ໂຢຊວຍ10
ຕາເວັນຢຸດຢູ່
1ເມື່ອອາໂດນີເສເດັກ ກະສັດແຫ່ງເຢຣູຊາເລັມໄດ້ຍິນເລື່ອງທີ່ໂຢຊວຍເຂົ້າຢຶດເມືອງອາອີ ແລະ ທຳລາຍເມືອງອາອີຈົນໝົດ, ເຮັດກັບເມືອງອາອີ ແລະ ກະສັດຂອງເມືອງອາອີເໝືອນກັບທີ່ເຄີຍເຮັດກັບເມືອງເຢຣິໂກ ແລະ ກະສັດຂອງເມືອງເຢຣິໂກ, ແລ້ວປະຊາຊົນເມືອງກີເບໂອນກໍໄດ້ເຮັດສົນທິສັນຍາສັນຕິພາບກັບອິດສະຣາເອນ ແລະ ໄດ້ກາຍເປັນພັນທະມິດຂອງພວກເຂົາ.2ກະສັດອາໂດນີເສເດັກ ແລະ ປະຊາຊົນຂອງເພິ່ນພາກັນຕື່ນຕົກໃຈຫລາຍກ່ຽວກັບເລື່ອງນີ້ ເພາະກີເບໂອນເປັນເມືອງສຳຄັນເທົ່າກັບນະຄອນຫລວງທັງຫລາຍ, ເປັນເມືອງທີ່ໃຫຍ່ກວ່າເມືອງອາອີ ແລະ ຜູ້ຊາຍທຸກຄົນຂອງເມືອງນັ້ນກໍລ້ວນແຕ່ເປັນນັກຮົບທີ່ເກັ່ງກ້າ.3ດັ່ງນັ້ນ ອາໂດນີເສເດັກກະສັດແຫ່ງເຢຣູຊາເລັມ ຈຶ່ງຂໍຮ້ອງໂຮຮາມກະສັດແຫ່ງເຮັບໂຣນ, ປີຣາມກະສັດແຫ່ງຢາຣະມຸດ, ຢາເຟຍກະສັດແຫ່ງລາກິດ ແລະ ເດບີກະສັດແຫ່ງເອກໂລນ.4ເພິ່ນເວົ້າວ່າ, “ຂໍໃຫ້ຂຶ້ນມາ ແລະ ຊ່ວຍພວກເຮົາໂຈມຕີກີເບໂອນ, ເພາະພວກເຂົາໄດ້ເຮັດສົນທິສັນຍາສັນຕິພາບກັບໂຢຊວຍ ແລະ ຊາວອິດສະຣາເອນ”.5ແລ້ວກະສັດທັງຫ້າຂອງຊາວອາໂມຄືກະສັດແຫ່ງເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະ ເອກໂລນໄດ້ຮວມກຳລັງກັນ. ພວກເຂົາໄດ້ຂຶ້ນໄປພ້ອມກັບກອງທະຫານທັງໝົດຂອງພວກເຂົາ ແລ້ວຢຶດຕຳແໜ່ງຕໍ່ສູ້ກັບກີເບໂອນ ແລະ ບຸກໂຈມຕີເມືອງນັ້ນ.6ຊາວກີເບໂອນຈຶ່ງສົ່ງຂ່າວມາຫາໂຢຊວຍໃນຄ້າຍພັກທີ່ກິນການວ່າ: “ຂໍຢ່າໄດ້ປະຖິ້ມຜູ້ຮັບໃຊ້ຂອງທ່ານ. ຂໍໃຫ້ຂຶ້ນມາຫາພວກເຮົາໂດຍໄວ ແລະ ຂໍໃຫ້ຊ່ວຍພວກເຮົາ! ຊ່ວຍພວກເຮົາດ້ວຍ, ເພາະກະສັດທັງໝົດຂອງຊາວອາໂມທີ່ມາຈາກເຂດເນີນພູໄດ້ຮວມກຳລັງກັນມາໂຈມຕີພວກເຮົາແລ້ວ”.7ໂຢຊວຍຈຶ່ງໄດ້ຍົກທັບຂຶ້ນມາຈາກກິນການພ້ອມດ້ວຍກອງທັບທັງໝົດຂອງລາວ ລວມທັງນັກຮົບທີ່ເກັ່ງທີ່ສຸດ.8ພຣະເຈົ້າຢາເວໄດ້ເວົ້າກັບໂຢຊວຍວ່າ, “ຢ່າຢ້ານພວກເຂົາ, ເຮົາໄດ້ມອບຄົນເຫລົ່ານີ້ໄວ້ໃນມືຂອງເຈົ້າແລ້ວ ຈະບໍ່ມີຜູ້ໃດສາມາດຕ້ານທານເຈົ້າໄດ້”.9ຫລັງຈາກທີ່ເດີນທາງຈາກກິນການຕະຫລອດຄືນ, ໂຢຊວຍກໍໄດ້ເຂົ້າໂຈມຕີພວກເຂົາໂດຍທີ່ພວກເຂົາບໍ່ທັນຮູ້ໂຕ.10ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາສັບສົນຢູ່ຕໍ່ໜ້າອິດສະຣາເອນ, ດັ່ງນັ້ນ ໂຢຊວຍ ແລະ ຊາວອິດສະຣາເອນຈຶ່ງເອົາຊະນະພວກເຂົາໄດ້ຢ່າງສິ້ນເຊີງຢູ່ທີ່ກີເບໂອນ. ອິດສະຣາເອນໄລ່ຕາມພວກເຂົາ ແລະ ຂ້າພວກເຂົາທັງໝົດຕະຫລອດທາງຂຶ້ນໄປເບັດໂຮໂຣນ ຈົນເຖິງອາເສກາ ແລະ ມັກເກດາ.11ຂະນະທີ່ພວກເຂົາແລ່ນໜີອິດສະຣາເອນມາຕາມທາງຈາກເບັດໂຮໂຣນໄປຍັງອາເສກາ, ພຣະເຈົ້າຢາເວໄດ້ໂຍນໝາກເຫັບຂະໜາດໃຫຍ່ໃສ່ພວກເຂົາ ແລະ ພວກເຂົາໄດ້ຕາຍຍ້ອນໝາກເຫັບຫລາຍກວ່າຖືກຂ້າຕາຍດ້ວຍຄົມດາບຂອງຊາວອິດສະຣາເອນ.12ໃນວັນທີ່ພຣະເຈົ້າຢາເວໄດ້ມອບຊາວອາໂມໃຫ້ກັບອິດສະຣາເອນ, ໂຢຊວຍໄດ້ເວົ້າຕໍ່ພຣະເຈົ້າຢາເວຕໍ່ໜ້າອິດສະຣາເອນວ່າ:“ຂໍໃຫ້ຕາເວັນຢຸດຢູ່ເໜືອກີເບໂອນ,ແລະ ພວກເຈົ້າ, ຂໍໃຫ້ດວງເດືອນຢຸດຢູ່ເໜືອຮ່ອມພູໄອຢາໂລນ”.13ແລ້ວຕາເວັນກໍຢຸດຢູ່,ແລະ ເດືອນກໍຢຸດໂຄຈອນ,ຈົນກວ່າຊົນຊາດນັ້ນໄດ້ແກ້ແຄ້ນສັດຕູຂອງຕົນຢ່າງໝົດກ້ຽງ, ດັ່ງທີ່ມີບັນທຶກໄວ້ໃນໜັງສືຂອງຢາຊາ.ດວງຕາເວັນຢຸດຢູ່ກາງທ້ອງຟ້າ ແລະ ບໍ່ໄດ້ຕົກດິນຊ້າເປັນເວລາໜຶ່ງມື້ເຕັມ.14ບໍ່ເຄີຍມີມື້ໃດຄືກັບມື້ນັ້ນມາກ່ອນ ຫລື ຕັ້ງແຕ່ວັນນັ້ນມາ, ວັນທີ່ພຣະເຈົ້າຢາເວຟັງຄຳອະທິຖານຂອງມະນຸດ. ພຣະເຈົ້າຢາເວຕໍ່ສູ້ເພື່ອອິດສະຣາເອນຢ່າງແນ່ນອນ!15ແລ້ວໂຢຊວຍກັບອິດສະຣາເອນທັງໝົດຈຶ່ງກັບໄປຄ້າຍພັກທີ່ກິນການ.
