ໂຢເອນ3

ຊົນຊາດ​ທັງຫລາຍ​ຖືກ​ພິພາກສາ

1“ເມື່ອ​ເຖິງ​ວັນ​ເຫລົ່ານັ້ນ ແລະ ເວລາ​ນັ້ນ,ເມື່ອ​ເຮົາ​ຟື້ນຟູ​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ຢູດາ ແລະ ເຢຣູຊາເລັມ​ນັ້ນ,2ເຮົາ​ຈະ​ເຕົ້າໂຮມ​ທຸກ​ຊົນຊາດແລະ ນຳ​ພວກເຂົາ​ລົງ​ມາ​ທີ່​ຮ່ອມພູ​ເຢໂຮຊາຟັດ. ເຮົາ​ຈະ​ດຳເນີນ​ຄະດີ​ພວກເຂົາ​ຢູ່​ທີ່​ນັ້ນເລື່ອງ​ທີ່​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ​ໄດ້​ເຮັດ​ຕໍ່​ມໍລະດົກ​ຂອງ​ເຮົາ,ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ແຕກ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆແລະ ແບ່ງ​ດິນແດນ​ຂອງ​ເຮົາ.3ພວກເຂົາ​ໄດ້​ຈັບ​ສະຫລາກ​ແບ່ງ​ປະຊາຊົນ​ຂອງ​ເຮົາ.ແລະ ເອົາ​ເດັກນ້ອຍ​ຜູ້​ຊາຍ​ໄປ​ແລກປ່ຽນ​ກັບ​ຍິງ​ໂສເພນີ​ມາ;ພວກເຂົາ​ໄດ້​ຂາຍ​ເດັກນ້ອຍ​ຜູ້ຍິງ​ເພື່ອ​ຈະ​ໄດ້​ເຫລົ້າອະງຸ່ນ​ມາ​ດື່ມ.
4“ຕີເຣ ແລະ ຊີໂດນ​ກັບ​ດິນແດນ​ຟີລິດສະຕິນ​ທັງໝົດ ເຈົ້າ​ມີ​ສິ່ງ​ໃດ​ຕໍ່ສູ້​ເຮົາ? ເຈົ້າ​ກຳລັງ​ແກ້ແຄ້ນ​ເຮົາ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ​ບໍ? ຖ້າ​ເຈົ້າ​ແກ້ແຄ້ນ​ເຮົາ, ເຮົາ​ກໍ​ຈະ​ໃຫ້​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ໄວ້​ຕົກ​ຖືກ​ເຈົ້າ​ເອງ​ຢ່າງ​ໄວວາ ແລະ ທັນທີທັນໃດ.5ເພາະ​ເຈົ້າ​ໄດ້​ຢຶດ​ເອົາ​ເງິນ ແລະ ຄຳ​ຂອງ​ເຮົາ​ກັບ​ຊັບສົມບັດ​ອັນ​ລ້ຳຄ່າ​ຂອງ​ເຮົາ​ໄປ​ໄວ້​ທີ່​ວິຫານ​ຕ່າງໆ​ຂອງ​ເຈົ້າ. 6ເຈົ້າ​ໄດ້​ຂາຍ​ຊາວ​ຢູດາ ແລະ ຊາວ​ເຢຣູຊາເລັມ​ໃຫ້​ແກ່​ຊາວ​ກຣີກ ເພື່ອ​ເຈົ້າ​ຈະ​ໄດ້​ສົ່ງ​ພວກເຂົາ​ໄປ​ໃຫ້​ໄກ​ຈາກ​ບ້ານເກີດ​ເມືອງ​ນອນ​ຂອງ​ພວກເຂົາ.
