ໂຢຮັນ8
1ແຕ່ພຣະເຢຊູເຈົ້າໄດ້ໄປຍັງພູເຂົາໝາກກອກ.2ພໍຮຸ່ງເຊົ້າພຣະອົງກໍເຂົ້າໄປໃນເດີ່ນວິຫານອີກ, ບ່ອນທີ່ຄົນທັງຫລາຍໄດ້ມາເຕົ້າໂຮມກັນຢູ່ອ້ອມພຣະອົງ ແລະ ພຣະອົງນັ່ງລົງເພື່ອສັ່ງສອນພວກເຂົາ.3ພວກຄູສອນກົດບັນຍັດ ແລະ ພວກຟາຣີຊາຍໄດ້ນຳເອົາຍິງຄົນໜຶ່ງທີ່ຖືກຈັບໃນຖານຫລິ້ນຊູ້ມາ. ພວກເຂົາໄດ້ໃຫ້ນາງຢືນຢູ່ຕໍ່ໜ້າຄົນກຸ່ມນັ້ນ4ແລ້ວກ່າວຕໍ່ພຣະເຢຊູເຈົ້າວ່າ, “ອາຈານເອີຍ, ຍິງຜູ້ນີ້ຖືກຈັບໃນເວລາທີ່ກຳລັງຫລິ້ນຊູ້ຢູ່.5ໃນໜັງສືກົດບັນຍັດຂອງໂມເຊໄດ້ສັ່ງໃຫ້ພວກເຮົາເອົາກ້ອນຫີນແກວ່ງໃສ່ແມ່ຍິງທີ່ເຮັດຢ່າງນີ້. ສ່ວນທ່ານຈະວ່າຢ່າງໃດ?”6ພວກເຂົາໃຊ້ຄຳຖາມນີ້ເປັນບ້ວງແຮ້ວເພື່ອຊອກຫາເຫດກ່າວຫາພຣະອົງ.
ແຕ່ພຣະເຢຊູເຈົ້າກົ້ມລົງ ແລະ ໃຊ້ນິ້ວມືຂຽນລົງທີ່ພື້ນດິນ.7ເມື່ອພວກເຂົາຍັງຖາມບໍ່ຢຸດ ພຣະອົງຈຶ່ງຢືດໂຕຂຶ້ນແລ້ວກ່າວກັບພວກເຂົາວ່າ, “ຜູ້ໃດໃນພວກເຈົ້າທີ່ບໍ່ມີບາບໃຫ້ຜູ້ນັ້ນເອົາກ້ອນຫີນແກວ່ງໃສ່ນາງເປັນຄົນທຳອິດ”.8ແລ້ວພຣະອົງກໍກົ້ມລົງຂຽນໃສ່ພື້ນດິນອີກ.9ໃນເວລານັ້ນ, ບັນດາຄົນທີ່ໄດ້ຍິນກໍເລີ່ມໜີອອກໄປເທື່ອລະຄົນ ເລີ່ມຈາກຜູ້ເຖົ້າກ່ອນຈົນເຫລືອແຕ່ພຣະເຢຊູເຈົ້າກັບຍິງຄົນນັ້ນທີ່ຍັງຢືນຢູ່ທີ່ນັ້ນ.10ພຣະເຢຊູເຈົ້າຈຶ່ງຢືດໂຕຂຶ້ນ ແລະ ຖາມວ່າ, “ນາງເອີຍ, ພວກເຂົາໄປໃສໝົດ? ບໍ່ມີຜູ້ໃດລົງໂທດເຈົ້າບໍ?”11ນາງຕອບວ່າ, “ນາຍເອີຍ, ບໍ່ມີຜູ້ໃດ”.
ພຣະເຢຊູເຈົ້າກ່າວວ່າ, “ເຮົາກໍບໍ່ຕັດສິນລົງໂທດເຈົ້າເໝືອນກັນ. ບັດນີ້ ຈົ່ງໄປສາ ແລະ ຈົ່ງລະຖິ້ມວິຖີຊີວິດບາບຂອງເຈົ້າ”.
ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າບໍ່ຮູ້ຈັກເຮົາ ຫລື ພຣະບິດາເຈົ້າຂອງເຮົາ, ຖ້າພວກເຈົ້າຮູ້ຈັກເຮົາ ພວກເຈົ້າກໍຮູ້ຈັກພຣະບິດາເຈົ້າຂອງເຮົາເໝືອນກັນ”.20ພຣະເຢຊູເຈົ້າກ່າວຄຳເຫລົ່ານີ້ໃນຂະນະທີ່ສັ່ງສອນຢູ່ໃນເດີ່ນວິຫານໃກ້ກັບບ່ອນວາງເຄື່ອງຖວາຍ. ແຕ່ກໍບໍ່ມີຜູ້ໃດຈັບພຣະອົງ, ເພາະຍັງບໍ່ເຖິງເວລາຂອງພຣະອົງເທື່ອ.21ພຣະເຢຊູເຈົ້າໄດ້ກ່າວກັບພວກເຂົາອີກເທື່ອໜຶ່ງວ່າ, “ເຮົາກຳລັງຈະໄປ ແລ້ວພວກເຈົ້າຈະຊອກຫາເຮົາ ແລະ ພວກເຈົ້າຈະຕາຍໃນຄວາມບາບຂອງພວກເຈົ້າ. ບ່ອນທີ່ເຮົາຈະໄປນັ້ນພວກເຈົ້າບໍ່ສາມາດໄປໄດ້”.22ຖ້ອຍຄຳນີ້ເຮັດໃຫ້ພວກຢິວຖາມກັນວ່າ, “ລາວຈະຂ້າໂຕຕາຍບໍ? ເພາະລາວເວົ້າວ່າ, ‘ບ່ອນທີ່ເຮົາຈະໄປນັ້ນພວກເຈົ້າບໍ່ສາມາດໄປໄດ້’?”23ແຕ່ພຣະອົງກ່າວຕໍ່ໄປວ່າ, “ພວກເຈົ້າມາຈາກເບື້ອງລຸ່ມ ເຮົາມາຈາກເບື້ອງເທິງ. ພວກເຈົ້າເປັນຂອງຝ່າຍໂລກນີ້ ເຮົາບໍ່ໄດ້ເປັນຂອງຝ່າຍໂລກນີ້.24ເຮົາໄດ້ບອກພວກເຈົ້າທັງຫລາຍວ່າພວກເຈົ້າຈະຕາຍໃນຄວາມບາບຂອງພວກເຈົ້າ, ຖ້າພວກເຈົ້າບໍ່ເຊື່ອວ່າເຮົາເປັນຜູ້ນັ້ນ ພວກເຈົ້າຈະຕາຍໃນບາບຂອງພວກເຈົ້າຢ່າງແນ່ນອນ”.25ພວກເຂົາຈຶ່ງຖາມວ່າ, “ທ່ານແມ່ນຜູ້ໃດ?”
ພຣະເຢຊູເຈົ້າຕອບວ່າ, “ເຮົາເປັນຜູ້ທີ່ເຮົາໄດ້ບອກພວກເຈົ້າຕັ້ງແຕ່ຕົ້ນນັ້ນ.26ເຮົາມີຫລາຍຢ່າງທີ່ຈະກ່າວໃນການຕັດສິນພວກເຈົ້າ ແຕ່ພຣະອົງຜູ້ໃຊ້ເຮົາມານັ້ນກໍເຊື່ອຖືໄດ້ ແລະ ສິ່ງທີ່ເຮົາໄດ້ຍິນມາຈາກພຣະອົງນັ້ນເຮົາກໍແຈ້ງແກ່ໂລກ”.27ພວກເຂົາບໍ່ໄດ້ເຂົ້າໃຈວ່າພຣະອົງກຳລັງບອກພວກເຂົາກ່ຽວກັບພຣະບິດາເຈົ້າຂອງພຣະອົງ.28ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ເມື່ອໃດພວກເຈົ້າທັງຫລາຍຍົກ ບຸດມະນຸດຂຶ້ນແລ້ວ ເມື່ອນັ້ນແຫລະ ພວກເຈົ້າຈຶ່ງຈະຮູ້ວ່າເຮົາເປັນຜູ້ນັ້ນ ແລະ ເຮົາບໍ່ໄດ້ເຮັດສິ່ງໃດຕາມໃຈຂອງເຮົາເອງ ແຕ່ກ່າວຕາມທີ່ພຣະບິດາເຈົ້າໄດ້ສອນເຮົາໄວ້.29ພຣະອົງຜູ້ໃຊ້ເຮົາມາກໍສະຖິດຢູ່ກັບເຮົາ, ພຣະອົງບໍ່ໄດ້ປະຖິ້ມເຮົາໄວ້ພຽງຄົນດຽວ ເພາະເຮົາເຮັດສິ່ງທີ່ພຣະອົງພໍໃຈສະເໝີ”.30ເມື່ອພຣະອົງກ່າວດັ່ງນີ້ແລ້ວ ຫລາຍຄົນກໍໄດ້ເຊື່ອໃນພຣະອົງ.
ພຣະເຢຊູເຈົ້າກ່າວວ່າ, “ຖ້າພວກເຈົ້າເປັນລູກຂອງອັບຣາຮາມ ພວກເຈົ້າກໍຈະ ເຮັດສິ່ງທີ່ອັບຣາຮາມໄດ້ເຮັດ.40ແຕ່ບັດນີ້ ພວກເຈົ້າຕັ້ງໃຈຊອກຫາໂອກາດທີ່ຈະຂ້າເຮົາ, ຜູ້ທີ່ໄດ້ບອກພວກເຈົ້າເຖິງຄວາມຈິງທີ່ເຮົາໄດ້ຍິນມາຈາກພຣະເຈົ້າ. ອັບຣາຮາມບໍ່ໄດ້ເຮັດຢ່າງນີ້.41ພວກເຈົ້າກຳລັງເຮັດຕາມສິ່ງທີ່ພໍ່ຂອງພວກເຈົ້າເອງໄດ້ເຮັດ”.
ພວກເຂົາຄັດຄ້ານວ່າ, “ພວກເຮົາບໍ່ແມ່ນລູກທີ່ເກີດນອກກົດໝາຍ ພວກເຮົາມີພຣະບິດາເຈົ້າອົງດຽວຄືພຣະເຈົ້າເທົ່ານັ້ນ”.
ແຕ່ພຣະເຢຊູເຈົ້າກົ້ມລົງ ແລະ ໃຊ້ນິ້ວມືຂຽນລົງທີ່ພື້ນດິນ.7ເມື່ອພວກເຂົາຍັງຖາມບໍ່ຢຸດ ພຣະອົງຈຶ່ງຢືດໂຕຂຶ້ນແລ້ວກ່າວກັບພວກເຂົາວ່າ, “ຜູ້ໃດໃນພວກເຈົ້າທີ່ບໍ່ມີບາບໃຫ້ຜູ້ນັ້ນເອົາກ້ອນຫີນແກວ່ງໃສ່ນາງເປັນຄົນທຳອິດ”.8ແລ້ວພຣະອົງກໍກົ້ມລົງຂຽນໃສ່ພື້ນດິນອີກ.9ໃນເວລານັ້ນ, ບັນດາຄົນທີ່ໄດ້ຍິນກໍເລີ່ມໜີອອກໄປເທື່ອລະຄົນ ເລີ່ມຈາກຜູ້ເຖົ້າກ່ອນຈົນເຫລືອແຕ່ພຣະເຢຊູເຈົ້າກັບຍິງຄົນນັ້ນທີ່ຍັງຢືນຢູ່ທີ່ນັ້ນ.10ພຣະເຢຊູເຈົ້າຈຶ່ງຢືດໂຕຂຶ້ນ ແລະ ຖາມວ່າ, “ນາງເອີຍ, ພວກເຂົາໄປໃສໝົດ? ບໍ່ມີຜູ້ໃດລົງໂທດເຈົ້າບໍ?”11ນາງຕອບວ່າ, “ນາຍເອີຍ, ບໍ່ມີຜູ້ໃດ”.
