ໂຢຮັນ9
ພຣະເຢຊູເຈົ້າຮັກສາຊາຍຕາບອດມາແຕ່ເກີດ
1ຂະນະທີ່ພຣະອົງຍ່າງໄປຕາມທາງ, ພຣະອົງເຫັນຊາຍຄົນໜຶ່ງຕາບອດມາແຕ່ເກີດ.2ພວກສາວົກຖາມພຣະອົງວ່າ, “ອາຈານເອີຍ, ຜູ້ໃດນໍທີ່ໄດ້ເຮັດບາບ ຊາຍຄົນນີ້ ຫລື ພໍ່ແມ່ຂອງລາວ, ລາວຈຶ່ງເກີດມາຕາບອດ?”3ພຣະເຢຊູເຈົ້າກ່າວວ່າ, “ບໍ່ແມ່ນຊາຍຄົນນີ້ ຫລື ພໍ່ແມ່ຂອງລາວທີ່ເຮັດບາບ ແຕ່ສິ່ງນີ້ເກີດຂຶ້ນເພື່ອພາລະກິດຂອງພຣະເຈົ້າຈະສະແດງໃນຊີວິດຂອງລາວ.4ຕາບໃດທີ່ຍັງເປັນເວລາກາງເວັນຢູ່, ພວກເຮົາທັງຫລາຍຕ້ອງເຮັດພາລະກິດຂອງພຣະອົງຜູ້ໃຊ້ເຮົາມາ. ເວລາກາງຄືນກໍໃກ້ຈະມາເຖິງແລ້ວ, ເວລານັ້ນບໍ່ມີຜູ້ໃດເຮັດການໄດ້.5ໃນຂະນະທີ່ເຮົາຍັງຢູ່ໃນໂລກນີ້ ເຮົາກໍເປັນຄວາມສະຫວ່າງຂອງໂລກ”.6ເມື່ອພຣະອົງກ່າວດັ່ງນີ້ແລ້ວພຣະອົງກໍຖົ່ມນ້ຳລາຍລົງພື້ນດິນ ເຮັດເປັນຂີ້ຕົມ ແລະ ທາໃສ່ຕາຂອງຊາຍຄົນນັ້ນ.7ພຣະອົງສັ່ງລາວວ່າ, “ຈົ່ງໄປລ້າງອອກທີ່ສະນ້ຳສີໂລອາມ” (ສີໂລອາມແປວ່າ ໃຊ້ໄປ). ດັ່ງນັ້ນ ຊາຍຄົນນັ້ນຈຶ່ງໄປລ້າງຂີ້ຕົມອອກ ແລະ ຂະນະທີ່ກັບຄືນມາເຮືອນກໍເຫັນຮຸ່ງ.8ເພື່ອນບ້ານຂອງລາວ ແລະ ຜູ້ທີ່ເຄີຍເຫັນລາວນັ່ງຂໍທານກໍຖາມກັນວ່າ, “ຄົນນີ້ບໍ່ແມ່ນຄົນທີ່ເຄີຍນັ່ງຂໍທານນັ້ນບໍ?”9ບາງຄົນກໍວ່າແມ່ນແລ້ວ.ຄົນອື່ນໆກໍເວົ້າວ່າ, “ບໍ່ແມ່ນ ພຽງແຕ່ໜ້າຕາລາວຄືກັນເທົ່ານັ້ນ”.
ແຕ່ໂຕລາວເອງຢືນຢັນວ່າ, “ຂ້ອຍຄືຊາຍຄົນນັ້ນ”.10ພວກເຂົາຖາມລາວວ່າ, “ແລ້ວຕາຂອງເຈົ້າເຫັນຮຸ່ງໄດ້ແນວໃດ?”11ລາວຕອບວ່າ, “ມີຊາຍຄົນໜຶ່ງຊື່ວ່າເຢຊູ ໄດ້ເຮັດຂີ້ຕົມແລ້ວທາໃສ່ຕາທັງສອງເບື້ອງຂອງຂ້ອຍ ແລະ ສັ່ງໃຫ້ຂ້ອຍໄປລ້າງອອກທີ່ສະນ້ຳສີໂລອາມ. ດັ່ງນັ້ນ ຂ້ອຍຈຶ່ງໄປລ້າງອອກແລ້ວຂ້ອຍກໍເບິ່ງເຫັນໄດ້”.12ພວກເຂົາຖາມວ່າ, “ຊາຍຄົນນັ້ນຢູ່ໃສ?”
ລາວຕອບວ່າ, “ຂ້ອຍບໍ່ຮູ້”.
ພວກຟາຣີຊາຍສືບສວນເລື່ອງການຮັກສາ
13ພວກເຂົາຈຶ່ງພາຄົນທີ່ເຄີຍຕາບອດມາພົບພວກຟາຣີຊາຍ.14ວັນທີ່ພຣະເຢຊູເຈົ້າໄດ້ເຮັດຂີ້ຕົມ ແລະ ຮັກສາຕາຂອງຊາຍຄົນນັ້ນໃຫ້ເຊົາບອດເປັນວັນຊະບາໂຕ.15ດັ່ງນັ້ນ ພວກຟາຣີຊາຍຈຶ່ງຖາມຊາຍຄົນນັ້ນເໝືອນກັນວ່າລາວເຫັນຮຸ່ງໄດ້ຢ່າງໃດ. ຊາຍຄົນນັ້ນກໍຕອບວ່າ, “ເພິ່ນຜູ້ນັ້ນໄດ້ເອົາຂີ້ຕົມທາໃສ່ຕາທັງສອງເບື້ອງຂອງຂ້ານ້ອຍ, ແລ້ວຂ້ານ້ອຍໄປລ້າງອອກ ແລະ ດຽວນີ້ຂ້ານ້ອຍກໍເຫັນຮຸ່ງ”.16ພວກຟາຣີຊາຍບາງຄົນຈຶ່ງເວົ້າວ່າ, “ຊາຍຄົນນີ້ບໍ່ໄດ້ມາຈາກພຣະເຈົ້າ ເພາະລາວບໍ່ຖືຮັກສາວັນຊະບາໂຕ”.ແຕ່ຄົນອື່ນກໍຖາມວ່າ, “ຄົນບາບຈະສະແດງໝາຍສຳຄັນຢ່າງນີ້ໄດ້ແນວໃດ?” ດັ່ງນັ້ນ ພວກເຂົາຈຶ່ງແຕກແຍກກັນ.17ໃນທີ່ສຸດ ພວກເຂົາຈຶ່ງຖາມຊາຍຕາບອດອີກວ່າ, “ເຈົ້າຈະວ່າຢ່າງໃດກ່ຽວກັບເລື່ອງຄົນນັ້ນ? ໃນເມື່ອລາວຮັກສາຕາຂອງເຈົ້າໃຫ້ເຊົາບອດ”.
ລາວຕອບວ່າ, “ເພິ່ນເປັນຜູ້ທຳນວາຍ”.18ພວກຢິວຍັງບໍ່ເຊື່ອວ່າລາວເຄີຍຕາບອດ ແລະ ກັບມາເຫັນຮຸ່ງໄດ້ ຈົນວ່າພວກເຂົາໄດ້ໄປເອີ້ນເອົາພໍ່ແມ່ຂອງລາວມາ.19ພວກເຂົາຖາມວ່າ, “ຄົນນີ້ເປັນລູກຊາຍຂອງພວກເຈົ້າແມ່ນບໍ? ຄົນນີ້ເປັນຄົນທີ່ພວກເຈົ້າບອກວ່າຕາບອດມາແຕ່ເກີດແມ່ນບໍ? ບັດນີ້ ລາວເຫັນຮຸ່ງໄດ້ແນວໃດ?”20ພໍ່ແມ່ຂອງລາວຕອບວ່າ, “ພວກຂ້ານ້ອຍຮູ້ວ່າລາວເປັນລູກຊາຍຂອງພວກຂ້ານ້ອຍ ແລະ ພວກຂ້ານ້ອຍຮູ້ວ່າລາວຕາບອດມາຕັ້ງແຕ່ເກີດ.21ແຕ່ພວກຂ້ານ້ອຍບໍ່ຮູ້ວ່າ ດຽວນີ້ລາວເຫັນຮຸ່ງໄດ້ແນວໃດ ຫລື ຜູ້ໃດຮັກສາຕາຂອງລາວໃຫ້ເຊົາບອດ. ຈົ່ງຖາມລາວສາ. ລາວເປັນຜູ້ໃຫຍ່ແລ້ວ ລາວເວົ້າເອງໄດ້”.22ພໍ່ແມ່ຂອງລາວເວົ້າຢ່າງນີ້ກໍເພາະຢ້ານພວກຜູ້ນຳຂອງຢິວ ເພາະພວກເຂົາໄດ້ຕົກລົງກັນໄວ້ແລ້ວວ່າຖ້າຜູ້ໃດຍອມຮັບພຣະເຢຊູເຈົ້າວ່າເປັນພຣະຄຣິດເຈົ້າ ຈະຕ້ອງຖືກໄລ່ອອກຈາກທຳມະສາລາ.23ດ້ວຍເຫດນີ້ພໍ່ແມ່ຂອງລາວຈຶ່ງບອກວ່າ, “ລາວເປັນຜູ້ໃຫຍ່ແລ້ວ, ຈົ່ງຖາມລາວເອງ”.24ພວກເຂົາຈຶ່ງເອີ້ນເອົາຄົນທີ່ເຄີຍຕາບອດມາພົບເປັນເທື່ອທີສອງ ແລະ ເວົ້າວ່າ, “ຈົ່ງຖວາຍກຽດແກ່ພຣະເຈົ້າດ້ວຍການເວົ້າຄວາມຈິງ. ພວກເຮົາຮູ້ວ່າຄົນນັ້ນເປັນຄົນບາບ”.25ລາວຕອບວ່າ, “ເພິ່ນເປັນຄົນບາບ ຫລື ບໍ່ນັ້ນ, ຂ້ານ້ອຍບໍ່ຮູ້. ສິ່ງດຽວທີ່ຂ້ານ້ອຍຮູ້ຄື ຂ້ານ້ອຍເຄີຍຕາບອດ ແຕ່ມາດຽວນີ້ຂ້ານ້ອຍເຫັນຮຸ່ງແລ້ວ!”26ແລ້ວພວກເຂົາຈຶ່ງຖາມວ່າ, “ເພິ່ນໄດ້ເຮັດຢ່າງໃດກັບເຈົ້າ? ເພິ່ນເຮັດວິທີໃດຕາຂອງເຈົ້າຈຶ່ງເຊົາບອດ?”27ລາວຕອບວ່າ, “ຂ້ານ້ອຍໄດ້ບອກພວກທ່ານແລ້ວ ແລະ ພວກທ່ານບໍ່ຟັງ. ເປັນຫຍັງພວກທ່ານຈຶ່ງຢາກຟັງອີກ? ບໍ່ແມ່ນພວກທ່ານຢາກເປັນສາວົກຂອງເພິ່ນເໝືອນກັນບໍ?”28ແລ້ວພວກເຂົາຈຶ່ງພາກັນເວົ້າດູຖູກລາວຢ່າງໃຫຍ່ ແລະ ເວົ້າວ່າ, “ເຈົ້າເປັນສາວົກຂອງຄົນນັ້ນ! ສ່ວນພວກເຮົາເປັນສາວົກຂອງໂມເຊ!29ພວກເຮົາຮູ້ວ່າພຣະເຈົ້າໄດ້ກ່າວກັບໂມເຊ ແຕ່ສຳລັບຄົນນັ້ນ, ພວກເຮົາບໍ່ຮູ້ຈັກວ່າລາວມາຈາກໃສ”.30ຊາຍຄົນນັ້ນຕອບວ່າ, “ປະຫລາດໃຈແທ້! ພວກທ່ານບໍ່ຮູ້ຈັກວ່າເພິ່ນມາຈາກໃສ ແຕ່ເພິ່ນໄດ້ຮັກສາຕາຂອງຂ້ານ້ອຍໃຫ້ເຊົາບອດ.31ພວກເຮົາຮູ້ຈັກວ່າພຣະເຈົ້າບໍ່ຟັງຄົນບາບ. ພຣະອົງຟັງຄົນທີ່ຢຳເກງພຣະເຈົ້າ ແລະ ເຮັດໄປຕາມຄວາມປະສົງຂອງພຣະອົງ.32ບໍ່ມີຜູ້ໃດເຄີຍໄດ້ຍິນເລື່ອງການຮັກສາຄົນຕາບອດຕັ້ງແຕ່ເກີດໃຫ້ເຫັນຮຸ່ງໄດ້.33ຖ້າຊາຍຄົນນີ້ບໍ່ໄດ້ມາຈາກພຣະເຈົ້າແລ້ວເພິ່ນກໍບໍ່ສາມາດເຮັດສິ່ງໃດໄດ້”.34ພວກເຂົາຕອບໂຕ້ລາວວ່າ, “ເຈົ້າຕົກຢູ່ໃນຄວາມບາບມາຕັ້ງແຕ່ເກີດ; ເຈົ້າກ້າມາສັ່ງສອນພວກເຮົາໄດ້ຢ່າງໃດ!” ແລ້ວພວກເຂົາກໍໄລ່ລາວອອກໄປ.
ຕາບອດຝ່າຍຈິດວິນຍານ
35ພຣະເຢຊູເຈົ້າໄດ້ຍິນວ່າພວກເຂົາໄດ້ໄລ່ລາວອອກໄປແລ້ວ ແລະ ເມື່ອພຣະອົງພົບລາວ, ພຣະອົງຈຶ່ງຖາມລາວວ່າ, “ເຈົ້າເຊື່ອໃນບຸດມະນຸດບໍ?”36ຊາຍຄົນນັ້ນເວົ້າວ່າ, “ນາຍເອີຍ, ຜູ້ໃດຄືບຸດມະນຸດ? ຂໍບອກຂ້ານ້ອຍແດ່ ເພື່ອວ່າຂ້ານ້ອຍຈະໄດ້ເຊື່ອໃນພຣະອົງ”.37ພຣະເຢຊູເຈົ້າກ່າວວ່າ, “ບັດນີ້ເຈົ້າກໍໄດ້ເຫັນພຣະອົງແລ້ວ, ແທ້ຈິງແລ້ວ ພຣະອົງຄືຜູ້ທີ່ກຳລັງເວົ້າກັບເຈົ້າຢູ່”.38ຄົນນັ້ນຈຶ່ງຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂ້ານ້ອຍເຊື່ອແລ້ວ” ແລະ ລາວກໍຂາບໄຫວ້ນະມັດສະການພຣະອົງ.39ພຣະເຢຊູເຈົ້າກ່າວວ່າ, “ເຮົາໄດ້ມາໃນໂລກນີ້ເພື່ອການພິພາກສາ, ເພື່ອວ່າຄົນຕາບອດຈະເຫັນຮຸ່ງ ແລະ ຜູ້ທີ່ເຫັນຮຸ່ງຈະກາຍເປັນຄົນຕາບອດ”.40ພວກຟາຣີຊາຍບາງຄົນທີ່ຢູ່ກັບພຣະອົງໄດ້ຍິນດັ່ງນັ້ນ ຈຶ່ງຖາມວ່າ, “ແມ່ນຫຍັງ? ພວກເຮົາກໍຕາບອດເໝືອນກັນບໍ?”41ພຣະເຢຊູເຈົ້າກ່າວວ່າ, “ຖ້າພວກເຈົ້າຕາບອດພວກເຈົ້າກໍຄົງຈະບໍ່ມີຄວາມບາບ, ແຕ່ບັດນີ້ ພວກເຈົ້າເວົ້າວ່າເຮົາເຫັນຮຸ່ງຢູ່, ເຫດສະນັ້ນ ຄວາມຜິດບາບຂອງພວກເຈົ້າຈຶ່ງຍັງມີຢູ່.Biblica, Inc.