ພວກຜູ້ປົກຄອງ14
ການແຕ່ງງານຂອງແຊມຊັນ
1ແຊມຊັນລົງໄປທີ່ເມືອງຕິມນາ ແລະ ເຫັນຜູ້ສາວຊາວຟີລິດສະຕິນຄົນໜຶ່ງ.2ເມື່ອລາວກັບເມື່ອເຮືອນ, ລາວເວົ້າກັບພໍ່ແມ່ຂອງຕົນວ່າ, “ລູກເຫັນຜູ້ສາວຊາວຟີລິດສະຕິນຄົນໜຶ່ງໃນເມືອງຕິມນາ; ກະລຸນາໄປຂໍນາງມາເປັນເມຍຂອງລູກແດ່”.3ພໍ່ແມ່ຂອງລາວຕອບວ່າ, “ບໍ່ມີຍິງຄົນໃດທ່າມກາງຍາດຕິພີ່ນ້ອງ ຫລື ທ່າມກາງປະຊາຊົນຂອງພວກເຮົາທີ່ຖືກໃຈເຈົ້າເລີຍບໍ? ເຈົ້າຈຶ່ງຕ້ອງໄປຫາພວກຊາວຟີລິດສະຕິນ ເຊິ່ງບໍ່ໄດ້ຮັບພິທີຕັດມາເປັນເມຍ?”ແຕ່ແຊມຊັນເວົ້າກັບພໍ່ຂອງຕົນວ່າ, “ນາງເປັນຄົນທີ່ເໝາະກັບລູກ. ໄປຂໍນາງມາໃຫ້ລູກແດ່”.4(ພໍ່ແມ່ຂອງແຊມຊັນບໍ່ຮູ້ວ່າເຫດການນີ້ແມ່ນມາຈາກພຣະເຈົ້າຢາເວ ພຣະອົງກໍາລັງຊອກຫາໂອກາດທີ່ຈະປະເຊີນໜ້າກັບຊາວຟີລິດສະຕິນ ເພາະວ່າໃນຂະນະນັ້ນ ພວກເຂົາກໍາລັງປົກຄອງອິດສະຣາເອນຢູ່.)5ແຊມຊັນລົງໄປທີ່ຕິມນາພ້ອມກັບພໍ່ແມ່ຂອງຕົນ. ໃນຂະນະທີ່ພວກເຂົາມາຮອດສວນອະງຸ່ນແຫ່ງຕິມນາ, ໃນທັນໃດນັ້ນມີສິງໜຸ່ມໂຕໜຶ່ງອອກມາໂດດໃສ່ລາວ.6ພຣະວິນຍານຂອງພຣະເຈົ້າຢາເວເຮັດໃຫ້ມີກຳລັງຂຶ້ນລາວຈີກໂຕສິງດ້ວຍມືເປົ່າຂອງລາວເໝືອນດັ່ງລາວເຄີຍຈີກແບ້ໜຸ່ມ. ແຕ່ລາວບໍ່ໄດ້ບອກເລື່ອງນີ້ໃຫ້ພໍ່ແມ່ຂອງຕົນຟັງເຖິງສິ່ງທີ່ຕົນໄດ້ເຮັດ.7ແລ້ວລາວໄດ້ລົງໄປລົມກັບຍິງສາວຄົນນັ້ນ ແລະ ລາວກໍມັກນາງ.8ຕໍ່ມາບໍ່ດົນ ເມື່ອແຊມຊັນກັບໄປເພື່ອແຕ່ງງານກັບນາງ, ລາວໄດ້ໄປແວ່ເບິ່ງຊາກໂຕສິງ ແລະ ຢູ່ໃນຊາກສິງໂຕນັ້ນກໍມີຮັງເຜິ້ງ ແລະ ມີນ້ຳເຜິ້ງດ້ວຍ.9ລາວຈຶ່ງບີບເອົານ້ຳດ້ວຍມືຂອງຕົນ ແລະ ກິນໄປຕາມທາງ. ເມື່ອລາວໄປພົບພໍ່ແມ່ ລາວກໍເອົານ້ຳເຜິ້ງໃຫ້ພໍ່ແມ່ກິນນໍາ. ແຕ່ລາວບໍ່ໄດ້ບອກພວກເຂົາວ່າ, ລາວໄດ້ນ້ຳເຜິ້ງນັ້ນມາຈາກຊາກໂຕສິງ.10ໃນຂະນະທີ່ພໍ່ໄປເບິ່ງຜູ້ຍິງນັ້ນ ແລະ ແຊມຊັນໄດ້ຈັດງານລ້ຽງຂຶ້ນຕາມທຳນຽມຂອງເຈົ້າບ່າວຢູ່ທີ່ນັ້ນ.11ເມື່ອປະຊາຊົນເຫັນລາວ ພວກເຂົາກໍເລືອກເອົາຊາຍໜຸ່ມສາມສິບຄົນໃຫ້ມາເປັນໝູ່ຂອງລາວ.12ແຊມຊັນເວົ້າກັບຄົນເຫລົ່ານັ້ນວ່າ, “ຂໍໃຫ້ເຮົາທວາຍຄໍາປິດສະໜາໃຫ້ພວກເຈົ້າຈັກຂໍ້ໜຶ່ງ, ຖ້າພວກເຈົ້າຕອບໄດ້ພາຍໃນງານລ້ຽງເຈັດວັນນີ້, ຂ້ອຍຈະເອົາເສື້ອຜ້າລິນິນເນື້ອລະອຽດໃຫ້ພວກເຈົ້າ ແລະ ເຄື່ອງນຸ່ງສາມສິບຊຸດ.13ແຕ່ຖ້າພວກເຈົ້າຕອບບໍ່ໄດ້ ພວກເຈົ້າຈະຕ້ອງເອົາເສື້ອຜ້າລິນິນເນື້ອລະອຽດ ແລະ ເຄື່ອງນຸ່ງສາມສິບຊຸດໃຫ້ຂ້ອຍ”.