7“ເບິ່ງ​ແມ, ເຮົາ​ຈະ​ກະຕຸ້ນ​ພວກເຂົາ​ໃຫ້​ອອກ​ມາ​ຈາກ​ສະຖານທີ່​ຕ່າງໆ ທີ່​ເຈົ້າ​ໄດ້​ຂາຍ​ພວກເຂົາ​ໃຫ້ ແລະ ເຮົາ​ກໍ​ຈະ​ໃຫ້​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ໄວ້​ນັ້ນ​ຕົກ​ຖືກ​ເຈົ້າ​ເອງ.8ເຮົາ​ຈະ​ຂາຍ​ບັນດາ​ລູກຊາຍ ແລະ ລູກສາວ​ຂອງ​ເຈົ້າ​ໃຫ້​ແກ່​ຊາວ​ຢູດາ. ແລ້ວ​ຊາວ​ຢູດາ​ຈະ​ຂາຍ​ພວກເຂົາ​ໃຫ້​ຊາວ​ເຊບາ, ເຊິ່ງ​ເປັນ​ຊົນຊາດ​ໜຶ່ງ​ທີ່​ຢູ່​ໄກ”. ພຣະເຈົ້າ​ໄດ້​ກ່າວ​ດັ່ງນັ້ນ.9ຈົ່ງ​ປະກາດ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ວ່າ:ຈົ່ງ​ຕຽມພ້ອມ​ສຳລັບ​ສູ້ຮົບ!ຈົ່ງ​ປຸກ​ລະດົມ​ບັນດາ​ນັກຮົບ!ໃຫ້​ບັນດາ​ນັກ​ຕໍ່ສູ້​ທຸກຄົນ​ເຂົ້າ​ມາ​ໃກ້ ແລະ ບຸກ​ໂຈມຕີ.10ຈົ່ງ​ຕີ​ໝາກກະສົບໄຖ​ຂອງ​ເຈົ້າ​ໃຫ້​ເປັນ​ດາບແລະ ຕີ​ກ່ຽວ​ຂອງ​ເຈົ້າ​ໃຫ້​ເປັນ​ຫອກ.ໃຫ້​ຄົນ​ທີ່​ອ່ອນແອ​ເວົ້າ​ວ່າ,“ຂ້ອຍ​ເຂັ້ມແຂງ!”11ຈົ່ງ​ມາ​ໄວໆ, ຊົນຊາດ​ທັງຫລາຍ​ຈາກ​ທຸກ​ທີ່​ທຸກ​ບ່ອນ,ແລະ ມາ​ປະຊຸມ​ກັນ​ຢູ່​ທີ່​ນັ້ນ.ຂ້າແດ່​ພຣະເຈົ້າ​ຢາເວ! ຂໍ​ໂຜດ​ສົ່ງ​ນັກຮົບ​ຂອງ​ພຣະອົງ​ລົງ​ມາ!
12“ຈົ່ງ​ກະຕຸ້ນ​ປະຊາຊາດ​ທັງຫລາຍໃຫ້​ບຸກ​ໜ້າ​ມາ​ທີ່​ຮ່ອມ​ພູ​ເຢໂຮຊາຟັດ,ເພາະ​ເຮົາ​ຈະ​ນັ່ງ​ຢູ່​ທີ່​ນັ້ນເພື່ອ​ຕັດສິນ​ປະຊາຊາດ​ທັງໝົດ​ທຸກ​ດ້ານ.13ຈົ່ງ​ແກວ່ງ​ກ່ຽວ​ໄປ,ເພາະ​ເຂົ້າ​ກໍ​ສຸກ​ພ້ອມ​ໃຫ້​ກ່ຽວ​ແລ້ວ.ຈົ່ງ​ມາ, ມາ​ຢຽບ​ໝາກອະງຸ່ນ,ເພາະ​ອ່າງ​ຢຽບ​ໝາກອະງຸ່ນ​ກໍ​ເຕັມ​ແລ້ວແລະ ອ່າງ​ເກັບ​ນັ້ນ​ມີ​ເຫລົ້າອະງຸ່ນ​ເຕັມ​ຈົນ​ລົ້ນຄວາມ​ຊົ່ວ​ຮ້າຍ​ຂອງ​ພວກເຂົາ​ກໍ​ມີ​ຫລວງຫລາຍ!”
14ມີ​ຄົນ​ຈຳນວນ​ຫລວງຫລາຍຢູ່​ໃນ​ຮ່ອມພູ​ແຫ່ງ​ການ​ພິພາກສາ!ເພາະ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ແມ່ນ​ໃກ້​ເຂົ້າ​ມາ​ແລ້ວໃນ​ຮ່ອມພູ​ແຫ່ງ​ການ​ພິພາກສາ.15ຕາເວັນ ແລະ ເດືອນ​ຈະ​ມືດ​ມິດ​ໄປແລະ ດາວ​ຈະ​ບໍ່​ສ່ອງ​ແສງ.16ພຣະເຈົ້າ​ຢາເວ​ຈະ​ເປັ່ງ​ສຽງ​ອອກ​ມາ​ຈາກ​ຊີໂອນແລະ ເປັ່ງ​ສຽງ​ຟ້າຮ້ອງ​ອອກ​ມາ​ຈາກ​ເຢຣູຊາເລັມ;ແຜ່ນດິນ​ໂລກ ແລະ ຟ້າ​ສະຫວັນ​ຈະ​ສັ່ນສະທ້ານ.ແຕ່​ພຣະເຈົ້າ​ຢາເວ​ຈະ​ເປັນ​ບ່ອນ​ລີ້ໄພ​ສຳລັບ​ປະຊາຊົນ​ຂອງ​ພຣະອົງ,ເປັນ​ທີ່ໝັ້ນ​ສຳລັບ​ປະຊາຊົນ​ອິດສະຣາເອນ.

