄົນທີ່ອາໄສໃນກີເບອາ.16ຢູ່ໃນຈຳນວນພວກທະຫານເຫລົ່ານີ້ມີເຈັດຮ້ອຍຄົນທີ່ຖືກເລືອກມາ ລ້ວນແຕ່ພວກຄົນທີ່ແຮງມືຊ້າຍ ແຕ່ລະຄົນສາມາດຍິງກ້ອນຫີນໃສ່ເສັ້ນຜົມເສັ້ນດຽວໄດ້ໂດຍບໍ່ພາດ.17ສ່ວນຊາວອິດສະຣາເອນຮວບຮວມທະຫານດາບໄດ້ສີ່ຮ້ອຍພັນຄົນ, ພວກເຂົາທັງໝົດພ້ອມທີ່ຈະອອກສູ້ຮົບ ເຊິ່ງບໍ່ໄດ້ນັບເອົາຊາວເບັນຢາມິນຮວມເຂົ້ານໍາ.18ກອງທັບອິດສະຣາເອນກໍຂຶ້ນໄປທີ່ເບັດເອນ ແລະ ຖາມພຣະເຈົ້າວ່າ, “ເຜົ່າໃດໃນພວກຂ້ານ້ອຍຈະອອກໄປຕໍ່ສູ້ກັບຊາວເບັນຢາມິນກ່ອນ?”
ພຣະເຈົ້າຢາເວຕອບວ່າ, “ຢູດາຈະອອກໄປກ່ອນ”.19ຕອນເຊົ້າມື້ຕໍ່ມາຊາວອິດສະຣາເອນໄດ້ມາຕັ້ງຄ້າຍພັກຢູ່ໃກ້ກັບເມືອງກີເບອາ.20ຊາວອິດສະຣາເອນກໍອອກໄປຕໍ່ສູ້ກັບຊາວເບັນຢາມິນ ແລະ ໄດ້ຕັ້ງທັບສູ້ຮົບກັບພວກເຂົາທີ່ເມືອງກີເບອາ.21ຊາວເບັນຢາມິນອອກມາຈາກເມືອງກີເບອາ ແລະ ໄດ້ຂ້າຊາວອິດສະຣາເອນຕາຍຊາວສອງພັນຄົນຢູ່ໃນສະໜາມຮົບໃນມື້ນັ້ນ22ແຕ່ຊາວອິດສະຣາເອນໄດ້ໃຫ້ກຳລັງໃຈກັນ ແລ້ວກໍອອກມາຕັ້ງທັບສູ້ຮົບໄວ້ບ່ອນເກົ່າໃນບ່ອນທີ່ພວກເຂົາຕັ້ງທັບໃນມື້ກ່ອນນັ້ນ.23ຊາວອິດສະຣາເອນຂຶ້ນໄປ ແລ້ວກໍຮ້ອງໄຫ້ຕໍ່ໜ້າພຣະເຈົ້າຢາເວຈົນຮອດຕອນຄໍ່າ ແລ້ວພວກເຂົາໄດ້ຖາມພຣະເຈົ້າຢາເວວ່າ “ພວກຂ້ານ້ອຍຈະຕ້ອງອອກໄປສູ້ຕໍ່ກັບຊາວເບັນຢາມິນອີກບໍ?”
ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງໄປຕໍ່ສູ້ກັບພວກເຂົາ”.24ຊາວອິດສະຣາເອນຈຶ່ງຍົກທັບເຂົ້າມາໃກ້ຊາວເບັນຢາມິນອີກໃນມື້ທີສອງ.25ຄັ້ງນີ້ເມື່ອຊາວເບັນຢາມິນກໍອອກມາຈາກເມືອງກີເບອາເພື່ອຕໍ່ຕ້ານພວກເຂົາ, ພວກເຂົາໄດ້ຂ້າຊາວອິດສະຣາເອນຕາຍໄປສິບແປດພັນຄົນ, ພວກເຂົາທັງໝົດລ້ວນແຕ່ເປັນນັກພົນດາບ.26ຫລັງຈາກນັ້ນ ຊາວອິດສະຣາເອນທັງໝົດກໍຂຶ້ນໄປທີ່ເບັດເອນ ແລະ ພວກເຂົາກໍຮ້ອງໄຫ້ຕໍ່ໜ້າພຣະເຈົ້າຢາເວຢູ່ທີ່ນັ້ນ. ພວກເຂົາໄດ້ຖືສິນອົດອາຫານຈົນຮອດຄໍ່າໃນມື້ນັ້ນ ແລ້ວກໍໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍເພື່ອຄວາມສາມະຄີທໍາແກ່ພຣະເຈົ້າຢາເວ.27ແລະ ຊາວອິດສະຣາເອນໄດ້ຖາມພຣະເຈົ້າຢາເວ (ໃນສະໄໝນັ້ນຫີບພັນທະສັນຍາຂອງພຣະເຈົ້າຢູ່ທີ່ເບັດເອນ,28ເຊິ່ງຟີເນຮາລູກຊາຍຂອງເອເລອາຊາ ແລະ ຫລານຊາຍຂອງອາໂຣນກໍາລັງປົນນິບັດຢູ່.) ພວກເຂົາໄດ້ຖາມວ່າ, “ຈະໃຫ້ພວກຂ້ານ້ອຍອອກໄປສູ້ຕໍ່ກັບຊາວເບັນຢາມິນ ເຊິ່ງເປັນພີ່ນ້ອງຊາວອິດສະຣາເອນຂອງພວກຂ້ານ້ອຍບໍ?”
ພຣະເຈົ້າຢາເວຕອບວ່າ, “ຈົ່ງອອກໄປເທີນ ມື້ອື່ນເຮົາຈະມອບພວກເຂົາໄວ້ໃນມືຂອງພວກເຈົ້າ”.29ສະນັ້ນ ຊາວອິດສະຣາເອນຈຶ່ງລີ້ຢູ່ຟຸ່ມໄມ້ອ້ອມເມືອງກີເບອາ30ພວກເຂົາໄດ້ອອກໄປຕໍ່ສູ້ກັບຊາວເບັນຢາມິນອີກໃນມື້ທີສາມ ແລະ ໄດ້ຕັ້ງທັບຕໍ່ສູ້ກັບເມືອງກີເບອາເໝືອນດັ່ງທີ່ພວກເຂົາໄດ້ເຄີຍເຮັດມາກ່ອນ.31ພວກຊາວເບັນຢາມິນອອກມາພົບພວກເຂົາ ແລະ ຖືກລໍ້ໃຫ້ອອກໄປໄກຈາກຕົວເມືອງ. ພວກເຂົາເລີ່ມຂ້າຊາວອິດສະຣາເອນເໝືອນດັ່ງທີ່ເຄີຍເຮັດມາກ່ອນ. ດັ່ງນັ້ນ ພວກເຂົາໄດ້ຂ້າຄົນປະມານສາມສິບຄົນຢູ່ທີ່ກາງທົ່ງ ແລະ ຕາມເສັ້ນທາງຈະໄປທີ່ເບັດເອນ ແລະ ກີເບອາ.32ໃນຂະນະທີ່ ຊາວເບັນຢາມິນກໍາລັງເວົ້າວ່າ “ພວກເຮົາກຳລັງຈະຊະນະພວກເຂົາເໝືອນດັ່ງແຕ່ກ່ອນ” ຊາວອິດສະຣາເອນກໍາລັງເວົ້າວ່າ “ໃຫ້ພວກເຮົາຖອຍທັບ ແລະ ລໍ້ພວກເຂົາອອກຈາກຕົວເມືອງໄປຕາມຫົນທາງ”.33ຊາວອິດສະຣາເອນທັງໝົດໄດ້ເຄື່ອນທັບອອກຈາກບ່ອນທີພວກເຂົາຕັ້ງຄ້າຍພັກ ແລະ ຕັ້ງທັບສູ້ຮົບທີ່ບາອານຕາມາ, ແລ້ວກອງກຳລັງຂອງຊາວອິດສະຣາເອນທີ່ລີ້ຢູ່ໃນພຸ່ມໄມ້ຢູ່ທາງທິດຕາເວັນຕົກ ຂອງກີເບອາ ກໍອອກມາຈາກບ່ອນນັ້ນ.34ຫລັງຈາກນັ້ນນັກຮົບເກັ້ງກ້າຂອງຊາວອິດສະຣາເອນໜຶ່ງໝື່ນຄົນກໍອອກມາບຸກໂຈມຕີດ້ານໜ້າຂອງເມືອງກີເບອາ. ການສູ້ຮົບເປັນໄປຢ່າງດຸເດືອດທີ່ສຸດ ຈົນຊາວເບັນຢາມິນບໍ່ຮູ້ວ່າໄພພິບັດເຂົ້າມາໃກ້ຫລາຍສໍ່າໃດແລ້ວ.35ພຣະເຈົ້າຢາເວໄດ້ເຮັດໃຫ້ຊາວເບັນຢາມິນພ່າຍແພ້ຕໍ່ຊາວອິດສະຣາເອນ ແລະ ໃນມື້ນັ້ນຊາວອິດສະຣາເອນໄດ້ຂ້ານັກພົນດາບຂອງຊາວເບັນຢາມິນທັງໝົດເປັນຈຳນວນຊາວຫ້າພັນໜຶ່ງຮ້ອຍຄົນ.36ຊາວເບັນຢາມິນຈຶ່ງເຫັນວ່າ ພວກຕົນໄດ້ພ່າຍແພ້ແລ້ວ.