ກະສັດທັງຫ້າຂອງອາໂມຖືກຂ້າ
16ຝ່າຍກະສັດທັງຫ້າໄດ້ຫລົບໜີໄປລີ້ຢູ່ໃນຖ້ຳທີ່ມັກເກດາ.17ເມື່ອໂຢຊວຍໄດ້ຮັບລາຍງານວ່າພົບກະສັດທັງຫ້າລີ້ຢູ່ໃນຖ້ຳທີ່ມັກເກດາ.18ລາວຈຶ່ງສັ່ງວ່າ, “ຈົ່ງກິ້ງຫີນກ້ອນໃຫຍ່ປິດປາກຖ້ຳ ແລະ ວາງຄົນເຝົ້າໄວ້ຢູ່ທີ່ນັ້ນ.19ແຕ່ຢ່າຢຸດ! ຈົ່ງໄລ່ຕາມສັດຕູຂອງພວກທ່ານ! ຈົ່ງໂຈມຕີພວກເຂົາຈາກດ້ານຫລັງ ແລະ ຢ່າປ່ອຍໃຫ້ພວກເຂົາກັບເຂົ້າເຖິງເມືອງຂອງພວກເຂົາໄດ້, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານໄດ້ມອບພວກເຂົາໄວ້ໃນມືຂອງພວກທ່ານແລ້ວ”.20ດັ່ງນັ້ນ ໂຢຊວຍ ແລະ ຊາວອິດສະຣາເອນຈຶ່ງປາບພວກເຂົາທັງໝົດໃຫ້ພ່າຍແພ້ໝົດ, ແຕ່ມີຜູ້ລອດຊີວິດໄດ້ບໍ່ພໍເທົ່າໃດຄົນທີ່ສາມາດໄປເຖິງເມືອງທີ່ມີປ້ອມຂອງພວກເຂົາ.21ກອງທັບທັງໝົດຈຶ່ງໄດ້ກັບຄືນມາຫາໂຢຊວຍຍັງຄ້າຍພັກທີ່ມັກເກດາຢ່າງປອດໄພ ແລະ ບໍ່ມີຜູ້ໃດກ່າວຮ້າຍຕໍ່ຊາວອິດສະຣາເອນຈັກຄຳ.22ໂຢຊວຍໄດ້ເວົ້າວ່າ, “ຈົ່ງເປີດປາກຖ້ຳ ແລະ ນຳກະສັດທັງຫ້າອອກມາຫາເຮົາ”.23ດັ່ງນັ້ນ ພວກເຂົາຈຶ່ງນຳກະສັດທັງຫ້າອອກມາຈາກຖ້ຳ ຄືກະສັດແຫ່ງເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະ ເອກໂລນ.24ເມື່ອພວກເຂົາໄດ້ນຳກະສັດເຫລົ່ານີ້ມາຫາໂຢຊວຍແລ້ວ, ໂຢຊວຍຈຶ່ງໄດ້ເອີ້ນຄົນອິດສະຣາເອນທັງໝົດມາ ແລະ ໄດ້ເວົ້າກັບຜູ້ບັນຊາການກອງທັບທີ່ມາກັບຕົນວ່າ, “ຈົ່ງມາທີ່ນີ້ ແລະ ຈົ່ງເອົາຕີນຂອງພວກເຈົ້າຢຽບຄໍກະສັດເຫລົ່ານີ້”. ດັ່ງນັ້ນ ພວກເຂົາຈຶ່ງກ້າວອອກມາຂ້າງໜ້າ ແລະ ວາງຕີນຂອງຕົນໃສ່ທີ່ຄໍຂອງກະສັດເຫລົ່ານັ້ນ.25ໂຢຊວຍໄດ້ເວົ້າກັບພວກເຂົາວ່າ “ຢ່າຢ້ານ ຫລື ທໍ້ຖອຍໃຈ. ຈົ່ງເຂັ້ມແຂງ ແລະ ກ້າຫານ. ນີ້ຄືສິ່ງທີ່ພຣະເຈົ້າຢາເວຈະເຮັດຕໍ່ສັດຕູທັງໝົດທີ່ພວກເຈົ້າກຳລັງຈະຕໍ່ສູ້”.26ແລ້ວໂຢຊວຍກໍໄດ້ຂ້າກະສັດທັງຫ້າ ແລະ ເອົາສົບຂອງພວກເພິ່ນໄປປະຈານຢູ່ເທິງເສົາຫ້າຕົ້ນ ແລະ ສົບເຫລົ່ານັ້ນຖືກແຂວນປະໄວ້ເທິງເສົາຈົນຮອດຄ່ຳ.27ເມື່ອຕາເວັນຕົກດິນ ໂຢຊວຍໄດ້ສັ່ງໃຫ້ປົດສົບຂອງກະສັດທັງຫ້ານັ້ນລົງມາຈາກເສົາ ແລະ ໂຍນສົບເຫລົ່ານັ້ນເຂົ້າໄປໃນຖ້ຳທີ່ພວກເພິ່ນເຄີຍລີ້ຢູ່. ພວກເຂົາໄດ້ວາງກ້ອນຫີນຂະໜາດໃຫຍ່ໄວ້, ເຊິ່ງຢູ່ທີ່ນັ້ນຈົນເຖິງທຸກວັນນີ້.ມີໄຊເໜືອເມືອງທາງໃຕ້
