ໂຢຮັນ11
ການຕາຍຂອງລາຊາໂຣ
1ບັດນີ້ມີຊາຍຄົນໜຶ່ງກຳລັງປ່ວຍຢູ່ຊື່ວ່າລາຊາໂຣ. ລາວມາຈາກບ້ານເບັດທານີ, ບ້ານທີ່ມາຣີ ແລະ ມາທາເອື້ອຍຂອງລາວຢູ່.2(ມາຣີຜູ້ນີ້ແມ່ນຜູ້ທີ່ນ້ອງຊາຍຂອງລາວຄືລາຊາໂຣກຳລັງປ່ວຍຢູ່, ໄດ້ເອົານ້ຳມັນຫອມຖອກຫົດສົງອົງພຣະຜູ້ເປັນເຈົ້າ ແລະ ເອົາຜົມຂອງຕົນເຊັດຕີນຂອງພຣະອົງ).3ດັ່ງນັ້ນ ເອື້ອຍທັງສອງຈຶ່ງໃຫ້ຄົນໄປບອກພຣະເຢຊູເຈົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຜູ້ທີ່ພຣະອົງຮັກນັ້ນກຳລັງປ່ວຍຢູ່”.4ເມື່ອພຣະອົງໄດ້ຍິນດັ່ງນັ້ນແລ້ວ ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ຄວາມເຈັບປ່ວຍນີ້ຈະບໍ່ເຖິງແກ່ຄວາມຕາຍດອກ. ແຕ່ເກີດຂຶ້ນເພື່ອກຽດຕິຍົດຂອງພຣະເຈົ້າ ເພື່ອໃຫ້ພຣະບຸດຂອງພຣະເຈົ້າໄດ້ຮັບກຽດເພາະການນີ້”.5ພຣະເຢຊູເຈົ້າຮັກມາທາກັບນ້ອງສາວຂອງນາງ ແລະ ລາຊາໂຣ.6ເມື່ອພຣະອົງໄດ້ຍິນວ່າລາຊາໂຣເຈັບປ່ວຍ ພຣະອົງຍັງພັກຢູ່ບ່ອນທີ່ພຣະອົງພັກຢູ່ນັ້ນອີກສອງວັນ.7ແລະ ຫລັງຈາກນັ້ນ ພຣະອົງຈຶ່ງກ່າວກັບພວກສາວົກວ່າ, “ໃຫ້ພວກເຮົາກັບໄປແຂວງຢູດາຍເທາະ”.8ພວກສາວົກໄດ້ກ່າວວ່າ, “ອາຈານເອີຍ, ເມື່ອບໍ່ດົນມານີ້ພວກຢິວພະຍາຍາມຈະເອົາກ້ອນຫີນແກວ່ງໃສ່ພຣະອົງ ແລ້ວພຣະອົງຍັງຈະກັບຄືນໄປທີ່ນັ້ນອີກບໍ?”9ພຣະເຢຊູເຈົ້າຕອບວ່າ, “ກາງເວັນມີສິບສອງຊົ່ວໂມງບໍ່ແມ່ນບໍ? ຜູ້ທີ່ຍ່າງໃນເວລາກາງເວັນຈະບໍ່ຊູນສະດຸດ ເພາະພວກເຂົາເບິ່ງເຫັນໂດຍຄວາມສະຫວ່າງຂອງໂລກນີ້.10ແຕ່ຖ້າລາວຍ່າງໃນເວລາກາງຄືນລາວກໍຈະຊູນສະດຸດ ເພາະພວກເຂົາບໍ່ມີຄວາມສະຫວ່າງໃນໂຕ”.11ຫລັງຈາກທີ່ພຣະອົງກ່າວດັ່ງນັ້ນແລ້ວ, ພຣະອົງກໍບອກພວກສາວົກຕື່ມອີກວ່າ, “ລາຊາໂຣເພື່ອນຂອງເຮົາກໍນອນຫລັບໄປແລ້ວ ແຕ່ເຮົາຈະໄປທີ່ນັ້ນເພື່ອປຸກລາວໃຫ້ຕື່ນຂຶ້ນ”.12ພວກສາວົກຂອງພຣະອົງຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າລາວນອນຫລັບລາວກໍຄົງຈະດີຂຶ້ນ”.13ພຣະເຢຊູເຈົ້າໄດ້ກ່າວເຖິງການຕາຍຂອງລາຊາໂຣ, ແຕ່ພວກສາວົກຄິດວ່າພຣະອົງໝາຍເຖິງການນອນຫລັບທຳມະດາ.14ດັ່ງນັ້ນ ພຣະອົງຈຶ່ງບອກພວກເພິ່ນຢ່າງຈະແຈ້ງວ່າ, “ລາຊາໂຣໄດ້ຕາຍແລ້ວ,15ແລະ ເພາະເຫັນແກ່ພວກເຈົ້າເຮົາຈຶ່ງດີໃຈທີ່ບໍ່ໄດ້ຢູ່ທີ່ນັ້ນ ເພື່ອວ່າພວກເຈົ້າຈະໄດ້ເຊື່ອ. ແຕ່ໃຫ້ພວກເຮົາໄປຫາລາວເທາະ”.16ໂທມາທີ່ມີຊື່ອີກວ່າດີໄດມັດ ໄດ້ເວົ້າກັບພວກສາວົກຄົນອື່ນໆວ່າ, “ໃຫ້ພວກເຮົາພາກັນໄປນຳກັນ ເພື່ອພວກເຮົາຈະໄດ້ຕາຍກັບພຣະອົງ”.ພຣະເຢຊູເຈົ້າເລົ້າໂລມໃຈເອື້ອຍຂອງລາຊາໂຣ
17ເມື່ອພຣະເຢຊູເຈົ້າມາຮອດກໍພົບວ່າລາຊາໂຣຢູ່ໃນອຸບມຸງຝັງສົບໄດ້ສີ່ວັນແລ້ວ.18ບ້ານເບັດທານີກໍຢູ່ຫ່າງຈາກນະຄອນເຢຣູຊາເລັມປະມານ 3 ກິໂລແມັດ, 19ຊາວຢິວຫລາຍຄົນໄດ້ມາຫາມາທາ ແລະ ມາຣີເພື່ອເລົ້າໂລມໃຈພວກເຂົາທີ່ໄດ້ສູນເສຍນ້ອງຊາຍ.20ເມື່ອມາທາໄດ້ຍິນວ່າພຣະເຢຊູເຈົ້າກຳລັງມາ, ນາງກໍອອກໄປຕ້ອນຮັບພຣະອົງ ສ່ວນມາຣີນັ້ນຍັງຢູ່ທີ່ເຮືອນ.21ມາທາເວົ້າກັບພຣະເຢຊູເຈົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າພຣະອົງຢູ່ທີ່ນີ້ນ້ອງຊາຍຂອງຂ້ານ້ອຍຄົງຈະບໍ່ຕາຍ.22ແຕ່ຂ້ານ້ອຍຮູ້ວ່າແມ່ນແຕ່ເວລານີ້ສິ່ງໃດທີ່ພຣະອົງຂໍ ພຣະເຈົ້າຈະມອບໃຫ້ແກ່ພຣະອົງ”.23ພຣະເຢຊູເຈົ້າກ່າວຕໍ່ນາງວ່າ, “ນ້ອງຊາຍຂອງເຈົ້າຈະຟື້ນຄືນມາອີກ”.24ມາທາຕອບວ່າ, “ຂ້ານ້ອຍກໍຮູ້ຈັກແລ້ວວ່າລາວຈະຟື້ນຄືນມາອີກໃນການເປັນຄືນມາຈາກຕາຍໃນວັນສຸດທ້າຍ”.25ພຣະເຢຊູເຈົ້າກ່າວຕໍ່ນາງວ່າ, “ເຮົານີ້ແຫລະເປັນເຫດໃຫ້ຄົນທັງປວງເປັນຄືນມາຈາກຕາຍ ແລະ ເປັນຊີວິດ. ຜູ້ທີ່ເຊື່ອໃນເຮົາເຖິງວ່າຕາຍໄປແລ້ວກໍຈະມີຊີວິດຢູ່26ຜູ້ໃດກໍຕາມທີ່ມີຊີວິດຢູ່ໂດຍເຊື່ອໃນເຮົາກໍຈະບໍ່ຕາຍຈັກເທື່ອ. ເຈົ້າເຊື່ອຢ່າງນີ້ບໍ?”27ນາງຕອບວ່າ, “ເຊື່ອຢູ່ແລ້ວອົງພຣະຜູ້ເປັນເຈົ້າເອີຍ, ຂ້ານ້ອຍເຊື່ອແລ້ວວ່າພຣະອົງເປັນພຣະຄຣິດເຈົ້າ ພຣະບຸດຂອງພຣະເຈົ້າຜູ້ເຂົ້າມາໃນໂລກນີ້”.28ຫລັງຈາກທີ່ມາທາກ່າວດັ່ງນີ້ແລ້ວ ນາງກໍກັບຄືນໄປ ແລະ ເອີ້ນມາຣີນ້ອງສາວຂອງຕົນ ແລະ ບອກວ່າ, “ອາຈານຢູ່ທີ່ນີ້ແລ້ວ ແລະ ກຳລັງຖາມຫາເຈົ້າ”.29ເມື່ອມາຣີໄດ້ຟັງຢ່າງນັ້ນ ນາງຈຶ່ງຟ້າວລຸກຂຶ້ນແລ້ວໄປຫາພຣະອົງ.30ໃນຂະນະນັ້ນ ພຣະເຢຊູເຈົ້າຍັງບໍ່ໄດ້ເຂົ້າມາໃນບ້ານເທື່ອ ແຕ່ຍັງຢູ່ໃນບ່ອນທີ່ມາທາມາພົບພຣະອົງນັ້ນ.31ເມື່ອພວກຢິວທີ່ກຳລັງເລົ້າໂລມໃຈມາຣີຢູ່ໃນເຮືອນເຫັນວ່ານາງຟ້າວລຸກອອກໄປ, ພວກເຂົາຈຶ່ງຕາມນາງໄປ ເພາະຄິດວ່ານາງຈະໄປຮ້ອງໄຫ້ຢູ່ທີ່ອຸບມຸງຝັງສົບພຸ້ນ.32ເມື່ອມາຣີມາຮອດບ່ອນທີ່ພຣະເຢຊູເຈົ້າຢູ່ ແລະ ໄດ້ເຫັນພຣະອົງ, ນາງກໍໝູບລົງທີ່ຕີນຂອງພຣະອົງ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າພຣະອົງຢູ່ທີ່ນີ້ນ້ອງຊາຍຂອງຂ້ານ້ອຍກໍຄົງບໍ່ຕາຍ”.33ເມື່ອພຣະເຢຊູເຈົ້າເຫັນນາງຮ້ອງໄຫ້ ແລະ ພວກຢິວທີ່ມາກັບນາງກໍຮ້ອງໄຫ້ເໝືອນກັນ, ພຣະອົງກໍເປັນທຸກ ແລະ ສະເທືອນໃຈຫລາຍ34ແລະ ຖາມວ່າ, “ພວກເຈົ້າໄດ້ເອົາສົບໄປວາງໄວ້ຢູ່ໃສ?”ພວກເຂົາຕອບວ່າ, “ເຊີນມາເບິ່ງແມ, ອົງພຣະຜູ້ເປັນເຈົ້າເອີຍ”.35ພຣະເຢຊູເຈົ້າຮ້ອງໄຫ້.36ແລ້ວພວກຢິວຈຶ່ງເວົ້າວ່າ, “ເບິ່ງແມ, ພຣະອົງຮັກລາວຫລາຍປານໃດ!”37ແຕ່ບາງຄົນເວົ້າວ່າ, “ພຣະອົງຜູ້ໄດ້ເຮັດໃຫ້ຊາຍຕາບອດເຫັນຮຸ່ງໄດ້ ແລ້ວຈະເຮັດໃຫ້ຄົນນີ້ບໍ່ຕາຍບໍ່ໄດ້ບໍ?”
