ໂຢຮັນ7
ພຣະເຢຊູເຈົ້າໄປເທດສະການປຸກຕູບຢູ່
1ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ໄປທົ່ວແຂວງຄາລີເລ. ແຕ່ພຣະອົງບໍ່ຢາກໄປແຂວງຢູດາຍ ເພາະພວກຜູ້ນຳຊາວຢິວຢູ່ທີ່ນັ້ນກຳລັງຊອກຫາວິທີທີ່ຈະຂ້າພຣະອົງ.2ແຕ່ເມື່ອໃກ້ຈະເຖິງເທດສະການປຸກຕູບຢູ່ຂອງຊາວຢິວແລ້ວ,3ບັນດານ້ອງຊາຍຂອງພຣະເຢຊູເຈົ້າຈຶ່ງເວົ້າກັບພຣະອົງວ່າ, “ຈົ່ງອອກຈາກຄາລີເລ ແລະ ໄປຍັງແຂວງຢູດາຍ, ເພື່ອວ່າພວກສາວົກຂອງເຈົ້າຈະໄດ້ເຫັນສິ່ງທີ່ເຈົ້າເຮັດ.4ບໍ່ມີຜູ້ໃດຢາກເປັນທີ່ຮູ້ຈັກຂອງສາທາລະນະແລ້ວຍັງເຮັດໃນທີ່ລັບ. ໃນເມື່ອເຈົ້າກຳລັງເຮັດສິ່ງເຫລົ່ານີ້ ກໍຈົ່ງສະແດງຕົນເອງຕໍໂລກ”.5ເພາະວ່າແມ່ນແຕ່ບັນດານ້ອງຊາຍຂອງພຣະອົງເອງກໍບໍ່ເຊື່ອໃນພຣະອົງ.6ເຫດສະນັ້ນ ພຣະເຢຊູເຈົ້າຈຶ່ງບອກພວກເຂົາວ່າ, “ເວລາຂອງເຮົາຍັງບໍ່ມາເຖິງ ສຳລັບພວກເຈົ້າແລ້ວເວລາໃດກໍເໝາະສົມ.7ໂລກບໍ່ສາມາດກຽດຊັງພວກເຈົ້າ ແຕ່ໂລກກຽດຊັງເຮົາເພາະເຮົາເປັນພະຍານວ່າກິດຈະການຂອງໂລກນັ້ນຊົ່ວຮ້າຍ.8ພວກເຈົ້າໄປຮ່ວມເທດສະການນັ້ນສາ. ຝ່າຍເຮົາບໍ່ ໄປເທດສະການນັ້ນ, ເພາະເວລາທີ່ເໝາະສົມສຳລັບເຮົາຍັງບໍ່ທັນມາເຖິງ”.9ຫລັງຈາກພຣະອົງກ່າວດັ່ງນີ້ແລ້ວ ພຣະອົງໄດ້ພັກຢູ່ທີ່ແຂວງຄາລີເລ.10ເຖິງຢ່າງໃດກໍຕາມ, ຫລັງຈາກທີ່ພວກນ້ອງຊາຍຂອງພຣະອົງໄປງານເທດສະການແລ້ວ, ພຣະອົງກໍໄປເໝືອນກັນ, ບໍ່ໄດ້ເປີດເຜີຍ ແຕ່ໄປຢ່າງລັບໆ.11ບັດນີ້ ຢູ່ທີ່ງານເທດສະການພວກຜູ້ນຳຊາວຢິວໄດ້ແນມຫາພຣະອົງ ແລະ ຖາມວ່າ, “ຄົນນັ້ນຢູ່ໃສ?”12ຢູ່ທ່າມກາງປະຊາຊົນນັ້ນຕ່າງກໍມີສຽງກະຊິບກ່ຽວກັບພຣະອົງກະຈາຍໄປ. ບາງຄົນກໍເວົ້າວ່າ, “ລາວເປັນຄົນດີ”.ສ່ວນຄົນອື່ນກໍເວົ້າວ່າ, “ບໍ່ແມ່ນ, ລາວຫລອກລວງປະຊາຊົນ”.13ແຕ່ບໍ່ມີຜູ້ໃດກ້າເວົ້າເຖິງເລື່ອງຂອງພຣະອົງຢ່າງເປີດເຜີຍເພາະຢ້ານພວກຜູ້ນຳ.
