ໂຢຮັນ10
ຜູ້ລ້ຽງແກະທີ່ດີ ແລະ ຝູງແກະຂອງພຣະອົງ
1“ພວກເຈົ້າທີ່ເປັນພວກຟາຣີຊາຍເອີຍ ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນທີ່ບໍ່ໄດ້ເຂົ້າຄອກແກະທາງປະຕູແຕ່ປີນເຂົ້າທາງອື່ນນັ້ນກໍເປັນຂະໂມຍ ແລະ ໂຈນ.2ສ່ວນຄົນທີ່ເຂົ້າທາງປະຕູກໍເປັນຜູ້ລ້ຽງແກະ.3ຄົນຍາມປະຕູກໍໄຂປະຕູໃຫ້ຄົນນັ້ນ ແລະ ແກະກໍຟັງສຽງຂອງເພິ່ນ. ເພິ່ນເອີ້ນແກະຂອງຕົນຕາມຊື່ຂອງມັນ ແລະ ພາພວກມັນອອກໄປ.4ເມື່ອເພິ່ນໄດ້ພາແກະທັງໝົດຂອງຕົນອອກມາແລ້ວ ເພິ່ນກໍນຳໜ້າພວກມັນໄປ ແລະ ແກະຂອງເພິ່ນກໍຕິດຕາມເພິ່ນໄປເພາະພວກມັນຮູ້ຈັກສຽງຂອງເພິ່ນ.5ແຕ່ຝູງແກະຈະບໍ່ຕິດຕາມຄົນແປກໜ້າ, ແທ້ຈິງແລ້ວ, ພວກມັນຈະແລ່ນໜີໄປຈາກຄົນນັ້ນເພາະພວກມັນບໍ່ຮູ້ຈັກສຽງຂອງຄົນແປກໜ້າ”.6ພຣະເຢຊູເຈົ້າໃຊ້ຄຳປຽບທຽບນີ້ ແຕ່ພວກຟາຣີຊາຍບໍ່ເຂົ້າໃຈວ່າພຣະອົງກຳລັງບອກສິ່ງໃດແກ່ພວກເຂົາ.7ເຫດສະນັ້ນ ພຣະເຢຊູເຈົ້າຈຶ່ງກ່າວອີກວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເຮົານີ້ແຫລະເປັນປະຕູສຳລັບແກະ.8ບັນດາຜູ້ທີ່ມາກ່ອນໜ້າເຮົານັ້ນເປັນຂະໂມຍ ແລະ ໂຈນ, ແຕ່ແກະບໍ່ໄດ້ຟັງພວກເຂົາ.9ເຮົານີ້ແຫລະເປັນປະຕູນັ້ນ ຜູ້ໃດກໍຕາມທີ່ເຂົ້າມາທາງເຮົາຈະໄດ້ພົ້ນ. ພວກເຂົາຈະເຂົ້າມາ ແລະ ອອກໄປ, ແລ້ວກໍພົບທົ່ງຫຍ້າ.10ຂະໂມຍມາກໍພຽງແຕ່ຈະລັກ, ຈະຂ້າ ແລະ ທຳລາຍເທົ່ານັ້ນ. ເຮົາໄດ້ມາເພື່ອພວກເຂົາຈະໄດ້ຊີວິດ ແລະ ຈະໄດ້ຊີວິດຢ່າງຄົບບໍລິບູນ.11“ເຮົາເປັນຜູ້ລ້ຽງແກະທີ່ດີ. ຜູ້ລ້ຽງແກະທີ່ດີນັ້ນຍ່ອມສະຫລະຊີວິດຂອງຕົນເພື່ອແກະ.12ຄົນຮັບຈ້າງບໍ່ແມ່ນຜູ້ລ້ຽງແກະ ແລະ ບໍ່ໄດ້ເປັນເຈົ້າຂອງແກະ. ດັ່ງນັ້ນ ເມື່ອລາວເຫັນໝາໄນມາລາວກໍປະຖິ້ມແກະ ແລະ ແລ່ນໜີໄປ. ແລ້ວໝາໄນກໍເຂົ້າມາທຳຮ້າຍແກະ ແລະ ເຮັດໃຫ້ແຕກຊະກັນໄປ.13ຄົນນັ້ນໄດ້ແລ່ນໜີໄປເພາະວ່າລາວເປັນພຽງແຕ່ຄົນຮັບຈ້າງ ແລະ ລາວບໍ່ໄດ້ຫ່ວງໃຍນຳແກະເລີຍ.14“ເຮົານີ້ແຫລະເປັນຜູ້ລ້ຽງທີ່ດີ ເຮົາຮູ້ຈັກແກະຂອງເຮົາ ແລະ ແກະຂອງເຮົາກໍຮູ້ຈັກເຮົາ15ເໝືອນດັ່ງທີ່ພຣະບິດາເຈົ້າຮູ້ຈັກເຮົາ ແລະ ເຮົາກໍຮູ້ຈັກພຣະບິດາເຈົ້າ ແລະ ເຮົາສະຫລະຊີວິດຂອງເຮົາເພື່ອແກະນັ້ນ.16ເຮົາຍັງມີແກະອື່ນທີ່ບໍ່ແມ່ນຂອງຄອກນີ້. ເຮົາຈະຕ້ອງນໍາແກະເຫລົ່ານັ້ນມາເໝືອນກັນ. ແກະເຫລົ່ານັ້ນຈະຟັງສຽງຂອງເຮົາເໝືອນກັນ ແລະ ຈະຮວມກັນເປັນຝູງດຽວ ແລະ ມີຜູ້ລ້ຽງແຕ່ຜູ້ດຽວ.17ເຫດຜົນທີ່ພຣະບິດາເຈົ້າຂອງເຮົາຮັກເຮົາກໍເພາະເຮົາໄດ້ສະຫລະຊີວິດຂອງເຮົາພຽງແຕ່ຈະຮັບຊີວິດນັ້ນຄືນມາອີກ.18ບໍ່ມີຜູ້ໃດຈະຍາດເອົາຊີວິດໄປຈາກເຮົາ, ແຕ່ເຮົາໄດ້ສະຫລະຊີວິດດ້ວຍຄວາມສະໝັກໃຈຂອງເຮົາເອງ. ເຮົາມີສິດທີ່ຈະສະຫລະຊີວິດນັ້ນ ແລະ ມີສິດທີ່ຈະຮັບຊີວິດຄືນມາອີກ. ເຮົາໄດ້ຮັບຄຳສັ່ງນີ້ຈາກພຣະບິດາເຈົ້າຂອງເຮົາ”.19ພວກຢິວທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ກໍແຕກແຍກກັນອີກ.20ຫລາຍຄົນໃນພວກເຂົາເວົ້າວ່າ, “ລາວຖືກຜີມານຮ້າຍສິງຢູ່ ແລະ ກຳລັງເປັນບ້າ. ຟັງລາວເຮັດຫຍັງ?”21ແຕ່ຄົນອື່ນກໍເວົ້າວ່າ, “ຄຳເຫລົ່ານີ້ບໍ່ແມ່ນຄຳເວົ້າຂອງຄົນທີ່ຖືກຜີມານຮ້າຍສິງ. ຜີມານຮ້າຍຈະເຮັດໃຫ້ຄົນຕາບອດເຫັນຮຸ່ງໄດ້ບໍ?”ການຂັດແຍ້ງເພີ່ມເຕີມກ່ຽວກັບການກ່າວຂອງພຣະເຢຊູເຈົ້າ
22ແລ້ວກໍມາເຖິງເທດສະການສະຫລອງວິຫານ ທີ່ນະຄອນເຢຣູຊາເລັມ, ເຊິ່ງເປັນລະດູໜາວ,23ແລະ ພຣະເຢຊູເຈົ້າຍ່າງຢູ່ທີ່ລະບຽງຂອງໂຊໂລໂມນໃນເດີ່ນວິຫານ.24ພວກຢິວທີ່ຢູ່ທີ່ນັ້ນໄດ້ມາຫຸ້ມອ້ອມພຣະອົງ ແລະ ເວົ້າວ່າ, “ທ່ານຈະເຮັດໃຫ້ພວກເຮົາຢູ່ໃນຄວາມສົງໄສດົນປານໃດ? ຖ້າທ່ານເປັນພຣະຄຣິດເຈົ້າ ກໍຈົ່ງບອກພວກເຮົາໃຫ້ຮູ້ຢ່າງແຈ່ມແຈ້ງສາ”.25ພຣະເຢຊູເຈົ້າຕອບວ່າ, “ເຮົາໄດ້ບອກພວກເຈົ້າແລ້ວ, ແຕ່ພວກເຈົ້າບໍ່ເຊື່ອ. ພາລະກິດທີ່ເຮົາເຮັດໃນນາມຂອງພຣະບິດາເຈົ້າຂອງເຮົາກໍເປັນພະຍານຢືນຢັນໃຫ້ແກ່ເຮົາ,26ແຕ່ພວກເຈົ້າບໍ່ເຊື່ອເພາະພວກເຈົ້າບໍ່ແມ່ນແກະຂອງເຮົາ.27ແກະຂອງເຮົາກໍຟັງສຽງຂອງເຮົາ, ເຮົາຮູ້ຈັກແກະນັ້ນ ແລະ ແກະນັ້ນກໍຕິດຕາມເຮົາ.28ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະ ແກະນັ້ນຈະບໍ່ຈິບຫາຍຈັກເທື່ອ, ບໍ່ມີຜູ້ໃດຍາດເອົາແກະນັ້ນອອກໄປຈາກມືຂອງເຮົາໄດ້.29ພຣະບິດາເຈົ້າຂອງເຮົາຜູ້ໄດ້ມອບແກະນັ້ນໃຫ້ແກ່ເຮົາຍິ່ງໃຫຍ່ກວ່າທຸກສິ່ງ ບໍ່ມີຜູ້ໃດຈະຍາດເອົາແກະນັ້ນຈາກມືຂອງພຣະບິດາເຈົ້າຂອງເຮົາໄດ້.30ເຮົາກັບພຣະບິດາເຈົ້າເປັນອັນໜຶ່ງອັນດຽວກັນ”.31ເປັນອີກຄັ້ງໜຶ່ງທີ່ພວກຢິວຈັບເອົາກ້ອນຫີນຂຶ້ນມາເພື່ອຈະແກວ່ງໃສ່ພຣະອົງ,32ແຕ່ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ເຮົາໄດ້ສະແດງສິ່ງດີຫລາຍຢ່າງທີ່ມາຈາກພຣະບິດາເຈົ້າໃຫ້ພວກເຈົ້າເຫັນ. ພວກເຈົ້າຈະແກວ່ງກ້ອນຫີນໃສ່ເຮົາເພາະເຫດອັນໃດ?”33ພວກຢິວຕອບວ່າ, “ທີ່ເຮົາຈະແກວ່ງກ້ອນຫີນໃສ່ເຈົ້າບໍ່ແມ່ນເພາະສິ່ງດີ ແຕ່ເພາະເຈົ້າເວົ້າໝິ່ນປະໝາດພຣະເຈົ້າ, ເພາະເຈົ້າເປັນພຽງມະນຸດແຕ່ຕັ້ງຕົນເອງເປັນພຣະເຈົ້າ”.34ພຣະເຢຊູເຈົ້າຕອບພວກເຂົາວ່າ, “ມີຄຳຂຽນໄວ້ໃນໜັງສືກົດບັນຍັດຂອງພວກເຈົ້າບໍ່ແມ່ນບໍວ່າ, ‘ເຮົາໄດ້ກ່າວວ່າພວກເຈົ້າເປັນພະ’ ?35ຖ້າຄົນເຫລົ່ານັ້ນທີ່ພຣະຄຳຂອງພຣະເຈົ້າມາເຖິງຖືກເອີ້ນວ່າເປັນ ‘ພະ’ ແລະ ຖ້າພຣະຄຳພີຖືກຕ້ອງສະເໝີ36ແລ້ວຜູ້ທີ່ພຣະບິດາເຈົ້າເລືອກໄວ້ ແລະ ໃຊ້ເຂົ້າມາໃນໂລກນີ້ຈະວ່າແນວໃດ? ດ້ວຍເຫດໃດພວກເຈົ້າຈຶ່ງກ່າວຫາເຮົາວ່າເຮົາເວົ້າໝິ່ນປະໝາດພຣະເຈົ້າເພາະເຮົາກ່າວວ່າ, ‘ເຮົາເປັນພຣະບຸດຂອງພຣະເຈົ້າ’?37ຖ້າເຮົາບໍ່ໄດ້ເຮັດພາລະກິດທີ່ພຣະບິດາເຈົ້າຂອງເຮົາເຮັດກໍຢ່າເຊື່ອເຮົາເລີຍ.38ແຕ່ຖ້າເຮົາເຮັດພາລະກິດນັ້ນ, ເຖິງແມ່ນວ່າພວກເຈົ້າບໍ່ເຊື່ອເຮົາກໍຕາມ, ແຕ່ຈົ່ງເຊື່ອໃນພາລະກິດນັ້ນ ເພື່ອພວກເຈົ້າຈະໄດ້ຮູ້ຈັກ ແລະ ເຂົ້າໃຈວ່າພຣະບິດາເຈົ້າຢູ່ໃນເຮົາ ແລະ ເຮົາຢູ່ໃນພຣະບິດາເຈົ້າ”.39ເຫດສະນັ້ນ ພວກເຂົາຈຶ່ງພະຍາຍາມຈະຈັບພຣະອົງອີກ ແຕ່ພຣະອົງໜີພົ້ນຈາກການຈັບກຸມຂອງພວກເຂົາໄປໄດ້.40ຫລັງຈາກນັ້ນ ພຣະເຢຊູເຈົ້າຂ້າມແມ່ນ້ຳຈໍແດນກັບໄປຍັງບ່ອນທີ່ໂຢຮັນເຄີຍໃຫ້ຮັບບັບຕິສະມາ. ພຣະອົງຢູ່ທີ່ນັ້ນ,41ແລະ ມີຫລາຍຄົນໄດ້ພາກັນມາຫາພຣະອົງ. ພວກເຂົາເວົ້າວ່າ, “ເຖິງແມ່ນວ່າໂຢຮັນບໍ່ເຄີຍສະແດງໝາຍສຳຄັນຈັກຢ່າງ, ແຕ່ທຸກສິ່ງທີ່ໂຢຮັນບອກກ່ຽວກັບທ່ານຜູ້ນີ້ກໍ່ເປັນເປັນຄວາມຈິງ”.42ແລະ ໃນທີ່ນັ້ນກໍມີຫລາຍຄົນໄດ້ເຊື່ອໃນພຣະເຢຊູເຈົ້າ.Biblica, Inc.