ພວກຜູ້ປົກຄອງ15
ແຊມຊັນແກ້ແຄ້ນຊາວຟີລິດສະຕິນ
1ຕໍ່ມາໃນລະດູເກັບກ່ຽວເຂົ້າຫວີດ ແຊມຊັນເອົາລູກແບ້ໂຕໜຶ່ງໄປໃຫ້ເມຍຂອງລາວ. ລາວເວົ້າວ່າ, “ຂ້ອຍຈະເຂົ້າໄປໃນຫ້ອງເມຍຂອງຂ້ອຍ”. ແຕ່ພໍ່ຂອງນາງບໍ່ຍອມໃຫ້ລາວເຂົ້າໄປໃນ.2ພໍ່ຂອງນາງເວົ້າວ່າ, “ຂ້ອຍຄິດວ່າເຈົ້າກຽດຊັງນາງ, ຂ້ອຍເລີຍຍົກໃຫ້ນາງແກ່ໝູ່ຂອງເຈົ້າ. ນ້ອງສາວຂອງນາງງາມກວ່ານາງອີກບໍ່ແມ່ນບໍ? ຈົ່ງເອົານ້ອງສາວຂອງນາງແທນ”.3ແຊມຊັນເວົ້າກັບພວກເຂົາວ່າ “ເທື່ອນີ້ຂ້ອຍມີສິດທີ່ຈະແກ້ແຄ້ນພວກຟີລິດສະຕິນຄືນ; ຂ້ອຍຈະທໍາລາຍພວກເຂົາ”.4ດັ່ງນັ້ນ ແຊມຊັນຈຶ່ງອອກໄປຈັບໝາປ່າມາສາມຮ້ອຍໂຕ ແລະ ມັດຫາງພວກມັນຕິດໃສ່ກັນເປັນຄູ່. ຈາກນັ້ນ ລາວກໍມັດກະບອງໄຟໃສ່ຫາງຂອງໝາແຕ່ລະຄູ່,5ແລ້ວລາວກໍຈູດກະບອງໄຟ ແລະ ປ່ອຍໃຫ້ໝາປ່າແລ່ນຜ່ານໄປຕາມທົ່ງນາຂອງຊາວຟີລິດສະຕິນ. ລາວຈູດກອງເຂົ້າທີ່ກ່ຽວໄວ້ແລ້ວ ແລະ ຕົ້ນເຂົ້າຢູ່ທົ່ງນາ ລວມທັງສວນໝາກອະງຸ່ນ ແລະ ສວນໝາກກອກດ້ວຍ.6ເມື່ອຊາວຟີລິດສະຕິນຖາມວ່າ “ຜູ້ໃດເຮັດຢ່າງນີ້?” ພວກເຂົາໄດ້ຮັບຄຳຕອບວ່າ, “ແຊມຊັນ, ລູກເຂີຍຂອງຊາວຕິມນາເປັນຄົນເຮັດ, ເພາະພໍ່ເຖົ້າຂອງລາວໄດ້ຍົກເມຍຂອງລາວໃຫ້ໝູ່ຂອງລາວ”.ດັ່ງນັ້ນ ຊາວຟີລິດສະຕິນຈຶ່ງຈັບຍິງຄົນນັ້ນ ແລະ ພໍ່ຂອງນາງມາເຜົາທັງເປັນ.7ແຊມຊັນເວົ້າກັບພວກເຂົາວ່າ, “ເມື່ອພວກເຈົ້າເຮັດແບບນີ້ ຂ້ອຍຂໍສາບານວ່າ ຂ້ອຍບໍ່ຍອມຈົນກວ່າຂ້ອຍຈະໄດ້ແກ້ແຄ້ນພວກເຈົ້າ”.8ລາວໄດ້ໂຈມຕີພວກເຂົາຢ່າງຮ້າຍແຮງ ແລະ ຂ້າພວກເຂົາຕາຍເປັນຈຳນວນຫລາຍ. ແລ້ວລາວຂຶ້ນໄປອາໄສຢູ່ໃນຖ້ຳຫີນແຫ່ງເອຕາມ.9ສ່ວນຊາວຟີລິດສະຕິນຂຶ້ນໄປຕັ້ງຄ້າຍໃນຢູດາໂດຍກະຈາຍກຳລັງອອກໄປໃກ້ໆເລຮີ10ຊາວຢູດາຈຶ່ງຖາມວ່າ, “ເປັນຫຍັງພວກເຈົ້າໄດ້ມາຕໍ່ສູ້ພວກເຮົາ?”
ພວກເຂົາຕອບວ່າ “ພວກເຮົາມາຈັບໂຕນັກໂທດຄື ແຊມຊັນ ເພື່ອຈະເຮັດຕໍ່ລາວດັ່ງທີ່ລາວໄດ້ເຮັດຕໍ່ພວກເຮົາ”.11ແລ້ວ ພວກຜູ້ຊາຍສາມພັນຄົນທີ່ມາຈາກຢູດາຈຶ່ງລົງໄປທີ່ຖ້ຳຫີນແຫ່ງເອຕາມ ແລະ ເວົ້າກັບແຊມຊັນວ່າ, “ເຈົ້າບໍ່ຮູ້ບໍວ່າພວກຟີລິດສະຕິນປົກຄອງພວກເຮົາຢູ່?” “ເປັນຫຍັງເຈົ້າຈຶ່ງເຮັດກັບພວກເຮົາແບບນີ້?”
ລາວຕອບວ່າ, “ຂ້ອຍໄດ້ເຮັດກັບພວກເຂົາຕໍ່ສິ່ງທີ່ພວກເຂົາໄດ້ເຮັດກັບຂ້ອຍເທົ່ານັ້ນ”.12ພວກເຂົາເວົ້າກັບແຊມຊັນວ່າ, “ພວກເຮົາໄດ້ມາຈັບເຈົ້າ ແລະ ສົ່ງເຈົ້າໄປໃຫ້ພວກຟີລິດສະຕິນ”.
ແຊມຊັນເວົ້າວ່າ “ຈົ່ງສາບານກັບຂ້ອຍວ່າພວກເຈົ້າເອງຈະບໍ່ຂ້າຂ້ອຍ”.13ພວກເຂົາຕອບວ່າ, “ຕົກລົງ, ພວກເຮົາຈະມັດເຈົ້າເທົ່ານັ້ນ ແລ້ວມອບເຈົ້າໄປໃຫ້ພວກເຂົາ. ພວກເຮົາຈະບໍ່ຂ້າເຈົ້າດອກ” ສະນັ້ນ ພວກເຂົາຈຶ່ງມັດລາວດ້ວຍເຊືອກໃໝ່ສອງເສັ້ນ ແລະ ພາລາວອອກມາຈາກຖໍ້າຫີນ.14ໃນຂະນະທີ່ແຊມຊັນມາຮອດເລຮີ ຊາວຟີລິດສະຕິນກໍໂຫ່ຮ້ອງມຸ່ງໜ້າມາຫາລາວ. ພຣະວິນຍານຂອງພຣະເຈົ້າຢາເວມາສະຖິດກັບແຊມຊັນ. ແລ້ວກໍເຮັດໃຫ້ລາວກຳລັງຂຶ້ນ ເຊືອກທີ່ມັດແຂນຂອງລາວຢູ່ກໍຂາດອອກຈາກມືຂອງລາວເໝືອນດັ່ງໄຟໄໝ້ເສັ້ນດາຍ.15ແຊມຊັນກໍເຫັນກະດູກຄາງລໍທີ່ຫາກໍຕາຍອັນໜຶ່ງ, ລາວຈັບຂຶ້ນມາແລ້ວໃຊ້ຂ້າຊາວຟີລິດສະຕິນໜຶ່ງພັນຄົນ.16ແລ້ວແຊມຊັນເວົ້າວ່າ,“ດ້ວຍກະດູກຄາງລໍອັນດຽວຂ້ອຍໄດ້ກອງພວກເຂົາໄວ້ເປັນໂນນ. ດ້ວຍກະດູກຄາງລໍອັນດຽວຂ້ອຍໄດ້ຂ້າໜຶ່ງພັນຄົນ”.17ເມື່ອແຊມຊັນເວົ້າຈົບແລ້ວ ລາວກໍແກວງກະດູກຄາງລໍຖິ້ມ ແລະ ເອີ້ນບ່ອນນັ້ນວ່າຣາມັດເລຮີ. 18ຍ້ອນລາວຫິວນໍ້າຫລາຍ ລາວຈຶ່ງຮ້ອງຂໍຕໍ່ພຣະເຈົ້າຢາເວວ່າ “ພຣະອົງໄດ້ໃຫ້ຜູ້ຮັບໃຊ້ຂອງພຣະອົງມີໄຊຊະນະຍິ່ງໃຫຍ່. ແຕ່ບັດນີ້ ຂ້ານ້ອຍຈະຕ້ອງຕາຍຍ້ອນຫິວນໍ້າ ແລະ ຈະຕ້ອງຢູ່ໃນມືຂອງຄົນທີ່ບໍ່ໄດ້ຮັບພິທີຕັດບໍ?”19ແລ້ວພຣະເຈົ້າກໍເຮັດໃຫ້ນ້ຳບໍ່ຂຶ້ນມາຈາກບ່ອນໜຶ່ງທີ່ເລຮີ, ເມື່ອແຊມຊັນໄດ້ດື່ມນ້ຳແລ້ວ ລາວກໍມີແຮງຂຶ້ນ ແລະ ໄດ້ຟື້ນຄືນຂຶ້ນມາ. ດັ່ງນັ້ນ ບໍ່ນໍ້ານັ້ນຈຶ່ງຖືກເອີ້ນວ່າເອັນຮັກກໍເຣ ເຊິ່ງຍັງຄົງຢູ່ທີ່ເລຮີຈົນເຖິງທຸກວັນນີ້.20ແຊມຊັນໄດ້ປົກຄອງ ອິດສະຣາເອນເປັນເວລາຊາວປີໃນສະໄໝຂອງຊາວຟີລິດສະຕິນ.
Biblica, Inc.