ໂຢຊວຍ11

ຊະນະ​ກະສັດ​ທັງຫລາຍ​ທາງ​ພາກເໜືອ

1ເມື່ອ​ຢາບິນ​ກະສັດ​ແຫ່ງ​ຮາໂຊ​ໄດ້​ຍິນ​ເລື່ອງ​ທີ່​ເກີດ​ຂຶ້ນ, ເພິ່ນ​ກໍ​ໄດ້​ສົ່ງ​ຂ່າວ​ໄປ​ຫາ​ໂຢບັບ​ກະສັດ​ແຫ່ງ​ມາໂດນ, ໄປ​ຫາ​ກະສັດ​ແຫ່ງ​ຊິມໂຣນ ແລະ ໄປ​ຫາ​ກະສັດ​ແຫ່ງ​ອັກຊັບ,2ແລະ ກະສັດ​ທັງຫລາຍ​ທີ່​ຢູ່​ແຖບ​ພູເຂົາ, ໃນ​ອາຣາບາ​ທີ່​ຢູ່​ທາງ​ພາກ​ໃຕ້​ຂອງ​ທະເລ​ກິນເນເຣດ, ໃນ​ຕີນພູ​ທາງ​ທິດ​ຕາເວັນ​ຕົກ ແລະ ໃນ​ນາໂຟດ​ໂດເຣ ທາງ​ທິດ​ຕາເວັນ​ຕົກ;3ໄປ​ຫາ​ຊາວ​ການາອານ​ທາງ​ດ້ານ​ທິດ​ຕາເວັນ​ອອກ ແລະ ດ້ານ​ທິດ​ຕາເວັນ​ຕົກ; ໄປ​ຫາ​ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ເຢບຸດ​ໃນ​ເຂດ​ເນີນພູ ແລະ ໄປ​ຫາ​ຊາວ​ຮີວີ​ທີ່​ຢູ່​ລຸ່ມ​ເຮີໂມນ​ໃນ​ດິນແດນ​ມີຊະປາ.4ພວກເຂົາ​ໄດ້​ອອກ​ມາ​ພ້ອມ​ກັບ​ກອງທັບ​ທັງໝົດ​ຂອງ​ພວກເຂົາ ແລະ ມ້າ​ກັບ​ລົດຮົບ​ຈຳນວນ​ຫລວງຫລາຍ​ເປັນ​ກອງທັບ​ຂະໜາດ​ໃຫຍ່, ດັ່ງ​ເມັດ​ຊາຍ​ຢູ່​ແຄມ​ທະເລ.5ກະສັດ​ເຫລົ່ານີ້​ທັງໝົດ​ໄດ້​ລວມ​ກອງ​ກຳລັງ​ກັນ ແລະ ຕັ້ງ​ຄ້າຍພັກ​ຢູ່​ທີ່​ຫ້ວຍນ້ຳ​ເມໂຣມ ເພື່ອ​ຈະ​ຕໍ່ສູ້​ກັບ​ອິດສະຣາເອນ.
6ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ພວກເຂົາ, ເພາະ​ມື້​ອື່ນ​ເວລາ​ດຽວ​ກັນ​ນີ້ ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ອິດສະຣາເອນ​ຂ້າ. ໃຫ້​ເຈົ້າ​ຕັດ​ເອັນ​ສົ້ນນ່ອງ​ຂອງ​ມ້າ ແລະ ຈູດ​ລົດມ້າ​ຂອງ​ພວກເຂົາ”.
7ດັ່ງນັ້ນ ໂຢຊວຍ ແລະ ກອງທັບ​ທັງໝົດ​ຂອງ​ຕົນ​ຈຶ່ງ​ໄດ້​ຍົກທັບ​ມາ​ເຖິງ​ຫ້ວຍນ້ຳ​ເມໂຣມ ແລະ ບຸກ​ເຂົ້າ​ໂຈມຕີ​ພວກເຂົາ​ທັນທີ,8ແລ້ວ​ພຣະເຈົ້າ​ຢາເວ​ກໍ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ອິດສະຣາເອນ. ອິດສະຣາເອນ​ໄດ້​ເອົາ​ຊະນະ​ພວກເຂົາ ແລະ ໄດ້​ໄລ່​ຕາມ​ພວກເຂົາ​ໄປ​ໄກ​ເຖິງ​ຊີໂດນ​ໃຫຍ່, ໄປ​ເຖິງ​ມິດຊະເລໂຟ​ມາອິມ, ໄປ​ເຖິງ​ຕາເວັນອອກ​ໄປ​ຫາ​ຮ່ອມພູ​ມີຊະປາ ຈົນ​ກວ່າ​ບໍ່​ມີ​ສັດຕູ​ເຫລືອ​ລອດ​ຈັກ​ຄົນ.9ໂຢຊວຍ​ກໍ​ໄດ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ຄື​ເພິ່ນ​ໄດ້​ຕັດ​ເອັນ​ນ່ອງ​ຂອງ​ມ້າ ແລະ ຈູດ​ລົດມ້າ​ຂອງ​ພວກເຂົາ.
10ໃນ​ເວລາ​ນັ້ນ ໂຢຊວຍ​ໄດ້​ກັບ​ຄືນ​ມາ ແລະ ຢຶດ​ເອົາ​ເມືອງ​ຮາໂຊ ແລະ ຂ້າ​ກະສັດ​ຂອງ​ເມືອງ​ນັ້ນ​ດ້ວຍ​ດາບ. (ຮາໂຊ​ເຄີຍ​ເປັນ​ເມືອງ​ເອກ​ຂອງ​ອານາຈັກ​ເຫລົ່ານັ້ນ)11ທຸກຄົນ​ໃນ​ເມືອງ​ນັ້ນ​ພວກເຂົາ​ໄດ້​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ. ອິດສະຣາເອນ​ທຳລາຍ ​ພວກເຂົາ​ຈົນ​ໝົດ, ບໍ່​ໄດ້​ລະເວັ້ນ​ຈັກ​ຊີວິດ​ທີ່​ເຫລືອ​ຢູ່ ແລ້ວ​ພວກເຂົາ​ກໍ​ໄດ້​ຈູດ​ເມືອງ​ຮາໂຊ.
12ໂຢຊວຍ​ໄດ້​ຢຶດ​ເອົາ​ນະຄອນ​ຕ່າງໆ​ກັບ​ກະສັດ​ທັງຫລາຍ​ຂອງ​ນະຄອນ​ເຫລົ່ານັ້ນ ແລະ ໄດ້​ຂ້າ​ພວກເຂົາ​ດ້ວຍ​ດາບ. ເພິ່ນ​ໄດ້​ທຳລາຍ​ພວກເຂົາ​ທັງໝົດ ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້.13ເຖິງ​ຢ່າງໃດ​ກໍ​ຕາມ ອິດສະຣາເອນ​ກໍ​ບໍ່​ໄດ້​ຈູດ​ເມືອງ​ໃດ​ທີ່​ໄດ້​ສ້າງ​ເທິງ​ໂນນ​ຕ່າງໆ ຍົກເວັ້ນ​ເມືອງ​ຮາໂຊ​ທີ່​ໂຢຊວຍ​ໄດ້​ຈູດ​ທຳລາຍ.14ຊາວ​ອິດສະຣາເອນ​ໄດ້​ຢຶດ​ເອົາ​ເຄື່ອງ​ຂອງ​ທີ່​ປຸ້ນ​ມາ​ໄດ້ ແລະ ຝູງ​ສັດລ້ຽງ​ໃນ​ເມືອງ​ເຫລົ່ານັ້ນ​ໄວ້​ເປັນ​ຂອງ​ຕົນ, ແຕ່​ຊາວ​ອິດສະຣາເອນ​ໄດ້​ຂ້າ​ຊາວ​ເມືອງ​ທັງໝົດ ບໍ່​ມີ​ຈັກ​ຊີວິດ​ເຫລືອ​ລອດ​ຢູ່15ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄວ້​ຢ່າງ​ໃດ ໂມເຊ​ກໍ​ໄດ້​ສັ່ງ​ໂຢຊວຍ ແລະ ໂຢຊວຍ​ກໍ​ໄດ້​ປະຕິບັດ​ຕາມ​ຄົບ​ຖ້ວນ​ທຸກ​ປະການ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ຢ່າງ​ນັ້ນ.
