ໂຢນາ2

ຄຳ​ອະທິຖານ​ຂອງ​ໂຢນາ

1ຂະນະ​ທີ່​ຢູ່​ໃນ​ທ້ອງ​ປາ​ນັ້ນ ໂຢນາ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ລາວ.2ລາວ​ກ່າວ​ວ່າ:“ໃນ​ຍາມ​ທຸກລໍາບາກ ຂ້ານ້ອຍ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ,ແລະ ພຣະອົງ​ໄດ້​ຕອບ​ຂ້ານ້ອຍ​ແລ້ວ.ຂ້ານ້ອຍ​ອ້ອນວອນ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເຫວເລິກ​ຂອງ​ແດນ​ມໍລະນາ.ແລະ ພຣະອົງ​ໄດ້​ຟັງ​ສຽງ​ຮ້ອງ​ຂອງ​ຂ້ານ້ອຍ.3ພຣະອົງ​ແກວ່ງ​ຂ້ານ້ອຍ​ລົງ​ມາ​ໃນ​ບ່ອນ​ເລິກ,ສູ່​ໃຈ​ກາງ​ມະຫາສະຫມຸດ,ແລະ ກະແສ​ນໍ້າ​ກໍ​ໝຸນ​ຢູ່​ຮອບ​ຂ້ານ້ອຍ;ຄື້ນ​ນໍ້າ ແລະ ຟອງ​ນ້ຳ​ຂອງ​ພຣະອົງໄດ້​ຖ້ວມ​ປົກ​ຂ້ານ້ອຍ.4ຂ້ານ້ອຍ​ໄດ້​ເວົ້າ​ວ່າ, ‘ຂ້ານ້ອຍ​ຖືກ​ເນລະເທດໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ພຣະອົງ​ແລ້ວ;ເຖິງ​ປານ​ນັ້ນ​ຂ້ານ້ອຍ​ກໍ​ຈະ​ເບິ່ງໄປ​ທີ່​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ອີກ.’5ນ້ຳ​ໄດ້​ຖ້ວມ​ຄຸກຄາມ​ຂ້ານ້ອຍ, ບ່ອນ​ເລິກ​ກໍ​ອ້ອມ​ຮອບ​ຂ້ານ້ອຍ;ສາຫລ່າຍ​ທະເລ​ກໍ​ພັນ​ອ້ອມ​ຫົວ​ຂອງ​ຂ້ານ້ອຍ.6ຂ້ານ້ອຍ​ຈົມ​ລົງ​ມາ​ເຖິງ​ຮາກ​ພູ​ທັງຫລາຍ;ແຜ່ນດິນ​ເບື້ອງ​ລຸ່ມ​ໄດ້​ຂັງ​ຂ້ານ້ອຍ​ໄວ້​ຕະຫລອດ​ໄປ.ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ,ພຣະອົງ​ໄດ້​ຊ່ວຍ​ຊີວິດ​ຂ້ານ້ອຍ​ຂຶ້ນ​ມາ​ຈາກ​ຂຸມ.
7“ເມື່ອ​ຊີວິດ​ຂອງ​ຂ້ານ້ອຍ​ກຳລັງ​ຈະ​ເລື່ອນ​ຫາຍ​ໄປ,ຂ້າແດ່​ພຣະເຈົ້າຢາເວ, ຂ້ານ້ອຍ​ໄດ້​ລະນຶກ​ເຖິງ​ພຣະອົງ,ແລະ ຄຳ​ອະທິຖານ​ຂອງ​ຂ້ານ້ອຍ​ໄດ້​ຂຶ້ນ​ໄປ​ເຖິງ​ພຣະອົງ,ໄປ​ເຖິງ​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ.
8“ບັນດາ​ຄົນ​ທີ່​ຢຶດ​ຕິດ​ກັບ​ຮູບເຄົາລົບ​ອັນ​ໄຮ້​ຄ່າຫັນ​ໜີ​ຈາກ​ຄວາມ​ຮັກ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຂົາ.9ສ່ວນ​ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງບູຊາ​ແກ່​ພຣະອົງ,ພ້ອມ​ກັບ​ຮ້ອງ​ສັນລະເສີນ.ຂ້ານ້ອຍ​ໄດ້​ປະຕິຍານ​ໄວ້​ຢ່າງ​ໃດ ຂ້ານ້ອຍ​ກໍ​ຈະ​ເຮັດ​ຢ່າງ​ນັ້ນ.ຂ້ານ້ອຍ​ຈະ​ເວົ້າ​ວ່າ, ຄວາມພົ້ນ​ມາ​ຈາກ​ພຣະເຈົ້າຢາເວ”.
10ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ສັ່ງ​ປາ ແລະ ມັນ​ກໍ​ຄາຍ​ໂຢນາ​ອອກ​ມາ​ໄວ້​ທີ່​ແຄມ​ຝັ່ງ.

Biblica, Inc.

https://app.library.bible/content/eab9312f9f16b3a2