ພວກຜູ້ປົກຄອງ3

1ຊົນຊາດ​ຕ່າງໆ​ເຫລົ່ານີ້ ພຣະເຈົ້າ​ຢາເວ​ປະ​ໄວ້ ເພື່ອ​ທົດສອບ​ຊາວ​ອິດສະຣາເອນ​ທັງໝົດ ເຊິ່ງ​ບໍ່​ເຄີຍ​ມີ​ປະສົບການ​ໃນ​ການ​ສູ້ຮົບ​ມາ​ກ່ອນ​ໃນ​ການາອານ2(ພຣະອົງ​ກະທໍາ​ເຊັ່ນ​ນີ້​ເພື່ອ​ທີ່​ຈະ​ສອນ​ການ​ສູ້ຮົບ​ໃຫ້​ແກ່​ລູກຫຼານ​ຂອງ​ຊາວ​ອິດສະຣາເອນ​ທີ່​ບໍ່​ເຄີຍ​ຜ່ານ​ການ​ສູ້ຮົບ​ມາ​ກ່ອນ)3ຜູ້ປົກຄອງ​ຫ້າ​ຄົນ​ຂອງ​ຊາວ​ຟີລິດສະຕິນ​ມີ​ດັ່ງນີ້: ຊາວ​ການາອານ​ທັງໝົດ, ຊາວ​ຊີໂດນ ແລະ ຊາວ​ຮີວີ​ທີ່​ອາໄສ​ຢູ່​ໃນ​ພູ​ເລບານອນ​ຕັ້ງແຕ່​ພູ​ບາອານ​ເຮີໂມນ​ຈົນເຖິງ​ເລໂບ ຮາມັດ. 4ຊົນຊາດ​ເຫລົ່ານີ້​ທີ່​ຍັງ​ເຫລືອ​ຢູ່​ນັ້ນ ເພື່ອ​ທົດສອບ​ຊາວອິດສະຣາເອນ​ເບິ່ງ​ວ່າ​ພວກເຂົາ​ຈະ​ເຊື່ອ​ຟັງ​ຄໍາສັ່ງ​ຂອງ​ພຣະເຈົ້າ​ຢາເວ ເຊິ່ງ​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ​ຜ່ານ​ທາງ​ໂມເຊ​ບໍ.
5ຊາວ​ອິດສະຣາເອນ​ຈຶ່ງ​ອາໄສ​ຢູ່​ທ່າມກາງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.6ພວກເຂົາ​ໄດ້​ເອົາ​ລູກສາວ​ຂອງ​ພວກເຫລົ່າ​ນັ້ນ​ມາ​ແຕ່ງງານ​ນໍາ ແລະ ເອົາ​ລູກສາວ​ຂອງ​ຕົນ​ແຕ່ງງານ​ກັບ​ລູກຊາຍ​ຂອງ​ພວກເຂົາ ແລະ ຮັບໃຊ້​ບັນດາ​ພະ​ຂອງ​ພວກເຂົາ.

ໂອດ​ນີ​ເອນ

7ຊາວ​ອິດສະຣາເອນ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ ພວກເຂົາ​ລືມໄຫຼ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ ໄດ້​ຮັບໃຊ້​ພະບາອານ ແລະ ເຈົ້າ​ແມ່​ອາເຊຣາ8ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ລຸກ​ຂຶ້ນ​ຕໍ່ສູ້​ອິດສະຣາເອນ ດັ່ງນັ້ນ ພຣະອົງ​ຂາຍ​ພວກເຂົາ​ໄວ້​ໃນ​ມື​ຂອງ​ກະສັດ​ກູຊານ​ຣີຊາ​ທາອິມ​ແຫ່ງ​ອາຣາມ​ນາຮາຣາອິມ ເຊິ່ງ​ຊາວ​ອິດສະຣາເອນ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຂົາ​ເປັນ​ເວລາ​ແປດ​ປີ9ແຕ່​ເມື່ອ​ພວກເຂົາ​ຮ້ອງ​ຫາ​ພຣະເຈົ້າ​ຢາເວ, ພຣະອົງ​ກໍ​ຕັ້ງ​ຜູ້ໜຶ່ງ​ທີ່​ຈະ​ມາ​ປົດປ່ອຍ​ພວກເຂົາ​ໃຫ້​ພົ້ນ, ຊາຍ​ຄົນນັ້ນ​ແມ່ນ​ໂອດນີເອນ ລູກຊາຍ​ຂອງ​ເກນາ​ທີ່​ເປັນ​ນ້ອງຊາຍ​ຂອງ​ກາເລັບ​ຜູ້ທີ່​ຈະ​ຊ່ວຍ​ພວກເຂົາ.10ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ເໜືອ​ລາວ, ດັ່ງນັ້ນ ລາວ​ຈຶ່ງ​ເປັນ​ພວກຜູ້ປົກຄອງ ​ຂອງ​ອິດສະຣາເອນ ແລະ ອອກ​ໄປ​ສູ້ຮົບ. ພຣະເຈົ້າ​ຢາເວ​ມອບ​ກະສັດ​ກູຊານ​ຣີ​ຊາ​ທາ​ອິມ​ແຫ່ງ​ອາຣາມ​ໄວ້​ໃນ​ມື​ຂອງ​ໂອດນີເອນ, ຜູ້ທີ່​ເອົາ​ຊະນະ​ເພິ່ນ.11ດັ່ງນັ້ນ​ດິນແດນ​ນີ້​ຈຶ່ງ​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ສີ່ສິບ​ປີ, ຈົນ​ກະທັ້ງ​ໂອດນີເອນ​ລູກຊາຍ​ຂອງ​ເກນາ​ໄດ້​ຕາຍ​ໄປ.

ເອ​ຮຸດ

12ຊາວ​ອິດສະຣາເອນ​ໄດ້​ເຮັດ​ສິ່ງທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ​ອີກ ແລະ ຍ້ອນ​ພວກເຂົາ​ໄດ້​ສິ່ງ​ທີ່​ຊົ່ວຮ້າຍ​ນີ້ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ກະສັດ​ເອກໂລນ​ແຫ່ງ​ໂມອາບ​ມີ​ອຳນາດ​ເໜືອ​ອິດສະຣາເອນ.13ຊາວ​ອຳໂມນ ແລະ ຊາວ​ອາມາເຫລັກ​ກໍ​ໄດ້​ຮ່ວມ​ມື​ກັນ​ກັບ​ເພິ່ນ ກະສັດ​ເອກໂລນ​ກໍ​ມາ​ໂຈມ​ຕີ​ອິດສະຣາເອນ ແລະ ຢຶດ​ຄອງ​ເມືອງ​ແຫ່ງ​ຕົ້ນປາມ ​ໄດ້14ຊາວ​ອິດສະຣາເອນ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ກະສັດ​ເອກໂລນ​ແຫ່ງ​ໂມອາບ​ເປັນ​ເວລາ​ສິບ​ແປດ​ປີ.
15ຊາວ​ອິດສະຣາເອນ​ຮ້ອງ​ຫາ​ພຣະເຈົ້າ​ຢາເວ​ອີກ ແລະ ພຣະອົງ​ກໍ​ຕັ້ງ​ຜູ້ໜຶ່ງ​ທີ່​ຈະ​ມາ​ປົດປ່ອຍ​ພວກເຂົາ​ໃຫ້​ພົ້ນ​ຄື ເອຮຸດ ຊາຍ​ທີ່​ຖະນັດ​ມື​ຊ້າຍ, ເຊິ່ງ​ເປັນ​ລູກຊາຍ​ຂອງ​ເກຣາ​ຊາວ​ເບັນຢາມິນ. ຊາວ​ອິດສະຣາເອນ​ໃຫ້​ລາວ​ນຳ​ເອົາ​ເຄື່ອງ​ບັນນາການ​ໄປ​ມອບ​ແກ່​ກະສັດ​ເອກໂລນ​ແຫ່ງ​ໂມອາບ.16ບັດນີ້ ເອຮຸດ​ໄດ້​ເຮັດ​ດາບ​ສອງ​ຄົມ​ດວງ​ໜຶ່ງ​ຍາວ​ປະມານ 1 ສອກ ເຊິ່ງ​ລາວ​ມັດ​ໄວ້​ທີ່​ຂາ​ເບື້ອງຂວາ​ໃຕ້​ເຄື່ອງນຸ່ງ​ຂອງ​ລາວ.17ລາວ​ນຳ​ເອົາ​ເຄື່ອງ​ບັນນາການ​ໄປ​ມອບ​ໃຫ້​ກະສັດ​ເອກໂລນ​ແຫ່ງ​ໂມອາບ ເຊິ່ງ​ເປັນ​ຄົນ​ທີ່​ຕຸ້ຍ​ຫລາຍ.18ຫລັງຈາກ ເອຮຸດ​ໄດ້​ມອບ​ເຄື່ອງ​ບັນນາການ​ແລ້ວ, ລາວ​ກໍ​ສົ່ງ​ຜູ້​ຄົນ​ທີ່​ແບກ​ຫາມ​ເຄື່ອງ​ມາ​ນັ້ນ​ກັບ​ໄປ.19ແຕ່​ເມື່ອ​ມາ​ຮອດ​ບ່ອນທີ່​ຕັ້ງ​ຮູບເຄົາລົບ​ຕ່າງໆ​ທີ່​ເປັນ​ຫີນ ໃກ້​ກິນການ​ລາວ​ເອງ​ກໍ​ກັບ​ມາ​ຫາ​ເອກ​ໂລນ ແລະ ກ່າວ​ວ່າ “ຂ້າ​ແດ່​ກະສັດ ຂ້ານ້ອຍ​ມີ​ຂໍ້ຄວາມ​ລັບ​ທີ່​ຈະ​ບອກ​ທ່ານ”.
