ພວກຜູ້ປົກຄອງ16
ແຊມຊັນກັບເດລິລາ
1ມື້ໜຶ່ງແຊມຊັນໄປທີ່ກາຊາ, ເຊິ່ງລາວໄດ້ພົບຍິງໂສເພນີຄົນໜຶ່ງຢູ່ທີ່ນັ້ນ. ລາວຈຶ່ງໄປນອນກັບນາງ.2ເມື່ອຊາວເມືອງກາຊາໄດ້ຍິນວ່າ, “ແຊມຊັນຢູ່ທີ່ນີ້!” ດັ່ງນັ້ນ ພວກເຂົາຈຶ່ງລ້ອມບ່ອນນັ້ນໄວ້ ແລະ ລໍຖ້າລາວຢູ່ທີ່ປະຕູເມືອງຕະຫລອດຄືນ. ພວກເຂົາບໍ່ໄດ້ໄປໃສໃນຊວ່ງຕອນກາງຄືນ ແລະ ເວົ້າວ່າ, “ໃນຕອນເຊົ້າໆ ພວກເຮົາຈະຂ້າລາວຖິ້ມ”.3ແຕ່ແຊມຊັນນອນຢູ່ທີ່ນັ້ນຈົນຮອດທ່ຽງຄືນເທົ່ານັ້ນ. ແລ້ວລາວລຸກຂຶ້ນໄປດຶງເອົາປະຕູເມືອງພ້ອມທັງບານປະຕູທັງສອງຂ້າງ, ທີ່ມີທັງບານ ແລະ ຂອບປະຕູກໍລຸດອອກທັງໝົດ. ລາວແບກປະຕູໃສ່ບາຂຶ້ນໄປເທິງຍອດພູທີ່ປິ່ນໜ້າມາທາງເຮັບໂຣນ.4ບໍ່ດົນຕໍ່ມາແຊມຊັນຮັກຍິງຄົນໜຶ່ງຊື່ເດລີລາ, ເຊິ່ງອາໄສຢູ່ໃນຮ່ອມພູໂສເຣັກ.5ພວກຜູ້ປົກຄອງຂອງຊາວຟີລິດສະຕິນໄປພົບຍິງນັ້ນ ແລະ ບອກນາງວ່າ, “ເຈົ້າຈົ່ງລໍ້ຖາມຄວາມລັບຂອງແຊມຊັນວ່າ ກຳລັງອັນມະຫາສານຂອງລາວມາຈາກໃສ ແລະ ພວກເຮົາຈະເຮັດຢ່າງໃດຈຶ່ງຈະສາມາດມັດລາວໄວ້ໄດ້ ແລະ ຈັບກຸມລາວໄວ້ໄດ້. ແລ້ວພວກເຮົາແຕ່ລະຄົນຈະເອົາເງິນໃຫ້ເຈົ້າໜຶ່ງພັນໜຶ່ງຮ້ອຍຫລຽນເຊເຄວ”.6ດັ່ງນັ້ນ ເດລີລາຈຶ່ງກ່າວກັບແຊມຊັນວ່າ, “ໂຜດບອກຂ້ອຍໃຫ້ຮູ້ຄວາມລັບທີ່ເຮັດໃຫ້ເຈົ້າມີກຳລັງອັນມະຫາສານແດ່ ແລະ ເຮັດຢ່າງໃດຈຶ່ງຈະມັດເຈົ້າໄວ້ໄດ້ ແລະ ຈັບໂຕເຈົ້າໄວ້ໄດ້ແນວໃດ”.7ແຊມຊັນຕອບນາງວ່າ “ຖ້າຜູ້ໃດມັດຂ້ອຍດ້ວຍເຊືອກສາຍທະນູໃໝ່ໆເຈັດເສັ້ນທີ່ຍັງບໍ່ແຫ້ງ, ຂ້ອຍກໍຈະກາຍເປັນຄົນບໍ່ມີແຮງເໝືອນດັ່ງຜູ້ຊາຍຄົນອື່ນໆ”.8ສະນັ້ນ ພວກຜູ້ປົກຄອງຂອງຊາວຟີລິດສະຕິນຈຶ່ງເອົາເຊືອກສາຍທະນູໃໝ່ໆເຈັດເສັ້ນທີ່ຍັງບໍ່ແຫ້ງມາໃຫ້ນາງ ແລະ ນາງກໍເອົາເຊືອກສາຍທະນູມັດແຊມຊັນໄວ້.9ພ້ອມທັງໃຫ້ພວກຜູ້ຊາຍລີ້ຢູ່ໃນຫ້ອງຂອງນາງ ແລ້ວນາງກໍຮ້ອງໃສ່ລາວວ່າ “ແຊມຊັນ ພວກຟີລິດສະຕິນມາຈັບເຈົ້າແລ້ວ!” ແຕ່ແຊມຊັນກໍຟຶດເຊືອກສາຍທະນູຂາດໄດ້ຢ່າງງ່າຍດາຍເໝືອນເຊືອກທີ່ຖືກໄຟລົນ. ດັ່ງນັ້ນ ຄວາມລັບກ່ຽວກັບກຳລັງຂອງລາວຈຶ່ງຍັງບໍ່ໄດ້ຖືກເປີດເຜີຍ.10ແລ້ວເດລີລາກ່າວກັບແຊມຊັນວ່າ, “ເຈົ້າຫລອກລວງຂ້ອຍ; ເຈົ້າໄດ້ຕົວະຂ້ອຍ. ໂຜດບອກຂ້ອຍມາດຽວນີ້ວ່າ ຂ້ອຍຈະມັດເຈົ້າໄວ້ໄດ້ແນວໃດ”.11ແຊມຊັນກ່າວວ່າ, “ຖ້າຜູ້ໃດໃຊ້ເຊືອກໃໝ່ທີ່ບໍ່ເຄີຍໃຊ້ກ່ອນມາມັດຂ້ອຍຢ່າງແໜ້ນໜາ ຂ້ອຍກໍຈະກາຍເປັນຄົນບໍ່ມີແຮງເໝືອນດັ່ງຜູ້ຊາຍຄົນອື່ນໆ”.12ດັ່ງນັ້ນ ເດລີລາຈຶ່ງເອົາເຊືອກໃໝ່ມາ ແລະ ມັດລາວໄວ້ ແລ້ວພວກຜູ້ຊາຍລີ້ຢູ່ໃນຫ້ອງ, ເດລີລາຮ້ອງໃສ່ລາວວ່າ, “ແຊມຊັນ ພວກຟີລິດສະຕິນມາຈັບເຈົ້າແລ້ວ!” ແຕ່ລາວກໍຟຶດເຊືອກຂາດອອກຈາກແຂນເໝືອນດັ່ງເສັ້ນດ້າຍ.13ແລ້ວເດລີລາເວົ້າຕໍ່ແຊມຊັນວ່າ, “ຈົນເຖິງດຽວນີ້ເຈົ້າຍັງຫລອກລວງຂ້ອຍ ແລະ ໄດ້ຕົວະຂ້ອຍ. ໂຜດບອກຂ້ອຍແດ່ວ່າ ຈະມັດເຈົ້າໄວ້ໄດ້ແນວໃດ”.ແຊມຊັນຕອບວ່າ, “ຖ້າເຈົ້າເປຍເສັ້ນຜົມຂອງຂ້ອຍເປັນເຈັດປອຍເຂົ້າໄປຕໍ່າໃສ່ຫູກ ແລ້ວປັກດ້ວຍເຄືອຫູກ, ຂ້ອຍກໍຈະກາຍເປັນຄົນບໍ່ມີແຮງເໝືອນດັ່ງຜູ້ຊາຍຄົນອື່ນໆ”. ສະນັ້ນ ໃນຂະນະທີ່ແຊມຊັນກໍາລັງນອນຫລັບຢູ່ນັ້ນ, ເດລີລາກໍເປຍຜົມຂອງລາວເປັນເຈັດຝອຍ, ເອົາໄປຕໍ່າໃສ່ຫູກ14ແລ້ວປັກດ້ວຍເຄືອຫູກ.
