ໂຢຊວຍ12
ລາຍຊື່ຂອງກະສັດທັງຫລາຍທີ່ຖືກພ່າຍແພ້
1ກະສັດຂອງເມືອງທັງຫລາຍທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນທີ່ຖືກອິດສະຣາເອນທຳລາຍ ແລະ ເຂົ້າຄອບຄອງ ຕັ້ງແຕ່ໂກກທານອາກໂນນ ຈົນຮອດພູເຂົາເຮີໂມນ ລວມທັງແຖບທິດຕາເວັນອອກທັງໝົດຂອງອາຣາບາ ມີດັ່ງນີ້:2ກະສັດສີໂຫນແຫ່ງອາໂມ ຜູ້ປົກຄອງໃນເຮັດຊະໂບນ. ດິນແດນຂອງເພິ່ນແມ່ນຈາກອາໂຣເອ ເຊິ່ງຢູ່ແຄມໂກກທານອາກໂນນ ຄືຈາກຕອນກາງຂອງໂກກທານນີ້ໄປຮອດແມ່ນ້ຳຢັບໂບກ ເຊິ່ງເປັນເຂດແດນຂອງຊາວອຳໂມນ. ເຊິ່ງກວມເອົາເຄິ່ງໜຶ່ງຂອງເຂດແດນກີເລອາດ.3ເພິ່ນຍັງໄດ້ປົກຄອງອາຣາບາດ້ານທິດຕາເວັນອອກຕັ້ງແຕ່ທະເລຄາລີເລ ໄປຈົນເຖິງທະເລອາຣາບາ (ນີ້ຄືທະເລຕາຍ), ໄປເຖິງເບັດເຢຊີໂມດ ແລະ ດ້ານໃຕ້ ຈົນໄປເຖິງຕີນພູປີສະກາ.4ແລະ ດິນແດນຂອງກະສັດໂອກແຫ່ງບາຊານ, ເຊິ່ງເປັນໜຶ່ງໃນເຣຟາອິມກຸ່ມສຸດທ້າຍ ປົກຄອງຢູ່ທີ່ອັດຊະທາໂຣດ ແລະ ເອັດເຣອີ.5ເພິ່ນໄດ້ປົກຄອງພູເຂົາເຮີໂມນ, ສາເລກາ, ບາຊານທັງໝົດ ຈົນເຖິງຊາຍແດນຂອງຊາວເກຊູ ແລະ ມາອາກາ, ແລ້ວອີກເຄິ່ງໜຶ່ງຂອງກີເລອາດຈົນເຖິງຊາຍແດນຂອງກະສັດສີໂຫນແຫ່ງເຮັດຊະໂບນ.6ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ແລະ ຊົນຊາດອິດສະຣາເອນໄດ້ຊະນະພວກເຂົາ ແລະ ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ກໍມອບດິນແດນນີ້ໃຫ້ເປັນກຳມະສິດຂອງເຜົ່າຣູເບັນ, ເຜົ່າກາດ ແລະ ເຜົ່າມານາເຊເຄິ່ງເຜົ່າ.7ຕໍ່ໄປນີ້ແມ່ນລາຍຊື່ຂອງກະສັດທັງຫລາຍ ເຊິ່ງໂຢຊວຍກັບຊົນຊາດອິດສະຣາເອນໄດ້ຊະນະຢູ່ທາງຟາກຕາເວັນຕົກຂອງແມ່ນ້ຳຈໍແດນ, ຈາກບາອານກາດໃນຮ່ອມພູເລບານອນ ຈົນຮອດພູເຂົາຮາລັກ, ໄປຈົນເຖິງເສອີ. ໂຢຊວຍໄດ້ຍົກໃຫ້ເປັນກຳມະສິດຂອງເຜົ່າຕ່າງໆຂອງອິດສະຣາເອນ ຕາມແຕ່ລະກຸ່ມຊົນເຜົ່າ.8ດິນແດນດັ່ງກ່າວນີ້ແມ່ນລວມເຖິງແຖບໂນນພູ, ແຖບຕີນພູຕາເວັນຕົກ, ອາຣາບາ, ເປີ້ນພູ, ຖິ່ນແຫ້ງແລ້ງກັນດານ ແລະ ເນເກັບ. ດິນແດນເຫລົ່ານີ້ເປັນດິນແດນຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ.ບັນດາກະສັດທັງຫລາຍນັ້ນມີຄື:9ກະສັດແຫ່ງເຢຣິໂກ ໜຶ່ງ ກະສັດແຫ່ງອາອີ (ໃກ້ກັບເມືອງເບັດເອນ) ໜຶ່ງ10ກະສັດແຫ່ງເຢຣູຊາເລັມ ໜຶ່ງ ກະສັດແຫ່ງເຮັບໂຣນ ໜຶ່ງ11ກະສັດແຫ່ງຢາຣະມຸດ ໜຶ່ງ ກະສັດແຫ່ງລາກິດ ໜຶ່ງ12ກະສັດແຫ່ງເອກໂລນ ໜຶ່ງ ກະສັດແຫ່ງເກເຊ ໜຶ່ງ13ກະສັດແຫ່ງເດບີ ໜຶ່ງ ກະສັດແຫ່ງເກເດ ໜຶ່ງ14ກະສັດແຫ່ງໂຮມາ ໜຶ່ງ ກະສັດແຫ່ງອາຣາດ ໜຶ່ງ15ກະສັດແຫ່ງລິບນາ ໜຶ່ງ ກະສັດແຫ່ງອາດຸນລຳ ໜຶ່ງ16ກະສັດແຫ່ງມັກເກດາ ໜຶ່ງ ກະສັດແຫ່ງເບັດເອນ ໜຶ່ງ17ກະສັດແຫ່ງຕັບປູອາ ໜຶ່ງ ກະສັດແຫ່ງເຮເຟ ໜຶ່ງ18ກະສັດແຫ່ງອາເຟັກ ໜຶ່ງ ກະສັດແຫ່ງລາສາໂຣນ ໜຶ່ງ19ກະສັດແຫ່ງມາໂດນ ໜຶ່ງ ກະສັດແຫ່ງຮາໂຊ ໜຶ່ງ20ກະສັດແຫ່ງຊິມໂຣນເມໂຣນ ໜຶ່ງ ກະສັດແຫ່ງອັກຊັບ ໜຶ່ງ21ກະສັດແຫ່ງຕາອານັກ ໜຶ່ງ ກະສັດແຫ່ງເມກິດໂດ ໜຶ່ງ22ກະສັດແຫ່ງເກເດັດ ໜຶ່ງ ກະສັດແຫ່ງໂຢກເນອາມໃນກາເມນ ໜຶ່ງ23ກະສັດແຫ່ງໂດເຣ (ໃນນາໂຟດໂດເຣ ) ໜຶ່ງ ກະສັດແຫ່ງໂກອີອີມໃນກິນການ ໜຶ່ງ24ກະສັດແຫ່ງຕີຣະຊາ ໜຶ່ງ
ລວມກະສັດທັງໝົດມີ 31 ຄົນ.
Biblica, Inc.