ກະສັດ​ກ່າວ​ກັບ​ພວກ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ວ່າ “ຈົ່ງ​ໃຫ້​ພວກເຮົາ​ຢູ່​ຕາມ​ລຳພັງ!” ແລ້ວ​ພວກເຂົາ​ທຸກຄົນ​ອອກ​ໄປ​ໝົດ.
20ແລ້ວ​ເອຮຸດ​ຍ່າງ​ເຂົ້າໄປ​ຫາ​ເພິ່ນ ໃນຂະນະທີ່​ເພິ່ນ​ນັ່ງ​ຢູ່​ຄົນ​ດຽວ​ຢູ່​ໃນ​ຫ້ອງ​ຊັ້ນ​ເທິງ​ຂອງ​ວັງ​ຂອງ​ເພິ່ນ ແລະ ກ່າວ​ວ່າ “ຂ້ານ້ອຍ​ມີ​ຖ້ອຍຄໍາ​ຈາກ​ພຣະເຈົ້າ​ທີ່​ຈະ​ບອກ​ທ່ານ”. ເມື່ອ​ກະສັດ​ລຸກ​ຂຶ້ນ​ຈາກ​ບ່ອນນັ່ງ​ຂອງ​ເພິ່ນ,21ເອຮຸດ​ຍ່າງ​ເຂົ້າ​ໄປ​ໃກ້​ໃຊ້​ມື​ຊ້າຍ​ຖອດ​ດາບ​ຈາກ​ຂາ​ເບື້ອງຂວາ​ຂອງ​ລາວ​ອອກ​ມາ ແລະ ແທງ​ເຂົ້າ​ທີ່​ທ້ອງ​ຂອງ​ກະສັດ.22ຈົນ​ດ້າມ​ຂອງ​ດາບ​ໄດ້​ທະ​ລຸ​ຊອດ​ໄປ​ທາງ​ຫລັງ ແລະ ເຄື່ອງ​ໃນ​ຂອງ​ເພິ່ນ​ໄຫຼ​ອອກ​ມາ. ເອຮຸດ​ບໍ່​ໄດ້​ຖອດ​ດາບ​ອອກ ເພາະ​ໄຂມັນ​ຫຸ້ມ​ດາບ​ນັ້ນ​ໄວ້.23ແລ້ວ​ເອຮຸດ​ກໍ​ອອກ​ໄປ​ທາງ​ລະບຽງ ລາວ​ປິດ​ປະຕູ​ຫ້ອງ​ຊັ້ນ​ເທິງ ແລະ ໃສ່​ກະແຈ​ໄວ້.
24ຫລັງຈາກ​ທີ່​ລາວ​ໄດ້​ໜີ​ໄປ​ແລ້ວ, ພວກ​ຄົນ​ຮັບໃຊ້​ກໍ​ມາ ແລະ ເຫັນ​ປະຕູ​ຫ້ອງ​ຊັ້ນ​ເທິງ​ໃສ່​ກະແຈ​ໄວ້. ພວກເຂົາ​ເວົ້າ​ວ່າ “ເພິ່ນ​ຄົງ​ຈະ​ພັກຜ່ອນ​ຢູ່​ໃນ​ຫ້ອງ​ຊັ້ນໃນ​ຂອງ​ວັງ”.25ພວກເຂົາ​ລໍຖ້າ​ດົນ​ຈົນ​ຮູ້ສຶກ​ວຸ້ນວາຍ​ໃຈ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ເປີດ​ປະຕູ​ຫ້ອງ​ອອກ​ມາ, ພວກເຂົາ​ຈຶ່ງ​ເອົາ​ກະ​ແຈ​ມາ​ເປີດ. ພວກເຂົາ​ກໍ​ພົບ​ເຈົ້ານາຍ​ຂອງ​ຕົນ​ນອນ​ເສຍ​ຊີວິດ​ຢູ່​ທີ່​ພື້ນ.
