ໂຢເອນ2

ກອງທັບ​ຕັກແຕນ

1ຈົ່ງ​ເປົ່າ​ແກ​ໃນ​ຊີໂອນ;ໃຫ້​ສັນຍານ​ເຕືອນ​ທີ່​ເທິງ​ພູເຂົາ​ສັກສິດ​ຂອງ​ເຮົາ.ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້​ຈົ່ງ​ສັ່ນສະທ້ານ,ເພາະ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ກຳລັງ​ມາ​ເຖິງ​ແລ້ວ.ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ2ເປັນ​ວັນ​ແຫ່ງ​ຄວາມ​ມືດມິດ ແລະ ມືດມົວ​ຫລາຍ,ເປັນ​ວັນ​ທີ່​ມີ​ເມກ​ຄຶ້ມ ແລະ ຄວາມ​ມືດ​ມິດ.ເໝືອນ​ແສງ​ຕາເວັນ​ຂຶ້ນ​ໃນ​ຍາມ​ເຊົ້າ​ສາດ​ຊ່ອງ​ໄປ​ທົ່ວ​ພູເຂົາກອງທັບ​ຂະໜາດ​ໃຫຍ່ ແລະ ຍິ່ງໃຫຍ່​ໄດ້​ມາຢ່າງ​ທີ່​ບໍ່​ເຄີຍ​ມີ​ໃນ​ອະດີດແລະ ຈະ​ບໍ່​ມີ​ອີກ​ເລີຍ​ໃນ​ອະນາຄົດ.
3ເບື້ອງ​ໜ້າ​ພວກມັນ​ມີ​ໄຟ​ທີ່​ເຜົາຜານເບື້ອງ​ຫລັງ​ພວກມັນ​ມີ​ເປວໄຟ​ທີ່​ລຸກ​ໄໝ້.ເບື້ອງ​ໜ້າ​ພວກມັນ​ມີ​ດິນແດນ​ທີ່​ງົດງາມ​ເໝືອນ​ກັບ​ສວນ​ເອເດນ,ເບື້ອງ​ຫລັງ​ພວກມັນ​ເຫລືອ​ແຕ່​ຖິ່ນແຫ້ງແລ້ງກັນດານບໍ່​ມີ​ສິ່ງໃດ​ທີ່​ຈະ​ໜີ​ພົ້ນ​ຈາກ​ພວກມັນ​ໄປ​ໄດ້.4ພວກມັນ​ມີ​ລັກສະນະ​ຄ້າຍ​ຄື​ກັນ​ກັບ​ຝູງມ້າພວກມັນ​ແລ່ນ​ມາ​ເໝືອນ​ກັບ​ຂະບວນ​ມ້າ​ຮົບ;5ດ້ວຍ​ສຽງ​ດັງ​ເໝືອນ​ກັບ​ລົດຮົບພວກມັນ​ແລ່ນ​ຢູ່​ເທິງ​ຍອດ​ພູເຂົາ,ເໝືອນ​ກັບ​ສຽງ​ໄຟໄໝ້​ແຕກ ເຊິ່ງ​ເຜົາໄໝ້​ຕໍ​ໄມ້,ແລະ ເໝືອນ​ກັບ​ກອງທັບ​ໃຫຍ່​ທີ່​ຍົກ​ທັບ​ຂຶ້ນ​ມາ​ສູ້ຮົບ.
6ເມື່ອ​ປະຊາຊາດ​ທັງຫລາຍ​ເຫັນ​ພວກມັນ​ແລ້ວ ກໍ​ທຸກທໍລະມານ;ໃບໜ້າ​ຂອງ​ທຸກຄົນ​ຕ່າງ​ກໍ​ຈືດ​ໄປ.7ພວກມັນ​ບຸກ​ເຂົ້າ​ມາ​ເໝືອນ​ກັບ​ນັກຮົບ;ພວກມັນ​ປີນ​ກຳແພງ​ເໝືອນ​ກັບ​ທະຫານ.ພວກມັນ​ເດີນ​ຂະບວນ​ເຂົ້າ​ມາ​ເປັນ​ແຖວ,ບໍ່​ມີ​ແຕກ​ແຖວ​ເລີຍ.8ພວກມັນ​ບໍ່​ບຽດ​ກັນ;ແຕ່​ລະ​ໂຕ​ເດີນ​ຊື່​ໄປ​ຂ້າງ​ໜ້າພວກມັນ​ບຸ​ຝ່າ​ເຄື່ອງ​ປ້ອງກັນໂດຍ​ບໍ່​ແຕກ​ແຖວ.9ພວກມັນ​ຟ້າວ​ບຸກ​ເຂົ້າ​ເມືອງ;ພວກມັນ​ແລ່ນ​ໄປ​ຕາມ​ກຳແພງ.ພວກມັນ​ປີນ​ເຂົ້າ​ໄປ​ໃນ​ເຮືອນ​ຕ່າງໆ.ພວກມັນ​ເຂົ້າ​ໄປ​ທາງ​ປ່ອງຢ້ຽມ​ຄື​ກັບ​ຄົນຂີ້ລັກ.
10ແຜ່ນດິນໂລກ​ສັ່ນສະເທືອນ​ຕໍ່ໜ້າ​ພວກມັນ,ຟ້າ​ສະຫວັນ​ກໍ​ສັ່ນສະທ້ານ,ດວງ​ຕາເວັນ ແລະ ດວງ​ເດືອນ​ກໍ​ມືດ,ດວງດາວ​ກໍ​ບໍ່​ສ່ອງ​ແສງ​ອີກ.11ພຣະເຈົ້າ​ຢາເວ​ໄດ້​ເປັ່ງ​ສຽງ​ຮ້ອງ​ດັງ​ກ້ອງຢູ່​ທາງ​ໜ້າ​ຂອງ​ກອງທັບ​ຂອງ​ພຣະອົງ;ກອງກຳລັງ​ຂອງ​ພຣະອົງ​ແມ່ນ​ມີ​ຈຳນວນ​ຫລວງຫລາຍ,ແລະ ກອງທັບ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່.ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ກໍ​ຍິ່ງໃຫຍ່;ແລະ ມັນ​ເປັນ​ຕາ​ຢ້ານ​ຫລາຍ.ຜູ້ໃດ​ຈະ​ສາມາດ​ທົນ​ຢູ່​ໄດ້?

