ໂຢຊວຍ24
ຟື້ນຟູຄຳໝັ້ນສັນຍາຢູ່ທີ່ຊີເຄມ,
1ແລ້ວໂຢຊວຍກໍໄດ້ເຕົ້າໂຮມເຜົ່າຂອງອິດສະຣາເອນທັງໝົດມາທີ່ຊີເຄມ. ເພິ່ນໄດ້ເອີ້ນເອົາບັນດາຜູ້ອາວຸໂສ, ຜູ້ນຳ, ຜູ້ພິພາກສາ ແລະ ເຈົ້າໜ້າທີ່ຂອງອິດສະຣາເອນ ແລະ ຄົນເຫລົ່ານັ້ນກໍໄດ້ມາປາກົດຕົວຢູ່ຕໍ່ໜ້າພຣະເຈົ້າ.2ໂຢຊວຍໄດ້ເວົ້າກັບປະຊາຊົນທັງໝົດວ່າ, “ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນວ່າ: ‘ດົນນານມາແລ້ວທີ່ບັນພະບຸລຸດຂອງພວກເຈົ້າທັງຫລາຍ, ລວມທັງເຕຣາ ພໍ່ຂອງອັບຣາຮາມ ແລະ ນາໂຮ ທີ່ໄດ້ອາໄສຢູ່ຟາກແມ່ນ້ຳເອີຟຣັດ ແລະ ນະມັດສະການພະອື່ນໆ.3ແຕ່ເຮົາໄດ້ພາອັບຣາຮາມພໍ່ຂອງພວກເຈົ້າມາຈາກດິນແດນນັ້ນ ຂ້າມແມ່ນ້ຳເອີຟຣັດມາຍັງດິນແດນການາອານ ແລະ ໃຫ້ລາວມີລູກຫລານເປັນຈຳນວນຫລວງຫລາຍ. ເຮົາໃຫ້ອີຊາກແກ່ລາວ.4ແລະ ເຮົາໃຫ້ຢາໂຄບ ແລະ ເອຊາວແກ່ອີຊາກ. ເຮົາໄດ້ມອບດິນແດນທີ່ຢູ່ແຖບພູເຂົາເສອີໃຫ້ແກ່ເອຊາວ, ສ່ວນຢາໂຄບກັບຄອບຄົວຂອງລາວໄດ້ລົງໄປທີ່ເອຢິບ.5“ ‘ແລ້ວເຮົາກໍໄດ້ສົ່ງໂມເຊກັບອາໂຣນໄປ ແລະ ເຮົາໄດ້ລົງໂທດຊາວເອຢິບດ້ວຍໄພພິບັດຕ່າງໆທີ່ເຮົາເຮັດຢູ່ທີ່ນັ້ນ ແລະ ເຮົາໄດ້ນຳພວກເຈົ້າອອກມາ.6ເມື່ອເຮົານຳບັນພະບຸລຸດຂອງພວກເຈົ້າອອກມາຈາກເອຢິບ, ພວກເຈົ້າໄດ້ມາເຖິງທະເລແດງ ແລະ ຊາວເອຢິບກໍໄດ້ໄລ່ຕາມພວກເຂົາພ້ອມກັບລົດມ້າ ແລະ ທະຫານມ້າ ໄປໄກຈົນເຖິງທະເລແດງ. 7ພວກເຂົາໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກພຣະເຈົ້າຢາເວ ແລະ ພຣະອົງກໍໄດ້ບັນດານໃຫ້ຄວາມມືດນັ້ນກັ້ນລະຫວ່າງພວກເຈົ້າກັບຊາວເອຢິບ; ພຣະອົງໄດ້ນຳທະເລມາຖ້ວມພວກເຂົາ ແລະ ປົກຄຸມພວກເຂົາ. ພວກເຈົ້າທັງຫລາຍໄດ້ເຫັນສິ່ງທີ່ເຮົາໄດ້ເຮັດແກ່ຊາວເອຢິບດ້ວຍຕາຂອງພວກເຈົ້າ. ຫລັງຈາກນັ້ນ ພວກເຈົ້າກໍໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາດົນນານ.8“ ‘ເຮົາໄດ້ນຳພວກເຈົ້າມາທີ່ດິນແດນຂອງຊາວອາໂມ ເຊິ່ງໄດ້ອາໄສຢູ່ທາງທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ. ພວກເຂົາໄດ້ສູ້ຮົບກັບພວກເຈົ້າ, ແຕ່ເຮົາໄດ້ມອບພວກເຂົາໄວ້ໃນມືຂອງພວກເຈົ້າ. ເຮົາໄດ້ທຳລາຍພວກເຂົາໃຫ້ພົ້ນໜ້າພວກເຈົ້າ ແລະ ພວກເຈົ້າກໍໄດ້ເຂົ້າຢຶດຄອງດິນແດນຂອງພວກເຂົາ.9ເມື່ອບາຫລາກ ລູກຊາຍຂອງຊິບໂປ ເຊິ່ງເປັນກະສັດແຫ່ງໂມອາບ, ໄດ້ຕຽມສູ້ຮົບກັບອິດສະຣາເອນ, ລາວໄດ້ເອີ້ນບາລາອາມ ລູກຊາຍຂອງເບອໍ ໃຫ້ມາສາບແຊ່ງພວກເຈົ້າ.10ແຕ່ເຮົາບໍ່ຟັງບາລາອາມ, ດັ່ງນັ້ນ ລາວຈຶ່ງໄດ້ອວຍພອນພວກເຈົ້າທຸກຄັ້ງ ແລະ ເຮົາໄດ້ກອບກູ້ພວກເຈົ້າອອກຈາກມືຂອງລາວ.11“ ‘ຫລັງຈາກນັ້ນ ພວກເຈົ້າກໍຂ້າມແມ່ນ້ຳຈໍແດນ ແລະ ໄດ້ມາທີ່ເຢຣິໂກ. ຊາວເມືອງເຢຣິໂກໄດ້ສູ້ກັບພວກເຈົ້າ ເຊັ່ນດຽວກັບຊາວອາໂມ, ເປຣີຊີ, ການາອານ, ຮິດຕີ, ກີກາຊີ, ຮີວີ ແລະ ເຢບຸດ, ແຕ່ເຮົາໄດ້ມອບພວກເຂົາໄວ້ໃນມືຂອງພວກເຈົ້າ.12ເຮົາໄດ້ສົ່ງຝູງຕໍ່ໄປລ່ວງໜ້າພວກເຈົ້າ ເພື່ອຂັບໄລ່ພວກເຂົາ ລວມທັງກະສັດຊາວອາໂມທັງສອງຄົນອອກໄປໃຫ້ພົ້ນໜ້າພວກເຈົ້າ. ພວກເຈົ້າຊະນະໄດ້ບໍ່ແມ່ນດ້ວຍດາບ ຫລື ດ້ວຍທະນູຂອງພວກເຈົ້າເອງ.13ດັ່ງນັ້ນ ເຮົາຈຶ່ງໄດ້ມອບທີ່ດິນທີ່ພວກເຈົ້າບໍ່ໄດ້ລົງແຮງ ແລະ ເມືອງທີ່ພວກເຈົ້າບໍ່ໄດ້ສ້າງໃຫ້ແກ່ພວກເຈົ້າ ເຊິ່ງພວກເຈົ້າອາໄສຢູ່ໃນຂະນະນີ້ ແລະ ກິນໝາກອະງຸ່ນ ແລະ ໝາກກອກທີ່ພວກເຈົ້າບໍ່ໄດ້ປູກ’.14“ບັດນີ້ ຈົ່ງຢຳເກງພຣະເຈົ້າຢາເວ ແລະ ຮັບໃຊ້ພຣະອົງດ້ວຍຄວາມສັດຊື່ທຸກປະການ. ຈົ່ງຊັດຖິ້ມພະທັງຫລາຍທີ່ບັນພະບຸລຸດຂອງພວກເຈົ້ານະມັດສະການຢູ່ທີ່ຟາກແມ່ນ້ຳເອີຟຣັດກັບໃນເອຢິບ ແລະ ຈົ່ງຮັບໃຊ້ພຣະເຈົ້າຢາເວ.15ແຕ່ຖ້າພວກເຈົ້າບໍ່ເຕັມໃຈທີ່ຈະຮັບໃຊ້ພຣະເຈົ້າຢາເວ ກໍຈົ່ງເລືອກສຳລັບຕົນເອງໃນວັນນີ້ ວ່າພວກເຈົ້າຈະຮັບໃຊ້ຜູ້ໃດ, ຈະເປັນພະທັງຫລາຍທີ່ບັນພະບຸລຸດຂອງພວກເຈົ້າໄດ້ຮັບໃຊ້ຢູ່ທີ່ຟາກແມ່ນ້ຳເອີຟຣັດ ຫລື ພະທັງຫລາຍຂອງຊາວອາໂມ ທີ່ຢູ່ໃນດິນແດນທີ່ພວກທ່ານອາໄສຢູ່ໃນເວລານີ້. ແຕ່ສຳລັບຂ້າພະເຈົ້າ ແລະ ຄອບຄົວຂອງຂ້າພະເຈົ້າຈະຮັບໃຊ້ພຣະເຈົ້າຢາເວ”.16ແລ້ວປະຊາຊົນຈຶ່ງໄດ້ຕອບວ່າ, “ຂໍໃຫ້ການນັ້ນໄປໃຫ້ຫ່າງໄກຈາກພວກເຮົາ ພວກເຮົາຈະບໍ່ຖິ້ມພຣະເຈົ້າຢາເວໄປຮັບໃຊ້ພະອື່ນ!17ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ພຣະອົງເອງນີ້ແຫລະຄືຜູ້ທີ່ນຳພວກເຮົາ ແລະ ບັນພະບຸລຸດຂອງພວກເຮົາອອກມາຈາກເອຢິບ, ອອກມາຈາກດິນແດນແຫ່ງການເປັນຂ້າທາດ ແລະ ພຣະອົງໄດ້ເຮັດໝາຍສຳຄັນອັນຍິ່ງໃຫຍ່ເຫລົ່ານັ້ນຢູ່ຕໍ່ໜ້າຕໍ່ຕາພວກເຮົາ. ພຣະອົງໄດ້ປົກປ້ອງຄຸ້ມຄອງພວກເຮົາຕະຫລອດການເດີນທາງຂອງພວກເຮົາ ແລະ ປົກປ້ອງຄຸ້ມຄອງພວກເຮົາທ່າມກາງຊົນຊາດທັງຫລາຍທີ່ພວກເຮົາເດີນທາງຜ່ານ.18ແລະ ພຣະເຈົ້າຢາເວໄດ້ຂັບໄລ່ຊົນຊາດທັງໝົດ, ລວມທັງຊາວອາໂມ, ຜູ້ທີ່ອາໄສຢູ່ໃນດິນແດນນີ້ອອກໄປໃຫ້ພົ້ນຈາກພວກເຮົາ. ພວກເຮົາກໍຈະຮັບໃຊ້ພຣະເຈົ້າຢາເວເຊັ່ນກັນ ເພາະພຣະອົງເປັນພຣະເຈົ້າຂອງພວກເຮົາ”.19ໂຢຊວຍໄດ້ເວົ້າກັບປະຊາຊົນວ່າ, “ພວກເຈົ້າບໍ່ສາມາດຮັບໃຊ້ພຣະເຈົ້າຢາເວ. ພຣະອົງເປັນພຣະເຈົ້າຜູ້ບໍລິສຸດ, ພຣະອົງເປັນພຣະເຈົ້າຜູ້ຫວງແຫນ. ພຣະອົງຈະບໍ່ອະໄພການກະບົດຂອງພວກເຈົ້າ ແລະ ຄວາມບາບຂອງພວກເຈົ້າ.20ຖ້າພວກເຈົ້າປະຖິ້ມພຣະເຈົ້າຢາເວ ແລະ ໄປຮັບໃຊ້ພະຕ່າງດ້າວ, ພຣະອົງກໍຈະຫັນກັບ ແລະ ນຳໄພພິບັດມາໃຫ້ພວກເຈົ້າ ແລະ ທຳລາຍພວກເຈົ້າຈົນໝົດສິ້ນ, ເຖິງວ່າພຣະອົງຈະດີຕໍ່ພວກເຈົ້າຕະຫລອດມາກໍຕາມ”.21ແຕ່ປະຊາຊົນກໍໄດ້ເວົ້າກັບໂຢຊວຍວ່າ, “ບໍ່ແມ່ນຢ່າງນັ້ນ! ພວກເຮົາຈະຮັບໃຊ້ພຣະເຈົ້າຢາເວ”.22ແລ້ວໂຢຊວຍຈຶ່ງໄດ້ເວົ້າວ່າ, “ພວກເຈົ້າເປັນພະຍານຜູກມັດຕົນເອງແລ້ວ ວ່າພວກທ່ານເລືອກທີ່ຈະຮັບໃຊ້ພຣະເຈົ້າຢາເວ”.ພວກເຂົາໄດ້ຕອບວ່າ, “ຖືກແລ້ວ, ພວກເຮົາເປັນພະຍານ”.23ແລ້ວໂຢຊວຍຈຶ່ງເວົ້າວ່າ, “ຖ້າເປັນເຊັ່ນນັ້ນ ຈົ່ງຖິ້ມພະຕ່າງດ້າວທັງຫລາຍທີ່ຢູ່ທ່າມກາງພວກເຈົ້າ ແລະ ມອບຫົວໃຈຂອງພວກເຈົ້າໃຫ້ກັບພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ”.24ບັນດາປະຊາຊົນໄດ້ເວົ້າກັບໂຢຊວຍວ່າ, “ພວກເຮົາຈະຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະ ເຊື່ອຟັງພຣະອົງ”.25ໃນວັນນັ້ນ ໂຢຊວຍຈຶ່ງໄດ້ເຮັດຄຳໝັ້ນສັນຍາສຳລັບບັນດາປະຊາຊົນ ແລະ ເພິ່ນໄດ້ຂຽນດຳລັດ ແລະ ກົດບັນຍັດໃຫ້ພວກເຂົາຢູ່ທີ່ຊີເຄມນັ້ນ.26ແລ້ວໂຢຊວຍຍັງໄດ້ບັນທຶກສິ່ງເຫລົ່ານີ້ລົງໃນໜັງສືກົດບັນຍັດຂອງພຣະເຈົ້າ. ຫລັງຈາກນັ້ນ ເພິ່ນກໍໄດ້ກິ້ງຫີນກ້ອນໃຫຍ່ມາ ແລະ ຕັ້ງຫີນນັ້ນຂຶ້ນຢູ່ທີ່ນັ້ນ ເຊິ່ງຢູ່ກ້ອງຕົ້ນໂອກ ໃກ້ກັບສະຖານທີ່ບໍລິສຸດຂອງພຣະເຈົ້າຢາເວ.27ໂຢຊວຍໄດ້ເວົ້າກັບປະຊາຊົນທັງໝົດວ່າ, “ເບິ່ງແມ! ຫີນກ້ອນນີ້ຈະເປັນພະຍານໃຫ້ພວກເຮົາ. ຫີນກ້ອນນີ້ໄດ້ຍິນທຸກຄຳທີ່ພຣະເຈົ້າຢາເວໄດ້ເວົ້າກັບພວກເຮົາ. ດັ່ງນັ້ນ ຫີນກ້ອນນີ້ຈະເປັນພະຍານໃຫ້ພວກເຈົ້າ ຖ້າພວກເຈົ້າບໍ່ສັດຊື່ຕໍ່ພຣະເຈົ້າຂອງພວກເຈົ້າ”.28ຫລັງຈາກນັ້ນ ໂຢຊວຍຈຶ່ງໃຫ້ປະຊາຊົນແຍກກັນກັບໄປຍັງດິນແດນຕາມກຳມະສິດຂອງຕົນ.
ການຝັງສົບໃນດິນແດນແຫ່ງຄຳໝັ້ນສັນຍາ
29ຫລັງຈາກເຫດການເຫລົ່ານີ້ແລ້ວ, ໂຢຊວຍ ລູກຊາຍຂອງນູນຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ກໍຕາຍເມື່ອມີອາຍຸໄດ້ 110 ປີ.30ແລ້ວພວກເຂົາກໍຝັງສົບເພິ່ນໄວ້ໃນທີ່ດິນ ເຊິ່ງເປັນກຳມະສິດຂອງເພິ່ນຢູ່ທີ່ຕີມນາດເຊຣາ ໃນເຂດພູເຂົາແຫ່ງເອຟຣາອິມ, ທາງທິດເໜືອຂອງພູເຂົາກາອາດ.31ອິດສະຣາເອນໄດ້ຮັບໃຊ້ພຣະເຈົ້າຢາເວ ຕະຫລອດຊີວິດຂອງໂຢຊວຍ ແລະ ບັນດາຜູ້ອາວຸໂສທີ່ມີອາຍຸຍືນກວ່າໂຢຊວຍ ແລະ ມີປະສົບການກ່ຽວກັບທຸກສິ່ງທີ່ພຣະເຈົ້າຢາເວເຮັດເພື່ອອິດສະຣາເອນ.32ກະດູກຂອງໂຢເຊບ ເຊິ່ງຊາວອິດສະຣາເອນໄດ້ນຳອອກມາຈາກເອຢິບນັ້ນ ກໍຖືກຝັງໄວ້ຢູ່ທີ່ຊີເຄມ ໃນທີ່ດິນທີ່ຢາໂຄບໄດ້ຊື້ມາຈາກລູກຊາຍຂອງຮາໂມ, ພໍ່ຂອງຊີເຄມ ໃນລາຄາເງິນໜຶ່ງຮ້ອຍແຜ່ນ ເຊິ່ງເປັນກຳມະສິດຂອງລູກຫລານເຜົ່າໂຢເຊັບ.33ແລະ ເອເລອາຊາ ລູກຊາຍຂອງອາໂຣນກໍຕາຍ ແລະ ຖືກຝັງໄວ້ຢູ່ທີ່ເມືອງກີເບອາ, ເຊິ່ງໄດ້ແບ່ງໃຫ້ແກ່ຟີເນຮາ ລູກຊາຍຂອງລາວໃນເຂດພູເຂົາແຫ່ງເອຟຣາອິມ.Biblica, Inc.