ພວກຜູ້ປົກຄອງ12
ເຢັບທາ ແລະ ເອຟຣາອິມ
1ຊາວເອຟຣາອິມຮວບຮວມກຳລັງ ແລະ ພວກເຂົາໄດ້ຂ້າມມາທີ່ຊາໂຟນ ແລ້ວເວົ້າກັບເຢັບທາວ່າ, “ເປັນຫຍັງທ່ານຈຶ່ງອອກໄປສູ້ຕໍ່ກັບຊາວອຳໂມນໂດຍບໍ່ເອີ້ນພວກເຮົາໄປນໍາ? ພວກເຮົາຈະຈູດບ້ານຂອງເຈົ້າໃຫ້ລົ້ມທັບຫົວຂອງເຈົ້າ”.2ເຢັບທາຕອບວ່າ, “ຂ້ອຍ ແລະ ປະຊາຊົນຂອງຂ້ອຍຕິດພັນໃນເສິກຄັ້ງໃຫຍ່ກັບຊາວອຳໂມນ ແລະ ເຖິງແມ່ນວ່າຂ້ອຍເອີ້ນພວກເຈົ້າ, ພວກເຈົ້າກໍບໍ່ໄດ້ມາຊ່ວຍຂ້ອຍໃຫ້ພົ້ນຈາກມືຂອງພວກເຂົາໄດ້.3ເມື່ອຂ້ອຍເຫັນວ່າພວກເຈົ້າບໍ່ຍາກຈະຊ່ວຍ ຂ້ອຍຈຶ່ງສ່ຽງຊີວິດຂອງຂ້ອຍເຂົ້າໄປແລກ ແລະ ຂ້າມໄປຕໍ່ສູ້ກັບພວກອຳໂມນ, ແລ້ວພຣະເຈົ້າຢາເວກໍໄດ້ປະທານໄຊຊະນະໃຫ້ເໜືອພວກເຂົາ. ບັດນີ້ ເປັນຫຍັງພວກເຈົ້າຈຶ່ງມາຕໍ່ສູ້ກັບຂ້ອຍ?”4ເຢັບທາໄດ້ເອີ້ນຊາວກີເລອາດມາຕໍ່ສູ້ກັບຊາວເອຟຣາອິມ. ຊາວກີເລອາດເອົາຊະນະພວກເຂົາ ເພາະຊາວເອຟຣາອິມໄດ້ເວົ້າວ່າ, “ພວກເຈົ້າ ຊາວກີເລອາດເປັນພວກທໍລະຍົດອອກຈາກເອຟຣາອິມ ແລະ ມານາເຊ”.5ຊາວກີເລອາດຢຶດທ່າຂອງແມ່ນ້ຳຈໍແດນ, ບ່ອນທີ່ຈະໄປຫາເອຟຣາອິມ ແລະ ເມື່ອໃດກໍຕາມທີ່ຊາວເອຟຣາອິມຄົນໃດຄົນໜຶ່ງໜີລອດໄປໄດ້ກໍກ່າວວ່າ, “ຂໍໃຫ້ຂ້ອຍຂ້າມໄປ” ຊາວກີເລອາດກໍຈະຖາມລາວວ່າ “ເຈົ້າເປັນຊາວເອຟຣາອິມ?” ຖ້າລາວກໍຕອບວ່າ “ບໍ່”6ພວກເຂົາກໍຈະກ່າວວ່າ, “ລອງເວົ້າຄຳວ່າ ‘ຊິບໂບເຫລັດ’ ແມ” ຖ້າລາວເວົ້າວ່າ “ຊິບໂບເຫລັດ” ພວກເຂົາກໍຈະຈັບໄປຂ້າຢູ່ທີ່ທ່າແມ່ນ້ຳຈໍແດນ ເພາະວ່າລາວອອກສຽງບໍ່ຖືກຕ້ອງ. ໃນເວລານັ້ນມີຊາວເອຟຣາອິມຖືກຈັບໄປຂ້າສີ່ສິບສອງພັນຄົນ.7ເຢັບທາໄດ້ປົກຄອງ ອິດສະຣາເອນເປັນເວລາຫົກປີ. ແລ້ວເຢັບທາ ຊາວກີເລອາດກໍໄດ້ຕາຍໄປ ແລະ ກໍຖືກຝັງໄວ້ໃນເມືອງໜຶ່ງຂອງກີເລອາດ.ອິບຊັນ, ເອໂລນ ແລະ ອັບໂດນ
8ຕໍ່ຈາກເຢັບທາແມ່ນອິບຊັນແຫ່ງເບັດເລເຮັມເປັນຜູ້ປົກຄອງຂອງອິດສະຣາເອນ.9ລາວມີລູກຊາຍສາມສິບຄົນ ລູກສາວສາມສິບຄົນ. ລາວໃຫ້ລູກສາວທັງສາມສິບຄົນແຕ່ງງານກັບພວກຜູ້ຊາຍຈາກຕະກຸນອື່ນໆ, ແລະ ຊອກຫາຍິງສາວສາມສິບຄົນຈາກຕະກຸນອື່ນມາເປັນເມຍລູກຊາຍຂອງຕົນ. ລາວໄດ້ປົກຄອງອິດສະຣາເອນເປັນເວລາເຈັດປີ.10ເມື່ອອິບຊັນໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ທີ່ເບັດເລເຮັມ.11ຫລັງຈາກອິບຊັນແມ່ນເອໂລນຊາວເຊບູໂລນໄດ້ປົກຄອງອິດສະຣາເອນເປັນເວລາສິບປີ.12ແລ້ວລາວໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ທີ່ໄອຢາໂລນໃນດິນແດນເຊບູໂລນ.13ຕໍ່ຈາກເອໂລນແມ່ນອັບໂດນ ລູກຊາຍຂອງຮິນເລນຈາກປີຣາໂທນໄດ້ປົກຄອງອິດສະຣາເອນ.14ລາວມີລູກຊາຍສີ່ສິບຄົນ ແລະ ຫລານຊາຍສາມສິບຄົນ, ຜູ້ທີ່ຂີ່ລໍເຈັດສິບໂຕ. ລາວເປັນຜູ້ປົກຄອງອິດສະຣາເອນເປັນເວລາແປດປີ.15ແລ້ວລາວໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ທີ່ປີຣາໂທນໃນເອຟຣາອິມທີ່ເນີນພູຂອງຊາວອາມາເຫລັກ.Biblica, Inc.