ໂຢຊວຍ19

ດິນແດນ​ຂອງ​ເຜົ່າ​ຊີເມໂອນ

1ຈັບ​ສະຫລາກ​ຄັ້ງ​ທີ​ສອງ​ໄດ້​ແກ່​ເຜົ່າ​ຊີເມໂອນ ຕາມ​ແຕ່​ລະ​ຕະກຸນ. ກຳມະສິດ​ຂອງ​ພວກເຂົາ​ຢູ່​ໃນ​ເຂດແດນ​ຂອງ​ຢູດາ.2ລວມ​ທັງ​ເມືອງ​ຕ່າງໆ ມີ​ດັ່ງນີ້: ເບເອນເຊບາ (ຫລື ເຊບາ), ໂມລາດາ,3ຮາສາ​ຊູອານ, ບາລາ, ເອເສມ,4ເອນໂຕລັດ, ເບັດອູນ, ໂຮມາ,5ຊິກລັກ, ເບັດ​ມັກກາໂບດ, ຮາສາ​ຊູຊາ,6ເບັດ​ເລບາໂອດ ແລະ ຊາຣູເຮນ ລວມ​ມີ 13 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.7ອາອິນ, ຣິມໂມນ, ເອເທ ແລະ ອາຊານ ເຊິ່ງ​ລວມ​ມີ 4 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ8ແລະ ໝູ່ບ້ານ​ຕ່າງໆ​ທີ່​ຢູ່ ອ້ອມ​ເມືອງ​ເຫລົ່ານັ້ນ ໄປ​ໄກ​ຈົນ​ເຖິງ​ບາອາລາດ​ເບອາ (ຣາມາ​ໃນ​ເນເກັບ). ນີ້​ຄື​ກຳມະສິດ​ຂອງ​ເຜົ່າ​ຊີເມໂອນ​ຕາມ​ແຕ່​ລະ​ຕະກຸນ.9ກຳມະສິດ​ຂອງ​ເຜົ່າ​ຊີເມໂອນ​ມາ​ຈາກ​ສ່ວນ​ທີ່​ແຕ່​ກ່ອນ​ມອບ​ໃຫ້​ຢູດາ, ເພາະ​ສ່ວນ​ທີ່​ຢູດາ​ໄດ້​ຮັບ​ນັ້ນ​ມີ​ຫລາຍ​ເກີນ​ກວ່າ​ທີ່​ພວກເຂົາ​ຕ້ອງການ. ດັ່ງນັ້ນ ຊີເມໂອນ​ຈຶ່ງ​ໄດ້​ຮັບ​ກຳມະສິດ​ໃນ​ເຂດແດນ​ຂອງ​ຢູດາ.

ດິນແດນ​ຂອງ​ເຜົ່າ​ຊາບູໂລນ

10ຈັບ​ສະຫລາກ​ຄັ້ງ​ທີ​ສາມ​ແມ່ນ​ໄດ້​ແກ່​ເຜົ່າ​ເຊບູໂລນ ຕາມ​ແຕ່​ລະ​ຕະກຸນ: ດິນແດນ​ທີ່​ເປັນ​ມໍລະດົກ​ຂອງ​ພວກເຂົາ​ແມ່ນ​ໄປ​ໄກ​ເຖິງ​ຊາຣິດ.11ມາ​ທາງ​ທິດ​ຕາເວັນ​ຕົກ ຈົນ​ເຖິງ​ມາຣາລາ, ເຊິ່ງ​ຕິດ​ກັບ​ດັບເບເຊັດ ແລະ ຂະຫຍາຍ​ຈົນ​ໄປ​ເຖິງ​ຫ້ວຍ​ນ້ຳ​ທີ່​ຢູ່​ໃກ້​ກັບ​ໂຢກເນອາມ.12ໄປ​ທາງ​ທິດ​ຕາເວັນ​ອອກ ຈາກ​ຊາຣິດ​ໄປ​ທາງ​ຕາເວັນ​ຂຶ້ນ ໄປ​ຫາ​ເຂດແດນ​ກີຊະໂລດ​ຕາໂບເຣ ແລະ ໄປ​ຈົນ​ເຖິງ​ດາເບຣັດ ແລະ ຂຶ້ນ​ໄປ​ຢາເຟຍ.13ຫລັງຈາກ​ນັ້ນ ຊາຍແດນ​ຍັງ​ກາຍ​ໄປ​ທາງ​ທິດ​ຕາເວັນ​ອອກ ຈົນ​ເຖິງ​ກາດ​ເຮເຟ ແລະ ເອັດກະສິນ. ຊາຍແດນ​ໄດ້​ອອກ​ມາ​ທີ່​ຣິມໂມນ ແລະ ລ້ຽວ​ໄປ​ສູ່​ເນອາ.14ຈາກ​ທີ່​ນັ້ນ ຊາຍແດນ​ກໍ​ໄດ້​ອ້ອມ​ຂຶ້ນ​ໄປ​ທາງ​ທິດ​ເໜືອ ໄປ​ຫາ​ຮັນນາໂທນ ແລະ ສິ້ນສຸດ​ລົງ​ທີ່​ຮ່ອມພູ​ອິບທາເອນ.15ເຂດແດນ​ໄດ້​ກວມ​ເອົາ​ເມືອງ​ກັດຕາດ, ນາຮາລັນ, ຊິມໂຣນ, ອິດາລາ ແລະ ເບັດເລເຮັມ ເຊິ່ງ​ລວມ​ມີ 12 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.16ເມືອງ​ຕ່າງໆ ແລະ ໝູ່ບ້ານ​ຂອງ​ເມືອງ​ເຫລົ່ານີ້ ເປັນ​ກຳມະສິດ​ຂອງ​ເຜົ່າ​ເຊບູໂລນ ຕາມ​ແຕ່​ລະ​ຕະກຸນ.