ພອນ​ສຳລັບ​ປະຊາຊົນ​ຂອງ​ພຣະເຈົ້າ

17“ແລ້ວ​ນັ້ນ​ເຈົ້າ​ກໍ​ຈະ​ຮູ້​ວ່າ, ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.ສະຖິດ​ຢູ່​ໃນ​ຊີໂອນ, ພູເຂົາ​ສັກສິດ​ຂອງ​ເຮົາ.ເຢຣູຊາເລັມ​ຈະ​ບໍລິສຸດ​ສັກສິດ;ຄົນ​ຕ່າງຊາດ​ຈະ​ບໍ່​ມາ​ທຳລາຍ​ເຢຣູຊາເລັມ​ອີກ.
18“ໃນ​ວັນ​ນັ້ນ​ຈະ​ມີ​ນ້ຳ​ອະງຸ່ນ​ໃໝ່​ຍ້ອຍ​ຈາກ​ພູເຂົາແລະ ມີ​ນ້ຳນົມ​ໄຫລ​ມາ​ຈາກ​ໂນນພູ;ຫ້ວຍນ້ຳ​ທັງຫລາຍ​ຂອງ​ຢູດາ​ຈະ​ມີ​ນ້ຳ​ນອງ.ນ້ຳພຸ​ຈະ​ໄຫລ​ອອກ​ມາ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຢາເວໃຫ້​ຄວາມ​ຊຸ່ມ​ຊື່ນ​ແກ່​ຮ່ອມພູ​ຕົ້ນກະຖິນ. 19ແຕ່​ເອຢິບ​ຈະ​ຮົກຮ້າງ,ເອໂດມ​ກາຍເປັນ​ຖິ່ນແຫ້ງແລ້ງກັນດານ,ເພາະ​ຄວາມ​ໂຫດຮ້າຍ​ທີ່​ໄດ້​ເຮັດ​ໄວ້​ກັບ​ຊາວ​ຢູດາ,ພວກເຂົາ​ໄດ້​ເຮັດ​ໃຫ້​ຜູ້​ບໍລິສຸດ​ຕ້ອງ​ຫລັ່ງ​ເລືອດ​ໃນ​ດິນແດນ​ນັ້ນ.20ຢູດາ ແລະ ເຢຣູຊາເລັມ​ຈະ​ມີ​ຄົນ​ອາໄສ​ຢູ່ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ.21ຄວາມ​ຜິດ​ທີ່​ພວກເຂົາ​ເຮັດ​ໃຫ້​ເລືອດ​ຕົກ​ທີ່​ເຮົາ​ບໍ່​ໄດ້​ອະໄພ​ໃຫ້​ນັ້ນເຮົາ​ຈະ​ໃຫ້​ອະໄພ”.ພຣະເຈົ້າ​ຢາເວ​ສະຖິດ​ຢູ່​ໃນ​ຊີໂອນ!

Biblica, Inc.

https://app.library.bible/content/eab9312f9f16b3a2