ໂຢຊວຍ20

ເມືອງ​ລີ້ໄພ

1ແລ້ວ​ພຣະເຈົ້າ​ຢາເວ​ກໍ​ໄດ້​ເວົ້າ​ກັບ​ໂຢຊວຍ​ວ່າ:2“ຈົ່ງ​ສັ່ງ​ຊາວ​ອິດສະຣາເອນ​ໃຫ້​ກຳນົດ​ເມືອງ​ລີ້ໄພ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໂມເຊ​ໄວ້,3ເພື່ອ​ວ່າ​ຜູ້ໃດ​ທີ່​ຂ້າ​ຄົນ​ຕາຍ​ໂດຍ​ບໍ່​ເຈດຕະນາ ແລະ ເປັນ​ອຸບັດຕິເຫດ ສາມາດ​ໜີ​ມາ​ຍັງ​ເມືອງ​ເຫລົ່ານີ້ ແລະ ໄດ້​ຮັບ​ການ​ຄຸ້ມຄອງ​ໃຫ້​ພົ້ນ​ຈາກ​ຜູ້ແກ້ແຄ້ນ.4ເມື່ອ​ຜູ້​ຖືກ​ກ່າວ​ຫາ​ໜີ​ມາ​ຍັງ​ເມືອງ​ລີ້ໄພ​ແຫ່ງ​ໃດ​ແຫ່ງ​ໜຶ່ງ, ພວກເຂົາ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ທາງ​ເຂົ້າ​ປະຕູ​ເມືອງ ແລະ ຊີ້ແຈງ​ຄະດີ​ຂອງ​ຕົນ​ຕໍ່ໜ້າ​ບັນດາ​ຜູ້ອາວຸໂສ​ຂອງ​ເມືອງ​ນັ້ນ. ຜູ້ອາວຸໂສ​ຈະ​ຕ້ອງ​ຍອມ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ​ເມືອງ​ຂອງ​ຕົນ ແລະ ໃຫ້​ທີ່​ພັກ​ອາໄສ​ແກ່​ພວກເຂົາ.5ຖ້າ​ຜູ້ແກ້ແຄ້ນ​ໄລ່​ຕາມ​ມາ, ຜູ້ອາວຸໂສ​ຈະ​ຕ້ອງ​ບໍ່​ມອບ​ໂຕ​ຂອງ​ຜູ້​ຖືກ​ກ່າວ​ຫາ​ໃຫ້​ແກ່​ຜູ້ແກ້ແຄ້ນ ເພາະ​ວ່າ​ຜູ້​ຖືກ​ແກ້​ແຄ້ນ​ໄດ້​ຂ້າ​ເພື່ອນບ້ານ​ຂອງ​ຕົນ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ແລະ ບໍ່​ໄດ້​ຄິດ​ມຸ່ງ​ຮ້າຍ​ໄວ້​ກ່ອນ.6ພວກເຂົາ​ຈະ​ຕ້ອງ​ອາໄສ​ຢູ່​ໃນ​ເມືອງ​ນັ້ນ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ໄດ້​ຮັບ​ການ​ພິຈາລະນາ​ຄະດີ​ຕໍ່ໜ້າ​ມະຫາຊົນ ແລະ ຈົນ​ກວ່າ​ມະຫາ​ປະໂລຫິດ​ທີ່​ດຳລົງ​ຕຳແໜ່ງ​ໃນ​ເວລາ​ທີ່​ເກີດ​ເຫດ​ນັ້ນ​ເສຍ​ຊີວິດ. ແລ້ວ​ພວກເຂົາ​ຈຶ່ງ​ກັບ​ຄືນ​ເຮືອນ​ຂອງ​ຕົນ​ທີ່​ຢູ່​ຖິ່ນຖານ​ເດີມ​ທີ່​ພວກເຂົາ​ໄດ້​ໜີ​ມາ”.
7ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ແຍກ​ເມືອງ​ເກເດັດ​ໃນ​ຄາລີເລ ເຊິ່ງ​ຢູ່​ໃນ​ແຖບ​ພູເຂົາ​ແຫ່ງ​ເນັບທາລີ, ຊີເຄມ​ໃນ​ແຖບ​ພູເຂົາ​ແຫ່ງ​ເອຟຣາອິມ ແລະ ກີຣິອາດ​ອາຣາບາ (ຄື​ເຮັບໂຣນ), ໃນ​ແຖບ​ພູເຂົາ​ແຫ່ງ​ຢູດາ.8ທາງ​ທິດ​ຕາເວັນ​ອອກ​ຂອງ​ຈໍແດນ (ອີກ​ຟາກ​ໜຶ່ງ​ຂອງ​ເມືອງ​ເຢຣິໂກ) ພວກເຂົາ​ໄດ້​ກຳນົດ​ເອົາ​ເມືອງ​ເບເຊ ເຊິ່ງ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ເທິງ​ທົ່ງພຽງ​ສູງ​ໃນ​ເຂດ​ເຜົ່າ​ຣູເບັນ, ເມືອງ​ຣາໂມດ​ໃນ​ກີເລອາດ​ໃນ​ເຂດ​ຂອງ​ເຜົ່າ​ກາດ ແລະ ເມືອງ​ໂກລານ​ໃນ​ບາຊານ​ໃນ​ເຂດ​ຂອງ​ເຜົ່າ​ມານາເຊ.9ຊາວ​ອິດສະຣາເອນ​ຄົນ​ໃດ ແລະ ຄົນຕ່າງດ້າວ​ຄົນ​ໃດ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຂົາ ຜູ້​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ສາມາດ​ໜີ​ໄປ​ເມືອງ​ເຫລົ່ານີ້​ທີ່​ກຳນົດ​ໄວ້​ໄດ້ ແລະ ຈະ​ບໍ່​ຖືກ​ຂ້າ​ໂດຍ​ຜູ້​ແກ້​ແຄ້ນ​ກ່ອນ​ການ​ພິຈາລະນາ​ຄະດີ​ຕໍ່ໜ້າ​ມະຫາຊົນ.

Biblica, Inc.

https://app.library.bible/content/eab9312f9f16b3a2