ດິນແດນ​ຂອງ​ເຜົ່າ​ອິຊາຄາ

17ຈັບ​ສະຫລາກ​ຄັ້ງ​ທີ​ສີ່​ແມ່ນ​ໄດ້​ແກ່​ອິດຊາຄາ ຕາມ​ແຕ່​ລະ​ຕະກຸນ.18ດິນແດນ​ຂອງ​ພວກເຂົາ​ໄດ້​ກວມ​ເອົາ​ເມືອງ​ຕ່າງໆ​ດັ່ງນີ້: ເມືອງ​ຢິດຊະເຣນ, ເກຊຸນໂລດ, ຊູເນມ,19ຮາຟາຣາອິມ, ຊີໂອນ, ອານາຮາຣັດ,20ຣັບບິດ, ກີຊີໂອນ, ເອເບເສ,21ເຣເມັດ, ເອັນກັນນິມ, ເອັນຮັດດາ ແລະ ເບັດ​ປະສະເສັດ.22ຊາຍແດນ​ໄດ້​ໄປ​ຮອດ​ທາໂບ, ຊາຮາສູມາ ແລະ ເບັດເຊເມດ ແລ້ວ​ສິ້ນສຸດ​ລົງ​ທີ່​ແມ່ນ້ຳ​ຈໍແດນ. ລວມ​ທັງ​ໝົດ​ມີ 16 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.23ເມືອງ​ຕ່າງໆ ແລະ ໝູ່ບ້ານ​ຂອງ​ເມືອງ​ເຫລົ່ານີ້ ເປັນ​ກຳມະສິດ​ຂອງ​ເຜົ່າ​ອິດຊາຄາ ຕາມ​ແຕ່​ລະ​ຕະກຸນ.

ດິນແດນ​ຂອງ​ເຜົ່າ​ອາເຊ

24ຈັບ​ສະຫລາກ​ຄັ້ງ​ທີ​ຫ້າ​ແມ່ນ​ໄດ້​ແກ່​ເຜົ່າ​ອາເຊ ຕາມ​ແຕ່​ລະ​ຕະກຸນ.25ດິນແດນ​ຂອງ​ພວກເຂົາ​ໄດ້​ກວມ​ເອົາ​ເມືອງ​ຕ່າງໆ​ດັ່ງ​ນີ້: ເຮນກາດ, ຮາລີ, ເບເຕນ, ອັກຊັບ,26ອັນລຳເມເຫລັກ, ອາມາດ ແລະ ມີຊັນ, ຊາຍແດນ​ທາງ​ທິດ​ຕາເວັນ​ຕົກ​ແມ່ນ​ຕິດ​ກັບ​ກາເມນ ແລະ ຊີໂຮເຣ​ເລລິບນາດ.27ຊາຍແດນ​ໄດ້​ອ້ອມ​ໄປ​ທາງ​ທິດ​ຕາເວັນ​ອອກ ໄປ​ສູ່​ເບັດ​ດາໂກນ, ຕິດ​ກັບ​ເຊບູໂລນ ແລະ ຮ່ອມພູ​ອິບທາເອນ ແລະ ໄປ​ທາງ​ທິດ​ເໜືອ​ຈົນ​ເຖິງ​ເບັດ​ເອເມກ ແລະ ເນອີເອນ, ຜ່ານ​ກາບູນ​ດ້ານ​ຊ້າຍ.28ຈົນ​ເຖິງ​ອັບໂດນ, ເຣໂຮບ, ຮາມໂມນ ແລະ ກະນາ, ໄປ​ໄກ​ຈົນ​ເຖິງ​ຊີໂດນ​ໃຫຍ່.29ຫລັງ​ຈາກ​ນັ້ນ ຊາຍແດນ​ກໍ​ກັບ​ຄືນ​ໄປ​ຍັງ​ຣາມາ ແລະ ໄປ​ຫາ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຂອງ​ຕີເຣ, ລ້ຽວ​ໄປ​ທາງ​ໂຮຊາ ແລະ ມາ​ອອກ​ທະເລ​ເມດີແຕຣາເນ​ໃນ​ເຂດ​ອັກຊິບ.30ອູມມາ, ອາເຟັກ ແລະ ເຣໂຮບ. ລວມ​ທັງ​ໝົດ​ມີ 22 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.31ເມືອງ​ຕ່າງໆ ແລະ ໝູ່ບ້ານ​ຂອງ​ເມືອງ​ເຫລົ່ານີ້ ເປັນ​ກຳມະສິດ​ຂອງ​ເຜົ່າ​ອາເຊ ຕາມ​ແຕ່​ລະ​ຕະກຸນ.

ດິນແດນ​ຂອງ​ເຜົ່າ​ເນັບທາລີ

32ຈັບ​ສະຫລາກ​ຄັ້ງ​ທີ​ຫົກ​ແມ່ນ​ໄດ້​ແກ່​ເຜົ່າ​ເນັບທາລີ ຕາມ​ແຕ່​ລະ​ຕະກຸນ.33ຊາຍແດນ​ຂອງ​ພວກເຂົາ​ແມ່ນ​ເລີ່ມ​ຈາກ​ເຮເຫລັບ ແລະ ຕົ້ນໄມ້ໃຫຍ່​ໃນ​ສາອານາມນິມ, ຜ່ານ​ອາດາມີ​ເນເກັບ ແລະ ຢັບນີເອນ ໄປ​ຈົນ​ເຖິງ​ລັກກຸມ ແລະ ສິ້ນສຸດ​ຢູ່​ທີ່​ແມ່ນ້ຳ​ຈໍແດນ.34ຊາຍແດນ​ໄດ້​ໄປ​ທາງ​ທິດ​ຕາເວັນ​ຕົກ ຜ່ານ​ອາສະໂນດ​ຕາໂບເຣ ແລະ ມາ​ອອກ​ທີ່​ຮຸກກອກ. ຊາຍແດນ​ທາງ​ທິດ​ໃຕ້​ແມ່ນ​ຈຸ​ກັບ​ເຊບູໂລນ, ທາງ​ທິດ​ຕາເວັນ​ຕົກ​ແມ່ນ​ຈຸ​ກັບ​ອາເຊ ແລະ ທາງ​ທິດ​ຕາເວັນ​ອອກ​ແມ່ນ​ຈຸ​ກັບ​ແມ່ນ້ຳ​ຈໍແດນ. 35ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຕ່າງໆ​ນັ້ນ​ມີ​ດັ່ງນີ້: ຊິດດິມ, ເສເຣ, ຮາມມັດ, ຣັກກັດ, ກິນເນເຣດ,36ອາດາມາ, ຣາມາ, ຮາໂຊ,37ເກເດັດ, ເອັດເຣອີ, ເອນຮາໂຊ,38ຢີໂຣນ, ມິກດາ​ເອນ, ໂຮເຣັມ, ເບັດ​ອານາດ ແລະ ເບັດ​ເຊເມດ. ລວມ​ທັງໝົດ​ມີ 19 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.39ເມືອງ​ຕ່າງໆ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານີ້ ເປັນ​ກຳມະສິດ​ຂອງ​ເຜົ່າ​ເນັບທາລີ ຕາມ​ແຕ່​ລະ​ຕະກຸນ.