ພຣະເຢຊູເຈົ້າກ່າວວ່າ, “ເຮົາກໍບໍ່ຕັດສິນລົງໂທດເຈົ້າເໝືອນກັນ. ບັດນີ້ ຈົ່ງໄປສາ ແລະ ຈົ່ງລະຖິ້ມວິຖີຊີວິດບາບຂອງເຈົ້າ”.
ຄຳພະຍານຂອງພຣະເຢຊູເຈົ້າເຊື່ອຖືໄດ້
12ເມື່ອພຣະເຢຊູເຈົ້າໄດ້ກ່າວກັບປະຊາຊົນອີກ, ພຣະອົງກ່າວວ່າ, “ເຮົານີ້ແຫລະ ເປັນຄວາມສະຫວ່າງຂອງໂລກ. ຜູ້ໃດກໍຕາມທີ່ຕາມເຮົາມາຈະບໍ່ເດີນໃນຄວາມມືດ, ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ”.13ພວກຟາຣີຊາຍຈຶ່ງທ້າທາຍພຣະອົງວ່າ, “ເບິ່ງແມ! ທ່ານເປັນພະຍານໃຫ້ແກ່ຕົນເອງ ຄຳພະຍານຂອງທ່ານກໍເຊື່ອຖືບໍ່ໄດ້”.14ພຣະເຢຊູເຈົ້າຕອບວ່າ, “ເຖິງແມ່ນເຮົາເປັນພະຍານໃຫ້ຕົນເອງ, ຄຳພະຍານຂອງເຮົາກໍຖືກຕ້ອງ ເພາະເຮົາຮູ້ວ່າເຮົາມາແຕ່ໃສ ແລະ ຈະໄປໃສ. ແຕ່ພວກເຈົ້າບໍ່ຮູ້ເລີຍວ່າເຮົາມາແຕ່ໃສ ຫລື ຈະໄປໃສ.15ພວກເຈົ້າຕັດສິນຕາມມາດຕະຖານຂອງມະນຸດ; ສ່ວນເຮົາບໍ່ຕັດສິນຜູ້ໃດ.16ແຕ່ຖ້າເຮົາຕັດສິນ, ຄຳຕັດສິນຂອງເຮົາກໍຖືກຕ້ອງ ເພາະເຮົາບໍ່ໄດ້ເຮັດໂດຍເຮົາເອງຜູ້ດຽວ ພຣະບິດາເຈົ້າຜູ້ໃຊ້ເຮົາມາໄດ້ສະຖິດຢູ່ກັບເຮົາ.17ໃນໜັງສືກົດບັນຍັດຂອງພວກເຈົ້າເອງກໍຂຽນໄວ້ວ່າຄຳພະຍານຂອງສອງຄົນກໍເປັນຄວາມຈິງ.18ເຮົາເປັນພະຍານໃຫ້ໂຕເຮົາເອງ ແລະ ພະຍານອີກຜູ້ໜຶ່ງຂອງເຮົາກໍຄືພຣະບິດາເຈົ້າຜູ້ໃຊ້ເຮົາມາ”.19ພວກເຂົາຈຶ່ງຖາມພຣະອົງວ່າ, “ພຣະບິດາເຈົ້າຂອງທ່ານຢູ່ໃສ?”ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າບໍ່ຮູ້ຈັກເຮົາ ຫລື ພຣະບິດາເຈົ້າຂອງເຮົາ, ຖ້າພວກເຈົ້າຮູ້ຈັກເຮົາ ພວກເຈົ້າກໍຮູ້ຈັກພຣະບິດາເຈົ້າຂອງເຮົາເໝືອນກັນ”.20ພຣະເຢຊູເຈົ້າກ່າວຄຳເຫລົ່ານີ້ໃນຂະນະທີ່ສັ່ງສອນຢູ່ໃນເດີ່ນວິຫານໃກ້ກັບບ່ອນວາງເຄື່ອງຖວາຍ. ແຕ່ກໍບໍ່ມີຜູ້ໃດຈັບພຣະອົງ, ເພາະຍັງບໍ່ເຖິງເວລາຂອງພຣະອົງເທື່ອ.21ພຣະເຢຊູເຈົ້າໄດ້ກ່າວກັບພວກເຂົາອີກເທື່ອໜຶ່ງວ່າ, “ເຮົາກຳລັງຈະໄປ ແລ້ວພວກເຈົ້າຈະຊອກຫາເຮົາ ແລະ ພວກເຈົ້າຈະຕາຍໃນຄວາມບາບຂອງພວກເຈົ້າ. ບ່ອນທີ່ເຮົາຈະໄປນັ້ນພວກເຈົ້າບໍ່ສາມາດໄປໄດ້”.22ຖ້ອຍຄຳນີ້ເຮັດໃຫ້ພວກຢິວຖາມກັນວ່າ, “ລາວຈະຂ້າໂຕຕາຍບໍ? ເພາະລາວເວົ້າວ່າ, ‘ບ່ອນທີ່ເຮົາຈະໄປນັ້ນພວກເຈົ້າບໍ່ສາມາດໄປໄດ້’?”23ແຕ່ພຣະອົງກ່າວຕໍ່ໄປວ່າ, “ພວກເຈົ້າມາຈາກເບື້ອງລຸ່ມ ເຮົາມາຈາກເບື້ອງເທິງ. ພວກເຈົ້າເປັນຂອງຝ່າຍໂລກນີ້ ເຮົາບໍ່ໄດ້ເປັນຂອງຝ່າຍໂລກນີ້.24ເຮົາໄດ້ບອກພວກເຈົ້າທັງຫລາຍວ່າພວກເຈົ້າຈະຕາຍໃນຄວາມບາບຂອງພວກເຈົ້າ, ຖ້າພວກເຈົ້າບໍ່ເຊື່ອວ່າເຮົາເປັນຜູ້ນັ້ນ ພວກເຈົ້າຈະຕາຍໃນບາບຂອງພວກເຈົ້າຢ່າງແນ່ນອນ”.25ພວກເຂົາຈຶ່ງຖາມວ່າ, “ທ່ານແມ່ນຜູ້ໃດ?”
ພຣະເຢຊູເຈົ້າຕອບວ່າ, “ເຮົາເປັນຜູ້ທີ່ເຮົາໄດ້ບອກພວກເຈົ້າຕັ້ງແຕ່ຕົ້ນນັ້ນ.26ເຮົາມີຫລາຍຢ່າງທີ່ຈະກ່າວໃນການຕັດສິນພວກເຈົ້າ ແຕ່ພຣະອົງຜູ້ໃຊ້ເຮົາມານັ້ນກໍເຊື່ອຖືໄດ້ ແລະ ສິ່ງທີ່ເຮົາໄດ້ຍິນມາຈາກພຣະອົງນັ້ນເຮົາກໍແຈ້ງແກ່ໂລກ”.27ພວກເຂົາບໍ່ໄດ້ເຂົ້າໃຈວ່າພຣະອົງກຳລັງບອກພວກເຂົາກ່ຽວກັບພຣະບິດາເຈົ້າຂອງພຣະອົງ.28ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ເມື່ອໃດພວກເຈົ້າທັງຫລາຍຍົກ ບຸດມະນຸດຂຶ້ນແລ້ວ ເມື່ອນັ້ນແຫລະ ພວກເຈົ້າຈຶ່ງຈະຮູ້ວ່າເຮົາເປັນຜູ້ນັ້ນ ແລະ ເຮົາບໍ່ໄດ້ເຮັດສິ່ງໃດຕາມໃຈຂອງເຮົາເອງ ແຕ່ກ່າວຕາມທີ່ພຣະບິດາເຈົ້າໄດ້ສອນເຮົາໄວ້.29ພຣະອົງຜູ້ໃຊ້ເຮົາມາກໍສະຖິດຢູ່ກັບເຮົາ, ພຣະອົງບໍ່ໄດ້ປະຖິ້ມເຮົາໄວ້ພຽງຄົນດຽວ ເພາະເຮົາເຮັດສິ່ງທີ່ພຣະອົງພໍໃຈສະເໝີ”.30ເມື່ອພຣະອົງກ່າວດັ່ງນີ້ແລ້ວ ຫລາຍຄົນກໍໄດ້ເຊື່ອໃນພຣະອົງ.