ພຣະເຢຊູເຈົ້າສັ່ງສອນທີ່ເທດສະການ
14ເມື່ອເທດສະການດຳເນີນໄປໄດ້ເຄິ່ງໜຶ່ງແລ້ວ ພຣະເຢຊູເຈົ້າກໍໄດ້ເຂົ້າໄປທີ່ເດີ່ນວິຫານ ແລະ ເລີ່ມຕົ້ນສັ່ງສອນ.15ພວກຢິວຢູ່ທີ່ນັ້ນກໍປະຫລາດໃຈ ແລະ ໄດ້ຖາມວ່າ, “ຄົນນີ້ໄດ້ຄວາມຮູ້ຢ່າງນີ້ມາໄດ້ແນວໃດ ໃນເມື່ອລາວບໍ່ໄດ້ຮຽນມາ?”16ພຣະເຢຊູເຈົ້າຕອບວ່າ, “ຄຳສອນຂອງເຮົາບໍ່ແມ່ນຂອງເຮົາເອງ ແຕ່ຄຳສອນນັ້ນມາຈາກພຣະອົງຜູ້ໃຊ້ເຮົາມາ.17ຖ້າຜູ້ໃດເລືອກທີ່ຈະເຮັດຕາມຄວາມປະສົງຂອງພຣະເຈົ້າ ຜູ້ນັ້ນກໍຈະຮູ້ວ່າຄຳສອນຂອງເຮົາມາຈາກພຣະເຈົ້າ ຫລື ວ່າເຮົາເວົ້າເອົາເອງ.18ຜູ້ໃດກໍຕາມທີ່ເວົ້າເອົາເອງກໍເວົ້າເພື່ອຫາກຽດໃສ່ຕົນເອງ ແຕ່ຜູ້ທີ່ສະແຫວງຫາກຽດຂອງພຣະອົງຜູ້ໃຊ້ຕົນມາກໍເປັນຄົນຂອງຄວາມຈິງ; ໃນໂຕຜູ້ນັ້ນບໍ່ມີຄວາມຕົວະເລີຍ.19ໂມເຊບໍ່ໄດ້ໃຫ້ກົດບັນຍັດແກ່ພວກເຈົ້າບໍ? ແຕ່ບໍ່ມີຜູ້ໃດໃນພວກເຈົ້າຮັກສາກົດບັນຍັດ. ເປັນຫຍັງພວກເຈົ້າຈຶ່ງພະຍາຍາມທີ່ຈະຂ້າເຮົາ?”20ປະຊາຊົນຕອບວ່າ, “ເຈົ້າມີຜີມານຮ້າຍສິງຢູ່ ແມ່ນຜູ້ໃດພະຍາຍາມທີ່ຈະຂ້າເຈົ້າ?”21ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ເຮົາໄດ້ເຮັດການອັດສະຈັນຢ່າງໜຶ່ງ ແລະ ພວກເຈົ້າທັງຫລາຍກໍພາກັນປະຫລາດໃຈແລ້ວ.22ເຖິງປານນັ້ນ ເພາະໂມເຊໄດ້ໃຫ້ພວກເຈົ້າຮັບພິທີຕັດ (ເຖິງແມ່ນວ່າແທ້ຈິງແລ້ວການຮັບພິທີຕັດບໍ່ໄດ້ມາຈາກໂມເຊ ແຕ່ມາຈາກບັນພະບຸລຸດ), ພວກເຈົ້າກໍໄດ້ໃຫ້ເດັກນ້ອຍຜູ້ຊາຍຮັບພິທີຕັດໃນວັນຊະບາໂຕ.23ບັດນີ້ ຖ້າເດັກນ້ອຍຜູ້ຊາຍຍັງຮັບພິທີຕັດໃນວັນຊະບາໂຕ ເພື່ອບໍ່ໃຫ້ກົດບັນຍັດຂອງໂມເຊຖືກລະເມີດ, ແລ້ວເປັນຫຍັງພວກເຈົ້າຈຶ່ງໃຈຮ້າຍໃຫ້ເຮົາທີ່ໄດ້ຮັກສາທົ່ວທັງຮ່າງກາຍຂອງມະນຸດໃນວັນຊະບາໂຕ?24ຈົ່ງຢຸດຕັດສິນຕາມທີ່ເຫັນພຽງພາຍນອກ ແຕ່ຈົ່ງຕັດສິນໃຫ້ຖືກຕ້ອງຕາມຄວາມເປັນຈິງ”.ການຈໍາແນກວ່າພຣະເຢຊູເຈົ້າຄືຜູ້ໃດ