ດິນແດນ​ຂອງ​ເຜົ່າ​ດານ

40ຈັບ​ສະຫລາກ​ຄັ້ງ​ທີ​ເຈັດ​ແມ່ນ​ໄດ້​ແກ່​ເຜົ່າ​ດານ ຕາມ​ແຕ່​ລະ​ຕະກຸນ.41ດິນແດນ​ໃນ​ກຳມະສິດ​ຂອງ​ພວກເຂົາ​ໄດ້​ກວມ​ເອົາ​ເມືອງ​ຕ່າງໆ ດັ່ງນີ້: ເມືອງ​ໂຊຣາ, ເອຊະຕາໂອນ, ອີຣະເຊເມດ,42ຊາອານບິມ, ໄອຢາໂລນ, ອີທະລາ,43ເອໂລນ, ຕິມນາ, ເອັກໂຣນ,44ເອນເຕເກ, ກິບເບໂທນ, ບາອາລັດ,45ເຢຮຸດ, ເບເນ​ເບລັກ, ກາດ​ຣິມໂມນ,46ເມ​ຢາຣະໂກນ ແລະ ຣັກໂກນ ລວມ​ທັງ​ດິນແດນ​ທີ່​ກົງກັນຂ້າມ​ກັບ​ເມືອງ​ຢົບປາ.47(ເມື່ອ​ຊາວ​ດານ​ໄດ້​ສູນເສຍ​ດິນແດນ​ໃຫ້​ກັບ​ພວກເຂົາ​ໄປ, ຊາວ​ດານ​ຈຶ່ງ​ໄດ້​ຂຶ້ນ​ໄປ ແລະ ໄດ້​ໂຈມຕີ​ເມືອງ​ລາເຊມ, ຢຶດ​ເອົາ​ເມືອງ​ນີ້, ຂ້າ​ຊາວ​ເມືອງ​ນັ້ນ​ດ້ວຍ​ດາບ ແລະ ໄດ້​ຢຶດຄອງ​ເມືອງ​ນີ້. ພວກເຂົາ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ທີ່​ເມືອງ​ລາເຊມ ແລະ ເອີ້ນ​ເມືອງ​ລາເຊມ​ວ່າ​ດານ ຕາມ​ຊື່​ບັນພະບຸລຸດ​ຂອງ​ຕົນ).48ເມືອງ​ຕ່າງໆ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານີ້ ເປັນ​ກຳມະສິດ​ຂອງ​ເຜົ່າ​ດານ ຕາມ​ແຕ່​ລະ​ຕະກຸນ.

ສ່ວນ​ແບ່ງ​ຂອງ​ໂຢຊວຍ

49ເມື່ອ​ພວກເຂົາ​ໄດ້​ແບ່ງ​ດິນແດນ​ອອກ​ເປັນ​ສ່ວນ​ສຳເລັດ​ແລ້ວ, ຊາວ​ອິດສະຣາເອນ​ກໍ​ໄດ້​ມອບ​ທີ່​ດິນ​ຕອນ​ໜຶ່ງ​ໃຫ້​ໂຢຊວຍ ລູກຊາຍ​ຂອງ​ນູນ ໃຫ້​ເປັນ​ກຳມະສິດ​ທ່າມກາງ​ພວກເຂົາ,50ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້. ພວກເຂົາ​ໄດ້​ມອບ​ເມືອງ​ໃຫ້​ເພິ່ນ​ຕາມ​ທີ່​ໂຢຊວຍ​ໄດ້​ຂໍ ຄື​ຕີມນາດ​ເຊຣາ ໃນ​ເຂດ​ເນີນພູ​ແຫ່ງ​ເອຟຣາອິມ ແລະ ເພິ່ນ​ກໍ​ໄດ້​ສ້າງ​ເມືອງ ແລະ ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.
51ທັງໝົດ​ນີ້​ແມ່ນ​ດິນແດນ​ຕ່າງໆ ເຊິ່ງ​ປະໂລຫິດ​ເອເລອາຊາ, ໂຢຊວຍ ລູກຊາຍ​ຂອງ​ນູນ ແລະ ບັນດາ​ຜູ້ນຳ​ຂອງ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ໄດ້​ແບ່ງ ໂດຍ​ການ​ຈັບ​ສະຫລາກ​ຢູ່​ທີ່​ຊີໂລ ຕໍ່ໜ້າ​ພຣະເຈົ້າ​ຢາເວ ທີ່​ທາງ​ເຂົ້າ​ຫໍເຕັນ​ນັດພົບ. ແລ້ວ​ພວກເຂົາ​ຈຶ່ງ​ແບ່ງ​ດິນແດນ​ສຳເລັດ​ຮຽບຮ້ອຍ.

Biblica, Inc.

https://app.library.bible/content/eab9312f9f16b3a2