ການຖົກຖຽງກັນເລື່ອງລູກຂອງຜູ້ໃດທີ່ເປັນຜູ້ຄັດຄ້ານພຣະເຢຊູເຈົ້າ
31ພຣະເຢຊູເຈົ້າກ່າວຕໍ່ພວກຢິວທີ່ໄດ້ເຊື່ອໃນພຣະອົງວ່າ, “ຖ້າພວກເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ໃນຄຳສັ່ງສອນຂອງເຮົາ ພວກເຈົ້າກໍເປັນສາວົກແທ້ຂອງເຮົາ.32ແລ້ວພວກເຈົ້າຈະໄດ້ຮູ້ຈັກຄວາມຈິງ ແລະ ຄວາມຈິງນັ້ນຈະເຮັດໃຫ້ພວກເຈົ້າເປັນອິດສະຫລະ”.33ພວກເຂົາຕອບວ່າ, “ພວກເຮົາເປັນລູກຫລານ ຂອງອັບຣາຮາມ ແລະ ບໍ່ເຄີຍເປັນຂ້າທາດຂອງຜູ້ໃດ. ເປັນຫຍັງທ່ານຈຶ່ງເວົ້າວ່າພວກເຮົາຈະເປັນອິດສະຫລະ?”34ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ທຸກຄົນທີ່ເຮັດບາບກໍເປັນຂ້າທາດຂອງບາບນັ້ນ.35ຂ້າທາດບໍ່ໄດ້ຢູ່ໃນຄອບຄົວຕະຫລອດໄປ ແຕ່ລູກຊາຍກໍຢູ່ໃນຄອບຄົວຕະຫລອດໄປ.36ດັ່ງນັ້ນ ຖ້າພຣະບຸດຈະເຮັດໃຫ້ພວກເຈົ້າເປັນອິດສະຫລະ ພວກເຈົ້າກໍຈະເປັນອິດສະຫລະຢ່າງແທ້ຈິງ.37ເຮົາຮູ້ວ່າພວກເຈົ້າເປັນລູກຫລານຂອງອັບຣາຮາມ. ພວກເຈົ້າຊອກຫາໂອກາດເພື່ອຈະຂ້າເຮົາ ເພາະຄຳສັ່ງສອນຂອງເຮົາບໍ່ໄດ້ເຂົ້າສູ່ໃຈຂອງພວກເຈົ້າ.38ເຮົາກຳລັງບອກພວກເຈົ້າເຖິງສິ່ງທີ່ເຮົາໄດ້ເຫັນເມື່ອຢູ່ກັບພຣະບິດາເຈົ້າ ແລະ ພວກເຈົ້າກໍເຮັດສິ່ງທີ່ພວກເຈົ້າໄດ້ຍິນຈາກພໍ່ຂອງພວກເຈົ້າ ”.39ພວກເຂົາຕອບວ່າ, “ພໍ່ຂອງພວກເຮົາແມ່ນອັບຣາຮາມ”.ພຣະເຢຊູເຈົ້າກ່າວວ່າ, “ຖ້າພວກເຈົ້າເປັນລູກຂອງອັບຣາຮາມ ພວກເຈົ້າກໍຈະ ເຮັດສິ່ງທີ່ອັບຣາຮາມໄດ້ເຮັດ.40ແຕ່ບັດນີ້ ພວກເຈົ້າຕັ້ງໃຈຊອກຫາໂອກາດທີ່ຈະຂ້າເຮົາ, ຜູ້ທີ່ໄດ້ບອກພວກເຈົ້າເຖິງຄວາມຈິງທີ່ເຮົາໄດ້ຍິນມາຈາກພຣະເຈົ້າ. ອັບຣາຮາມບໍ່ໄດ້ເຮັດຢ່າງນີ້.41ພວກເຈົ້າກຳລັງເຮັດຕາມສິ່ງທີ່ພໍ່ຂອງພວກເຈົ້າເອງໄດ້ເຮັດ”.
ພວກເຂົາຄັດຄ້ານວ່າ, “ພວກເຮົາບໍ່ແມ່ນລູກທີ່ເກີດນອກກົດໝາຍ ພວກເຮົາມີພຣະບິດາເຈົ້າອົງດຽວຄືພຣະເຈົ້າເທົ່ານັ້ນ”.
ລູກຂອງມານຮ້າຍ
42ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ຖ້າພຣະເຈົ້າເປັນພຣະບິດາຂອງພວກເຈົ້າແລ້ວ, ພວກເຈົ້າກໍຈະຮັກເຮົາ, ເພາະເຮົາມາຈາກພຣະເຈົ້າ ແລະ ເຮົາຢູ່ທີ່ນີ້ແລ້ວ. ເຮົາບໍ່ໄດ້ມາເອງ, ແຕ່ພຣະອົງໄດ້ໃຊ້ເຮົາມາ.43ເປັນຫຍັງພາສາຂອງເຮົາບໍ່ຊັດເຈນຕໍ່ພວກເຈົ້າບໍ? ເພາະພວກເຈົ້າບໍ່ສາມາດໄດ້ຮັບຟັງສິ່ງທີ່ເຮົາກ່າວ.44ພວກເຈົ້າທັງຫລາຍເປັນຂອງພໍ່ຂອງພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າຕ້ອງການເຮັດຕາມຄວາມປາຖະໜາຂອງພໍ່ຂອງພວກເຈົ້າ. ມັນເປັນຜູ້ຂ້າຄົນຕັ້ງແຕ່ຕົ້ນເດີມມາແລ້ວ, ມັນບໍ່ໄດ້ຕັ້ງໝັ້ນຢູ່ໃນຄວາມຈິງ, ເພາະໃນໂຕມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງເພາະມັນເປັນຜູ້ຕົວະ ແລະ ເປັນພໍ່ຂອງຄຳຕົວະ.45ແຕ່ເພາະເຮົາບອກຄວາມຈິງ ພວກເຈົ້າຈຶ່ງບໍ່ເຊື່ອເຮົາ!46ໃນພວກເຈົ້າມີຜູ້ໃດແດ່ທີ່ພິສູດໄດ້ວ່າເຮົາເຮັດບາບ? ຖ້າເຮົາເວົ້າຄວາມຈິງເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອເຮົາ?47ຜູ້ໃດກໍຕາມທີ່ເປັນຂອງພຣະເຈົ້າຍ່ອມຮັບຟັງຖ້ອຍຄຳທີ່ພຣະເຈົ້າກ່າວ. ເຫດຜົນທີ່ພວກເຈົ້າບໍ່ຮັບຟັງກໍເພາະວ່າພວກເຈົ້າບໍ່ໄດ້ເປັນຂອງພຣະເຈົ້າ”.ພຣະເຢຊູເຈົ້າກ່າວກ່ຽວກັບພຣະອົງເອງ
48ພວກຢິວຕອບພຣະອົງວ່າ, “ພວກເຮົາເວົ້າຖືກຕ້ອງແລ້ວບໍ່ແມ່ນບໍວ່າເຈົ້າເປັນຊາວຊາມາເຣຍ ແລະ ມີຜີມານຮ້າຍສິງຢູ່?”49ພຣະເຢຊູເຈົ້າກ່າວວ່າ, “ເຮົາບໍ່ໄດ້ຖືກຜີມານຮ້າຍສິງ, ແຕ່ເຮົາຖວາຍກຽດແກ່ພຣະບິດາເຈົ້າຂອງເຮົາ ແລະ ພວກເຈົ້າບໍ່ໃຫ້ກຽດເຮົາ.50ເຮົາບໍ່ໄດ້ສະແຫວງຫາກຽດສຳລັບຕົນເອງ ແຕ່ມີຜູ້ໜຶ່ງຊອກຫາໃຫ້ເຮົາ ແລະ ພຣະອົງເປັນຜູ້ຕັດສິນ.51ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມປະຕິບັດຕາມຄຳຂອງເຮົາ ຜູ້ນັ້ນກໍຈະບໍ່ພົບກັບຄວາມຕາຍຈັກເທື່ອ”.52ເມື່ອພວກຢິວໄດ້ຍິນຢ່າງນີ້ກໍຮ້ອງຂຶ້ນວ່າ, “ດຽວນີ້ພວກເຮົາຮູ້ແລ້ວວ່າຜີມານຮ້າຍສິງເຈົ້າຢູ່! ອັບຣາຮາມໄດ້ຕາຍໄປແລ້ວ ແລະ ບັນດາຜູ້ທຳນວາຍກໍໄດ້ຕາຍໄປແລ້ວເໝືອນກັນ, ແຕ່ເຈົ້າມາເວົ້າວ່າຜູ້ໃດກໍຕາມປະຕິບັດຕາມຄຳຂອງເຈົ້າຜູ້ນັ້ນຈະບໍ່ໄດ້ຊິມລົດຄວາມຕາຍຈັກເທື່ອ.53ເຈົ້າຍິ່ງໃຫຍ່ກວ່າອັບຣາຮາມພໍ່ຂອງພວກເຮົາບໍ? ອັບຣາຮາມໄດ້ຕາຍໄປແລ້ວ ແລະ ບັນດາຜູ້ທຳນວາຍກໍໄດ້ຕາຍໄປແລ້ວເໝືອນກັນ. ແລ້ວເຈົ້າຄິດວ່າເຈົ້າເປັນຜູ້ໃດ?”54ພຣະເຢຊູເຈົ້າຕອບວ່າ, “ຖ້າເຮົາຍົກຍ້ອງໃຫ້ກຽດແກ່ເຮົາເອງ, ກຽດຂອງເຮົາກໍບໍ່ມີຄວາມໝາຍ. ພຣະບິດາເຈົ້າຂອງເຮົາຄືຜູ້ທີ່ພວກເຈົ້າບອກວ່າເປັນພຣະເຈົ້າຂອງພວກເຈົ້າ ເປັນຜູ້ທີ່ຍົກຍ້ອງໃຫ້ກຽດເຮົາ.55ເຖິງແມ່ນວ່າພວກເຈົ້າຍັງບໍ່ຮູ້ຈັກພຣະອົງ, ແຕ່ເຮົາຮູ້ຈັກພຣະອົງ. ຖ້າເຮົາກ່າວວ່າເຮົາບໍ່ຮູ້ຈັກພຣະອົງ ເຮົາກໍເປັນຄົນຂີ້ຕົວະເໝືອນກັນກັບພວກເຈົ້າ, ແຕ່ເຮົາຮູ້ຈັກພຣະອົງ ແລະ ເຊື່ອຟັງຖ້ອຍຄຳຂອງພຣະອົງ.56ອັບຣາຮາມພໍ່ຂອງພວກເຈົ້າມີຄວາມຊື່ນຊົມຍິນດີທີ່ຈະເຫັນວັນຂອງເຮົາ, ເພິ່ນກໍໄດ້ເຫັນແລ້ວ ແລະ ມີຄວາມຊື່ນຊົມຍິນດີ”.57ພວກຢິວເວົ້າກັບພຣະອົງວ່າ, “ເຈົ້າມີອາຍຸຍັງບໍ່ຮອດຫ້າສິບປີ ແລະ ເຈົ້າໄດ້ເຫັນອັບຣາຮາມແລ້ວບໍ!”58ພຣະເຢຊູເຈົ້າກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ກ່ອນອັບຣາຮາມເກີດ, ເຮົາກໍເປັນຢູ່ແລ້ວ!”59ດັ່ງນັ້ນ ພວກເຂົາຈຶ່ງຈັບເອົາກ້ອນຫີນຂຶ້ນມາເພື່ອຈະແກວ່ງໃສ່ພຣະອົງ, ແຕ່ພຣະເຢຊູເຈົ້າຫລີກໜີ ແລະ ອອກໄປຈາກບໍລິເວນວິຫານ.Biblica, Inc.