ພຣະເຢຊູເຈົ້າໃຫ້ລາຊາໂຣເປັນຄືນມາຈາກຕາຍ
38ພຣະເຢຊູເຈົ້າສະເທືອນໃຈຫລາຍອີກ, ພຣະອົງມາທີ່ອຸບມຸງຝັງສົບ ເຊິ່ງເປັນຖ້ຳທີ່ມີຫີນກ້ອນໜຶ່ງວາງຕັນທາງເຂົ້າ.39ພຣະອົງກ່າວວ່າ, “ຈົ່ງກຶ່ງກ້ອນຫີນອອກ”.ມາທາເອື້ອຍຂອງຜູ້ຕາຍນັ້ນເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ປານນີ້ສົບຄົງມີກິ່ນເໝັນແລ້ວ ເພາະລາວຢູ່ໃນອຸບມຸງມາໄດ້ສີ່ວັນແລ້ວ”.40ຫລັງຈາກນັ້ນ ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ເຮົາບອກເຈົ້າແລ້ວບໍ່ແມ່ນບໍວ່າ ຖ້າເຈົ້າເຊື່ອ ເຈົ້າຈະໄດ້ເຫັນສະຫງ່າລາສີຂອງພຣະເຈົ້າ?”41ດັ່ງນັ້ນ ພວກເຂົາຈຶ່ງກຶ່ງກ້ອນຫີນອອກ ແລ້ວພຣະເຢຊູເຈົ້າເງີຍໜ້າຂຶ້ນ ແລະ ກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ຂ້ານ້ອຍຂອບພຣະຄຸນພຣະອົງທີ່ພຣະອົງຮັບຟັງຂ້ານ້ອຍ.42ຂ້ານ້ອຍຮູ້ຈັກວ່າພຣະອົງຮັບຟັງຂ້ານ້ອຍຢູ່ສະເໝີ, ແຕ່ທີ່ຂ້ານ້ອຍເວົ້າຢ່າງນີ້ກໍເພື່ອເຫັນແກ່ຄົນທັງຫລາຍທີ່ຢືນຢູ່ທີ່ນີ້ ເພື່ອພວກເຂົາຈະໄດ້ເຊື່ອວ່າພຣະອົງໃຊ້ຂ້ານ້ອຍມາ”.43ເມື່ອກ່າວດັ່ງນີ້ແລ້ວ ພຣະເຢຊູເຈົ້າເອີ້ນດ້ວຍສຽງອັນດັງວ່າ, “ລາຊາໂຣເອີຍ, ຈົ່ງອອກມາສາ!”44ຜູ້ຕາຍນັ້ນກໍອອກມາ ມີແຜ່ນຜ້າຝ້າຍລິນິນພັນມື ແລະ ຕີນຂອງລາວ ແລະ ມີຜ້າຜືນໜຶ່ງຄຸມໜ້າຂອງລາວໄວ້.
ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ແກ້ຜ້າພັນສົບອອກ ແລະ ປ່ອຍລາວໄປ”.
ແຜນການທີ່ຈະຂ້າພຣະເຢຊູເຈົ້າ
45ເຫດສະນັ້ນ ຊາວຢິວຫລາຍຄົນທີ່ມາຢ້ຽມຢາມມາຣີ ແລະ ໄດ້ເຫັນສິ່ງທີ່ພຣະເຢຊູເຈົ້າໄດ້ເຮັດນັ້ນ ກໍເຊື່ອພຣະອົງ.46ແຕ່ບາງຄົນໃນພວກເຂົາໄດ້ໄປພົບພວກຟາຣີຊາຍ ແລະ ເລົ່າສິ່ງທີ່ພຣະເຢຊູເຈົ້າໄດ້ເຮັດໃຫ້ພວກເຂົາຟັງ.47ແລ້ວພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍຈຶ່ງໄດ້ເອີ້ນປະຊຸມສະພາແຊນເຮດຣິນ.