ພວກຜູ້ປົກຄອງ1
ອິດສະຣາເອນຕໍ່ສູ້ກັບຊາວການາອານທີ່ຍັງເຫລືອຢູ່
1ຫລັງຈາກທີ່ໂຢຊວຍໄດ້ຕາຍໄປແລ້ວ, ຊາວອິດສະຣາເອນໄດ້ຖາມພຣະເຈົ້າຢາເວວ່າ, “ຜູ້ໃດໃນພວກເຮົາທີ່ຈະຂຶ້ນໄປກ່ອນເພື່ອຕໍ່ສູ້ຊາວການາອານ?”2ພຣະເຈົ້າຢາເວໄດ້ຕອບວ່າ, “ໃຫ້ຢູດາໄປກ່ອນ, ເຮົາໄດ້ມອບດິນແດນນັ້ນໄວ້ໃນມືຂອງພວກເຂົາແລ້ວ”.3ແລ້ວຊາວຢູດາກໍໄດ້ເວົ້າກັບພີ່ນ້ອງອິດສະຣາເອນທີ່ເປັນເຜົ່າຊີເມໂອນວ່າ, “ຈົ່ງຂຶ້ນມາກັບພວກເຮົາ, ແລ້ວເຂົ້າໄປໃນດິນແດນທີ່ໄດ້ຖືກມອບໄວ້ໃຫ້ພວກເຮົາ, ເພື່ອຕໍ່ສູ້ກັບຊາວການາອານ. ພວກເຮົາຈະໄປກັບພວກເຈົ້າ ເຂົ້າໄປໃນດິນແດນທີ່ໄດ້ຖືກມອບໄວ້ໃຫ້ພວກເຈົ້າ”. ດັ່ງນັ້ນ ຊາວຊີເມໂອນຈຶ່ງໄດ້ໄປກັບພວກເຂົາ.4ເມື່ອຊາວຢູດາເຂົ້າໄປໂຈມຕີ, ພຣະເຈົ້າຢາເວໄດ້ມອບຊາວການາອານ ແລະ ຊາວເປຣີຊີໄວ້ໃນມືພວກເຂົາ, ພວກເຂົາໄດ້ຂ້າຄົນເຫລົ່ານັ້ນສິບພັນຄົນທີ່ເບເຊັກ.5ພວກເຂົາພົບອາໂດນີເບເຊັກຢູ່ທີ່ນັ້ນ ແລະ ໄດ້ຕໍ່ສູ້ເພິ່ນ, ຈົນເຮັດໃຫ້ຊາວການາອານ ແລະ ຊາວເປຣີຊີພ່າຍແພ້ໄປ.6ອາໂດນີເບເຊັກໄດ້ປົບໜີໄປ, ແຕ່ຊາວຢູດາໄລ່ນໍາ ແລະ ຈັບເພິ່ນໄດ້ ແລ້ວກໍຕັດໂປ້ມື ແລະ ໂປ້ຕີນຂອງເພິ່ນ.7ແລ້ວອາໂດນີເບເຊັກກໍໄດ້ເວົ້າວ່າ “ມີກະສັດເຈັດສິບຄົນທີ່ໂປ້ມື ແລະ ໂປ້ຕີນຂອງພວກເຂົາຖືກຕັດອອກ ເຊິ່ງໄດ້ກິນເສດອາຫານຢູ່ກ້ອງໂຕະຂອງຂ້ອຍ. ບັດນີ້ ພຣະເຈົ້າໄດ້ແກ້ແຄ້ນໃນສິ່ງທີ່ຂ້ອຍໄດ້ເຮັດຕໍ່ພວກເຂົາແລ້ວ”. ພວກເຂົາຈຶ່ງນຳເອົາເພິ່ນໄປທີ່ເຢຣູຊາເລັມ ແລະ ເພິ່ນໄດ້ຕາຍຢູ່ທີ່ນັ້ນ.8ຊາວຢູດາໄດ້ໂຈມຕີເຢຣູຊາເລັມດ້ວຍ ແລະ ຢຶດເມືອງໄດ້. ພວກເຂົາຂ້າຊາວເມືອງນັ້ນ ແລະຈູດເມືອງຖິ້ມ.9ຫລັງຈາກນັ້ນຊາວຢູດາລົງໄປຕໍ່ສູ້ຊາວການາອານທີ່ອາໄສຢູ່ໃນເນີນພູທີ່ເນເກັບ ແລະ ແຖບຮ່ອມພູທາງຕາເວັນຕົກ.10ພວກເຂົາບຸກເຂົ້າໄປຕໍ່ສູ້ຊາວການາອານທີ່ອາໄສຢູ່ໃນເຮັບໂຣນ (ແຕ່ກ່ອນນັ້ນເອີ້ນວ່າ ກີຣິອາດອາກບາ) ແລະ ໄດ້ເອົາຊະນະຂອງເຊຊາຍ, ອາຮີມານ ແລະ ຕານໄມ.11ຫລັງຈາກນັ້ນ ພວກເຂົາບຸກເຂົ້າໂຈມຕີຊາວເມືອງເດບີ (ແຕ່ກ່ອນນັ້ນເອີ້ນວ່າກີຣິອາດເຊເຟ).12ແລະ ກາເລັບກໍໄດ້ເວົ້າວ່າ “ຂ້າພະເຈົ້າຈະຍົກອັກຊາລູກສາວຂອງຂ້າພະເຈົ້າໃຫ້ແຕ່ງງານກັບຊາຍຜູ້ທີ່ສາມາດໂຈມຕີ ແລະ ຢຶດເອົາເມືອງກີຣິອາດເຊເຟໄດ້ສຳເລັດ”.13ໂອດນີເອນລູກຊາຍຂອງເກນາ, ເຊິ່ງເປັນນ້ອງຊາຍຂອງກາເລັບ ໄດ້ເອົາຊະນະເມືອງນັ້ນສຳເລັດ, ດັ່ງນັ້ນກາເລັບຈຶ່ງຍົກນາງອັກຊາລູກສາວຂອງເພິ່ນໃຫ້ແຕ່ງງານກັບລາວ.14ມື້ໜຶ່ງ ເມື່ອນາງມາຫາໂອດນີເອນ ນາງໄດ້ຮ້ອງຂໍລາວ ໃຫ້ຂໍທີ່ດິນຈາກພໍ່ຂອງນາງ. ເມື່ອນາງລົງຈາກຫລັງລໍແລ້ວ ກາເລັບຈຶ່ງຖາມນາງວ່າ “ພໍ່ຈະຊ່ວຍຫຍັງເຈົ້າໄດ້ແດ່?”15ນາງໄດ້ຕອບວ່າ “ຂໍເມດຕາລູກເປັນພິເສດ ເມື່ອພໍ່ໄດ້ຍົກທີ່ດິນໃນເນເກັບໃຫ້ລູກແລ້ວ ກໍຂໍກະລຸນາຍົກບໍ່ນ້ຳນີ້ໃຫ້ລູກດ້ວຍ”. ດັ່ງນັ້ນ ກາເລັບຈຶ່ງມອບບໍ່ນ້ຳດ້ານເທິງ ແລະ ບໍ່ນ້ຳດ້ານລຸ່ມໃຫ້ນາງ.16ເຊື້ອສາຍຂອງພໍ່ເຖົ້າໂມເຊ ຊາວເກນິດໄດ້ອອກຈາກເມືອງແຫ່ງຕົ້ນປາມ ແລ້ວກໍໄປກັບປະຊາຊົນຢູດາມາອາໄສຢູ່ກັບຄົນທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານແຫ່ງຢູດາທີ່ເນເກັບໃກ້ອາຣາດ.17ຫລັງຈາກນັ້ນ ຊາວຢູດາໄປກັບຊາວຊີເມໂອນທີ່ເປັນພີ່ນ້ອງຊາວອິດສະຣາເອນ ແລະ ໄດ້ໂຈມຕີຊາວການາອານທີ່ອາໄສຢູ່ທີ່ເຊຟັດ ແລ້ວພວກເຂົາກໍໄດ້ທຳລາຍ ເມືອງນັ້ນຖິ້ມທັງໝົດ. ດ້ວຍເຫດນັ້ນເມືອງນັ້ນຈຶ່ງໄດ້ຖືກເອີ້ນວ່າໂຮມາ. 18ຊາວຢູດາຍັງໄດ້ຢຶດເອົາ ກາຊາ, ເມືອງອາຊະເກໂລນ ແລະ ເອັກໂຣນ ພ້ອມທັງເຂດແດນທີ່ຢູ່ອ້ອມເມືອງເຫລົ່ານັ້ນດ້ວຍ.19ພຣະເຈົ້າຢາເວສະຖິດຢູ່ກັບຊາວຢູດາ ພວກເຂົາຢຶດຄອງແຖບເນີນພູໄດ້ ແຕ່ພວກເຂົາບໍ່ສາມາດຂັບໄລ່ຊາວເມືອງນັ້ນອອກໄປຈາກທົ່ງຮາບພຽງ ເພາະພວກເຂົາມີລົດຮົບເຫລັກ20ເມືອງເຮັບໂຣນໄດ້ມອບໃຫ້ກາເລັບຕາມທີ່ໂມເຊສັນຍາໄວ້ ກາເລັບຈຶ່ງຂັບໄລ່ລູກຊາຍທັງສາມຄົນຂອງອານາກອອກໄປຈາກເມືອງນີ້21ແຕ່ຊາວເບັນຢາມິນບໍ່ໄດ້ຂັບໄລ່ຊາວເຢບຸດທີ່ອາໄສຢູ່ໃນເຢຣູຊາເລັມອອກໄປ; ຊາວເຢບຸດຍັງຄົງອາໄສຢູ່ທີ່ນັ້ນກັບຊາວເບັນຢາມິນຈົນເຖິງທຸກວັນນີ້.22ບັດນີ້ ເຜົ່າໂຢເຊັບໄດ້ໂຈມຕີເບັດເອນ ແລະ ພຣະເຈົ້າຢາເວຢູ່ກັບພວກເຂົາ.23ເມື່ອພວກເຂົາໄດ້ສົ່ງຄົນໄປສອດແນມເບິ່ງເບັດເອນ (ແຕ່ກ່ອນເອີ້ນວ່າ ລູເຊ)24ພວກນັກສືບເຫັນຊາຍຄົນໜຶ່ງກຳລັງອອກມາຈາກເມືອງ ແລ້ວພວກເຂົາຈຶ່ງກ່າວກັບລາວວ່າ “ຈົ່ງບອກພວກເຮົາແດ່ວ່າຈະໄປເຂົ້າໃນເມືອງນັ້ນຢ່າງໃດ ແລ້ວພວກເຮົາຈະປະຕິບັດຕໍ່ເຈົ້າເປັນຢ່າງດີ”.25ດັ່ງນັ້ນ ຊາຍຜູ້ນັ້ນຈຶ່ງບອກທາງໃຫ້ພວກເຂົາ ແລະ ພວກເຂົາກໍຂ້າປະຊາຊົນທີ່ຢູ່ເມືອງນັ້ນທັງໝົດ ແຕ່ໄວ້ຊີວິດຊາຍຜູ້ນັ້ນ ແລະ ຄອບຄົວຂອງລາວທັງໝົດ.26ຕໍ່ມາຊາຍຜູ້ນັ້ນກໍໄປທີ່ດິນແດນຂອງຊາວຮິດຕີ, ຢູ່ທີ່ນັ້ນ ລາວໄດ້ສ້າງເມືອງໜຶ່ງຂຶ້ນ ແລ້ວກໍເອີ້ນເມືອງນັ້ນວ່າ ລູເຊ, ເຊິ່ງຍັງຄົງເອີ້ນກັນຈົນເຖິງທຸກວັນນີ້.27ແຕ່ເຜົ່າມານາເຊບໍ່ໄດ້ຂັບໄລ່ຊາວເມືອງທີ່ອາໄສຢູ່ໃນເບັດເຊອານ, ຕາອານັກ, ໂດເຣ, ອິບເລອາມ, ເມກິດໂດ ແລະ ພວກເຂົາໄດ້ຕັ້ງຖິ່ນຖານຢູ່ອ້ອມໆ ເພາະຊາວການາອານຍັງຢືນການທີ່ຈະອາໄສຢູ່ໃນດິນແດນນັ້ນ.28ເມື່ອອິດສະຣາເອນເຂັ້ມແຂງຂຶ້ນ, ພວກເຂົາກໍບັງຄັບຊາວການາອານໃຫ້ເຮັດວຽກຢ່າງໜັກ ແຕ່ບໍ່ເຄີຍຂັບໄລ່ພວກເຂົາອອກໄປຈາກດິນແດນຈົນໝົດສິ້ນ.29ເຜົ່າເອຟຣາອິມກໍບໍ່ໄດ້ຂັບໄລ່ຊາວການາອານທີ່ອາໄສຢູ່ໃນເກເຊ, ແຕ່ຊາວການາອານຍັງສືບຕໍ່ອາໄສຢູ່ທ່າມກາງພວກເຂົາຢູ່ທີ່ນັ້ນ.30ເຜົ່າເຊບູໂລນກໍບໍ່ໄດ້ຂັບໄລ່ຊາວການາອານທີ່ອາໄສຢູ່ໃນທ່າມກາງພວກເຂົາໃນກິດໂຣນ ຫລື ນາຮາລານ, ແຕ່ເກນແຮງງານຄົນເຫລົ່ານັ້ນ.31ເຜົ່າອາເຊກໍບໍ່ໄດ້ຂັບໄລ່ປະຊາຊົນທີ່ອາໄສຢູ່ໃນອັກໂກ, ຊີໂດນ, ອາຮະລັບ, ອັກຊິບ, ເຮນບາ, ອາເຟັກ ແລະ ເຣໂຮບ.32ຊາວອາເຊໄດ້ອາໄສຢູ່ທ່າມກາງຊາວການາອານຄົນພື້ນເມືອງທີ່ຢູ່ໃນດິນແດນນັ້ນ ເພາະຊາວອາເຊບໍ່ໄດ້ຂັບໄລ່ພວກເຂົາອອກໄປ.33ເຜົ່າເນັບທາລີກໍບໍ່ໄດ້ຂັບໄລ່ປະຊາຊົນທີ່ອາໄສຢູ່ທີ່ເບັດເຊເມດ ແລະ ເບັດອານາດອອກໄປ; ແຕ່ຊາວເນັບທາລີອາໄສຢູ່ທ່າມກາງຊາວການາອານຄົນພື້ນເມືອງທີ່ຢູ່ໃນດິນແດນນັ້ນເໝືອນກັນ, ແລະ ປະຊາຊົນທີ່ອາໄສຢູ່ໃນເບັດເຊເມດ ແລະ ເບັດອານາດໄດ້ຖືກບັງຄັບໃຫ້ເຮັດວຽກຢ່າງໜັກເພື່ອພວກເຂົາ.34ຊາວອາໂມໄດ້ບັງຄັບຊາວດານໃຫ້ໄປຢູ່ໃນແຖບເນີນພູ, ແລະ ບໍ່ຍອມໃຫ້ພວກເຂົາລົງມາທີ່ທົ່ງຮາບພຽງ.35ຊາວອາໂມຍັງຕັ້ງໃຈຈະຢູ່ທີ່ພູເຂົາເຮເຣດ, ໄອຢາໂລນ ແລະ ຊາອານບິມ, ແຕ່ເມື່ອເຜົ່າໂຢເຊັບມີອໍານາດເຂັ້ມແຂງຂຶ້ນ, ກໍໄດ້ບັງຄັບພວກເຂົາເຮັດວຽກຢ່າງໜັກໃຫ້ຕົນ.36ເຂດແດນຂອງຊາວອາໂມເລີ່ມຈາກຊ່ອງແຄບແມງງອດໄປຈົນເຖິງເສລາ ແລະ ກາຍອອກໄປອີກ.Biblica, Inc.