ພວກເຂົາເວົ້າວ່າ, “ເອົາເລີຍ, ທວາຍມາເບິ່ງ”.14ແຊມຊັນຈຶ່ງກ່າວວ່າ,“ມີອາຫານອອກມາຈາກຜູ້ກິນມີຂອງຫວານອອກມາຈາກຜູ້ມີກຳລັງ”.ເປັນເວລາສາມວັນແລ້ວ ພວກເຂົາກໍຍັງບໍ່ສາມາດຫາຄໍາຕອບບໍ່ໄດ້.15ໃນວັນທີສີ່ ພວກເຂົາເວົ້າກັບເມຍຂອງແຊມຊັນວ່າ, “ຈົ່ງໄປຍົວະຜົວຂອງເຈົ້າໃຫ້ອະທິບາຍຄໍາປິດສະໜານັ້ນມາໃຫ້ພວກເຮົາ, ບໍ່ດັ່ງນັ້ນ ພວກເຮົາຈະຈູດບ້ານພໍ່ຂອງເຈົ້າພ້ອມກັບໂຕເຈົ້າ. ເຈົ້າເຊີນພວກເຮົາມາຮ່ວມງານລ້ຽງນີ້ເພື່ອຈະໃຫ້ພວກເຮົາໝົດໂຕບໍ?”16ເມຍຂອງແຊມຊັນຈຶ່ງຮ້ອງໄຫ້ຢ່າງສະອຶກສະອຶ້ນໃສ່ແຊມຊັນ ແລະ ເວົ້າວ່າ, “ເຈົ້າຊັງຂ້ອຍ! ເຈົ້າບໍ່ໄດ້ຮັກຂ້ອຍແທ້. ເຈົ້າໄດ້ທວາຍຄໍາປິດສະໜາແກ່ຄົນຂອງຂ້ອຍ ແຕ່ເຈົ້າບໍ່ໄດ້ບອກຄຳຕອບນັ້ນໃຫ້ແກ່ຂ້ອຍ”.
ແຊມຊັນຕອບວ່າ, “ແມ່ນແຕ່ພໍ່ແມ່ຂອງຂ້ອຍ ຂ້ອຍກໍຍັງບໍ່ໄດ້ອະທິບາຍຄໍາຕອບນັ້ນໃຫ້ພວກເພິ່ນຮູ້. ດັ່ງນັ້ນ ເປັນຫຍັງຂ້ອຍຄວນຈະອະທິບາຍຄໍາປິດສະໜາໃຫ້ເຈົ້າຮູ້?”17ນາງຮ້ອງໄຫ້ເປັນເວລາເຈັດໃນລະຫວ່າງທີ່ມີງານລ້ຽງ. ເຫດສະນັ້ນ ໃນວັນທີເຈັດ ໃນທີ່ສຸດແຊມຊັນກໍບອກຄຳຕອບແກ່ນາງ, ເພາະນາງຍັງຊູຊີລາວຢູ່. ນາງຈຶ່ງໄປອະທິບາຍຄໍາຕອບນັ້ນແກ່ຄົນຂອງນາງ.18ໃນວັນທີເຈັດກ່ອນຕາເວັນຕົກດິນພວກຜູ້ຊາຍໃນເມືອງນັ້ນກໍເວົ້າຕໍ່ລາວວ່າ,“ມີສິ່ງໃດທີ່ຈະຫວານກວ່ານ້ຳເຜິ້ງ?ແລະ ມີສິ່ງໃດທີ່ມີກຳລັງຫລາຍກວ່າໂຕສິງ?”ແຊມຊັນເວົ້າຕໍ່ພວກເຂົາວ່າ,“ຖ້າພວກເຈົ້າບໍ່ໄດ້ເອົາງົວແມ່ຂອງຂ້ອຍໄປໄຖນາ,ພວກເຈົ້າກໍຈະບໍ່ແກ້ຄໍາປິດສະໜາຂອງຂ້ອຍໄດ້”.19ແລ້ວພຣະວິນຍານຂອງພຣະເຈົ້າຢາເວເຮັດໃຫ້ແຊມຊັນມີກໍາລັງຂຶ້ນ. ລາວຈຶ່ງໄປທີ່ເມືອງອາຊະເກໂລນ ແລະ ຂ້າພວກຜູ້ຊາຍສາມສິບຄົນນັ້ນ, ແລ້ວກໍຢຶດເອົາທຸກສິ່ງທີ່ເປັນຂອງພວກເຂົາ ແລະ ກໍເອົາເຄື່ອງນຸ່ງຂອງພວກເຂົາມາມອບໃຫ້ພວກຜູ້ຊາຍທີ່ອະທິບາຍຄໍາປິດສະໜາຂອງຕົນໄດ້. ແຕ່ແຊມຊັນຍັງຄຽດແຄ້ນຢູ່, ລາວຈຶ່ງກັບໄປທີ່ບ້ານພໍ່ຂອງຕົນ.20ສ່ວນເມຍຂອງແຊມຊັນນັ້ນ ພໍ່ເຖົ້າກໍຍົກໃຫ້ຜູ້ທີ່ເປັນໝູ່ເຈົ້າບ່າວທີ່ມາຮ່ວມງານແຕ່ງງານຂອງລາວໃນມື້ນັ້ນ.
Biblica, Inc.