ຈົ່ງ​ຈີກ​ໃຈ​ຂອງ​ເຈົ້າ

12ພຣະເຈົ້າ​ຢາເວ​ປະກາດ​ວ່າ“ບັດນີ້ ຈົ່ງ​ກັບ​ມາ​ຫາ​ເຮົາ​ຢ່າງ​ສຸດ​ໃຈດ້ວຍ​ການ​ຖືສິນ​ອົດອາຫານ, ຮ້ອງໄຫ້ ແລະ ຄ່ຳຄວນ”.
13ຈົ່ງ​ຈີກ​ຫົວໃຈ​ຂອງ​ເຈົ້າແລະ ບໍ່​ແມ່ນ​ຈີກ​ເສື້ອ​ຜ້າ​ຂອງ​ເຈົ້າ.ຈົ່ງ​ກັບ​ຄືນ​ມາ​ຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ.ເພາະ​ພຣະອົງ​ເຕັມລົ້ນ​ດ້ວຍ​ພຣະຄຸນ ແລະ ຄວາມ​ເມດຕາ​ສົງສານ,ບໍ່​ໃຈຮ້າຍ​ງ່າຍ ແລະ ເຕັມລົ້ນ​ດ້ວຍ​ຄວາມ​ຮັກ,ແລະ ພຣະອົງ​ອົດ​ໃຈ​ບໍ່​ສົ່ງ​ໄພພິບັດ​ມາ.14ຜູ້ໃດ​ຈະ​ຮູ້? ພຣະອົງ​ອາດ​ກັບ​ຫັນ​ມາ ແລະ ປ່ຽນໃຈແລະ ປະ​ຄຳ​ອວຍພອນຄື​ໃຫ້​ມີ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາເພື່ອ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ.
15ຈົ່ງ​ເປົ່າ​ແກ​ໃນ​ຊີໂອນ,ຈົ່ງ​ປະກາດ​ການ​ຖືສິນ​ອົດ​ອາຫານ​ອັນ​ບໍລິສຸດ,ແລະ ເອີ້ນ​ປະຊຸມ​ອັນ​ບໍລິສຸດ​ສັກສິດ.16ຈົ່ງ​ເຕົ້າໂຮມ​ປະຊາຊົນ,ຊຳລະ​ທີ່​ປະຊຸມ​ໃຫ້​ບໍລິສຸດ;ຈົ່ງ​ນຳ​ຜູ້ອາວຸໂສ​ມາ​ເຕົ້າໂຮມ​ກັນ,ເຕົ້າໂຮມ​ເດັກນ້ອຍ,ບັນດາ​ເດັກນ້ອຍ​ເຫລົ່ານັ້ນ​ທີ່​ຍັງ​ກິນ​ນົມ​ແມ່.ໃຫ້​ເຈົ້າບ່າວ​ອອກ​ມາ​ຈາກ​ຫ້ອງ​ຂອງ​ຕົນແລະ ໃຫ້​ເຈົ້າສາວ​ອອກ​ມາ​ຈາກ​ຫ້ອງ​ຂອງ​ຕົນ.17ໃຫ້​ປະໂລຫິດ​ຜູ້​ທີ່​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ,ຮ້ອງໄຫ້​ຢູ່​ລະຫວ່າງ​ລະບຽງ​ວິຫານ​ກັບ​ແທ່ນບູຊາ.ໃຫ້​ພວກເຂົາ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ໄວ້​ຊີວິດ​ຂອງ​ຄົນ​ພຣະອົງ​ດ້ວຍ.ຂໍ​ຢ່າ​ເຮັດ​ໃຫ້​ມໍລະດົກ​ຂອງ​ພຣະອົງ​ເປັນ​ທີ່​ດູຖູກ.ເປັນ​ຄຳ​ເຢາະເຢີ້ຍ​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ.ເປັນ​ຫຍັງ​ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ,‘ພຣະເຈົ້າ​ຂອງ​ພວກເຂົາ​ຢູ່​ໃສ?’ ”