26ໃນຂະນະ​ທີ່​ພວກເຂົາ​ລໍຖ້າ​ຢູ່​ນັ້ນ ເອຮຸດ​ໄດ້​ຫລົບ​ໜີ​ໄປ ລາວ​ຍ່າງ​ຜ່ານ​ຮູບເຄົາລົບ​ເປັນ​ຫີນ ແລະ ປົບ​ໜີ​ມາ​ຮອດ​ເສອີຣາ27ເມື່ອ​ລາວ​ມາ​ຮອດ​ທີ່​ນັ້ນ, ເອຮຸດ​ກໍ​ເປົ່າ​ແກ​ຢູ່​ໃນ​ເນີນພູ​ແຫ່ງ​ເອຟຣາອິມ, ແລ້ວ​ຊາວ​ອິດສະຣາເອນ​ກໍ​ລົງ​ມາ​ຈາກ​ເນີນພູ​ພ້ອມ​ກັບ​ລາວ​ໂດຍ​ມີ​ລາວ​ເປັນ​ຜູ້​ນຳ​ໜ້າ​ພວກເຂົາ.
28ລາວ​ສັ່ງ​ວ່າ “ຈົ່ງ​ຕາມ​ຂ້ອຍ​ມາ ເພາະ​ພຣະເຈົ້າ​ຢາເວ​ໄດ້​ມອບ​ຊາວ​ໂມອາບ, ສັດຕູ​ຂອງ​ພວກເຈົ້າ​ໄວ້​ໃນ​ມື​ຂອງ​ພວກເຈົ້າ​ແລ້ວ”. ສະນັ້ນ ພວກເຂົາ​ຈຶ່ງ​ຕາມ​ເອ​ຮຸດ​ລົງ​ໄປ ແລະ ຢຶດ​ແຄມທ່າ​ຂອງ​ແມ່ນໍ້າ​ຈໍແດນ​ເຊິ່ງ​ນຳ​ໄປ​ສູ່​ໂມອາບ; ພວກເຂົາ​ຕັນ​ບໍ່​ໃຫ້​ຜູ້ໃດ​ຂ້າມ​ໄປ.29ໃນເວລານັ້ນ ພວກເຂົາ​ຂ້າ​ຊາວ​ໂມອາບ​ປະມານສິບພັນ​ຄົນ, ເຊິ່ງ​ພວກເຂົາ​ລ້ວນ​ແຕ່​ເປັນ​ຊາຍ​ແຂງແຮງ ແລະ ມີ​ກຳລັງ​ໂດຍ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ໜີ​ລອດ​ໄປ​ໄດ້​ຈັກ​ຄົນ.30ຕັ້ງແຕ່​ມື້ນັ້ນ​ມາ ໂມອາບ​ໄດ້​ຢູ່​ພາຍໃຕ້​ການ​ປົກຄອງ​ຂອງ​ອິດສະຣາເອນ, ແລ້ວ​ແຜ່ນດິນ​ກໍ​ມີຄວາມ​ສະຫງົບ​ສຸກ​ເປັນ​ເວລາ​ແປດ​ສິບ​ປີ.

ຊຳ​ຄາ

31ຕໍ່​ຈາກ​ເອຮຸດ​ແມ່ນ​ຊຳຄາ ລູກຊາຍ​ຂອງ​ອານາດ, ຜູ້ທີ່​ໃຊ້​ໄມ້ຕີ​ງົວ​ອັນ​ດຽວ​ຂ້າ​ຊາວ​ຟີລິດສະຕິນ​ຫົກ​ຮ້ອຍ​ຄົນ. ລາວ​ກໍ​ໄດ້​ຊ່ວຍ​ອິດສະຣາເອນ​ໄວ້​ເຊັ່ນ​ດຽວ​ກັນ.

Biblica, Inc.

https://app.library.bible/content/eab9312f9f16b3a2