16ດັ່ງນັ້ນ ໂຢຊວຍ​ຈຶ່ງ​ຢຶດ​ຄອງ​ດິນແດນ​ທັງໝົດ ຄື​ແຖບ​ໂນນພູ​ເນເກັບ​ທັງໝົດ, ດິນແດນ​ໂກເຊັນ​ທັງໝົດ, ຮ່ອມພູ​ດ້ານ​ຕາເວັນຕົກ, ອາຣາບາ, ໂນນພູ ແລະ ຕີນພູ​ຂອງ​ອິດສະຣາເອນ,17ຈາກ​ພູເຂົາ​ຮາລັກ ເຊິ່ງ​ຂຶ້ນ​ໄປ​ຍັງ​ເສອີ ໄປ​ເຖິງ​ບາອາ​ກາດ​ໃນ​ຮ່ອມພູ​ເລບານອນ ເຊິ່ງ​ຢູ່​ຂ້າງ​ລຸ່ມ​ພູເຂົາ​ເຮີໂມນ. ໂຢຊວຍ​ໄດ້​ຈັບ​ກຸມ ແລະ ຂ້າ​ກະສັດ​ທັງໝົດ​ຂອງ​ດິນແດນ​ເຫລົ່ານັ້ນ.18ໂຢຊວຍ​ໄດ້​ສູ້ຮົບ​ກັບ​ບັນດາ​ກະສັດ​ເຫລົ່ານີ້​ເປັນ​ເວລາ​ດົນ​ນານ.19ບໍ່​ມີ​ເມືອງ​ໃດ​ເຮັດ​ສັນຍາ​ສັນຕິພາບ​ກັບ​ອິດສະຣາເອນ ຍົກເວັ້ນ​ຊາວ​ຮີວີ​ທີ່​ອາໄສ​ຢູ່​ໃນ​ກີເບໂອນ, ເມືອງ​ອື່ນໆ​ລ້ວນ​ແຕ່​ຖືກ​ຢຶດ​ຄອງ ແລະ ພ່າຍແພ້​ໃນ​ການ​ສູ້ຮົບ.20ເພາະ​ພຣະເຈົ້າ​ຢາເວ ພຣະອົງ​ເອງ​ໄດ້​ໃຫ້​ບັນດາ​ກະສັດ​ເຫລົ່ານັ້ນ​ມີ​ໃຈ​ແຂງກະດ້າງ ຄິດ​ຈະ​ສູ້ຮົບ​ກັບ​ອິດສະຣາເອນ ເພື່ອ​ພຣະອົງ​ຈະ​ໄດ້​ທຳລາຍ​ລ້າງ​ພວກເຂົາ​ຈົນ​ໝົດ​ສິ້ນ ໂດຍ​ປາດສະຈາກ​ຄວາມ​ເມດຕາ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.
21ໃນ​ເວລາ​ນັ້ນ ໂຢຊວຍ​ກໍ​ໄດ້​ອອກ​ໄປ​ທຳລາຍ​ຊາວ​ອານາກິມ ເຊິ່ງ​ອາໄສ​ຢູ່​ໃນ​ດິນແດນ​ໂນນພູ ຄື​ຈາກ​ເຮັບໂຣນ, ເດບີ ແລະ ອານາບ, ຈາກ​ດິນແດນ​ໂນນພູ​ທັງໝົດ​ຂອງ​ຢູດາ ແລະ ຈາກ​ໂນນພູ​ທັງໝົດ​ຂອງ​ອິດສະຣາເອນ. ໂຢຊວຍ​ໄດ້​ທຳລາຍ​ພວກເຂົາ ແລະ ເມືອງ​ຂອງ​ພວກເຂົາ​ຈົນ​ໝົດ​ສິ້ນ.22ບໍ່​ມີ​ຊາວ​ອານາກິມ​ຫລົງ​ເຫລືອ​ຢູ່​ໃນ​ແດນ​ອິດສະຣາເອນ; ແຕ່​ມີ​ຫລົງ​ເຫລືອ​ຢູ່​ແຕ່​ພຽງ​ໃນ​ກາຊາ, ກາດ ແລະ ອາຊະໂດດ.23ດັ່ງນັ້ນ ໂຢຊວຍ​ຢຶດ​ດິນແດນ​ທັງໝົດ​ໄດ້​ຕາມ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ໂມເຊ​ໄວ້ ແລະ ເພິ່ນ​ໄດ້​ມອບ​ດິນແດນ​ເຫລົ່ານັ້ນ​ໃຫ້​ເປັນ​ກຳມະສິດ​ຂອງ​ຊົນຊາດ​ອິດສະຣາເອນ​ຕາມ​ແຕ່​ລະ​ກຸ່ມ​ຊົນເຜົ່າ.
ແລ້ວ​ແຜ່ນດິນ​ນັ້ນ​ກໍ​ສະຫງົບ​ຈາກ​ສົງຄາມ.

Biblica, Inc.

https://app.library.bible/content/eab9312f9f16b3a2