25ເມື່ອເຖິງຕອນນີ້ ຊາວເຢຣູຊາເລັມບາງຄົນເລີ່ມຖາມຂຶ້ນວ່າ, “ບໍ່ແມ່ນຊາຍຄົນນີ້ບໍທີ່ພວກເຂົາພະຍາຍາມທີ່ຈະຂ້າ?26ລາວຢູ່ທີ່ນີ້ ແລະ ກຳລັງເວົ້າຢູ່ຢ່າງເປີດເຜີຍ ແລະ ພວກເຂົາກໍບໍ່ໄດ້ເວົ້າຫຍັງກັບລາວຈັກຄຳ. ພວກຜູ້ມີອຳນາດສະຫລຸບໄດ້ແນ່ນອນແລ້ວແມ່ນບໍວ່າລາວເປັນພຣະຄຣິດເຈົ້າ? 27ແຕ່ພວກເຮົາຮູ້ວ່າຊາຍຄົນນີ້ມາຈາກໃສ ເມື່ອພຣະຄຣິດເຈົ້າມາຈະບໍ່ມີຜູ້ໃດຮູ້ວ່າພຣະອົງມາຈາກໃສ”.28ດັ່ງນັ້ນ ຂະນະທີ່ພຣະເຢຊູເຈົ້າຍັງກຳລັງສັ່ງສອນຢູ່ໃນເດີ່ນວິຫານ, ພຣະອົງຮ້ອງສຽງດັງວ່າ, “ແມ່ນແລ້ວ, ພວກເຈົ້າຮູ້ຈັກເຮົາ ແລະ ພວກເຈົ້າຮູ້ວ່າເຮົາມາຈາກໃສ. ເຮົາບໍ່ໄດ້ມາດ້ວຍສິດອຳນາດຂອງເຮົາເອງ, ແຕ່ພຣະອົງຜູ້ໄດ້ໃຊ້ເຮົາມານັ້ນເປັນຄວາມຈິງ. ພວກເຈົ້າບໍ່ຮູ້ຈັກພຣະອົງ,29ແຕ່ເຮົາຮູ້ຈັກພຣະອົງເພາະເຮົາມາຈາກພຣະອົງ ແລະ ພຣະອົງໄດ້ໃຊ້ເຮົາມາ”.30ເມື່ອໄດ້ຟັງດັ່ງນັ້ນແລ້ວ ພວກເຂົາກໍພະຍາຍາມທີ່ຈະຈັບພຣະອົງ, ແຕ່ບໍ່ມີຜູ້ໃດລົງມືຈັບພຣະອົງ ເພາະຍັງບໍ່ເຖິງກຳນົດເວລາຂອງພຣະອົງ.31ແຕ່ປະຊາຊົນຫລາຍຄົນກໍຍັງເຊື່ອໃນພຣະອົງຢູ່. ພວກເຂົາເວົ້າວ່າ, “ເມື່ອພຣະຄຣິດເຈົ້າມາ, ພຣະອົງຈະສະແດງໝາຍສຳຄັນຫລວງຫລາຍກວ່າຜູ້ນີ້ບໍ?”32ພວກຟາຣີຊາຍໄດ້ຍິນປະຊາຊົນຊິ່ມກັນເລື່ອງພຣະອົງຢ່າງນັ້ນ. ດັ່ງນັ້ນ ພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍຈຶ່ງສົ່ງຄົນຍາມວິຫານໄປຈັບພຣະອົງ.33ພຣະເຢຊູເຈົ້າກ່າວວ່າ, “ເຮົາຈະຢູ່ກັບພວກເຈົ້າພຽງໄລຍະເວລາສັ້ນ, ແລ້ວເຮົາຈະໄປຫາພຣະອົງຜູ້ໃຊ້ເຮົາມາ.34ພວກເຈົ້າຈະຊອກຫາເຮົາ ແຕ່ພວກເຈົ້າຈະບໍ່ພົບເຮົາ ແລະ ບ່ອນທີ່ເຮົາຢູ່ນັ້ນ, ພວກເຈົ້າບໍ່ສາມາດໄປໄດ້”.35ພວກຢິວຈຶ່ງເວົ້າຕໍ່ກັນວ່າ, “ຊາຍຜູ້ນີ້ຕັ້ງໃຈຈະໄປໃສທີ່ພວກເຮົາບໍ່ສາມາດຊອກຫາລາວ? ລາວຈະໄປຫາຄົນຂອງພວກເຮົາທີ່ກະແຈກກະຈາຍຢູ່ທ່າມກາງພວກກຣີກ ແລະ ໄປສອນພວກກຣີກນັ້ນບໍ?36ລາວໝາຍຄວາມວ່າຢ່າງໃດເມື່ອລາວເວົ້າວ່າ, ‘ພວກເຈົ້າຈະຊອກຫາເຮົາແຕ່ບໍ່ພົບເຮົາ’ ແລະ ‘ບ່ອນທີ່ເຮົາຢູ່ນັ້ນ, ພວກເຈົ້າບໍ່ສາມາດໄປໄດ້’?”37ໃນວັນສຸດທ້າຍ ແລະ ເປັນວັນສຳຄັນທີ່ສຸດຂອງເທດສະການ, ພຣະເຢຊູເຈົ້າໄດ້ຢືນຂຶ້ນ ແລະ ກ່າວດ້ວຍສຽງດັງວ່າ, “ຖ້າຜູ້ໃດຫິວນ້ຳໃຫ້ມາຫາເຮົາ ແລະ ດື່ມ.38ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, ຜູ້ໃດກໍຕາມທີ່ເຊື່ອໃນເຮົາ ແມ່ນ້ຳແຫ່ງຊີວິດຈະໄຫລອອກມາຈາກພາຍໃນພວກເຂົາ”.39ສິ່ງທີ່ພຣະອົງກ່າວນັ້ນພຣະອົງໝາຍເຖິງພຣະວິນຍານ ເຊິ່ງຜູ້ທີ່ເຊື່ອໃນພຣະອົງຈະໄດ້ຮັບຕາມພາຍຫລັງ. ໃນເວລານັ້ນຍັງບໍ່ທັນໄດ້ໃຫ້ພຣະວິນຍານເທື່ອ, ເນື່ອງຈາກພຣະເຢຊູເຈົ້າຍັງບໍ່ໄດ້ຮັບສະຫງ່າລາສີ.40ເມື່ອໄດ້ຍິນຖ້ອຍຄຳຂອງພຣະອົງແລ້ວ ປະຊາຊົນບາງຄົນກໍເວົ້າວ່າ, “ຊາຍຜູ້ນີ້ເປັນຜູ້ທຳນວາຍຢ່າງແນ່ນອນ”.41ຄົນອື່ນໆກໍເວົ້າວ່າ, “ທ່ານຜູ້ນີ້ເປັນພຣະຄຣິດເຈົ້າ”.ແຕ່ຍັງມີຄົນອື່ນອີກຖາມວ່າ, “ພຣະຄຣິດເຈົ້າຈະມາຈາກຄາລີເລໄດ້ຢ່າງໃດ?42ພຣະຄຳພີບອກໄວ້ບໍ່ແມ່ນບໍວ່າພຣະຄຣິດເຈົ້າຈະມາຈາກເຊື້ອສາຍ ຂອງດາວິດ ແລະ ຈາກເບັດເລເຮັມ ເມືອງທີ່ດາວິດຢູ່?”43ດ້ວຍເຫດນີ້ ປະຊາຊົນຈຶ່ງມີຄວາມເຫັນແຕກແຍກກັນໃນເລື່ອງຂອງພຣະເຢຊູເຈົ້າ.44ບາງຄົນຕ້ອງການທີ່ຈະຈັບພຣະອົງ ແຕ່ບໍ່ມີຜູ້ໃດລົງມືຈັບພຣະອົງ.
ພວກຜູ້ນຳຊາວຢິວບໍ່ເຊື່ອໃນພຣະເຢຊູເຈົ້າ
45ໃນທີ່ສຸດພວກຄົນຍາມວິຫານຈຶ່ງກັບໄປຫາພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍ, ຄົນເຫລົ່ານັ້ນໄດ້ຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າບໍ່ຈັບລາວມາ?”46ພວກຄົນຍາມຕອບວ່າ, “ບໍ່ເຄີຍມີຜູ້ໃດເວົ້າເໝືອນຊາຍຜູ້ນີ້ເວົ້າ”.47ພວກຟາຣີຊາຍເວົ້າຕອບຄືນວ່າ, “ພວກເຈົ້າໝາຍຄວາມວ່າລາວໄດ້ຫລອກລວງພວກເຈົ້າເໝືອນກັນບໍ?48ມີພວກຜູ້ນຳ ຫລື ພວກຟາຣີຊາຍຄົນໃດແດ່ທີ່ໄດ້ເຊື່ອໃນລາວ?49ບໍ່ມີ! ຄົນກຸ່ມນີ້ບໍ່ຮູ້ສິ່ງໃດກ່ຽວກັບກົດບັນຍັດເລີຍ ພວກເຂົາຖືກສາບແຊ່ງຢູ່ແລ້ວ”.50ນີໂກເດມ ຜູ້ທີ່ໄດ້ມາຫາພຣະເຢຊູເຈົ້າກ່ອນໜ້ານີ້ ແລະ ເປັນຄົນໜຶ່ງໃນຈໍານວນພວກເຂົາໄດ້ຖາມວ່າ,51“ກົດໝາຍຂອງພວກເຮົາຈະຕັດສິນລົງໂທດຜູ້ໃດໂດຍບໍ່ຟັງລາວກ່ອນວ່າລາວໄດ້ເຮັດຫຍັງມາບໍ?”52ພວກເຂົາຕອບວ່າ, “ເຈົ້າກໍມາຈາກຄາລີເລເໝືອນກັນບໍ? ຈົ່ງໄປຄົ້ນເບິ່ງໃນພຣະຄຳພີ ແລ້ວເຈົ້າຈະຮູ້ວ່າຜູ້ທຳນວາຍ ບໍ່ໄດ້ມາຈາກຄາລີເລ”.53ແລ້ວທຸກຄົນຕ່າງກໍກັບຄືນເມືອເຮືອນຂອງຕົນ.Biblica, Inc.