ພວກຜູ້ປົກຄອງ18
ຄົນເຜົ່າດານຕັ້ງຖິ່ນຖານໃນລາອິດ
1ໃນສະໄໝນັ້ນອິດສະຣາເອນບໍ່ມີກະສັດປົກຄອງ.ແລະ ໃນເວລານັ້ນຄົນໃນເຜົ່າດານກໍາລັງຊອກຫາບ່ອນຕັ້ງຖິ່ນຖານຂອງພວກເຂົາ ຍ້ອນວ່າພວກເຂົາຍັງບໍ່ມີດິນແດນກຳມະສິດຂອງຕົນທ່າມກາງເຜົ່າຕ່າງໆຂອງອິດສະຣາເອນ.2ສະນັ້ນ ຊາວດານຈຶ່ງສົ່ງຜູ້ນໍາຫ້າຄົນຈາກເມືອງໂຊຣາ ແລະ ເອຊະຕາໂອນເພື່ອໄປສອດແນມ ແລະ ສຳຫລວດດິນແດນ. ຄົນເຫລົ່ານັ້ນເປັນຕົວແທນຂອງຊາວດານທັງໝົດ. ຊາວດານບອກກັບພວກເຂົາວ່າ “ຈົ່ງໄປສຳຫລວດເບິ່ງແຜ່ນດິນນັ້ນ”.
ເມື່ອພວກເຂົາມາເຖິງເນີນພູເອຟຣາອິມ ແລະ ກໍພາກັນມາຮອດເຮືອນຂອງມີກາ, ພວກເຂົາພັກຄ້າງຄືນຢູ່ທີ່ນັ້ນ.3ເມື່ອພວກເຂົາເຂົ້າມາໃກ້ເຮືອນຂອງມີກາ ພວກເຂົາຈື່ສຽງຂອງຊາຍໜຸ່ມຊາວເລວີຜູ້ນັ້ນໄດ້, ດັ່ງນັ້ນ ພວກເຂົາຈຶ່ງເຂົ້າໄປຖາມລາວວ່າ, “ແມ່ນຜູ້ໃດພາເຈົ້າມາຢູ່ທີ່ນີ້? ເຈົ້າມາເຮັດຫຍັງຢູ່ບ່ອນນີ້? ແລະ ເປັນຫຍັງເຈົ້າຈຶ່ງຢູ່ນີ້?”4ລາວກໍໄດ້ເລົ່າໃຫ້ພວກເຂົາຟັງເຖິງສິ່ງທີ່ມີກາເຮັດຕໍ່ລາວ ແລະ ເວົ້າວ່າ, “ລາວໄດ້ຈ້າງຂ້ອຍໃຫ້ເປັນປະໂລຫິດຂອງລາວ”.5ແລ້ວພວກເຂົາຈຶ່ງເວົ້າກັບລາວວ່າ “ໂຜດຖາມພຣະເຈົ້າໃຫ້ແນ່ວ່າການເດີນທາງຂອງພວກເຮົາຄັ້ງນີ້ຈະພົບຄວາມສຳເລັດບໍ”.6ປະໂລຫິດຕອບພວກເຂົາວ່າ, “ຈົ່ງໄປຢ່າງສັນຕິ. ການເດີນທາງຂອງພວກເຈົ້າ ພຣະເຈົ້າຢາເວເຫັນຊອບນໍາແລ້ວ”.7ສະນັ້ນ ຊາຍທັງຫ້າຄົນຈຶ່ງເດີນທາງຕໍ່ໄປຈົນເຖິງເມືອງລາອິດ, ພວກເຂົາໄດ້ເຫັນວ່າປະຊາຊົນກໍາລັງດໍາລົງຊີວິດຢູ່ຢ່າງປອດໄພ, ເໝືອນດັ່ງຊາວຊີໂດນຢູ່ຢ່າງສະຫງົບສຸກ ແລະ ປອດໄພດີ. ເນື່ອງຈາກ ດິນແດນຂອງພວກເຂົາອຸດົມສົມບູນ ແລະ ບໍ່ຂາດເຂີນສິ່ງໃດ, ພວກເຂົາຈຶ່ງຈະເລີນຮຸ່ງເຮືອງຂຶ້ນ. ພວກເຂົາກໍຍັງອາໄສຢູ່ຫ່າງໄກຈາກຊີໂດນ ແລະ ບໍ່ມີການພົວພັນກັບຄົນອື່ນເລີຍ.8ເມື່ອພວກເຂົາກັບຄືນມາທີ່ເມືອງໂຊຣາ ແລະ ເມືອງເອຊະຕາໂອນ, ພີ່ນ້ອງຊາວດານກໍຖາມພວກເຂົາວ່າ, “ພວກເຈົ້າໄດ້ພົບຫຍັງແດ່?”9ພວກເຂົາຕອບວ່າ, “ໃຫ້ພວກເຮົາພາກັນໄປໂຈມຕີພວກເຂົາ! ພວກເຮົາໄດ້ເຫັນແລ້ວວ່າດິນແດນນັ້ນດີຫລາຍ. ພວກເຈົ້າຈະບໍ່ເຮັດຫຍັງເລີຍບໍ? ຢ່າລັງເລໃຈເລີຍທີ່ຈະໄປຢຶດເອົາດິນແດນນັ້ນ.10ເມື່ອພວກເຈົ້າໄປຮອດທີ່ນັ້ນແລ້ວ ພວກເຈົ້າຈະພົບວ່າປະຊາຊົນທີ່ບໍ່ໄດ້ສົງໄສສິ່ງໃດເລີຍ ແລະ ດິນແດນກໍກວ້າງຂວາງ ແລະ ບໍ່ຂາດເຂີນສິ່ງໃດເລີຍ. ພຣະເຈົ້າມອບໄວ້ໃນມືຂອງພວກເຈົ້າແລ້ວ”.11ດັ່ງນັ້ນ ຊາຍຫົກຮ້ອຍຄົນຂອງຊາວດານຖືອາວຸດຕໍ່ສູ້ເດີນທາງອອກຈາກເມືອງໂຊຣາ ແລະ ເອຊະຕາໂອນ.12ໃນລະຫວ່າງທາງນັ້ນ ພວກເຂົາໄດ້ຕັ້ງຄ້າຍພັກໃກ້ໆກີຣີອາດເຢອາຣີມໃນແຂວງຢູດາຍ. ດ້ວຍເຫດນີ້ບ່ອນທີ່ຢູ່ທາງດ້ານຕາເວັນຕົກຂອງກີຣີອາດເຢອາຣີມຈຶ່ງຖືກເອີ້ນວ່າ ມາຫະເນດານ ຈົນເຖິງທຸກວັນນີ້.13ຈາກນັ້ນ ພວກເຂົາເດີນທາງຂຶ້ນໄປທີ່ເນີນພູເອຟຣາອິມ ແລ້ວກໍມາຮອດເຮືອນຂອງມີກາ.14ແລ້ວຊາຍທັງຫ້າທີ່ໄດ້ໄປສອດແນມເມືອງລາອິດເວົ້າກັບພີ່ນ້ອງຊາວດານຂອງພວກເຂົາວ່າ, “ພວກເຈົ້າຮູ້ບໍວ່າໃນບັນດາເຮືອນເຫລົ່ານີ້ ມີເຮືອນຫລັງໜຶ່ງມີເສື້ອຄຸມເອໂຟດ, ບາງເຮືອນມີຮູບເຄົາລົບປະຈຳເຮືອນ ແລະ ຮູບເຄົາລົບທີ່ເຄືອບດ້ວຍເງິນ? ບັດນີ້ ພວກເຈົ້າຮູ້ແລ້ວວ່າຈະຕ້ອງເຮັດແນວໃດ”.15ດັ່ງນັ້ນ ພວກເຂົາຈຶ່ງກັບຄືນໄປທີ່ນັ້ນ ແລະ ໄປທີ່ເຮືອນຂອງມີກາ ບ່ອນທີ່ຊາຍໜຸ່ມຊາວເລວີອາໄສຢູ່ທີ່ນັ້ນ ແລະ ໄດ້ທັກທາຍລາວ.16ຊາວດານຫົກຮ້ອຍຄົນຖືອາວຸດຢືນຢູ່ບ່ອນທາງເຂົ້າປະຕູ.17ແລ້ວຊາຍຫ້າຄົນທີ່ໄດ້ໄປສອດແນມດິນແດນກໍເຂົ້າໄປໃນເຮືອນ ແລະ ນໍາເອົາຮູບເຄົາລົບ, ເສື້ອຄຸມເອໂຟດ, ຮູບເຄົາລົບປະຈຳເຮືອນ ແລະ ຮູບເຄົາລົບທີ່ເຄືອບດ້ວຍເງິນໄປ. ໃນຂະນະທີ່ປະໂລຫິດ ແລະ ພວກຜູ້ຊາຍຫົກຮ້ອຍຄົນຖືອາວຸດຢືນຢູ່ທີ່ທາງເຂົ້າປະຕູ.18ເມື່ອຊາຍຫ້າຄົນເຂົ້າໄປໃນເຮືອນຂອງມີກາ ແລ້ວກໍເອົາຮູບເຄົາຮົບ, ເສື້ອຄຸມເອໂຟດ, ຮູບເຄົາລົບປະຈຳເຮືອນ ແລະ ຮູບເຄົາລົບທີ່ເຄືອບດ້ວຍເງິນໄປ. ປະໂລຫິດຈຶ່ງເວົ້າຕໍ່ພວກເຂົາວ່າ, “ພວກເຈົ້າກຳລັງເຮັດຫຍັງ?”19ພວກເຂົາຕອບເພິ່ນວ່າ, “ຢ່າປາກ! ບໍ່ຕ້ອງເວົ້າຫຍັງ. ຈົ່ງມາກັບພວກເຮົາສາ, ແລະ ມາເປັນພໍ່ ແລະ ເປັນປະໂລຫິດຂອງພວກເຮົາ. ທ່ານເປັນປະໂລຫິດຮັບໃຊ້ເຜົ່າໜຶ່ງ ແລະ ຕະກຸນໜຶ່ງໃນອິດສະຣາເອນກໍດີກວ່າທີ່ທ່ານຈະເປັນປະໂລຫິດຂອງຊາຍພຽງຄົນດຽວບໍ?”20ປະໂລຫິດມີຍິນດີຫລາຍທີ່ຈະໄປກັບພວກເຂົາ ແລະ ນຳເອົາເສື້ອຄຸມເອໂຟດ, ຮູບເຄົາລົບປະຈຳເຮືອນ ແລະ ຮູບເຄົາລົບໄປນໍາ.21ພວກເຂົາໄດ້ເລີ່ມອອກເດີນທາງໂດຍໃຫ້ພວກເດັກນ້ອຍ, ຝູງສັດ ແລະ ຊັບສິ່ງຂອງຂອງພວກເຂົານຳໜ້າໄປກ່ອນ.22ເມື່ອພວກເຂົາເດີນທາງອອກຈາກເຮືອນມີກາໄປໄກພໍຄວນສົມ, ມີກາກໍເອີ້ນຊາວບ້ານທີ່ຢູ່ໃກ້ຄຽງໃຫ້ມາຮ່ວມກັນ ແລະ ໄລ່ຕິດຕາມຊາວດານໄປ.23ແລະ ພວກເຂົາຮ້ອງໃສ່ພວກເຂົາ, ຊາວດານຈຶ່ງຫັນມາ ແລະ ເວົ້າກັບມີກາວ່າ, “ພວກເຈົ້າມີເລື່ອງຫຍັງ ຈຶ່ງເອີ້ນເອົາຄົນຂອງເຈົ້າມາຕໍ່ສູ້ພວກເຮົາ?”24ມີກາໄດ້ຕອບວ່າ, ພວກທ່ານເອົາຮູບເຄົາລົບທີ່ຂ້ອຍໄດ້ສ້າງຂຶ້ນນັ້ນ ແລະ ປະໂລຫິດຂອງຂ້ອຍໜີໄປໝົດ. ມີຫຍັງເຫລືອໄວ້ໃຫ້ຂ້ອຍແດ່? ພວກທ່ານຖາມໄດ້ແນວໃດວ່າ, “ພວກເຈົ້າມີເລື່ອງຫຍັງ?”25ຊາວດານຕອບວ່າ, “ຢ່າມາຖຽງກັນກັບພວກເຮົາ, ຖ້າມີບາງຄົນເກີດໃຈຮ້າຍຂຶ້ນມາ ແລະ ຈະຕໍ່ສູ້ເຈົ້າໄດ້, ເຈົ້າ ແລະ ຄອບຄົວຂອງເຈົ້າກໍຈະຖືກຂ້າທັງໝົດ”.26ດັ່ງນັ້ນ ຊາວດານກໍເດີນທາງຕໍ່ໄປ ແລະ ມີກາເຫັນວ່າ, ພວກເຂົານັ້ນມີກຳລັງຫລາຍກວ່າຕົນ, ລາວຈຶ່ງກັບຄືນເມືອ.27ຊາວດານໄດ້ເອົາສິ່ງຂອງທີ່ມີກາໄດ້ສ້າງນັ້ນ ພ້ອມທັງປະໂລຫິດຂອງລາວໄປ ແລ້ວກໍມາຮອດເມືອງລາອິດ, ເຊິ່ງເປັນເມືອງທີ່ມີປະຊາຊົນຢູ່ຢ່າງສະຫງົບສຸກ ແລະ ປອດໄພ. ພວກເຂົາຈຶ່ງບຸກໂຈມຕີ ແລະ ຂ້າຊາວເມືອງ ແລ້ວຈູດເມືອງຂອງພວກເຂົາຖີ້ມເສຍ.28ບໍ່ມີຜູ້ໃດມາຊ່ວຍຫລືອເພາະພວກເຂົາອາໄສຢູ່ໄກຈາກເມືອງຊີໂດນ ແລະ ບໍ່ໄດ້ມີຄວາມສໍາພັນກັບຜູ້ໃດ. ເມືອງນີ້ຢູ່ໃນຮ່ອມພູໃກ້ເມືອງເບັດເຣໂຮບ.
ຊາວດານໄດ້ສ້າງເມືອງນີ້ຂຶ້ນໃໝ່ ແລະ ໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ.29ແລ້ວພວກເຂົາກໍຕັ້ງຊື່ເມືອງວ່າດານຕາມຊື່ບັນພະບຸລຸດທີ່ຊື່ວ່າ ດານ ຜູ້ທີ່ເປັນລູກຊາຍຂອງອິດສະຣາເອນ ເຖິງແມ່ນວ່າ ຊື່ຂອງເມືອງນີ້ເຄີຍຖືກເອີ້ນວ່າ ເມືອງລາອິດ.30ຢູ່ທີ່ນັ້ນ ຊາວດານໄດ້ຕັ້ງຮູບເຄົາລົບສໍາລັບພວກຕົນຂຶ້ນ ແລະ ແຕ່ງຕັ້ງໂຢນາທານລູກຊາຍຂອງເກໂຊມ ແລະ ຫລານຊາຍຂອງໂມເຊ ແລະ ລູກຊາຍຂອງລາວໃຫ້ເປັນປະໂລຫິດສຳລັບເຜົ່າດານຈົນກວ່າປະຊາຊົນໃນດິນແດນໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.31ພວກເຂົາໄດ້ສືບຕໍ່ນໍາໃຊ້ຮູບເຄົາລົບທີ່ມີກາສ້າງຂຶ້ນ, ວິຫານຂອງພຣະເຈົ້າຍັງຢູ່ໃນເມືອງຊີໂລຕະຫລອດມາ.
Biblica, Inc.