ພວກຜູ້ປົກຄອງ19
ຄົນເລວີກັບເມຍນ້ອຍຂອງຕົນ
1ສະໄໝນັ້ນອິດສະຣາເອນບໍ່ມີກະສັດປົກຄອງ.ມີຊາວເລວີຄົນໜຶ່ງໄດ້ອາໄສຢູ່ໃນພື້ນທີ່ຫ່າງໄກໃນເນີນພູເອຟຣາອິມ ລາວໄດ້ເອົາເມຍນ້ອຍຈາກເມືອງເບັດເລເຮັມໃນແຂວງຢູດາຍ.2ແຕ່ນາງບໍ່ສັດຊື່ຕໍ່ລາວ. ນາງໄດ້ຖິ້ມລາວກັບໄປຢູ່ເຮືອນທີ່ພໍ່ແມ່ຂອງຕົນທີ່ເບັດເລເຮັມໃນແຂວງຢູດາຍ. ຫລັງຈາກ ນາງໄດ້ຢູ່ທີ່ນັ້ນເປັນເວລາສີ່ເດືອນ.3ແລ້ວຜົວຂອງນາງກໍໄປຫາເພື່ອຊັກຊວນນາງໃຫ້ກັບຄືນເມືອ. ລາວເອົາຄົນຮັບໃຊ້ຂອງລາວ ແລະ ລໍສອງໂຕໄປນໍາ. ນາງພາລາວເຂົ້າໄປໃນເຮືອນຂອງພໍ່ແມ່ຂອງຕົນ, ແລະ ເມື່ອພໍ່ຂອງນາງເຫັນລາວ, ເພິ່ນກໍຕ້ອນຮັບດ້ວຍຄວາມຍິນດີ.4ພໍ່ເຖົ້າຈຶ່ງຊັກຊວນລູກເຂີຍໃຫ້ພັກຢູ່ນໍາ; ດັ່ງນັ້ນ ລາວກໍກິນດື່ມ ແລະ ພັກຢູ່ທີ່ນັ້ນກັບເພິ່ນເປັນເວລາສາມວັນ.5ໃນມື້ທີສີ່ພວກເຂົາກໍຕື່ນແຕ່ເຊົ້າເພື່ອຕຽມຕົວອອກເດີນທາງ, ແຕ່ພໍ່ເຖົ້າຂອງຍິງນັ້ນໄດ້ເວົ້າກັບລູກເຂີຍວ່າ, “ຊອກຫາຫຍັງກິນໃຫ້ມີແຮງກ່ອນບໍ ແລ້ວຈຶ່ງໄປ”.6ດັ່ງນັ້ນ ລາວກັບພໍ່ເຖົ້າຈຶ່ງນັ່ງລົງກິນ ແລະ ດື່ມນໍາກັນ. ຕໍ່ມາພໍ່ເຖົ້າກໍເວົ້າວ່າ, “ຂໍໃຫ້ພັກຜ່ອນໃຫ້ສະບາຍໃຈອີກຈັກຄືນກ່ອນ”.7ແລ້ວຊາຍນັ້ນກໍລຸກຂຶ້ນຈະອອກໄປ ພໍ່ເຖົ້າຂອງລາວກໍເວົ້າຊັກຊວນລາວຢູ່ອີກ, ດັ່ງນັ້ນ ລາວຈຶ່ງພັກຄ້າງຄືນຢູ່ທີ່ນັ້ນ.8ໃນຕອນເຊົ້າຂອງມື້ທີຫ້າ, ເມື່ອລາວລຸກຂຶ້ນຈະອອກໄປ, ພໍ່ເຖົ້າເວົ້າວ່າ, “ຜ່ອນພັກຜ່ອນໃຫ້ສົດຊື່ນ ຖ້າໃຫ້ມັນສວຍກ່ອນແລ້ວຈຶ່ງຄ່ອຍໄປ!” ດັ່ງນັ້ນ ລາວກັບພໍ່ເຖົ້າກໍນັ່ງລົງກິນເຂົ້ານໍາກັນອີກ.9ເມື່ອຊາຍຜູ້ນັ້ນກັບເມຍນ້ອຍຂອງຕົນ ແລະ ຄົນຮັບໃຊ້ກຳລັງຈະອອກໄປ, ພໍ່ເຖົ້າກໍເວົ້າວ່າ, “ເບິ່ງແມ ດຽວນີ້ມັນໃກ້ຈະຄໍ່າແລ້ວ. ພັກຢູ່ທີ່ນີ້ອີກຈັກຄືນໜຶ່ງ; ມັນໃກ້ຈະມືດແລ້ວ. ຈົ່ງພັກຢູ່ທີ່ນີ້ ແລະ ເຮັດໃຫ້ຕົນເອງສະບາຍໃຈ. ແລ້ວມື້ອື່ນລູກຈຶ່ງຕື່ນແຕ່ເຊົ້າໆຕຽມຕົວອອກເດີນທາງກັບເມືອ”.10ແຕ່ຊາຍຜູ້ນັ້ນບໍ່ເຕັມໃຈທີ່ຈະພັກຄ້າງຄືນອີກ, ລາວຈຶ່ງອອກເດີນທາງມຸ່ງໜ້າໄປທີ່ເມືອງເຢບຸດ (ນັ້ນແມ່ນເຢຣູຊາເລັມ) ພ້ອມກັບເມຍຂອງຕົນ ແລະ ລໍສອງໂຕທີ່ມີອານນັ່ງ.11ເມື່ອພວກເຂົາເດີນທາງໃກ້ຈະຮອດເມືອງເຢບຸດກໍເກືອບຈະຄ່ຳແລ້ວ, ຄົນຮັບໃຊ້ນັ້ນເວົ້າກັບນາຍຂອງຕົນວ່າ, “ໃຫ້ພວກເຮົາຢຸດພັກໃນເມືອງນີ້ຂອງຊາວເຢບຸດ ແລະ ພັກຄ້າງຄືນຢູ່ບ່ອນນີ້ສາກ່ອນ”.12ນາຍຂອງລາວຕອບວ່າ, “ບໍ່ໄດ້ ພວກເຮົາຈະບໍ່ພັກຢູ່ໃນເມືອງໃດ ເຊິ່ງບໍ່ແມ່ນເມືອງຂອງຊາວອິດສະຣາເອນ. ພວກເຮົາຈະໄປຕໍ່ຈົນຮອດກີເບອາ”.13ລາວເວົ້າອີກວ່າ “ໃຫ້ພວກເຮົາພະຍາຍາມໄປໃຫ້ຮອດກີເບອາ ຫລື ຣາມາແລ້ວຈຶ່ງພັກຄ້າງຄືນຢູ່ບ່ອນໃດບ່ອນໜຶ່ງ”.14ດັ່ງນັ້ນ ພວກເຂົາຈຶ່ງເດີນທາງຕໍ່ໄປ ໃນຂະນະທີ່ພວກເຂົາໃກ້ຈະຮອດກີເບອາໃນເຂດແດນເບັນຢາມິນ ຕາເວັນກໍຕົກດິນແລ້ວ.15ພວກເຂົາກໍຢຸດພັກຄ້າງຄືນຢູ່ທີ່ນັ້ນ. ພວກເຂົາຈຶ່ງໄປນັ່ງຢູ່ທີ່ນອກເມືອງ, ແຕ່ບໍ່ມີຜູ້ໃດເອົາພວກເຂົາໄປພັກນໍາ.16ໃນຕອນຄໍ່າມື້ນັ້ນ ມີຊາຍແກ່ຜູ້ໜຶ່ງທີ່ມາຈາກເນີນພູເອຟຣາອິມ, ລາວກັບຈາກເຮັດວຽກໃນທົ່ງນາ (ຊາວເມືອງນັ້ນເປັນຊາວເບັນຢາມິນ), ເຊິ່ງລາວອາໄສຢູ່ໃນກີເບອາ.17ເມື່ອເພິ່ນເຫັນນັກເດີນທາງນັ່ງຢູ່ທີ່ສີ່ແຍກກາງເມືອງ ຊາຍແກ່ຜູ້ນັ້ນຈຶ່ງຖາມວ່າ, “ພວກເຈົ້າມາແຕ່ໃສ? ແລະ ກຳລັງຈະໄປໃສ?”18ລາວຕອບວ່າ, “ພວກຂ້ອຍມາຈາກເມືອງເບັດເລເຮັມໃນແຂວງຢູດາຍ ພວກຂ້ອຍອາໄສຢູ່ເປັນພື້ນທີ່ຫ່າງໄກໃນເນີນພູເອຟຣາອິມ. ຂ້ອຍໄດ້ໄປເມືອງເບັດເລເຮັມໃນແຂວງຢູດາຍ ແລະ ໃນຂະນະນີ້ ຂ້ອຍກຳລັງຈະໄປທີ່ວິຫານຂອງພຣະເຈົ້າຢາເວ. ແຕ່ບໍ່ມີຜູ້ໃດເອົາພວກຂ້ອຍເຂົ້າໄປພັກໃນເຮືອນນໍາ.19ພວກຂ້ອຍມີເຟືອງ ແລະ ຫຍ້າສຳລັບລໍ ແລະ ເຂົ້າຈີ່ກັບເຫລົ້າອະງຸ່ນສຳລັບພວກຂ້ອຍ ແລະ ຜູ້ຮັບໃຊ້ຂອງທ່ານຄືຂ້ອຍເອງ ພ້ອມກັບຄົນຮັບໃຊ້ຊາຍຍິງຂອງພວກຂ້ອຍ. ພວກເຮົາບໍ່ຕ້ອງການສິ່ງໃດ”.20ຊາຍແກ່ຜູ້ນັ້ນຈຶ່ງເວົ້າວ່າ, “ຂ້ອຍຍິນດີເຊີນພວກເຈົ້າເຂົ້າມາພັກໃນເຮືອນຂອງຂ້ອຍ. ຈົ່ງໃຫ້ຂ້ອຍຈັດຫາສິ່ງທີ່ພວກເຈົ້າຕ້ອງການ. ຂໍພຽງແຕ່ພວກເຈົ້າບໍ່ຕ້ອງຄ້າງຄືນຢູ່ທີ່ສີ່ແຍກກາງເມືອງນີ້ເລີຍ”.21ເພິ່ນຈຶ່ງພາພວກເຂົາໄປທີ່ເຮືອນຂອງຕົນ ແລະ ເອົາເຟືອງໃຫ້ລໍກິນ ຫລັງຈາກທີ່ພວກເຂົາລ້າງຕີນແລ້ວ, ພວກເຂົາກໍກິນ ແລະ ດື່ມນໍາກັນ.22ໃນຂະນະທີ່ພວກເຂົາກໍາລັງມ່ວນຊື່ນຢູ່ນັ້ນ, ກໍມີກຸ່ມພວກຄົນຊົ່ວຂອງເມືອງນັ້ນມາລ້ອມເຮືອນຊາຍແກ່ຜູ້ນັ້ນໄວ້ ແລະ ກໍທຸບປະຕູເຮືອນ. ພວກເຂົາໄດ້ຮ້ອງໃສ່ຊາຍແກ່ຜູ້ນັ້ນທີ່ເປັນເຈົ້າຂອງເຮືອນວ່າ, “ຈົ່ງນຳພວກຜູ້ຊາຍນັ້ນທີ່ມາພັກຢູ່ໃນເຮືອນຂອງເຈົ້າອອກມາ ເພື່ອພວກເຮົາຈະໄດ້ຮ່ວມເພດກັບລາວ”.23ເຈົ້າຂອງເຮືອນຈຶ່ງອອກໄປຂ້າງນອກ ແລະ ເວົ້າກັບພວກເຂົາວ່າ, “ບໍ່ໄດ້ດອກສະຫາຍ, ຢ່າເຮັດສິ່ງຊົ່ວຮ້າຍເຊັ່ນນັ້ນເລີຍ. ເພາະວ່າຜູ້ຊາຍເຫລົ່ານີ້ເປັນແຂກຂອງຂ້ອຍ, ຢ່າເຮັດສິ່ງໜ້າລະອາຍນີ້ເລີຍ.24ເບິ່ງແມ ລູກສາວພົມມະຈາລີຂອງຂ້ອຍ ແລະ ເມຍນ້ອຍຂອງຂ້ອຍ. ຂ້ອຍຈະນໍາເອົາພວກເຂົາອອກມາໃຫ້ພວກເຈົ້າ. ແລ້ວພວກເຈົ້າເຮັດຫຍັງກໍໄດ້ກັບພວກເຂົາກໍຕາມໃຈຊອບ. ແຕ່ຢ່າເຮັດສິ່ງທີ່ໜ້າອັບອາຍນີ້ເລີຍ”.25ແຕ່ພວກເຂົາບໍ່ຍອມຟັງລາວ. ດັ່ງນັ້ນ ຊາຍຕະກຸນເລວີຈຶ່ງຊຸກເມຍນ້ອຍຂອງຕົນອອກໄປໃຫ້ພວກເຂົາ ແລ້ວຄົນເຫລົ່ານັ້ນກໍລຸມຂົ່ມຂືນ ແລະ ທຳຮ້າຍນາງຕະຫລອດຄືນ, ແລ້ວເມື່ອຮຸ່ງເຊົ້າມາຈຶ່ງປ່ອຍນາງໄປ.26ພໍຮຸ່ງເຊົ້າມາ ນາງຈຶ່ງກັບມາທີ່ເຮືອນບ່ອນທີ່ນາຍຂອງຕົນພັກຢູ່, ແລ້ວກໍລົ້ມລົງທີ່ໜ້າປະຕູເຮືອນ ນອນຢູ່ທີ່ນັ້ນຈົນເຊົ້າ.27ເມື່ອນາຍຂອງນາງຕື່ນຂຶ້ນມາໃນຕອນເຊົ້າ ແລະ ເປີດປະຕູເຮືອນອອກມາເພື່ອເດີນທາງຕໍ່ໄປ, ກໍພົບເມຍນ້ອຍຂອງຕົນລົ້ມລົງທີ່ໜ້າປະຕູເຮືອນນອນຢູ່ທີ່ນັ້ນ ມືສອງຂ້າງນາງພາດປະຕູໄວ້ຢູ່.28ລາວຈຶ່ງເວົ້າກັບນາງວ່າ, “ລຸກຂຶ້ນ; ໄປດ້ວຍກັນ”. ແຕ່ບໍ່ມີສຽງຕອບໃດໆໝົດ. ແລ້ວລາວຈຶ່ງອຸ້ມນາງພາດໃສ່ເທິງຫລັງລໍ ແລ້ວກໍເດີນທາງກັບເມືອເຮືອນ.29ເມື່ອມາເຖິງເຮືອນ, ລາວກໍເອົາມີດຕັດຮ່າງກາຍຂອງເມຍນ້ອຍເປັນຕ່ອນໆ ແລ້ວກໍສົ່ງແຕ່ລະຕ່ອນໆໄປທີ່ເຜົ່າສິບສອງຂອງອິດສະຣາເອນ.30ທຸກຄົນທີ່ເຫັນເຫດການນີ້ກໍພາກັນເວົ້າວ່າ, “ບໍ່ເຄີຍມີເຫດການຢ່າງນີ້ ຫລື ການກະທໍາແບບນີ້ມາກ່ອນ ຕັ້ງແຕ່ຊາວອິດສະຣາເອນອອກມາຈາກເອຢິບ. ລອງຄິດເບິ່ງ! ພວກເຮົາຈະຕ້ອງເຮັດຫຍັງບາງຢ່າງ! ຈົ່ງເວົ້າມາວ່າຈະເຮັດຫຍັງ!”
Biblica, Inc.