ໂຢຊວຍ21
ເມືອງສຳລັບເຜົ່າເລວີ
1ບັນດາຫົວໜ້າຄອບຄົວຂອງເຜົ່າເລວີໄດ້ມາຫາລືກັບປະໂລຫິດເອເລອາຊາ, ໂຢຊວຍ ລູກຊາຍຂອງນູນ ແລະ ບັນດາຫົວໜ້າຄອບຄົວຂອງເຜົ່າອື່ນໆຂອງອິດສະຣາເອນ2ທີ່ຊີໂລໃນການາອານ ແລະ ໄດ້ເວົ້າກັບພວກເຂົາວ່າ “ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ມອບເມືອງຕ່າງໆໃຫ້ແກ່ພວກຂ້ານ້ອຍ ເພື່ອເປັນບ່ອນອາໄສ ພ້ອມກັບທົ່ງຫຍ້າສຳລັບສັດລ້ຽງຂອງພວກຂ້ານ້ອຍ”.3ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ມອບເມືອງຕ່າງໆ ແລະ ທົ່ງຫຍ້າໃນເຂດທີ່ເປັນກຳມະສິດຂອງຕົນໃຫ້ແກ່ເຜົ່າເລວີ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.4ຈັບສະຫລາກຄັ້ງທຳອິດແມ່ນໄດ້ແກ່ຕະກຸນໂກຮາດ, ຕາມແຕ່ລະຕະກຸນຂອງພວກເຂົາ. ເຜົ່າເລວີທີ່ເປັນເຊື້ອສາຍຂອງປະໂລຫິດອາໂຣນແມ່ນໄດ້ຮັບ 13 ເມືອງຈາກເຜົ່າຢູດາ, ຊີເມໂອນ ແລະ ເບັນຢາມິນ.5ສ່ວນລູກຫລານທີ່ເຫລືອຂອງໂກຮາດແມ່ນໄດ້ຮັບ 10 ເມືອງ ຈາກຕະກຸນຕ່າງໆຂອງເຜົ່າເອຟຣາອິມ, ດານ ແລະ ມານາເຊເຄິ່ງເຜົ່າ.6ເຊື້ອສາຍເກໂຊນແມ່ນໄດ້ຮັບ 13 ເມືອງ ຈາກຕະກຸນຕ່າງໆຂອງເຜົ່າອິດຊາຄາ, ອາເຊ, ເນັບທາລີ ແລະ ມານາເຊອີກເຄິ່ງເຜົ່າໃນບາຊານ.7ເຊື້ອສາຍເມຣາຣິຕາມແຕ່ລະຕະກຸນຂອງພວກເຂົາແມ່ນໄດ້ຮັບ 12 ເມືອງ ຈາກເຜົ່າຣູເບັນ, ກາດ ແລະ ເຊບູໂລນ.8ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ແບ່ງເມືອງ ແລະ ທົ່ງຫຍ້າເຫລົ່ານີ້ຂອງພວກເຂົາໃຫ້ແກ່ຄົນເລວີ, ຕາມທີ່ພຣະເຈົ້າຢາເວ ໄດ້ສັ່ງໂມເຊໄວ້.9ພວກເຂົາໄດ້ແບ່ງເມືອງຈາກເຜົ່າຢູດາ ແລະ ຊີເມໂອນຕາມລາຍຊື່.10ເມືອງເຫລົ່ານີ້ໄດ້ຖືກມອບໃຫ້ແກ່ລູກຫລານຂອງອາໂຣນ ເຊິ່ງມາຈາກຕະກຸນໂກຮາດຂອງເຜົ່າເລວີ, ເພາະວ່າການຈັບສະຫລາກຄັ້ງທຳອິດນັ້ນແມ່ນຕົກຖືກພວກເຂົາ.11ພວກເຂົາໄດ້ມອບເມືອງກີຣິອາດອາກບາ (ຄືເຮັບໂຣນ), ພ້ອມດ້ວຍທົ່ງຫຍ້າທີ່ຢູ່ອ້ອມແອ້ມນັ້ນ, ເຊິ່ງຢູ່ໃນແຖບພູເຂົາແຫ່ງຢູດາ ໃຫ້ແກ່ລູກຫລານຂອງອາໂຣນ. (ອາກບາເປັນບັນພະບຸລຸດຂອງຊາວອານາກ).12ແຕ່ທົ່ງນາ ແລະ ໝູ່ບ້ານຕ່າງໆທີ່ຢູ່ໃນເມືອງນັ້ນໄດ້ມອບໃຫ້ແກ່ກາເລັບ ເຊິ່ງເປັນລູກຊາຍຂອງເຢຟຸນເນ ໃຫ້ເປັນກຳມະສິດຂອງລາວ.13ດັ່ງນັ້ນ ເຊື້ອສາຍຂອງປະໂລຫິດອາໂຣນຈຶ່ງໄດ້ຮັບເມືອງເຮັບໂຣນ (ເປັນເມືອງລີ້ໄພສຳລັບຜູ້ທີ່ຖືກກ່າວຫາວ່າເຮັດຄາດຕະກຳ), ລິບນາ,14ຢັດທີ, ເອຊະເຕມົວ,15ໂຮໂລນ, ເດບີ,16ອາອິນ, ຢຸດຕາ ແລະ ເບັດເຊເມດ. ລວມທັງໝົດມີ 9 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ ຈາກສອງເຜົ່າ.17ແລະ ຈາກເຜົ່າເບັນຢາມິນ ພວກເຂົາໄດ້ມອບໃຫ້ແກ່ລູກຫລານຂອງອາໂຣນ ດັ່ງນີ້: ກີເບໂອນ, ເກບາ,18ອານາທົດ ແລະ ອານໂມນ ລວມທັງໝົດມີ 4 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ.19ເມືອງທີ່ໄດ້ມອບໃຫ້ແກ່ບັນດາປະໂລຫິດ, ເຊິ່ງເປັນເຊື້ອສາຍຂອງອາໂຣນ ລວມທັງໝົດມີ 13 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ.20ສ່ວນຄອບຄົວອື່ນໆຂອງຕະກຸນໂກຮາດຂອງເຜົ່າເລວີແມ່ນໄດ້ຮັບເມືອງຕ່າງໆຈາກເຜົ່າເອຟຣາອິມ ມີດັ່ງນີ້:21ໃນແຖບພູເຂົາແຫ່ງເອຟຣາອິມ ພວກເຂົາໄດ້ຮັບມີດັ່ງນີ້: ຊີເຄມ (ເປັນເມືອງລີ້ໄພສຳລັບຜູ້ທີ່ຖືກກ່າວຫາວ່າເຮັດຄາດຕະກຳ) ແລະ ເກເຊ,22ກິບສາອິມ ແລະ ເບັດໂຮໂຣນ ລວມທັງໝົດມີ 4 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ.23ຈາກເຜົ່າດານ ພວກເຂົາໄດ້ຮັບມີດັ່ງນີ້: ເມືອງເອນເຕເກ, ກິບເບໂທນ,24ໄອຢາໂລນ ແລະ ກາດຣິມໂມນ ລວມທັງໝົດມີ 4 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ.25ຈາກມານາເຊອີກເຄິ່ງເຜົ່າ ພວກເຂົາໄດ້ຮັບມີດັ່ງນີ້: ເມືອງຕາອານັກ ແລະ ກາດຣິມໂມນ ລວມທັງໝົດມີ 2 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ.26ດັ່ງນັ້ນ ທັງໝົດ 10 ເມືອງ ແລະ ທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານີ້ແມ່ນໄດ້ມອບໃຫ້ຄອບຄົວອື່ນໆຂອງຕະກຸນໂກຮາດ.27ຕະກຸນເກໂຊນຂອງເຜົ່າເລວີແມ່ນໄດ້ຮັບດັ່ງນີ້: ຈາກມານາເຊເຄິ່ງເຜົ່າມີຄື: ໂກລານໃນບາຊານ (ເປັນເມືອງລີ້ໄພສຳລັບຜູ້ທີ່ຖືກກ່າວຫາວ່າເປັນຜູ້ຂ້າຄົນ) ແລະ ເບຊະເຕຣາ ລວມທັງໝົດມີ 2 ເມືອງ ພ້ອມດ້ວຍທົ່ງຫຍ້າຂອງເມືອງເຫລົ່ານັ້ນ;28ຈາກເຜົ່າອິດຊາຄາມີຄື: ກີຊີໂອນ, ດາເບຣັດ,29ຢາຣະມຸດ ແລະ ເອັນກັນນິມ, ລວມທັງໝົດມີ 4 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ;30ຈາກເຜົ່າອາເຊມີຄື: ມີຊັນ, ອັບໂດນ,31ເຮນກາດ ແລະ ເຣໂຮບ ລວມທັງໝົດມີ 4 