ກອງທັບຂອງພວກອິດສະຣາເອນໄດ້ຖອຍຫລັງໄປຈາກພວກເບັນຢາມິນ ເພາະຍ້ອນພວກເຂົາໄດ້ວາງທະຫານລີ້ໂຈມຕີຢູ່ໃກ້ໆເມືອງກີເບອາ.37ພວກຄົນທີ່ລີ້ຢູ່ກໍບຸກໂຈມຕີເຂົ້າໄປໃນເມືອງກີເບອາ, ແລ້ວກໍກະຈາຍກຳລັງອອກໄປ ແລະ ຂ້າຊາວເມືອງທັງໝົດ.38ຊາວອິດສະຣາເອນກໍໄດ້ສົ່ງສັນຍານໃຫ້ກັບພວກຄົນທີ່ລີ້ຢູ່ໂດຍທີ່ພວກເຂົາເຮັດຄວັນຂຶ້ນໃຫ້ອອກມາຈາກໃນເມືອງນັ້ນ.39ເມື່ອໃດທີ່ຊາວອິດສະຣາເອນເຫັນຄວັນກໍໃຫ້ພາກັນສູ້ຕໍ່ກັບ.
ຊາວເບັນຢາມິນເລີ່ມຂ້າຊາວອິດສະຣາເອນ (ປະມານສາມສິບຄົນ) ແລະ ພວກເຂົາກໍເວົ້າວ່າ, “ພວກເຮົາກຳລັງຈະເອົາຊະນະພວກເຂົາເໝືອນກັນກັບການສູ້ຮົບຄັ້ງທຳອິດ”.40ແຕ່ເມື່ອຄວັນໄຟພຸ່ງຂຶ້ນອອກມາຈາກໃນເມືອງ, ຊາວເບັນຢາມິນຫລຽວກັບຄືນມາເບິ່ງ ແລ້ວກໍເຫັນຄວັນໄຟພຸ່ງຂຶ້ນຟ້າທົ່ວທັງເມືອງ.41ຫລັງຈາກນັ້ນຊາວອິດສະຣາເອນກໍໄດ້ຫັນກັບຄືນມາຕໍ່ສູ້ ແລ້ວຊາວເບັນຢາມິນກໍເກີດຄວາມຢ້ານກົວຫລາຍ, ເພາະວ່າພວກເຂົາຮູ້ວ່າໄພພິບັດໄດ້ມາເຖິງພວກຕົນແລ້ວ.42ດັ່ງນັ້ນ ພວກເຂົາກໍໄດ້ປົບໜີໄປຕໍ່ໜ້າຊາວອິດສະຣາເອນມຸ່ງໜ້າໄປທີ່ຖິ່ນແຫ້ງແລ້ງກັນດານ, ແຕ່ພວກເຂົາບໍ່ສາມາດໜີໄປພົ້ນການສູ້ຮົບໄດ້. ແລ້ວ ຊາວອິດສະຣາເອນອອກມາຈາກເມືອງກໍຂ້າພວກເຂົາຢູ່ທີ່ນັ້ນ.43ພວກເຂົາໄດ້ລ້ອມຊາວເບັນຢາມິນໄວ້, ໄລ່ຕາມທັນພວກເຂົາ ແລ້ວກໍຂ້າພວກເຂົາໄດ້ຢ່າງງ່າຍດາຍຢູ່ບ່ອນໃກ້ກັບກີເບອາທາງຕາເວັນອອກ.44ຊາວເບັນຢາມິນຖືກຂ້າໃນສະໜາມຮົບສິບແປດພັນຄົນ, ເຊິ່ງພວກເຂົາທັງໝົດເປັນນັກຮົບທີ່ເກັ່ງກ້າ.45ສ່ວນພວກທີ່ໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານໄປຈົນຮອດໂງ່ນຫີນຣິມໂມນ, ແຕ່ຊາວອິດສະຣາເອນໄດ້ຂ້າພວກເຂົາລະຫວ່າງທາງຫ້າພັນຄົນ. ພວກເຂົາສືບຕໍ່ໄລ່ລ້າຂ້າຊາວເບັນຢາມິນໄປຈົນຮອດກີໂດມ ແລະ ຂ້າໄດ້ອີກສອງພັນຄົນ.46ໃນມື້ນັ້ນນັກພົນດາບຂອງຊາວເບັນຢາມິນໄດ້ຖືກຂ້າຊາວຫ້າພັນຄົນ ເຊິ່ງພວກເຂົາທັງໝົດເປັນນັກຮົບທີ່ເກັ່ງກ້າ.47ແຕ່ມີຄົນເຫລືອອີກຫົກຮ້ອຍຄົນໄດ້ໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານສູ່ໂງ່ນຫີນຣິມໂມນ ແລະ ພວກເຂົາໄດ້ອາໄສຢູ່ທີ່ນັ້ນເປັນເວລາສີ່ເດືອນ.48ສ່ວນຊາວອິດສະຣາເອນກໍກັບຄືນໄປຂ້າຊາວເບັນຢາມິນ ແລະ ຂ້າພວກເຂົາທຸກຄົນທີ່ຢູ່ໃນເມືອງ ລວມທັງຝູງສັດ ແລະ ໄດ້ຈູດທຸກສິ່ງທີ່ພວກເຂົາພົບເຫັນ. ພວກເຂົາໄດ້ຈູດທຸກເມືອງຈົນໝົດສິ້ນ.
Biblica, Inc.