ພວກເຂົາຖາມກັນວ່າ, “ພວກເຮົາເຮັດຫຍັງໄດ້ແດ່? ຊາຍຄົນນີ້ກຳລັງສະແດງໝາຍສຳຄັນຫລາຍຢ່າງ.48ຖ້າພວກເຮົາປ່ອຍໃຫ້ລາວເຮັດແບບນີ້ຕໍ່ໄປ ທຸກຄົນກໍຈະພາກັນເຊື່ອລາວ ແລ້ວພວກໂຣມກໍຈະມາເອົາທັງວິຫານ ແລະ ຊາດຂອງພວກເຮົາໄປ”.49ຫລັງຈາກນັ້ນ ມີຜູ້ໜຶ່ງໃນພວກເຂົາຊື່ວ່າກາຢະຟາ ຜູ້ທີ່ເປັນມະຫາປະໂລຫິດປະຈຳການໃນປີນັ້ນ ໄດ້ເວົ້າຂຶ້ນວ່າ, “ພວກທ່ານບໍ່ຮູ້ຈັກຫຍັງເລີຍ!50ພວກທ່ານບໍ່ໄດ້ເຂົ້າໃຈວ່າມັນຈະເປັນປະໂຫຍດສຳລັບພວກທ່ານ ທີ່ໃຫ້ຄົນໜຶ່ງຕາຍເພື່ອປະຊາຊົນກໍດີກວ່າຈະໃຫ້ຄົນທັງຊາດຕ້ອງຈິບຫາຍ”.51ເພິ່ນບໍ່ໄດ້ເວົ້າດັ່ງນີ້ຕາມຄວາມຄິດຂອງຕົນເອງ ແຕ່ເວົ້າໃນຖານະມະຫາປະໂລຫິດປະຈຳການໃນປີນັ້ນ, ເພິ່ນໄດ້ທຳນວາຍວ່າພຣະເຢຊູເຈົ້າຈະຕາຍເພື່ອຊົນຊາດຢິວ,52ແລະ ບໍ່ພຽງແຕ່ຊົນຊາດນີ້ເທົ່ານັ້ນແຕ່ຍັງຕາຍເພື່ອລູກຂອງພຣະເຈົ້າທີ່ກະຈັດກະຈາຍຢູ່, ເພື່ອນໍາພວກເຂົາເຂົ້າມາຮວມກັນເປັນອັນໜຶ່ງອັນດຽວກັນ.53ດັ່ງນັ້ນ ຕັ້ງແຕ່ມື້ນັ້ນມາ ພວກເຂົາຈຶ່ງວາງແຜນຈະເອົາຊີວິດຂອງພຣະອົງ.54ເຫດສະນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ໄດ້ເຄື່ອນໄຫວຢ່າງເປີດເຜີຍໃນທ່າມກາງປະຊາຊົນໃນແຂວງຢູດາຍອີກຕໍ່ໄປ. ແຕ່ພຣະອົງໄດ້ແຍກໄປຍັງເຂດໃກ້ຖິ່ນແຫ້ງແລ້ງກັນດານຈົນຮອດບ້ານເອຟຣາອິມ, ພຣະອົງພັກຢູ່ທີ່ນັ້ນກັບພວກສາວົກຂອງພຣະອົງ.55ເມື່ອໃກ້ຈະເຖິງເທດສະການປັດສະຄາຂອງຊາວຢິວ, ຄົນຈໍານວນຫລວງຫລາຍຈາກຊົນນະບົດເດີນທາງໄປຍັງນະຄອນເຢຣູຊາເລັມເພື່ອປະກອບພິທີຊຳລະໂຕກ່ອນເທດສະການປັດສະຄາ.56ພວກເຂົາສືບຕໍ່ຊອກຫາພຣະເຢຊູເຈົ້າ ແລະ ຂະນະທີ່ພວກເຂົາຢືນຢູ່ໃນເດີ່ນວິຫານພວກເຂົາກໍຖາມກັນວ່າ, “ເຈົ້າຄິດຢ່າງໃດ? ເພິ່ນຄົງຈະບໍ່ມາໃນງານເທດສະການນີ້ເລີຍແມ່ນບໍ?”57ຝ່າຍພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍໄດ້ອອກຄຳສັ່ງໄວ້ວ່າຖ້າຜູ້ໃດຮູ້ວ່າພຣະເຢຊູເຈົ້າຢູ່ບ່ອນໃດໃຫ້ມາລາຍງານ, ເພື່ອວ່າພວກເຂົາຈະໄດ້ໄປຈັບພຣະອົງ.
Biblica, Inc.