ພວກຜູ້ປົກຄອງ11
1ເຢັບທາຊາວກີເລອາດເປັນນັກຮົບເກັ່ງກ້າ ພໍ່ຂອງລາວແມ່ນຊາວກີເລອາດ; ສ່ວນແມ່ຂອງລາວເປັນຍິງໂສເພນີ.2ເມຍຂອງກີເລອາດມີລູກຊາຍຫລາຍຄົນ ແລະ ເມື່ອພວກເຂົາໃຫຍ່ຂຶ້ນ, ພວກເຂົາກໍຂັບໄລ່ເຢັບທາໃຫ້ໜີໄປ. ພວກເຂົາເວົ້າວ່າ, “ເຈົ້າຈະບໍ່ໄດ້ຮັບມໍລະດົກອັນໃດໃນຄອບຄົວຂອງພວກເຮົາ, ເພາະເຈົ້າເປັນລູກຊາຍຂອງຍິງຄົນອື່ນ”.3ດັ່ງນັ້ນ ເຢັບທາຈຶ່ງໜີຈາກອ້າຍນ້ອງຂອງຕົນໄປ ແລະ ໄດ້ຕັ້ງຖິ່ນຖານໃນດິນແດນໂຕບ, ເຊິ່ງມີພວກນັກເລງມາຮ່ວມກັນກັບລາວ ແລະ ໄດ້ຕິດຕາມລາວ.4ໃນເວລາຕໍ່ມາ ເມື່ອຊາວອຳໂມນໄດ້ມາຕໍ່ສູ້ກັບອິດສະຣາເອນ5ບັນດາຜູ້ອາວຸໂສຂອງກີເລອາດໄປນໍາເຢັບທາມາຈາກດິນແດນໂຕບ,6ພວກເຂົາກ່າວວ່າ, “ຂໍເຊີນມາເປັນຜູ້ບັນຊາກອງທັບຂອງພວກເຮົາ ເພື່ອພວກເຮົາຈະສາມາດຕໍ່ສູ້ກັບຊາວອຳໂມນໄດ້”.7ເຢັບທາກ່າວກັບພວກເຂົາວ່າ, “ພວກເຈົ້າຊັງຂ້ອຍ ແລະ ໄລ່ຂ້ອຍອອກຈາກເຮືອນພໍ່ຂອງຂ້ອຍບໍ່ແມ່ນບໍ? ເມື່ອພວກເຈົ້າຕົກຢູ່ໃນເດືອດຮ້ອນ, ບັດນີ້ເປັນຫຍັງພວກເຈົ້າຈຶ່ງມາຫາຂ້ອຍ?”8ພວກຜູ້ອາວຸໂສຂອງກີເລອາດກ່າວກັບລາວວ່າ, “ເຖິງຢ່າງໃດກໍຕາມ ຕອນນີ້ພວກເຮົາກໍກັບມາຫາທ່ານແລ້ວ; ຂໍມາກັບພວກເຮົາ ເພື່ອຕໍ່ສູ້ຊາວອຳໂມນ, ແລ້ວເຈົ້າຈະໄດ້ເປັນຫົວໜ້າຂອງພວກເຮົາທັງໝົດຢູ່ໃນກີເລອາດ”.9ເຢັບທາຕອບວ່າ, “ຖ້າພວກເຈົ້າພາຂ້ອຍກັບໄປຕໍ່ສູ້ຊາວອຳໂມນ ແລະ ພຣະເຈົ້າຢາເວມອບພວກເຂົາແກ່ຂ້ອຍແລ້ວ ຂ້ອຍຈະໄດ້ເປັນຫົວໜ້າຂອງພວກເຈົ້າແທ້ບໍ?”10ພວກຜູ້ອາວຸໂສຂອງກີເລອາດຕອບວ່າ, “ພຣະເຈົ້າຢາເວເປັນພະຍານໃຫ້ພວກເຮົາ; ພວກເຮົາຈະເຮັດຕາມທີ່ເຈົ້າເວົ້າຢ່າງແນ່ນອນ”.11ດັ່ງນັ້ນ ເຢັບທາຈຶ່ງໄປກັບພວກຜູ້ອາວຸໂສ ແລະ ປະຊາຊົນກໍແຕ່ງຕັ້ງລາວໃຫ້ເປັນຫົວໜ້າ ແລະ ເປັນຜູ້ບັນຊາການກອງທັບຂອງພວກເຂົາ. ແລ້ວເຢັບທາຈຶ່ງກ່າວຢ້ຳຄືນທຸກຄຳເວົ້າທີ່ເວົ້າກັບພວກຜູ້ອາວຸໂສຂອງກີເລອາດຕໍ່ໜ້າພຣະເຈົ້າຢາເວທີ່ມີຊະປາ.12ແລ້ວເຢັບທາສົ່ງຜູ້ນຳຂ່າວໄປຫາກະສັດອຳໂມນໂດຍຖາມວ່າ: “ທ່ານມີເລື່ອງຫຍັງຂັດຂ້ອງກັບພວກຂ້ານ້ອຍບໍ? ທ່ານຈຶ່ງມາໂຈມຕີປະເທດຂອງພວກຂ້ານ້ອຍ?”13ກະສັດອຳໂມນຕອບຜູ້ນຳຂ່າວຂອງເຢັບທາວ່າ, “ເມື່ອອິດສະຣາເອນອອກມາຈາກເອຢິບ, ພວກເຂົາໄດ້ຢຶດດິນແດນຂອງພວກເຮົາໄປແຕ່ຕັ້ງອາກໂນນຈົນເຖິງຢັບໂບກ, ຕະຫລອດຈົນເຖິງຈໍແດນ. ບັດນີ້ ຂໍດິນແດນນັ້ນຄືນໃຫ້ແກ່ພວກເຮົາໂດຍດີ”.14ເຢັບທາໄດ້ສົ່ງຜູ້ນຳຂ່າວກັບຄືນໄປຫາກະສັດອຳໂມນ15ພ້ອມທັງກ່າວວ່າ:
“ນີ້ແມ່ນສິ່ງທີ່ເຢັບທາກ່າວດັ່ງນີ້: ອິດສະຣາເອນບໍ່ໄດ້ຢຶດດິນແດນຂອງໂມອາບ ຫລື ດິນແດນຂອງອຳໂມນ16ແຕ່ເມື່ອພວກເຂົາອອກມາຈາກເອຢິບນັ້ນ, ອິດສະຣາເອນເດີນທາງຜ່ານຖິ່ນແຫ້ງແລ້ງກັນດານໄປຈົນເຖິງທະເລແດງ ແລະ ມາຮອດກາເດັດແລ້ວ.17ຈາກນັ້ນ ອິດສະຣາເອນໄດ້ສົ່ງຜູ້ນຳຂ່າວໄປພົບກະສັດເອໂດມ ແລະ ກ່າວວ່າ, ‘ຂໍອະນຸຍາດໃຫ້ພວກເຮົາຜ່ານດິນແດນຂອງທ່ານ’ ແຕ່ກະສັດເອໂດມບໍ່ຍອມ ພວກເຂົາຈຶ່ງສົ່ງຄົນໄປພົບກະສັດໂມອາບອີກ ແລະ ເພິ່ນກໍໄດ້ປະຕິເສດ. ດັ່ງນັ້ນ ອິດສະຣາເອນຈຶ່ງອາໄສຢູ່ທີ່ກາເດັດ.18“ຕໍ່ມາ ພວກເຂົາໄດ້ເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ, ອ້ອມດິນແດນເອໂດມ ແລະ ໂມອາບ ຜ່ານໄປຕາມຊາຍຝັ່ງທິດຕາເວັນອອກຂອງດິນແດນໂມອາບ, ແລ້ວໄດ້ຕັ້ງຄ້າຍອີກຟາກໜຶ່ງຂອງອາກໂນນ. ແຕ່ພວກເຂົາບໍ່ເຄີຍເຂົ້າໄປໃນດິນແດນໂມອາບເລີຍ ເພາະອາກໂນນເປັນເຂດຊາຍແດນຂອງດິນແດນນັ້ນ.19“ແລ້ວອິດສະຣາເອນກໍສົ່ງຜູ້ນຳຂ່າວໄປຫາກະສັດສີໂຫນຂອງຊາວອາໂມທີ່ຄອບຄອງຢູ່ໃນເຮັດຊະໂບນ, ແລ້ວກ່າວກັບເພິ່ນວ່າ, ‘ຂໍໃຫ້ພວກເຮົາຜ່ານດິນແດນຂອງທ່ານໄປຍັງດິນແດນຂອງພວກເຮົາເອງແດ່’.20ເຖິງຢ່າງໃດກໍຕາມ ສີໂຫນບໍ່ເຊື່ອໃຈ ທີ່ຈະໃຫ້ອິດສະຣາເອນຜ່ານເຂດແດນຂອງຕົນ. ເພິ່ນນໍາເອົາກອງທັບທັງໝົດຂອງເພິ່ນມາ ແລະ ຕໍ່ສູ້ກັບອິດສະຣາເອນ.21“ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງອິດສະຣາເອນໄດ້ມອບສີໂຫນກັບກອງທັບທັງໝົດຂອງເພິ່ນໄວ້ໃນມືຂອງອິດສະຣາເອນ, ແລະ ອິດສະຣາເອນໄດ້ເອົາຊະນະພວກເຂົາ. ອິດສະຣາເອນໄດ້ຢຶດເອົາດິນແດນທັງໝົດຂອງຊາວອາໂມທີ່ອາໄສຢູ່ໃນດິນແດນນັ້ນ,22ພວກເຂົາໄດ້ຢຶດຄອງດິນແດນທັງໝົດຕັ້ງແຕ່ອາກໂນນຈົນເຖິງຢັບໂບກ ແລະ ຈາກຖິ່ນແຫ້ງແລ້ງກັນດານຈົນເຖິງຈໍແດນ.23“ເນື່ອງຈາກ ພຣະເຈົ້າຢາເວ ພຣະເຈົ້າຂອງອິດສະຣາເອນໄດ້ຂັບໄລ່ຊາວອາໂມອອກໄປຕໍ່ໜ້າອິດສະຣາເອນປະຊາຊົນຂອງພຣະອົງ, ທ່ານມີສິດອັນໃດທີ່ຈະຢຶດເອົາຄືນ?24ທ່ານຈະບໍ່ຮັບສິ່ງທີ່ພຣະເຄໂມດມອບໃຫ້ທ່ານບໍ? ອັນໃດກໍຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ປະທານໃຫ້ແກ່ພວກເຮົາ, ພວກເຮົາຈະຄອບຄອງສິ່ງນັ້ນເຊັ່ນດຽວກັນ.25ທ່ານຄິດວ່າທ່ານດີກວ່າເຈົ້າບາຫລາກລູກຊາຍຂອງຊິບໂປບໍ, ກະສັດແຫ່ງໂມອາບບໍ? ເພິ່ນເຄີຍຜິດຖຽງກັນກັບອິດສະຣາເອນບໍ? ຫລື ເຄີຍຕໍ່ສູ້ກັບພວກເຂົາບໍ?26ເປັນເວລາສາມຮ້ອຍປີແລ້ວທີ່ອິດສະຣາເອນໄດ້ຄອບຄອງເຮັດຊະໂບນ, ອາໂຣເອ ເຊິ່ງເປັນດິນແດນທີ່ຢູ່ອ້ອມແອ້ມນັ້ນ ແລະ ທຸກເມືອງທີ່ຢູ່ຕາມແຄມຝັ່ງອາກໂນນ. ເປັນຫຍັງທ່ານຈຶ່ງບໍ່ມາເອົາຄືນໃນເວລານັ້ນ?27ຂ້າພະເຈົ້າບໍ່ໄດ້ເຮັດຜິດຫຍັງຕໍ່ທ່ານ, ແຕ່ແມ່ນທ່ານເອງທີ່ກໍາລັງເຮັດຜິດໂດຍທີ່ນໍາເອົາກອງທັບມາຕໍ່ສູ້ຂ້າພະເຈົ້າ. ຂໍໃຫ້ພຣະເຈົ້າຢາເວເປັນຜູ້ຕັດສິນ ຄວາມຂັດແຍ່ງລະຫວ່າງຊາວອິດສະຣາເອນກັບຊາວອຳໂມນໃນວັນນີ້”.28ເຖິງຢ່າງໃດກໍຕາມ ກະສັດແຫ່ງອຳໂມນບໍ່ໄດ້ເອົາໃຈໃສ່ຕໍ່ຖ້ອຍຄຳຂອງເຢັບທາທີ່ໄດ້ສົ່ງໄປຫາເພິ່ນເລີຍ.29ແລ້ວພຣະວິນຍານຂອງພຣະເຈົ້າຢາເວລົງມາສະຖິດຢູ່ກັບເຢັບທາ. ລາວທາງເດີນຂ້າມກີເລອາດ ແລະ ມານາເຊ ຜ່ານໄປທາງມີຊະປາຂອງກີເລອາດ ແລະ ຈາກທີ່ນັ້ນ ລາວບຸກໂຈມຕີຕໍ່ສູ້ຊາວອຳໂມນ.30ເຢັບທາໄດ້ເຮັດຄໍາສັນຍາຕໍ່ພຣະເຈົ້າຢາເວວ່າ: “ຖ້າພຣະອົງມອບຊາວອຳໂມນໄວ້ໃນມືຂອງຂ້ານ້ອຍ,31ຜູ້ໃດກໍຕາມທີ່ອອກຈາກປະຕູເຮືອນຂອງຂ້ານ້ອຍມາພົບຂ້ານ້ອຍ ເມື່ອຂ້ານ້ອຍກັບຄືນມາຢ່າງມີໄຊຊະນະຈາກຊາວອຳໂມນ ແລະ ສິ່ງນັ້ນຈະເປັນຂອງພຣະເຈົ້າຢາເວ, ແລ້ວຂ້ານ້ອຍຈະຖວາຍເປັນເຄື່ອງບູຊາເປັນດັ່ງເຄື່ອງເຜົາຖວາຍບູຊາ”.32ຈາກນັ້ນ ເຢັບທາຈຶ່ງອອກໄປຕໍ່ສູ້ກັບຊາວອຳໂມນ ແລະ ພຣະເຈົ້າຢາເວມອບພວກເຂົາໄວ້ໃນມືຂອງລາວ.33ລາວໄດ້ທຳລາຍສີ່ສິບເມືອງ, ຕັ້ງແຕ່ອາໂຣເອຈົນໄປເຖິງເຂດແດນທີ່ຢູ່ອ້ອມແອ້ມມິນນິດ, ເລີຍອອກໄປຈົນເຖິງອາເບັນເກຣາມິນ. ດັ່ງນັ້ນ ອິດສະຣາເອນຈຶ່ງເອົາຊະນະຊາວອຳໂມນ.34ເມື່ອເຢັບທາກັບຄືນມາທີ່ເຮືອນຂອງຕົນທີ່ມີຊະປາ, ຜູ້ທີ່ອອກມາພົບລາວ ແຕ່ແມ່ນລູກສາວຂອງລາວເອງ, ພ້ອມທັງເຕັ້ນລຳໄປຕາມຈັງຫວະສຽງກອງແຊັກ! ນາງເປັນລູກສາວຄົນດຽວ. ນອກຈາກນາງແລ້ວ ລາວບໍ່ມີລູກຊາຍ ຫລື ລູກສາວຄົນອື່ນອີກ.35ເມື່ອລາວເຫັນນາງ ລາວກໍຈີກເສື້ອຜ້າຂອງຕົນ ແລະ ເວົ້າວ່າ, “ລູກສາວຂອງພໍ່! ເຈົ້າໄດ້ເຮັດໃຫ້ໃຈຂອງພໍ່ແຕກສະຫລາຍແລ້ວ ເພາະພໍ່ໄດ້ເຮັດຄໍາສັນຍາຕໍ່ອົງພຣະເຈົ້າຢາເວທີ່ບໍ່ສາມາດຖອນຄຳໄດ້”.36ນາງຕອບວ່າ, “ພໍ່ຂອງລູກ, ເຈົ້າຈົ່ງເຮັດຕາມຄໍາທີ່ໃຫ້ໄວ້ກັບພຣະເຈົ້າຢາເວ. ຈົ່ງເຮັດຕໍ່ລູກຕາມທີ່ພໍ່ໄດ້ສັນຍາໄວ້ນັ້ນ, ບັດນີ້ ພຣະເຈົ້າຢາເວໄດ້ແກ້ແຄ້ນໃຫ້ພໍ່ຄື ຊາວອຳໂມນສັດຕູຂອງພໍ່ແລ້ວ.37ນາງກ່າວວ່າ ແຕ່ລູກຂໍຮ້ອງຢ່າງໜຶ່ງຄື ຂໍໃຫ້ລູກທ່ອງທ່ຽວໄປຕາມເນີນພູຕ່າງໆຮ້ອງໄຫ້ຢູ່ກັບໝູ່ຂອງລູກຈັກສອງເດືອນ ເພາະລູກຈະບໍ່ໄດ້ແຕ່ງງານ”.38ລາວກ່າວວ່າ “ລູກຈົ່ງໄປ” ແລະ ລາວໃຫ້ນາງໄປເປັນເວລາສອງເດືອນ ນາງ ແລະ ໝູ່ເພື່ອນຂອງນາງກໍເຂົ້າໄປທີ່ເນີນພູ ແລະ ຮ້ອງໄຫ້ຍ້ອນນາງຈະບໍ່ໄດ້ແຕ່ງງານ.39ຫລັງຈາກສອງເດືອນແລ້ວ ນາງກໍກັບມາຫາພໍ່ ລາວຈຶ່ງເຮັດກັບນາງຕາມທີ່ໄດ້ສັນຍາໄວ້. ໃນຂະນະທີ່ນາງຍັງເປັນຍິງສາວບໍລິສຸດຢູ່.
ຕັ້ງແຕ່ນັ້ນເປັນຕົ້ນມາ ສິ່ງນີ້ກາຍເປັນປະເພນີຂອງຊາວອິດສະຣາເອນ40ຄືທຸກປີຍິງທີ່ຍັງເປັນສາວຂອງອິດສະຣາເອນຈະອອກໄປໄວ້ອາໄລໃຫ້ລູກສາວຂອງເຢັບທາແຫ່ງກີເລອາດເປັນເວລາສີ່ວັນ.

Biblica, Inc.