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ;32ຈາກເຜົ່າເນັບທາລີມີຄື: ເກເດັດໃນຄາລີເລ (ເປັນເມືອງລີ້ໄພສຳລັບຜູ້ທີ່ຖືກກ່າວຫາວ່າເປັນຜູ້ຂ້າຄົນ), ຮາມໂມດໂດເຣ ແລະ ກາກຕານ ລວມ 3 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ.33ຈຳນວນເມືອງທັງໝົດທີ່ຕະກຸນເກໂຊນໄດ້ຮັບມີ 13 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ.34ຕະກຸນເມຣາຣິ (ເຜົ່າເລວີທີ່ເຫລືອ) ແມ່ນໄດ້ຮັບຄື: ຈາກເຜົ່າເຊບູໂລນມີຄື: ໂຢກເນອາມ, ກາກຕາ,35ດີມນາ ແລະ ນາຮາລັນ ລວມທັງໝົດມີ 4 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ;36ຈາກເຜົ່າຣູເບັນມີຄື: ເບເຊ, ຢາຮາດ,37ເກເດໂມດ ແລະ ເມຟາອາດ ລວມທັງໝົດມີ 4 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ;38ຈາກເຜົ່າກາດມີຄື: ຣາໂມດໃນກີເລອາດ (ເປັນເມືອງລີ້ໄພສຳລັບຜູ້ທີ່ຖືກກ່າວຫາວ່າເປັນຜູ້ຂ້າຄົນ), ມະຫານາອິມ,39ເຮັດຊະໂບນ ແລະ ຢາເສ ລວມທັງໝົດມີ 4 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນ.40ຈຳນວນເມືອງທັງໝົດທີ່ໄດ້ຮັບການແບ່ງໃຫ້ຕະກຸນເມຣາຣິ ເຊິ່ງເປັນຄົນເລວີສ່ວນທີ່ເຫລືອ ມີ 12 ເມືອງ.41ເມືອງທີ່ເຜົ່າເລວີໄດ້ຮັບທັງໝົດມີ 48 ເມືອງ ພ້ອມດ້ວຍທົ່ງຫຍ້າຕ່າງໆຂອງເມືອງເຫລົ່ານັ້ນທີ່ຢູ່ໃນດິນແດນທີ່ຊາວອິດສະຣາເອນຢຶດຄອງ.42ເມືອງເຫລົ່ານີ້ມີທົ່ງຫຍ້າອ້ອມຮອບທຸກເມືອງ; ນີ້ເປັນຄວາມຈິງຂອງບັນດາເມືອງເຫລົ່ານີ້.43ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ມອບດິນແດນທັງໝົດນີ້ໃຫ້ແກ່ອິດສະຣາເອນ ຕາມທີ່ພຣະອົງໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຂົາ ແລະ ພວກເຂົາກໍໄດ້ເຂົ້າໄປຢຶດຄອງດິນແດນນີ້ ແລະ ຕັ້ງຖິ່ນຖານຢູ່ທີ່ນັ້ນ.44ພຣະເຈົ້າຢາເວໄດ້ມອບຄວາມສະຫງົບສຸກທຸກດ້ານໃຫ້ແກ່ພວກເຂົາ, ຕາມທີ່ພຣະອົງໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຂົາ; ບໍ່ມີສັດຕູຄົນໃດຢືນຕໍ່ສູ້ພວກເຂົາໄດ້; ພຣະເຈົ້າຢາເວໄດ້ມອບສັດຕູທັງໝົດຂອງພວກເຂົາໄວ້ໃນມືຂອງພວກເຂົາ.45ສິ່ງດີທັງໝົດທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ກັບຊົນຊາດອິດສະຣາເອນລ້ວນແຕ່ສຳເລັດ; ບໍ່ມີຂາດຕົກບົກຜ່ອງໄປແມ່ນແຕ່ຂໍ້ດຽວ.Biblica, Inc.