ໂຢຊວຍ9
ກົນອຸບາຍຂອງຊາວກີເບໂອນ
1ບັດນີ້ ເມື່ອກະສັດທັງຫລາຍທາງຕາເວັນຕົກຂອງແມ່ນ້ຳຈໍແດນໄດ້ຍິນເລື່ອງນີ້ ຄືບັນດາກະສັດທີ່ຢູ່ຕາມເນີນພູ, ຕາມຕີນພູທາງທິດຕາເວັນຕົກ ແລະ ລຽບຕາມແຄມຝັ່ງທະເລເມດີແຕຣາເນໄປຈົນເຖິງເລບານອນ (ຄືບັນດາກະສັດຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະ ຂອງຊາວເຢບຸດ)2ພວກເຂົາໄດ້ມາຮວມກັນເພື່ອເຮັດສົງຄາມກັບໂຢຊວຍ ແລະ ຊາວອິດສະຣາເອນ.3ເຖິງຢ່າງໃດກໍຕາມ, ເມື່ອປະຊາຊົນໃນກີເບໂອນໄດ້ຍິນເຖິງສິ່ງທີ່ໂຢຊວຍໄດ້ເຮັດກັບເມືອງເຢຣິໂກ ແລະ ເມືອງອາອີແລ້ວ,4ພວກເຂົາໄດ້ໃຊ້ກົນອຸບາຍຄື: ພວກເຂົາໄດ້ໄປໃນຖານະຜູ້ແທນ ເຊິ່ງມີລໍບັນທຸກກະສອບທີ່ເປ່ເພ ແລະ ຖົງໜັງໃສ່ເຫລົ້າອະງຸ່ນເກົ່າ, ມີຮອຍແຕກ ແລະ ຮອຍສ້ອມແປງ.5ພວກເຂົາໄດ້ສຸບເກີບຂາດ ແລະ ມີຮອຍຫຍິບໃສ່ຕີນຂອງພວກເຂົາ ແລະ ນຸ່ງເຄື່ອງນຸ່ງເກົ່າ. ເຂົ້າຈີ່ທັງໝົດທີ່ເປັນສະບຽງອາຫານຂອງພວກເຂົາກໍແຫ້ງ ແລະ ອອກເຫັດ.6ຫລັງຈາກນັ້ນ ພວກເຂົາກໍໄດ້ໄປຫາໂຢຊວຍໃນຄ້າຍພັກຢູ່ທີ່ກິນການ ແລ້ວໄດ້ເວົ້າກັບລາວ ແລະ ຊາວອິດສະຣາເອນວ່າ, “ພວກຂ້ານ້ອຍມາຈາກແດນໄກ ຂໍໃຫ້ທ່ານເຮັດສົນທິສັນຍາກັບເຮົາດ້ວຍ”.7ຊາວອິດສະຣາເອນໄດ້ຕອບຊາວຮີວີເຫລົ່ານີ້ວ່າ, “ແຕ່ບາງທີພວກເຈົ້າອາດຈະອາໄສຢູ່ໃກ້ກັບພວກເຮົາ, ດັ່ງນັ້ນ ພວກເຮົາຈະເຮັດສົນທິສັນຍາກັບພວກເຈົ້າໄດ້ຢ່າງໃດ?”8ພວກເຂົາຈຶ່ງເວົ້າກັບໂຢຊວຍວ່າ, “ເຮົາເປັນຜູ້ຮັບໃຊ້ຂອງທ່ານ”,ແຕ່ໂຢຊວຍໄດ້ຖາມວ່າ, “ພວກເຈົ້າເປັນຜູ້ໃດ ແລະ ມາຈາກໃສ?”9ພວກເຂົາໄດ້ຕອບວ່າ, “ຜູ້ຮັບໃຊ້ຂອງທ່ານໄດ້ມາຈາກແດນໄກເພາະຊື່ສຽງຂອງພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ເພາະພວກຂ້ານ້ອຍໄດ້ຍິນລາຍງານກ່ຽວກັບພຣະອົງ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດໃນເອຢິບ,10ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດກັບກະສັດຂອງຊາວອາໂມສອງກະສັດທີ່ຢູ່ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນ ຄືສີໂຫນຜູ້ເປັນກະສັດຂອງເມືອງເຮັດຊະໂບນ ແລະ ໂອກຜູ້ເປັນກະສັດຂອງເມືອງບາຊານ, ເຊິ່ງເປັນຜູ້ຄອບຄອງໃນອັດຊະທາໂຣດ.11ບັນດາພວກເຖົ້າແກ່ ແລະ ບັນດາຜູ້ທີ່ອາໄສຢູ່ໃນປະເທດຂອງພວກຂ້ານ້ອຍໄດ້ເວົ້າກັບພວກຂ້ານ້ອຍວ່າ, ‘ຈົ່ງນຳສະບຽງອາຫານສຳລັບການເດີນທາງຂອງພວກເຈົ້າ; ຈົ່ງໄປ ແລະ ໄປພົບພວກເພິ່ນ ແລະ ເວົ້າກັບພວກເພິ່ນວ່າ, “ພວກເຮົາເປັນຜູ້ຮັບໃຊ້ຂອງທ່ານ ຂໍໃຫ້ເຮັດສົນທິສັນຍາກັບເຮົາດ້ວຍ” ’.12ເຂົ້າຈີ່ຂອງພວກເຮົານີ້ແມ່ນອຸ່ນຢູ່ເມື່ອເວລາທີ່ພວກຂ້ານ້ອຍຫໍ່ຢູ່ເຮືອນໃນວັນທີ່ພວກຂ້ານ້ອຍອອກມາຫາທ່ານ. ແຕ່ດຽວນີ້ເບິ່ງຄືວ່າມັນແຫ້ງ ແລະ ອອກເຫັດ.13ແລະ ຖົງໜັງໃສ່ເຫລົ້າອະງຸ່ນທີ່ພວກຂ້ານ້ອຍໄດ້ເຕີມນັ້ນກໍຍັງໃໝ່, ແຕ່ເບິ່ງຄືວ່າຖົງເຫລົ່ານີ້ມີຮອຍແຕກ. ແລະ ເຄື່ອງນຸ່ງ ແລະ ເກີບຂອງພວກເຮົາກໍຂາດເພາະເດີນທາງມາໄກຫລາຍ”.14ຊາວອິດສະຣາເອນໄດ້ກວດເບິ່ງເຄື່ອງຂອງຂອງພວກເຂົາ ແຕ່ບໍ່ໄດ້ຖາມພຣະເຈົ້າຢາເວ.15ໂຢຊວຍຈຶ່ງເຮັດສົນທິສັນຍາແຫ່ງສັນຕິພາບກັບພວກເຂົາເພື່ອປ່ອຍໃຫ້ພວກເຂົາມີຊີວິດຢູ່ ແລະ ບັນດາຜູ້ນຳຂອງຊຸມຊົນກໍໄດ້ຮັບຮອງເອົາຂໍ້ຕົກລົງນີ້ໂດຍການສາບານ.16ຫລັງຈາກທີ່ພວກເຂົາໄດ້ເຮັດສົນທິສັນຍາກັບຊາວກີເບໂອນໄດ້ສາມມື້, ຊາວອິດສະຣາເອນກໍໄດ້ຍິນວ່າພວກເຂົາເປັນເພື່ອນບ້ານ ແລະ ອາໄສຢູ່ໃກ້ກັບພວກຕົນ.17ດັ່ງນັ້ນ ຊາວອິດສະຣາເອນຈຶ່ງອອກເດີນທາງ ແລະ ໃນມື້ທີສາມກໍມາຮອດເມືອງຂອງພວກເຂົາຄື: ກີເບໂອນ, ເກຟີຣາ, ເບເອໂຣດ ແລະ ກີຣິອາດເຢອາຣິມ.18ແຕ່ຊາວອິດສະຣາເອນບໍ່ໄດ້ໂຈມຕີພວກເຂົາ ເພາະບັນດາຜູ້ນຳຂອງຊຸມຊົນໄດ້ສາບານໄວ້ກັບຊາວກີເບໂອນໂດຍອ້າງພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ.