ນາງຮ້ອງບອກລາວອີກວ່າ, “ແຊມຊັນ ພວກຟີລິດສະຕິນມາຈັບເຈົ້າແລ້ວ!” ແຊມຊັນກໍລຸກຂຶ້ນ ແລ້ວດຶງເຂັມມຸດອອກ ແລະ ດຶງເຄື່ອງຕ່ຳຫູກຈົນຫັກພັງ.15ແລ້ວເດລີລາເວົ້າຕໍ່ລາວວ່າ, “ເຈົ້າເວົ້າໄດ້ແນວໃດວ່າ ‘ເຈົ້າຮັກຂ້ອຍ’ ໃນເມື່ອເຈົ້າບໍ່ໄວ້ວາງໃຈຂ້ອຍເລີຍ? ຄັ້ງນີ້ເປັນເທື່ອທີສາມແລ້ວ ເຈົ້າທີ່ໄດ້ຫລອກລວງຂ້ອຍ ແລະ ເຈົ້າກໍຍັງບໍ່ເຖິງຄວາມລັບກ່ຽວກັບກໍາລັງອັນມະສານຂອງເຈົ້າ”.16ນາງຖາມສໍ້ກັບລາວທຸກມື້ຈົນເຮັດໃຫ້ລາວເກີດຄວາມເບື່ອເກີນທີ່ຈະອົດທົນໄດ້.17ສະນັ້ນ ລາວຈຶ່ງບອກນາງທຸກຢ່າງວ່າ, “ຂ້ອຍບໍ່ເຄີຍຕັດຜົມຈັກເທື່ອ ເພາະຂ້ອຍເປັນຄົນນາຊີຣີທີ່ໄດ້ອຸທິດຕົນແກ່ພຣະເຈົ້າມາຕັ້ງແຕ່ເກີດ. ຖ້າຂ້ອຍຕັດຜົມຖິ້ມເມື່ອໃດ, ກຳລັງຂອງຂ້ອຍກໍຈະໝົດໄປ ແລ້ວຂ້ອຍບໍ່ມີແຮງເໝືອນດັ່ງຜູ້ຊາຍຄົນອື່ນໆ”.18ເມື່ອເດລີລາເຫັນວ່າ ລາວໄດ້ບອກນາງທຸກສິ່ງແກ່ນາງແລ້ວ, ຈຶ່ງສົ່ງຂ່າວໄປຫາເຖິງພວກຜູ້ປົກຄອງຂອງຊາວຟີລິດສະຕິນວ່າ, “ຂໍໂຜດກັບມາອີກເທື່ອໜຶ່ງ; ເພາະລາວໄດ້ບອກທຸກສິ່ງທຸກຢ່າງແກ່ຂ້ອຍແລ້ວ”. ດັ່ງນັ້ນ ພວກຜູ້ປົກຄອງຂອງຊາວຟີລິດສະຕິນຈຶ່ງກັບມາ ພ້ອມທັງຖືເງິນມານຳ.19ເດລີລາໃຫ້ແຊມຊັນນອນໝູນຕັກນາງ ແລ້ວນາງໄດ້ເອີ້ນໃຫ້ຄົນມາຕັດຜົມເຈັດປອຍຂອງລາວອອກ ແລະ ກໍາລັງຂອງລາວກໍລົດລົງ. ແລ້ວກຳລັງຂອງລາວກໍໝົດໄປ.20ແລ້ວນາງຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິດສະຕິນມາຈັບໂຕເຈົ້າແລ້ວ!”
ລາວກໍຕື່ນຂຶ້ນ ແລະ ຄິດວ່າ, “ເຮົາຈະໄປໄດ້ເໝືອນດັ່ງແຕ່ກ່ອນ” ແຕ່ລາວບໍ່ຮູ້ວ່າພຣະເຈົ້າຢາເວໄດ້ປະຖິ້ມລາວໄປເສຍແລ້ວ.21ຈາກນັ້ນຊາວຟີລິດສະຕິນກໍໄດ້ຈັບລາວ ເຈາະແກ່ນຕາຂອງລາວອອກ ແລະ ນຳເອົາລາວໄປທີ່ກາຊາ. ເຊິ່ງມັດລາວໄວ້ດ້ວຍໂຊ້ທີ່ເປັນທອງສຳລິດ, ພວກເຂົາໃຫ້ລາວໂມ້ແປ້ງຢູ່ໃນຄຸກ.22ແຕ່ບໍ່ດົນຜົມຂອງລາວທີ່ຖືກແຖກໍເລີ່ມປົ່ງຂຶ້ນມາອີກ.