28ໃນວັນນັ້ນໂຢຊວຍໄດ້ເຂົ້າຢຶດເມືອງມັກເກດາ. ລາວໄດ້ສັງຫານເມືອງ ແລະ ກະສັດຂອງເມືອງນັ້ນດ້ວຍດາບ ແລະ ທຳລາຍທຸກຄົນທີ່ຢູ່ໃນເມືອງນັ້ນຈົນໝົດ. ລາວບໍ່ປ່ອຍໃຫ້ຜູ້ໃດລອດຊີວິດໄດ້. ແລ້ວໂຢຊວຍກໍເຮັດຕໍ່ກະສັດແຫ່ງມັກເກດາເໝືອນດັ່ງທີ່ລາວໄດ້ເຮັດຕໍ່ກະສັດຂອງເຢຣິໂກ.29ຫລັງຈາກນັ້ນ ໂຢຊວຍ ແລະ ຊາວອິດສະຣາເອນທັງໝົດທີ່ໄປກັບລາວຈຶ່ງເຄື່ອນອອກຈາກມັກເກດາໄປທີ່ລິບນາ ແລະ ໂຈມຕີເມືອງນັ້ນ.30ພຣະເຈົ້າຢາເວໄດ້ມອບເມືອງນັ້ນ ແລະ ກະສັດຂອງເມືອງນັ້ນໄວ້ໃນມືຂອງອິດສະຣາເອນເໝືອນກັນ. ໂຢຊວຍໄດ້ສັງຫານເມືອງນັ້ນ ແລະ ທຸກຄົນທີ່ຢູ່ໃນເມືອງນັ້ນດ້ວຍດາບ. ລາວບໍ່ປ່ອຍຜູ້ໃດໃຫ້ລອດຊີວິດຢູ່ທີ່ນັ້ນ. ແລ້ວລາວກໍໄດ້ເຮັດກັບກະສັດຂອງເມືອງນັ້ນເໝືອນດັ່ງທີ່ໄດ້ເຮັດກັບກະສັດຂອງເມືອງເຢຣິໂກ.31ຫລັງຈາກນັ້ນ ໂຢຊວຍ ແລະ ຊາວອິດສະຣາເອນທັງໝົດທີ່ໄປກັບລາວຈຶ່ງເຄື່ອນອອກຈາກເມືອງລິບນາໄປທີ່ເມືອງລາກິດ; ລາວໄດ້ເຂົ້າປະຈຳທີ່ຕໍ່ສູ້ເມືອງນັ້ນ ແລະ ບຸກໂຈມຕີເມືອງນັ້ນ.32ພຣະເຈົ້າຢາເວໄດ້ມອບເມືອງລາກິດໄວ້ໃນມືຂອງອິດສະຣາເອນ ແລະ ໂຢຊວຍກໍຢຶດເມືອງໄດ້ໃນມື້ທີສອງ. ລາວໄດ້ທຳລາຍເມືອງນັ້ນ ແລະ ທຸກຄົນທີ່ຢູ່ໃນເມືອງນັ້ນດ້ວຍດາບ, ເໝືອນດັ່ງທີ່ລາວໄດ້ເຮັດກັບເມືອງລິບນາ.33ໃນຊ່ວງເວລານັ້ນ, ໂຮຣາມກະສັດແຫ່ງເກເຊກໍໄດ້ຂຶ້ນມາຊ່ວຍເມືອງລາກິດ, ແຕ່ໂຢຊວຍໄດ້ເອົາຊະນະໂຮຣາມ ແລະ ກອງທັບຂອງເພິ່ນ ຈົນບໍ່ມີຜູ້ໃດລອດຊີວິດ.34ຫລັງຈາກນັ້ນ ໂຢຊວຍ ແລະ ຊາວອິດສະຣາເອນທັງໝົດທີ່ໄປກັບລາວຈຶ່ງເຄື່ອນອອກຈາກເມືອງລາກິດໄປທີ່ເມືອງເອກໂລນ; ພວກເຂົາໄດ້ເຂົ້າປະຈຳທີ່ຕໍ່ສູ້ເມືອງນັ້ນ ແລະ ບຸກໂຈມຕີເມືອງນັ້ນ.35ພວກເຂົາໄດ້ຢຶດເອົາເມືອງນັ້ນໃນມື້ດຽວກັນ ແລະ ຂ້າຟັນດ້ວຍດາບ ແລ້ວທຳລາຍທຸກຄົນທີ່ຢູ່ໃນເມືອງນັ້ນ, ເໝືອນດັ່ງທີ່ພວກເຂົາໄດ້ເຮັດກັບເມືອງລາກິດ.36ຫລັງຈາກນັ້ນ ໂຢຊວຍ ແລະ ຊາວອິດສະຣາເອນທັງໝົດທີ່ໄປກັບລາວຈຶ່ງເຄື່ອນອອກຈາກເມືອງເອກໂລນໄປທີ່ເມືອງເຮັບໂຣນ ແລະ ບຸກໂຈມຕີເມືອງນັ້ນ.37ພວກເຂົາໄດ້ຢຶດເອົາເມືອງ ແລະ ທຳລາຍເມືອງນັ້ນ, ພ້ອມກະສັດຂອງເມືອງ, ໝູ່ບ້ານຕ່າງໆທີ່ຢູ່ໃນເມືອງ ແລະ ທຸກຄົນທີ່ຢູ່ໃນເມືອງນັ້ນດ້ວຍດາບ. ພວກເຂົາບໍ່ໄດ້ປ່ອຍໃຫ້ຜູ້ໃດລອດຊີວິດ. ເໝືອນກັນກັບຢູ່ທີ່ເມືອງເອກໂລນ, ພວກເຂົາໄດ້ທຳລາຍເມືອງນັ້ນ ແລະ ທຸກຄົນທີ່ຢູ່ໃນເມືອງນັ້ນທັງໝົດ.38ຫລັງຈາກນັ້ນ ໂຢຊວຍ ແລະ ຊາວອິດສະຣາເອນທັງໝົດທີ່ໄປກັບລາວຈຶ່ງຫັນກັບມາ ແລະ ບຸກໂຈມຕີເມືອງເດບີ.39ພວກເຂົາໄດ້ຢຶດເມືອງ, ກະສັດຂອງເມືອງນັ້ນ ແລະ ໝູ່ບ້ານຕ່າງໆຂອງເມືອງນັ້ນ, ແລ້ວກໍຂ້າພວກເຂົາດ້ວຍດາບ. ທຸກຄົນທີ່ຢູ່ໃນເມືອງນັ້ນພວກເຂົາກໍໄດ້ທຳລາຍທັງໝົດ. ພວກເຂົາບໍ່ປ່ອຍໃຫ້ຜູ້ໃດລອດຊີວິດ. ພວກເຂົາໄດ້ເຮັດກັບເມືອງເດບີ ແລະ ກະສັດຂອງເມືອງນີ້ເໝືອນດັ່ງທີ່ພວກເຂົາໄດ້ເຮັດຕໍ່ເມືອງລິບນາກັບກະສັດຂອງເມືອງລິບນາ ແລະ ເຮັດກັບເມືອງເຮັບໂຣນ.40ດັ່ງນັ້ນ ໂຢຊວຍໄດ້ປາບດິນແດນແຖບນັ້ນທັງໝົດ, ລວມທັງເຂດເນີນພູ, ເຂດເນເກັບ, ຕີນພູທາງທິດຕາເວັນຕົກ ແລະ ເຂດເປີ້ນພູ, ພ້ອມກັບກະສັດທັງໝົດທີ່ຢູ່ເຂດນັ້ນ. ລາວບໍ່ໄດ້ປ່ອຍໃຫ້ຜູ້ໃດລອດຊີວິດ. ລາວໄດ້ທຳລາຍທຸກຄົນທີ່ຫາຍໃຈທັງໝົດ, ຕາມທີ່ພຣະເຈົ້າຢາເວ, ພຣະເຈົ້າຂອງອິດສະຣາເອນໄດ້ສັ່ງໄວ້.41ໂຢຊວຍໄດ້ປາບພວກເຂົາຕັ້ງແຕ່ກາເດັດບາກເນອາ ຈົນຮອດກາຊາ ແລະ ຈາກເຂດແດນໂກເຊັນທັງໝົດຈົນໄປເຖິງກີເບໂອນ.42ກະສັດເຫລົ່ານີ້ທັງໝົດ ແລະ ດິນແດນຂອງພວກເຂົາ ໂຢຊວຍໄດ້ເອົາຊະນະໃນການຕໍ່ສູ້ຄັ້ງດຽວ, ເພາະວ່າພຣະເຈົ້າຢາເວ, ພຣະເຈົ້າຂອງອິດສະຣາເອນໄດ້ຕໍ່ສູ້ເພື່ອອິດສະຣາເອນ.43ຫລັງຈາກນັ້ນ ໂຢຊວຍພ້ອມດ້ວຍຊາວອິດສະຣາເອນທັງໝົດຈຶ່ງກັບຄືນສູ່ຄ້າຍພັກທີ່ກິນການ.Biblica, Inc.