ຊຸມຊົນທັງໝົດຈຶ່ງຈົ່ມໃຫ້ບັນດາຜູ້ນຳ,19ແຕ່ຜູ້ນຳທັງໝົດໄດ້ຕອບວ່າ, “ເຮົາໄດ້ສາບານໄວ້ໂດຍອ້າງພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ ແລະ ບັດນີ້ ພວກເຮົາກໍບໍ່ສາມາດແຕະຕ້ອງພວກເຂົາໄດ້.20ພວກເຮົາຈະເຮັດກັບພວກເຂົາດັ່ງນີ້ຄືຍອມໄວ້ຊີວິດພວກເຂົາ, ເພື່ອວ່າຄວາມໃຈຮ້າຍຂອງພຣະເຈົ້າຈະບໍ່ຕົກໃສ່ກັບພວກເຮົາ ເພາະພວກເຮົາເຮັດຜິດຄຳສາບານຕໍ່ພວກເຂົາ”.21ພວກເຂົາຍັງເວົ້າຕໍ່ໄປອີກວ່າ, “ໃຫ້ພວກເຂົາມີຊີວິດຢູ່, ແຕ່ໃຫ້ພວກເຂົາເຮັດໜ້າທີ່ເປັນຄົນຕັດຟືນ ແລະ ຫາບນ້ຳເພື່ອບໍລິການໃຫ້ແກ່ຊຸມຊົນທັງໝົດ”. ດັ່ງນັ້ນ ຄຳສັນຍາຂອງບັນດາຜູ້ນຳທີ່ມີຕໍ່ພວກເຂົາກໍຖືກຮັກສາໄວ້.22ແລ້ວໂຢຊວຍຈຶ່ງໄດ້ເອີ້ນຊາວກີເບໂອນມາ ແລະ ເວົ້າວ່າ, “ເປັນຫຍັງພວກເຈົ້າຈຶ່ງຫລອກລວງພວກເຮົາໂດຍເວົ້າວ່າ, ‘ພວກເຮົາອາໄສຢູ່ແດນໄກ’ ທີ່ຈິງແລ້ວພວກເຈົ້າອາໄສຢູ່ໃກ້ກັບພວກເຮົາ?23ບັດນີ້ ພວກເຈົ້າຈຶ່ງຢູ່ໃຕ້ການສາບແຊ່ງ ຄືພວກເຈົ້າຈະບໍ່ມີວັນຖືກປົດອອກຈາກໜ້າທີ່ເປັນຄົນຕັດຟືນ ແລະ ຫາບນ້ຳໃຫ້ກັບເຮືອນຂອງພຣະເຈົ້າຂອງເຮົາ”.24ພວກເຂົາໄດ້ຕອບໂຢຊວຍວ່າ, “ຜູ້ຮັບໃຊ້ຂອງທ່ານໄດ້ຮັບການບອກຢ່າງຊັດເຈນແລ້ວວ່າພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ສັ່ງໂມເຊຜູ້ຮັບໃຊ້ຂອງພຣະອົງໃຫ້ມອບດິນແດນທັງໝົດນີ້ໃຫ້ແກ່ທ່ານ ແລະ ກວາດລ້າງຊາວເມືອງທັງໝົດອອກໄປຕໍ່ໜ້າທ່ານ. ດັ່ງນັ້ນ ພວກຂ້ານ້ອຍຈຶ່ງຢ້ານຕາຍເພາະພວກທ່ານ ແລະ ນີ້ກໍເປັນສາເຫດໃຫ້ພວກເຮົາເຮັດຢ່າງນີ້.25ບັດນີ້ ພວກເຮົາກໍຢູ່ໃນກຳມືຂອງທ່ານແລ້ວ. ຈົ່ງເຮັດກັບພວກເຮົາຕາມທີ່ເຫັນວ່າດີ ແລະ ຖືກຕ້ອງສຳລັບທ່ານ”.26ໂຢຊວຍຈຶ່ງຊ່ວຍພວກເຂົາໃຫ້ພົ້ນຈາກຊາວອິດສະຣາເອນ ແລະ ຊາວອິດສະຣາເອນກໍບໍ່ໄດ້ຂ້າພວກເຂົາ.27ໃນວັນນັ້ນລາວໄດ້ໃຫ້ຊາວກີເບໂອນມາຕັດຟືນ ແລະ ຫາບນ້ຳສຳລັບຊຸມຊົນ ແລະ ຈັດຕຽມສຳລັບແທ່ນບູຊາຂອງພຣະເຈົ້າຢາເວ ໃນບ່ອນທີ່ພຣະເຈົ້າຢາເວຈະເປັນຜູ້ເລືອກ. ແລະ ນັ້ນແມ່ນສິ່ງທີ່ພວກເຂົາເປັນຈົນມາເຖິງທຸກວັນນີ້.
Biblica, Inc.