ການຕາຍຂອງແຊມຊັນ
23ພວກຜູ້ປົກຄອງຊາວຟີລິດສະຕິນໄດ້ມາຊຸມນຸມກັນເພື່ອຖວາຍເຄື່ອງບູຊາຄັ້ງຍິ່ງໃຫຍ່ແກ່ພະດາໂກນຂອງພວກເຂົາ ແລະ ໄດ້ສະເຫລີມສະຫລອງໂດຍຮ້ອງວ່າ, “ພະຂອງພວກເຮົາໄດ້ມອບແຊມຊັນສັດຕູຂອງພວກເຮົາໄວ້ໃນມືຂອງພວກເຮົາແລ້ວ”.24ເມື່ອປະຊາຊົນເຫັນແຊມຊັນ ພວກເຂົາກໍຮ້ອງສັນລະເສີນພະຂອງຕົນວ່າ,“ພະຂອງພວກເຮົາໄດ້ມອບສັດຕູຂອງພວກເຮົາ,ໄວ້ໃນມືຂອງພວກເຮົາແລ້ວ,ຜູ້ທີ່ໄດ້ທໍາລາຍດິນແດນຂອງພວກເຮົາແລະ ຂ້າພວກເຮົາຕາຍຢ່າງຫລວງຫລາຍ”.25ໃນຂະນະທີ່ພວກເຂົາກຳລັງມ່ວນຊື່ນຢູ່ນັ້ນ, ພວກເຂົາກໍຮ້ອງຂຶ້ນວ່າ, “ເອົາແຊມຊັນອອກມາເຮັດຕະຫລົກໃຫ້ພວກເຮົາເບິ່ງແດ່” ດັ່ງນັ້ນ ພວກເຂົາຈຶ່ງເອີ້ນໃຫ້ນໍາເອົາແຊມຊັນອອກມາຈາກຄຸກ, ແລ້ວກໍໃຫ້ລາວສະແດງໃຫ້ພວກເຂົາເບິ່ງ.ເມື່ອພວກເຂົາເອົາລາວອອກມາຢືນຢູ່ທ່າມກາງເສົາຫລາຍຕົ້ນ,26ແຊມຊັນບອກຄົນຮັບໃຊ້ທີ່ຈູງແຂນຕົນມາວ່າ “ພາຂ້ອຍໄປບ່ອນທີ່ມີເສົາຄໍ້າວິຫານ ເພື່ອວ່າຂ້ອຍຈະໄດ້ອີງເສົາເຫລົ່ານັ້ນ”27ໃນຂະນະນັ້ນຢູ່ໃນວິຫານເຕັມໄປດ້ວຍຝູງຊົນທັງພວກຜູ້ຊາຍ ແລະ ພວກຜູ້ຍິງ, ພວກຜູ້ປົກຄອງຂອງຊາວຟີລິດສະຕິນທັງໝົດກໍຢູ່ທີ່ນັ້ນ ແລະ ຢູ່ເທິງດາດຟ້າກໍມີຜູ້ຊາຍ ແລະ ຜູ້ຍິງປະມານສາມພັນຄົນກໍາລັງເບິ່ງແຊມຊັນສະແດງຢູ່.28ແລ້ວແຊມຊັນກໍພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ “ຂ້າແດ່ພຣະເຈົ້າຢາເວ, ອົງອະທິປະໄຕ, ຂໍໂຜດລະນຶກເຖິງຂ້ານ້ອຍດ້ວຍ. ຂ້າແດ່ພຣະເຈົ້າໂຜດປະທານກຳລັງແກ່ຂ້ານ້ອຍອີກຄັ້ງໜຶ່ງ ແລະ ໃຫ້ຂ້ານ້ອຍໄດ້ແກ້ແຄ້ນຊາວຟີລິດສະຕິນທີ່ໄດ້ເຈາະແກ່ນຕາທັງສອງເບື້ອງຂອງຂ້ານ້ອຍອອກ”.29ແລ້ວແຊມຊັນກໍຍັບເຂົ້າໄປໃກ້ເສົາກາງສອງຕົ້ນກາງວິຫານ. ເຊິ່ງເປັນເສົາໃຊ້ຄໍ້າວິຫານ, ມືຂວາຊຸກເສົາຂ້າງໜຶ່ງ ມືຊ້າຍຊຸກເສົາອີກຂ້າງໜຶ່ງ, ແລ້ວຮວບຮວມກຳລັງດັນເສົາ,30ແຊມຊັນເວົ້າວ່າ, “ຂ້ານ້ອຍຂໍຕາຍພ້ອມກັບພວກຟີລິດສະຕິນ!” ແລ້ວລາວກໍດັນເສົາສຸດກໍາລັງຂອງລາວ, ວິຫານກໍພັງລົງມາທັບພວກຜູ້ປົກຄອງຂອງຊາວຟີລິດສະຕິນ ແລະ ປະຊາຊົນທັງໝົດທີ່ຢູ່ໃນນັ້ນ. ເຫດສະນັ້ນ ເມື່ອລາວໄດ້ຕາຍໄປ, ລາວໄດ້ຂ້າພວກເຂົາເປັນຈໍານວນຫລາຍກວ່າໃນຂະນະທີ່ລາວຍັງມີຊີວິດຢູ່.31ແລ້ວຍາດຕິພີ່ນ້ອງ ແລະ ຄອບຄົວຂອງພໍ່ລາວກໍລົງໄປເອົາສົບຂອງລາວ. ພວກເຂົາເອົາສົບຂອງລາວກັບໄປ ແລະ ເອົາໄປຝັງໄວ້ຢູ່ໃນບ່ອນຝັງສົບຂອງມາໂນອາພໍ່ຂອງລາວທີ່ຢູ່ລະຫວ່າງເມືອງໂຊຣາ ແລະ ເມືອງເອຊະຕາໂອນ. ແຊມຊັນໄດ້ປົກຄອງ ອິດສະຣາເອນເປັນເວລາຊາວປີ.
Biblica, Inc.