ໂຢຊວຍ18
ການແບ່ງດິນແດນສ່ວນທີ່ເຫລືອ
1ປະຊາຊົນອິດສະຣາເອນທັງໝົດກໍໄດ້ມາຊຸມນຸມກັນຢູ່ທີ່ຊີໂລ ແລະ ຕັ້ງເຕັນນັດພົບຂຶ້ນຢູ່ທີ່ນັ້ນ. ພວກເຂົາກໍໄດ້ເຂົ້າຄອບຄອງດິນແດນນັ້ນ.2ແຕ່ຊາວອິດສະຣາເອນອີກເຈັດເຜົ່ານັ້ນຍັງບໍ່ໄດ້ຮັບກຳມະສິດຂອງຕົນ.3ດັ່ງນັ້ນ ໂຢຊວຍຈຶ່ງໄດ້ເວົ້າກັບຊາວອິດສະຣາເອນວ່າ “ພວກທ່ານຈະລໍຖ້າອີກດົນປານໃດຈຶ່ງຈະເຂົ້າໄປຢຶດຄອງດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດ ໄດ້ມອບໃຫ້ແກ່ພວກທ່ານ?4ຈົ່ງຄັດເລືອກຄົນມາເຜົ່າລະສາມຄົນ. ຂ້າພະເຈົ້າຈະສົ່ງພວກເຂົາໄປສຳຫລວດດິນແດນນັ້ນ ແລະ ບັນທຶກລັກສະນະຂອງດິນແດນຕາມແຕ່ລະກຳມະສິດນັ້ນ, ແລ້ວໃຫ້ພວກເຂົາກັບມາລາຍງານຂ້າພະເຈົ້າ.5ໃຫ້ພວກທ່ານແບ່ງດິນແດນອອກເປັນເຈັດສ່ວນ. ຢູດາຈະຍັງຢູ່ໃນເຂດຂອງຕົນທາງທິດໃຕ້ ແລະ ເຜົ່າຂອງໂຢເຊັບ ກໍຈະຢູ່ໃນເຂດຂອງຕົນທາງທິດເໜືອ.6ຫລັງຈາກພວກທ່ານໄດ້ຈົດລາຍລະອຽດຂອງສ່ວນຕ່າງໆທັງເຈັດສ່ວນຂອງດິນແດນນັ້ນແລ້ວ ຈົ່ງນຳມາໃຫ້ຂ້າພະເຈົ້າຢູ່ບ່ອນນີ້ ແລະ ຂ້າພະເຈົ້າຈະຈັບສະຫລາກແບ່ງບັນໃຫ້ພວກທ່ານຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ.7ເຖິງຢ່າງໃດກໍຕາມ, ຊາວເລວີກໍຈະບໍ່ໄດ້ຮັບສ່ວນແບ່ງທ່າມກາງພວກທ່ານ ເພາະກຳມະສິດຂອງພວກເຂົາຄືໜ້າທີ່ຂອງປະໂລຫິດຮັບໃຊ້ພຣະເຈົ້າຢາເວ. ສຳລັບເຜົ່າກາດ, ຣູເບັນ ແລະ ເຜົ່າມານາເຊເຄິ່ງເຜົ່າ ແມ່ນໄດ້ຮັບດິນແດນທາງທິດຕາເວັນອອກຂອງແມ່ນ້ຳຈໍແດນແລ້ວ ເຊິ່ງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ໄດ້ມອບໃຫ້ພວກເຂົາ”.8ເມື່ອຄົນເຫລົ່ານັ້ນອອກເດີນທາງເພື່ອຈະໄປສຳຫລວດດິນແດນ ໂຢຊວຍກໍໄດ້ສັ່ງພວກເຂົາວ່າ “ຈົ່ງໄປສຳຫລວດ ແລະ ບັນທຶກລັກສະນະຂອງດິນແດນນັ້ນ ແລ້ວກັບມາຫາຂ້າພະເຈົ້າ ເພື່ອຂ້າພະເຈົ້າຈະໄດ້ຈັບສະຫລາກແບ່ງດິນແດນໃຫ້ແກ່ພວກທ່ານຕໍ່ໜ້າພຣະເຈົ້າຢາເວ ຢູ່ທີ່ຊີໂລ”.9ພວກເຂົາຈຶ່ງໄດ້ອອກໄປສຳຫລວດທົ່ວດິນແດນ. ພວກເຂົາໄດ້ຈົດລາຍລະອຽດຂອງແຕ່ລະເມືອງໃນເຈັດເຂດລົງເທິງໜັງສືມ້ວນ ແລະ ກັບມາລາຍງານໂຢຊວຍໃນຄ້າຍພັກທີ່ຊີໂລ.10ໂຢຊວຍຈຶ່ງໄດ້ຈັບສະຫລາກແບ່ງໃຫ້ພວກເຂົາຢູ່ຕໍ່ໜ້າພຣະເຈົ້າຢາເວ ທີ່ຊີໂລ ແລະ ເພິ່ນໄດ້ມອບດິນແດນໃຫ້ແກ່ຊາວອິດສະຣາເອນ ຕາມກຸ່ມຊົນເຜົ່າຂອງພວກເຂົາ.ດິນແດນຂອງເຜົ່າເບັນຢາມິນ
