ພວກຜູ້ປົກຄອງ17
ຮູບເຄົາລົບຂອງມີກາ
1ມີຊາຍຄົນໜຶ່ງຊື່ວ່າມີກາມາຈາກເນີນພູແຫ່ງເອຟຣາອິມ2ລາວເວົ້າກັບແມ່ຂອງລາວວ່າ, “ເງິນໜັກ ໜຶ່ງພັນໜຶ່ງຮ້ອຍຫລຽນເຊເຄວ ທີ່ຖືກລັກເອົາໄປຈາກແມ່ນັ້ນ ແລະ ລູກໄດ້ຍິນວ່າ ແມ່ສາບແຊ່ງຄົນທີ່ມາລັກໄປນັ້ນຄື ເງິນຈໍານວນນັ້ນຢູ່ນໍາລູກ; ລູກໄດ້ເອົາມັນໄປເອງ”.ແລ້ວແມ່ຂອງລາວເວົ້າວ່າ “ລູກ ຂໍພຣະເຈົ້າຢາເວອວຍພອນເຈົ້າ!”3ເມື່ອລາວຄືນເງິນໜຶ່ງພັນໜຶ່ງຮ້ອຍຫລຽນໃຫ້ແກ່ແມ່ຂອງຕົນ, ນາງເວົ້າວ່າ, “ແມ່ຈະເອົາເງິນນີ້ໄປຖວາຍແກ່ພຣະເຈົ້າຢາເວສຳລັບລູກ ແມ່ຈະເອົາເງິນໄປເຮັດຮູບເຄົາລົບທີ່ເຄືອບດ້ວຍເງິນ. ແລ້ວແມ່ຈະເອົາເງິນນີ້ມາສົ່ງຄືນໃຫ້ເຈົ້າ”.4ສະນັ້ນ ລາວຈຶ່ງຄືນເງິນໃຫ້ແກ່ແມ່ຂອງຕົນ ແລະ ນາງນຳເອົາເງິນສອງຮ້ອຍຫລຽນເຊເຄວໄປໃຫ້ຊ່າງຕີເງິນເຮັດຮູບເຄົາລົບຂຶ້ນ. ແລ້ວກໍມາຕັ້ງໄວ້ທີ່ເຮືອນຂອງມີກາ.5ມີກາຈຶ່ງມີສະຖານບູຊາ ແລະ ລາວໄດ້ເຮັດເສື້ອຄຸມເອໂຟດຜືນໜຶ່ງ ແລະ ຮູບເຄົາລົບອີກຈໍານວນໜຶ່ງໄວ້ ແລ້ວກໍໄດ້ແຕ່ງຕັ້ງລູກຊາຍຄົນໜຶ່ງຂອງຕົນໃຫ້ເປັນປະໂລຫິດ.6ໃນສະໄໝນັ້ນອິດສະຣາເອນບໍ່ມີກະສັດປົກຄອງ; ທຸກຄົນຈຶ່ງເຮັດຕາມໃຈຂອງຕົນເອງ.7ມີຊາຍໜຸ່ມຊາວເລວີຄົນໜຶ່ງມາຈາກເບັດເລເຮັມໃນແຂວງຢູດາຍ, ເຊິ່ງລາວເຄີຍອາໄສຢູ່ຕະກູນຂອງຢູດາ,8ລາວໄດ້ຈາກທີ່ນັ້ນມາເພື່ອມາຊອກບ່ອນອາໄສຢູ່ບ່ອນອື່ນ. ໃນຂະນະທີ່ ລາວໄດ້ເດີນທາງໄປນັ້ນ ລາວກໍມາຮອດເຮືອນຂອງມີກາຢູ່ໃນແຖບເນີນພູແຫ່ງເນີນພູເອຟຣາອິມ.9ມີກາໄດ້ຖາມລາວວ່າ, “ເຈົ້າມາແຕ່ໃສ?”
ລາວຕອບວ່າ, “ຂ້ອຍເປັນຄົນເລວີມາຈາກເບັດເລເຮັມໃນແຂວງຢູດາຍ ແລະ ຂ້ອຍກຳລັງຊອກຫາບ່ອນອາໄສຢູ່”.10ແລ້ວມີກາຈຶ່ງເວົ້າກັບລາວວ່າ, “ມາຢູ່ກັບຂ້ອຍແມ້ ມາເປັນພໍ່ຂອງຂ້ອຍ ແລະ ເປັນປະໂລຫິດຂອງຂ້ອຍ ແລ້ວ ຂ້ອຍຈະໃຫ້ເງິນເຈົ້າປີລະສິບຫລຽນເຊເຄວພ້ອມທັງເຄື່ອງນຸ່ງ ແລະ ອາຫານ”.11ດັ່ງນັ້ນຊາຍໜຸ່ມຊາວເລວີກໍຕົກລົງຢູ່ກັບລາວ ແລະ ລາວກໍເປັນດັ່ງລູກຊາຍຄົນໜຶ່ງຂອງມີກາ.12ຈາກນັ້ນ ມີກາກໍແຕ່ງຕັ້ງຊາວເລວີນັ້ນໃຫ້ເປັນປະໂລຫິດຂອງລາວ ແລະ ໃຫ້ລາວອາໄສຢູ່ໃນເຮືອນຂອງຕົນ.13ແລະ ມີກາເວົ້າວ່າ, “ບັດນີ້ ຂ້ອຍຮູ້ວ່າພຣະເຈົ້າຢາເວດີຕໍ່ຂ້ອຍ, ເພາະວ່າຊາວເລວີຄົນນີ້ໄດ້ມາເປັນປະໂລຫິດຂອງຂ້ອຍ”.
Biblica, Inc.