ພວກຜູ້ປົກຄອງ2
ເທວະດາຂອງພຣະເຈົ້າຢາເວທີ່ໂບກິມ
1ເທວະດາຂອງພຣະເຈົ້າຢາເວອອກຈາກກິນການໄປທີ່ໂບກິມ ແລະ ກ່າວວ່າ “ເຮົາໄດ້ນໍາພວກເຈົ້າອອກມາຈາກເອຢິບ ແລະ ນໍາພວກເຈົ້າເຂົ້າໄປໃນດິນແດນທີ່ເຮົາໄດ້ສາບານຈະມອບໃຫ້ບັນພະບຸລຸດຂອງພວກເຈົ້າ. ເຮົາກ່າວໄວ້ວ່າ ‘ເຮົາຈະບໍ່ລົບລ້າງພັນທະສັນຍາທີ່ເຮັດໄວ້ກັບພວກເຈົ້າ2ແລະ ພວກເຈົ້າຈະຕ້ອງບໍ່ເຮັດພັນທະສັນຍາກັບປະຊາຊົນໃນດິນແດນນີ້, ແຕ່ພວກເຈົ້າຈະຕ້ອງທຳລາຍແທ່ນບູຊາຂອງພວກເຂົາລົງ’. ແຕ່ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ. ເປັນຫຍັງພວກເຈົ້າຈຶ່ງເຮັດສິ່ງນີ້?3ດັ່ງນັ້ນ ເຮົາໄດ້ກ່າວອີກວ່າ ເຮົາຈະບໍ່ຂັບໄລ່ພວກເຂົາອອກໄປໃຫ້ເຈົ້າ ພວກເຂົາຈະກາຍເປັນບ້ວງແຮ້ວສໍາລັບພວກເຈົ້າ ແລະ ບັນດາພະຂອງພວກເຂົາຈະເປັນກັບດັກຈັບເຈົ້າ”.4ເທວະດາຂອງພຣະເຈົ້າຢາເວໄດ້ກ່າວສິ່ງເຫລົ່ານີ້ຕໍ່ຊາວອິດສະຣາເອນທັງໝົດແລ້ວ, ປະຊາຊົນກໍຮ້ອງໄຫ້ຂຶ້ນດັງໆ,5ແລ້ວພວກເຂົາຈຶ່ງເອີ້ນບ່ອນນັ້ນວ່າໂບກິມ. ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວຢູ່ທີ່ນັ້ນ.ການບໍ່ເຊື່ອຟັງ ແລະ ຄວາມພ່າຍແພ້
6ຫລັງຈາກທີ່ໂຢຊວຍໃຫ້ຊາວອິດສະຣາເອນແຍກຍ້າຍກັນໄປ, ພວກເຂົາກໍໄປຢຶດຄອງດິນແດນ, ມາເປັນກຳມະສິດຂອງພວກຕົນ.7ປະຊາຊົນໄດ້ຮັບໃຊ້ພຣະເຈົ້າຢາເວຕະຫລອດຊີວິດຂອງໂຢຊວຍ ແລະ ຕະຫລອດຊີວິດຂອງບັນດາຜູ້ອາວຸໂສທີ່ມີອາຍຸຍືນກວ່າໂຢຊວຍ ແລະ ໄດ້ເຫັນກິດຈະການອັນຍິ່ງໃຫຍ່ທັງໝົດທີ່ພຣະເຈົ້າຢາເວໄດ້ເຮັດເພື່ອອິດສະຣາເອນ.8ໂຢຊວຍລູກຊາຍຂອງນູນ, ຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ຕາຍໄປເມື່ອອາຍຸ 110 ປີ.9ແລະ ພວກເຂົາຝັງເພິ່ນໄວ້ໃນທີ່ດິນແດນຂອງເພິ່ນເອງຄື ຢູ່ທີ່ຕີມນາດເສຣາ ຢູ່ໃນເນີນພູເອຟຣາອິມ, ເຊິ່ງຢູ່ທາງເໜືອຂອງພູເຂົາກາອາດ.10ຫລັງຈາກຄົນໃນຊົ່ວອາຍຸນັ້ນໄດ້ຕາຍໄປໝົດແລ້ວ, ຄົນລຸ້ນຕໍ່ມາກໍໄດ້ໃຫຍ່ຂຶ້ນໂດຍບໍ່ຮູ້ຈັກພຣະເຈົ້າຢາເວ ແລະ ສິ່ງທີ່ພຣະອົງໄດ້ເຮັດເພື່ອຄົນອິດສະຣາເອນ.11ແລ້ວຊາວອິດສະຣາເອນໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ ແລະ ໄດ້ຮັບໃຊ້ບັນດາພະບາອານ.12ພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາຄື ຜູ້ທີ່ໄດ້ນຳພວກເຂົາອອກມາຈາກເອຢິບ. ພວກເຂົາໄດ້ຕິດຕາມ ແລະ ໄດ້ຂາບໄຫວ້ພະຕ່າງໆຂອງປະຊົນຊົນທີ່ຢູ່ອ້ອມຮອບພວກເຂົາ. ພວກເຂົາຍຸແຍ່ຄວາມໂກດຮ້າຍຂອງພຣະເຈົ້າຢາເວ.13ຍ້ອນພວກເຂົາປະຖິ້ມພຣະອົງ ແລະ ໄດ້ຮັບໃຊ້ພະບາອານ ແລະ ພະອັດສະຕາກ.14ດ້ວຍຄວາມໂກດຮ້າຍຂອງພຣະອົງຕໍ່ສູ້ອິດສະຣາເອນ ພຣະເຈົ້າຢາເວຈຶ່ງມອບພວກເຂົາໄວ້ໃນມືຂອງພວກໂຈນທີ່ມາປຸ້ນພວກເຂົາ. ພຣະອົງໄດ້ຂາຍພວກເຂົາໄວ້ໃນມືຂອງບັນດາສັດຕູຂອງພວກເຂົາທີ່ຢູ່ອ້ອມຮອບພວກເຂົາທັງໝົດ, ເຊິ່ງພວກເຂົາບໍ່ສາມາດຕໍ່ຕ້ານໄດ້ອີກຕໍ່ໄປ.15ເມື່ອໃດກໍຕາມທີ່ຊາວອິດສະຣາເອນອອກໄປສູ້ຮົບ ມືຂອງພຣະເຈົ້າຢາເວກໍຕໍ່ສູ້ພວກເຂົາ ເພື່ອເຮັດໃຫ້ພວກເຂົາພ່າຍແພ້, ຕາມທີ່ພຣະອົງໄດ້ສັນຍາໄວ້ກັບພວກເຂົາ. ພວກເຂົາຕົກຢູ່ໃນຄວາມທຸກໃຈທີ່ສຸດ.16ແລ້ວພຣະເຈົ້າຢາເວເຮັດໃຫ້ມີບັນດາຜູ້ປົກຄອງຂຶ້ນມາ ຜູ້ທີ່ຈະຊ່ວຍພວກເຂົາໃຫ້ພົ້ນຈາກມືຂອງບັນດາຜູ້ທີ່ມາປຸ້ນ.17ແຕ່ພວກເຂົາກໍບໍ່ຍອມຟັງພວກຜູ້ປົກຄອງຂອງພວກເຂົາ ແຕ່ພວກເຂົາເອງໄດ້ຫລິ້ນຊູ້ກັບບັນດາພະອື່ນໆ ແລະ ຂາບໄຫວ້ພວກມັນ. ພວກເຂົາໄດ້ຫັນໜີຈາກວິທີທາງຂອງບັນພະບຸລຸດຂອງພວກເຂົາຢ່າງວ່ອງໄວ ໂດຍບໍ່ໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ.18ເມື່ອໃດກໍຕາມທີ່ພຣະເຈົ້າຢາເວເຮັດໃຫ້ມີຜູ້ປົກຄອງຄົນໜຶ່ງຂຶ້ນມາ ເພື່ອຊ່ວຍເຫລືອພວກເຂົາ, ພຣະອົງສະຖິດຢູ່ກັບພວກຜູ້ປົກຄອງ ແລະ ໄດ້ຊ່ວຍປະຊາຊົນໃຫ້ພົ້ນຈາກມືຂອງບັນດາສັດຕູຂອງພວກເຂົາຕະຫລອດຊົ່ວຊີວິດຂອງພວກຜູ້ປົກຄອງ; ດັ່ງນັ້ນ ພຣະເຈົ້າຢາເວໄດ້ສໍາແດງຄວາມເມດຕາ ຍ້ອນຄໍາຄ່ຳຄວນຂອງພວກເຂົາ ເມື່ອສັດຕູໄດ້ກົດຂີ່ ແລະ ເຮັດໃຫ້ພວກເຂົາທຸກທໍລະມານ.19ແຕ່ເມື່ອພວກຜູ້ປົກຄອງໄດ້ຕາຍໄປ, ປະຊາຊົນກໍກັບຄືນໄປສູ່ຫົນທາງອັນຊົ່ວຮ້າຍຫລາຍຍິ່ງກວ່າບັນພະບຸລຸດຂອງພວກເຂົາອີກ, ໂດຍທີ່ໄປຕິດຕາມ, ຮັບໃຊ້ ແລະ ຂາບໄຫວ້ບັນດາພະອື່ນໆ. ພວກເຂົາບໍ່ຍອມປະຖິ້ມການກະທໍາອັນຊົ່ວຮ້າຍ ແລະ ວິທີທາງອັນດື້ດ້ານຂອງພວກເຂົາ.20ສະນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍຕໍ່ອິດສະຣາເອນຫລາຍ ແລະ ກ່າວວ່າ “ຍ້ອນຊົນຊາດນີ້ໄດ້ຝ່າຝືນພັນທະສັນຍາທີ່ເຮົາຕັ້ງໄວ້ກັບບັນພະບຸລຸດຂອງພວກເຂົາ ແລະ ບໍ່ໄດ້ເຊື່ອຟັງເຮົາ,21ເຮົາຈະບໍ່ຂັບໄລ່ຊົນຊາດໃດໝົດອອກໄປຈາກພວກເຂົາອີກຕໍ່ໄປ ທີ່ໂຢຊວຍປະໄວ້ເມື່ອລາວໄດ້ຕາຍໄປ.22ແຕ່ເຮົາຈະໃຊ້ຊົນຊາດເຫລົ່ານີ້ເພື່ອທົດສອບອິດສະຣາເອນ ແລະ ເບິ່ງວ່າພວກເຂົາຈະຮັກສາທາງຂອງພຣະເຈົ້າຢາເວ ແລະ ຈະດໍາເນີນຕາມວິທີທາງຂອງບັນພະບຸລຸດຂອງພວກເຂົາບໍ”.23ພຣະເຈົ້າຢາເວຈຶ່ງໄດ້ປ່ອຍໃຫ້ຊົນຊາດເຫລົ່ານີ້ຍັງເຫລືອຢູ່; ພຣະອົງບໍ່ໄດ້ຂັບໄລ່ພວກເຂົາອອກໄປໃຫ້ໝົດໃນເທື່ອດຽວ ຫລື ມອບພວກເຂົາໄວ້ໃນກໍາມືຂອງໂຢຊວຍ.Biblica, Inc.