11ຈັບສະຫລາກຄັ້ງທຳອິດໄດ້ແກ່ເຜົ່າເບັນຢາມິນຕາມແຕ່ລະຕະກຸນ. ເຂດແດນຂອງເບັນຢາມິນແມ່ນຢູ່ລະຫວ່າງເຜົ່າຂອງຢູດາກັບໂຢເຊັບ.12ຊາຍແດນທາງທິດເໜືອແມ່ນເລີ່ມຈາກແມ່ນ້ຳຈໍແດນ, ຜ່ານຕີນພູທາງທິດເໜືອຂອງເຢຣິໂກ ແລະ ມຸ່ງໜ້າໄປສູ່ເຂດພູເຂົາ, ອອກໄປຍັງຖິ່ນແຫ້ງແລ້ງກັນດານເບັດອາເວນ.13ຈາກທີ່ນັ້ນ ຊາຍແດນກໍຂ້າມໄປຫາເປີ້ນພູຂອງລູເສ (ຄືເບັດເອນ) ແລະ ລົງມາຫາອາຕາໂຣດອັດດາ ເທິງໂນນພູທາງທິດໃຕ້ດ້ານລຸ່ມຂອງເບັດໂຮໂຣນ.14ຈາກເນີນພູທີ່ຫັນໄປທາງເມືອງເບັດໂຮໂຣນ ທາງດ້ານທິດໃຕ້ຂອງເຂດແດນ ແລ້ວກໍລ້ຽວລົງມາທາງທິດໃຕ້ໄປຕາມດ້ານທິດຕາເວັນຕົກ ແລະ ສິ້ນສຸດລົງທີ່ກີຣິອາດບາອານ (ຄືກີຣິອາດເຢອາຣິມ), ເຊິ່ງເປັນເມືອງໜຶ່ງຂອງເຜົ່າຢູດາ. ນີ້ແມ່ນຊາຍແດນທາງທິດຕາເວັນຕົກ.15ທາງທິດໃຕ້ແມ່ນເລີ່ມຈາກຊານເມືອງກີຣິອາດເຢອາຣິມທາງທິດຕາເວັນຕົກ ແລະ ຊາຍແດນແມ່ນມາເຖິງບໍ່ນ້ຳພຸເນັບໂທອາ.16ຊາຍແດນໄດ້ລົງມາຍັງຕີນພູ ເຊິ່ງຫັນໜ້າໄປທາງຮ່ອມພູເບັນຮິນໂນມ, ທາງທິດເໜືອຂອງຮ່ອມພູເຣຟາອິມ. ຊາຍແດນຍັງລົງໄປຕາມຮ່ອມພູຮິນໂນມ ລຽບຕາມເປີ້ນພູທາງທິດໃຕ້ຂອງເມືອງເຢບຸດ ແລະ ມາສູ່ເອນໂຣເກນ.17ແລ້ວກໍໂຄ້ງໄປທາງທິດເໜືອ, ໄປຫາເອນເຊເມດ, ໄປຈົນເຖິງເກລີໂລດ, ເຊິ່ງຫັນໜ້າໄປທາງຊ່ອງແຄບອາດຸມມິມ ແລະ ລົງໄປຫາສີລາແຫ່ງໂບຮານ ລູກຊາຍຂອງຣູເບັນ.18ຊາຍແດນນັ້ນຍັງໄປຕາມເປີ້ນພູທາງທິດເໜືອຂອງເບັດອາຣາບາ ແລ້ວລົງໄປສູ່ອາຣາບາ.19ຫລັງຈາກນັ້ນ ຊາຍແດນກໍໄປຫາເປີ້ນພູທາງທິດເໜືອຂອງເບດໂຮກະລາ ແລະ ອອກໄປຫາອ່າວດ້ານທິດເໜືອຂອງທະເລຕາຍ, ເຊິ່ງຢູ່ທີ່ປາກແມ່ນ້ຳຈໍແດນດ້ານທິດໃຕ້. ນີ້ແມ່ນຊາຍແດນທາງທິດໃຕ້.20ຊາຍແດນທາງທິດຕາເວັນອອກແມ່ນແມ່ນ້ຳຈໍແດນ. ນີ້ແມ່ນຊາຍແດນອ້ອມຮອບຂອງດິນແດນ ເຊິ່ງໄດ້ມອບໃຫ້ເປັນກຳມະສິດຂອງຕະກຸນຕ່າງໆຂອງເຜົ່າເບັນຢາມິນ.21ເຜົ່າເບັນຢາມິນຕາມແຕ່ລະຕະກຸນແມ່ນໄດ້ຮັບເມືອງຕ່າງໆ ດັ່ງນີ້: ເຢຣິໂກ, ເບັດໂຮຄະລາ, ເອເມັກເກສິດ,22ເບັດອາຣາບາ, ເສມາຣາອິມ, ເບັດເອນ,23ອັບວິມ, ປາຣາ, ໂອຟະຣາ,24ເກຟາອຳໂມນີ, ໂອຟະນີ ແລະ ເກບາ ລວມມີ 12 ເມືອງກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນ.25ກີເບໂອນ, ຣາມາ, ເບເອໂຣດ,26ມີຊະປາ, ເກຟີຣາ, ໂມສາ,27ເຣເກມ, ອີຣະເປເອນ, ເຕຣະລາ,28ເຊລາ, ຮາເອເຫລັບ, ເມືອງຊາວເຢບຸດ (ຄືເຢຣູຊາເລັມ), ກີເບອາ ແລະ ກີຣິອາດ ລວມມີ 14 ເມືອງກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນ. ນີ້ແມ່ນກຳມະສິດຂອງເຜົ່າເບັນຢາມິນທີ່ແບ່ງຕາມຕະກຸນ.Biblica, Inc.