ໂຢຊວຍ22
ເຜົ່າທາງດ້ານຕາເວັນອອກກັບບ້ານ
1ຫລັງຈາກນັ້ນ ໂຢຊວຍກໍໄດ້ເອີ້ນຊຸມນຸມເຜົ່າຣູເບັນ, ກາດ ແລະ ມານາເຊເຄິ່ງເຜົ່າ2ແລະ ໄດ້ເວົ້າກັບພວກເຂົາວ່າ: “ພວກທ່ານໄດ້ເຮັດທຸກສິ່ງຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້ ແລະ ເຊື່ອຟັງຄຳສັ່ງຂອງຂ້າພະເຈົ້າ ທີ່ຂ້າພະເຈົ້າໄດ້ສັ່ງໄວ້ທຸກຢ່າງ.3ພວກທ່ານບໍ່ໄດ້ປະຖິ້ມພີ່ນ້ອງຂອງພວກທ່ານ ແຕ່ໄດ້ປະຕິບັດໜ້າທີ່ ເຊິ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານໄດ້ມອບໝາຍໃຫ້ພວກທ່ານ ເປັນເວລາດົນນານມາຈົນເຖິງທຸກວັນນີ້.4ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານໄດ້ມອບຄວາມສະຫງົບສຸກໃຫ້ແກ່ພີ່ນ້ອງຂອງພວກທ່ານ ຕາມທີ່ພຣະອົງໄດ້ສັນຍາໄວ້. ດັ່ງນັ້ນ ຈົ່ງກັບຄືນໄປຍັງບ້ານຂອງພວກທ່ານ ທີ່ຢູ່ໃນດິນແດນອີກຟາກໜຶ່ງຂອງແມ່ນ້ຳຈໍແດນ ເຊິ່ງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ພວກທ່ານແລ້ວ.5ແຕ່ຈົ່ງຕັ້ງໃຈປະຕິບັດຕາມກົດບັນຍັດ ແລະ ກົດເກນທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໄວ້ກັບພວກທ່ານ ຄືຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ, ຈົ່ງດຳເນີນຊີວິດດ້ວຍການເຊື່ອຟັງພຣະອົງ, ຈົ່ງປະຕິບັດຕາມຄຳສັ່ງຂອງພຣະອົງ, ຈົ່ງຢຶດໝັ້ນໃນພຣະອົງ ແລະ ຮັບໃຊ້ພຣະອົງດ້ວຍສຸດໃຈ ແລະ ດ້ວຍສຸດຈິດວິນຍານຂອງພວກທ່ານ”.6ດັ່ງນັ້ນ ໂຢຊວຍຈຶ່ງໄດ້ອວຍພອນພວກເຂົາ ແລະ ສົ່ງພວກເຂົາກັບໄປ ແລະ ພວກເຂົາກໍໄດ້ໄປທີ່ເຮືອນຂອງພວກເຂົາ.7(ໂມເຊໄດ້ມອບດິນແດນທີ່ຢູ່ໃນບາຊານໃຫ້ແກ່ເຜົ່າມານາເຊເຄິ່ງເຜົ່າ ແລະ ສ່ວນອີກເຄິ່ງເຜົ່ານັ້ນ ໂຢຊວຍໄດ້ມອບດິນແດນທີ່ຢູ່ທາງຟາກທິດຕາເວັນຕົກຂອງແມ່ນ້ຳຈໍແດນໃຫ້ພວກເຂົາຄອບຄອງຮ່ວມກັບພີ່ນ້ອງຂອງພວກເຂົາທີ່ເປັນຊາວອິດສະຣາເອນ). ເມື່ອເວລາທີ່ໂຢຊວຍສົ່ງພວກເຂົາກັບບ້ານນັ້ນ ເພິ່ນກໍໄດ້ອວຍພອນພວກເຂົາ,8ພ້ອມທັງໄດ້ເວົ້າວ່າ: “ຈົ່ງກັບໄປເຮືອນຂອງພວກທ່ານພ້ອມກັບຊັບສົມບັດອັນຫລວງຫລາຍຂອງພວກທ່ານ, ພ້ອມທັງຝູງສັດລ້ຽງຂະໜາດໃຫຍ່, ພ້ອມດ້ວຍເງິນ, ຄຳ, ທອງສຳລິດ ແລະ ເຫລັກ, ພ້ອມທັງເຄື່ອງນຸ່ງຈຳນວນຫລວງຫລາຍ ແລະ ຈົ່ງແບ່ງຊັບສົມບັດທີ່ຢຶດມາຈາກສັດຕູຂອງພວກທ່ານໃຫ້ແກ່ພີ່ນ້ອງຂອງພວກທ່ານທີ່ເປັນຊາວອິດສະຣາເອນ”.9ດັ່ງນັ້ນ ບັນດາຄົນເຜົ່າຣູເບັນ, ກາດ ແລະ ມານາເຊເຄິ່ງເຜົ່າຈຶ່ງໄດ້ໄປຈາກຊາວອິດສະຣາເອນຢູ່ທີ່ຊີໂລໃນການາອານ ເພື່ອກັບຄືນສູ່ກີເລອາດ, ດິນແດນຂອງຕົນ, ເຊິ່ງໄດ້ມາຕາມທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊ.10ເມື່ອພວກເຂົາໄດ້ມາເຖິງເກລີໂລດ ທີ່ຢູ່ໃກ້ກັບແມ່ນ້ຳຈໍແດນໃນແຜ່ນດິນການາອານ, ຊົນເຜົ່າຣູເບັນ, ກາດ ແລະ ມານາເຊເຄິ່ງເຜົ່າໄດ້ສ້າງແທ່ນບູຊາຂະໜາດໃຫຍ່ຂຶ້ນຢູ່ໃກ້ແມ່ນ້ຳຈໍແດນນັ້ນ.11ແລ້ວເມື່ອຊາວອິດສະຣາເອນໄດ້ຍິນວ່າພວກເຂົາໄດ້ສ້າງແທ່ນບູຊາຂຶ້ນຢູ່ທີ່ເກລີໂລດ ຊາຍແດນການາອານ ເຊິ່ງຢູ່ໃກ້ກັບແມ່ນ້ຳຈໍແດນໃນເຂດແດນອິດສະຣາເອນ,12ປະຊາຊົນອິດສະຣາເອນທັງໝົດກໍມາຊຸມນຸມກັນຢູ່ທີ່ຊີໂລ ເພື່ອຕຽມໄປສູ້ຮົບກັບພວກເຂົາ.13ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ສົ່ງຟີເນຮາ ລູກຊາຍຂອງປະໂລຫິດເອເລອາຊາໄປທີ່ດິນແດນກີເລອາດ ເພື່ອພົບເຜົ່າຣູເບັນ, ກາດ ແລະ ມານາເຊເຄິ່ງເຜົ່ານັ້ນ.14ພວກເຂົາໄດ້ສົ່ງຜູ້ນຳສິບຄົນໄປກັບລາວ, ໜຶ່ງຄົນຈາກແຕ່ລະເຜົ່າຂອງອິດສະຣາເອນ ແຕ່ລະຄົນເປັນຫົວໜ້າຄອບຄົວຈາກຕະກຸນຕ່າງໆຂອງຊາວອິດສະຣາເອນ.15ເມື່ອພວກເຂົາມາເຖິງກີເລອາດແລ້ວ ພວກເຂົາກໍໄດ້ເວົ້າກັບເຜົ່າຣູເບັນ, ກາດ ແລະ ເຜົ່າມານາເຊເຄິ່ງເຜົ່ານັ້ນວ່າ:16“ຊຸມນຸມປະຊາຊົນທັງໝົດຂອງພຣະເຈົ້າຢາເວໄດ້ເວົ້າວ່າ ‘ພວກທ່ານທໍລະຍົດຕໍ່ພຣະເຈົ້າແຫ່ງອິດສະຣາເອນຢ່າງນີ້ໄດ້ແນວໃດ? ພວກທ່ານຈະຫັນໜີຈາກພຣະເຈົ້າຢາເວ ແລະ ສ້າງແທ່ນບູຊາຂອງຕົນເອງເພື່ອເປັນການກະບົດຕໍ່ພຣະອົງໄດ້ແນວໃດ?17ຄວາມບາບຂອງເປອໍຍັງບໍ່ພຽງພໍສຳລັບພວກເຮົາບໍ? ເຊິ່ງຈົນເຖິງເວລານີ້ ພວກເຮົາກໍຍັງບໍ່ໄດ້ຊຳລະຕົນເອງໃຫ້ພົ້ນຈາກຄວາມບາບນັ້ນ, ເຖິງແມ່ນວ່າໄພພິບັດໄດ້ຕົກໃສ່ຊຸມຊົນຂອງພຣະເຈົ້າຢາເວ!18ແລະ ບັດນີ້ ພວກທ່ານກໍກຳລັງຫັນໜີຈາກພຣະເຈົ້າຢາເວອີກບໍ?“ ‘ຖ້າພວກທ່ານກະບົດຕໍ່ພຣະເຈົ້າຢາເວໃນວັນນີ້, ມື້ອື່ນພຣະອົງກໍຈະໃຈຮ້າຍໃຫ້ຊຸມຊົນຊາວອິດສະຣາເອນທັງໝົດ.19ຖ້າແຜ່ນດິນທີ່ທ່ານຄອບຄອງຢູ່ນັ້ນເປັນມົນທິນ, ກໍຈົ່ງຂ້າມມາຍັງດິນແດນຂອງພຣະເຈົ້າຢາເວ ບ່ອນທີ່ຫໍເຕັນຂອງພຣະເຈົ້າຢາເວຕັ້ງຢູ່ ແລະ ມາແບ່ງປັນດິນແດນກັບພວກເຮົາ ແຕ່ຢ່າໄດ້ກະບົດຕໍ່ພຣະເຈົ້າຢາເວ ຫລື ຕໍ່ພວກເຮົາໂດຍສ້າງແທ່ນບູຊາຂອງຕົນເອງ ນອກຈາກແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ.20ເມື່ອອາການ ລູກຊາຍຂອງເຊຣາບໍ່ສັດຊື່ໃນເລື່ອງຂອງທີ່ຕ້ອງອຸທິດຖວາຍ, ຄວາມໂກດຮ້າຍຈຶ່ງມາຕົກໃສ່ຊຸມຊົນຊາວອິດສະຣາເອນທັງໝົດບໍ່ແມ່ນບໍ? ບໍ່ແມ່ນລາວຄົນດຽວທີ່ຕາຍໄປເພາະຄວາມບາບນັ້ນ’ ”.21ແລ້ວເຜົ່າຣູເບັນ, ກາດ ແລະ ມານາເຊເຄິ່ງເຜົ່າຈຶ່ງໄດ້ຕອບບັນດາຫົວໜ້າຕະກຸນຂອງອິດສະຣາເອນວ່າ:22“ພຣະເຈົ້າຢາເວ, ພຣະເຈົ້າ, ອົງຜູ້ມີລິດອຳນາດຍິ່ງໃຫຍ່! ພຣະເຈົ້າຢາເວ, ພຣະເຈົ້າ, ອົງຜູ້ມີລິດອຳນາດຍິ່ງໃຫຍ່! ພຣະອົງຮູ້! ແລະ ອິດສະຣາເອນຈົ່ງຮູ້ໄວ້! ຖ້ານີ້ເປັນການກະບົດ ຫລື ບໍ່ເຊື່ອຟັງພຣະເຈົ້າຢາເວ, ວັນນີ້ກໍຢ່າໄວ້ຊີວິດພວກເຮົາເລີຍ.23ຖ້າພວກເຮົາສ້າງແທ່ນບູຊາຂອງພວກເຮົາເອງ ເພື່ອຫັນໄປຈາກພຣະເຈົ້າຢາເວ ແລະ ຖວາຍເຄື່ອງເຜົາບູຊາ, ເຄື່ອງເມັດພືດບູຊາ ຫລື ເຄື່ອງສາມັກຄີທຳບູຊາຢູ່ເທິງແທ່ນ, ກໍຂໍໃຫ້ພຣະເຈົ້າຢາເວເອີ້ນພວກເຮົາໄປຈັດການ.24“ບໍ່ແມ່ນເລີຍ! ພວກເຮົາໄດ້ສ້າງແທ່ນນີ້ຂຶ້ນມາ ກໍເພາະພວກເຮົາຢ້ານວ່າໃນອະນາຄົດລູກຫລານຂອງພວກທ່ານອາດຈະກ່າວກັບລູກຫລານຂອງພວກເຮົາວ່າ, ‘ພວກທ່ານມີສິດອັນໃດໃນການນະມັດສະການພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ?25ພຣະເຈົ້າຢາເວໄດ້ຕັ້ງແມ່ນ້ຳຈໍແດນໃຫ້ເປັນຊາຍແດນກັ້ນລະຫວ່າງພວກເຮົາກັບພວກທ່ານ ຄືພວກທ່ານທີ່ເປັນຄົນຣູເບັນ ແລະ ກາດ! ບໍ່ມີສິດບໍ່ມີສ່ວນອັນໃດໃນພຣະເຈົ້າຢາເວ’. ແລ້ວລູກຫລານຂອງພວກທ່ານຈະເຮັດໃຫ້ລູກຫລານຂອງພວກເຮົາເຊົາຢຳເກງພຣະເຈົ້າຢາເວ.26“ດ້ວຍເຫດນີ້ ພວກເຮົາຈຶ່ງໄດ້ເວົ້າວ່າ, ‘ໃຫ້ພວກເຮົາຕຽມພ້ອມ ແລະ ສ້າງແທ່ນບູຊາຂຶ້ນ ແຕ່ບໍ່ແມ່ນສຳລັບຖວາຍເຄື່ອງເຜົາບູຊາ ຫລື ເຄື່ອງບູຊາຕ່າງໆ’.27ແຕ່ກົງກັນຂ້າມ, ແທ່ນນີ້ຈະເປັນພະຍານລະຫວ່າງພວກເຮົາກັບພວກທ່ານ ແລະ ຄົນລຸ້ນຕໍ່ໆໄປວ່າພວກເຮົາຈະນະມັດສະການພຣະເຈົ້າຢາເວ ດ້ວຍເຄື່ອງເຜົາບູຊາ, ເຄື່ອງບູຊາເພື່ອຄວາມສາມັກຄີທຳ ແລະ ເຄື່ອງຖວາຍຕ່າງໆຂອງພວກເຮົາ ຢູ່ທີ່ສະຖານນະມັດສະການຂອງພຣະອົງ. ແລ້ວໃນອະນາຄົດລູກຫລານຂອງພວກທ່ານກໍບໍ່ອາດເວົ້າກັບລູກຫລານຂອງພວກເຮົາວ່າ ‘ພວກທ່ານບໍ່ມີສິດບໍ່ມີສ່ວນອັນໃດໃນພຣະເຈົ້າຢາເວ’.28“ແລະ ພວກເຮົາໄດ້ເວົ້າວ່າ, ‘ຖ້າພວກເຂົາກ່າວເຊັ່ນນີ້ກັບພວກເຮົາ ຫລື ລູກຫລານຂອງພວກເຮົາ, ພວກເຮົາກໍຈະຕອບວ່າ: ເບິ່ງແທ່ນບູຊາຈຳລອງຂອງພຣະເຈົ້າຢາເວ ເຊິ່ງບັນພະບຸລຸດຂອງພວກເຮົາໄດ້ສ້າງຂຶ້ນແມ, ບໍ່ແມ່ນສຳລັບຖວາຍເຄື່ອງບູຊາ ຫລື ເຄື່ອງເຜົາບູຊາ ແຕ່ເປັນພະຍານລະຫວ່າງພວກເຮົາກັບພວກທ່ານ’.29“ຂໍໃຫ້ການນັ້ນໄປຫ່າງໄກຈາກພວກເຮົາ ໃນວັນນີ້ພວກເຮົາຈະບໍ່ກະບົດຕໍ່ພຣະເຈົ້າຢາເວ ຫລື ຫັນໄປຈາກພຣະອົງ ໂດຍສ້າງແທ່ນບູຊາສຳລັບເຄື່ອງເຜົາບູຊາ, ເມັດພືດບູຊາ ຫລື ເຄື່ອງບູຊາຕ່າງໆ ແທນທີ່ແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາທີ່ຕັ້ງຢູ່ໜ້າຫໍເຕັນຂອງພຣະອົງ”.30ເມື່ອປະໂລຫິດຟີເນຮາ ແລະ ບັນດາຜູ້ນຳຂອງຊຸມຊົນ ເຊິ່ງເປັນຫົວໜ້າຕະກຸນຕ່າງໆຂອງຊົນຊາດອິດສະຣາເອນໄດ້ຍິນຄຳກ່າວຈາກເຜົ່າຣູເບັນ, ກາດ ແລະ ມານາເຊເຊັ່ນນີ້ແລ້ວ ພວກເຂົາກໍພໍໃຈ.31ປະໂລຫິດຟີເນຮາ ລູກຊາຍຂອງເອເລອາຊາໄດ້ເວົ້າກັບເຜົ່າຣູເບັນ, ກາດ ແລະ ມານາເຊວ່າ, “ວັນນີ້ ພວກເຮົາຮູ້ແລ້ວວ່າພຣະເຈົ້າຢາເວຢູ່ກັບພວກເຮົາ ເພາະວ່າພວກທ່ານບໍ່ໄດ້ເຮັດຜິດຕໍ່ພຣະເຈົ້າຢາເວໃນເລື່ອງນີ້ ບັດນີ້ ພວກທ່ານໄດ້ຊ່ວຍຊົນຊາດອິດສະຣາເອນໃຫ້ພົ້ນຈາກມືຂອງພຣະເຈົ້າຢາເວ”.32ແລ້ວປະໂລຫິດຟີເນຮາ ລູກຊາຍຂອງເອເລອາຊາ ແລະ ບັນດາຜູ້ນຳຈຶ່ງກັບຈາກການພົບກັບຊົນເຜົ່າຣູເບັນ ແລະ ກາດໃນກີເລອາດ ມາທີ່ການາອານ ແລະ ໄດ້ລາຍງານຕໍ່ຊົນຊາດອິດສະຣາເອນ.33ພວກເຂົາພາກັນດີໃຈທີ່ໄດ້ຟັງເລື່ອງລາວ ແລະ ສັນລະເສີນພຣະເຈົ້າ. ແລ້ວຊາວອິດສະຣາເອນກໍບໍ່ໄດ້ເວົ້າກັນເຖິງເລື່ອງຈະໄປສູ້ຮົບກັບພວກເຂົາ ເພື່ອທຳລາຍດິນແດນທີ່ເຜົ່າຣູເບັນ ແລະ ກາດອາໄສຢູ່ນັ້ນອີກ.34ຊົນເຜົ່າຣູເບັນ ແລະ ກາດໄດ້ຕັ້ງຊື່ແທ່ນນັ້ນວ່າ, “ພະຍານລະຫວ່າງພວກເຮົາວ່າພຣະເຈົ້າຢາເວເປັນພຣະເຈົ້າ”.
Biblica, Inc.