ຄຳຕອບ​ຂອງ​ພຣະເຈົ້າ​ຢາເວ

18ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ຫຶງຫວງ​ດິນແດນ​ຂອງ​ພຣະອົງແລະ ຈະ​ສົງສານ​ຄົນ​ຂອງ​ພຣະອົງ.
19ພຣະເຈົ້າ​ຢາເວ​ໄດ້​ຕອບ​ພວກເຂົາ ​ວ່າ:“ເຮົາ​ຈະ​ສົ່ງ​ເມັດພືດ, ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ​ໝາກກອກ​ມາ​ໃຫ້ພຽງພໍ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ອິ່ມໜຳ​ສຳລານ;ເຮົາ​ຈະ​ບໍ່​ເຮັດ​ໃຫ້​ເຈົ້າຕົກ​ເປັນ​ເປົ້າ​ຂອງ​ການ​ເຢາະເຢີ້ຍ​ຂອງ​ປະຊາຊາດ​ທັງຫລາຍ​ອີກ​ຕໍ່ໄປ
20“ເຮົາ​ຈະ​ຂັບໄລ່​ກອງທັບ​ມາ​ແຕ່​ພາກ​ເໜືອ​ໃຫ້​ໄປ​ໄກ​ຈາກ​ເຈົ້າ,ເຮົາ​ຈະ​ຍູ້​ພວກມັນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ແຫ້ງແລ້ງ ແລະ ແຕກແຫງ;ແຖວ​ດ້ານ​ຕາເວັນອອກ​ຂອງ​ພວກມັນ​ຈະ​ລົງ​ໄປ​ໃນ​ທະເລ​ຕາຍແລະ ແຖວ​ດ້ານ​ຕາເວັນຕົກ​ຂອງ​ພວກມັນ​ຈະ​ລົງ​ໄປ​ໃນ​ທະເລ​ເມດິແຕຣາເນ.ແລະ ກິ່ນເໝັນ​ຂອງ​ພວກມັນ​ກໍ​ຈະ​ພຸ່ງ​ຂຶ້ນ​ມາ;ກິ່ນເໝັນ​ຂອງ​ພວກມັນ​ກໍ​ຈະ​ລອຍ​ຂຶ້ນ​ໄປ”.ພຣະອົງ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ຢ່າງ​ແນ່ນອນ!21ແຜ່ນດິນ​ແຫ່ງ​ຢູດາ, ຢ່າ​ຢ້ານ​ເລີຍ;ຈົ່ງ​ຍິນດີ ແລະ ຊື່ນຊົມຍິນດີ.ພຣະເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ຢ່າງ​ແນ່ນອນ!22ສັດ​ປ່າ​ທັງຫລາຍ ຢ່າ​ຢ້ານ​ເລີຍເພາະ​ທົ່ງຫຍ້າ​ໃນ​ຖິ່ນແຫ້ງແລ້ງກັນດານ​ຈະ​ກັບ​ມາ​ຂຽວ​ຄືນ.ຕົ້ນໄມ້​ທັງຫລາຍ​ຈະ​ອອກ​ຜົນ​ຂອງ​ມັນ;ຕົ້ນ​ໝາກເດື່ອ ແລະ ເຄືອອະງຸ່ນ​ຈະ​ອອກ​ຜົນ​ຢ່າງ​ສົມບູນ.23ປະຊາຊົນ​ແຫ່ງ​ຊີໂອນ, ຈົ່ງ​ຍິນດີ,ຈົ່ງ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ,ເພາະ​ພຣະອົງ​ໄດ້​ໃຫ້​ຝົນ​ລະດູ​ໃບໄມ້​ຫລົ່ນ​ໃຫ້​ແກ່​ເຈົ້າເພາະ​ພຣະອົງ​ສັດຊື່.ພຣະອົງ​ໄດ້​ສົ່ງ​ຝົນ​ຕົກ​ຢ່າງ​ອຸດົມສົມບູນ​ມາ​ໃຫ້​ເຈົ້າ,ທັງ​ຝົນ​ລະດູ​ໃບ​ໄມ້​ຫລົ່ນ ແລະ ລະດູ​ໃບ​ໄມ້​ປົ່ງ​ເໝືອນ​ກັບ​ທີ່​ຜ່ານມາ.24ລານ​ຟາດ​ເຂົ້າ​ຈະ​ມີ​ເຂົ້າ​ຈະ​ເຕັມ​ໄປ​ດ້ວຍ​ເຂົ້າ;ຖັງ​ຈະ​ເຕັມ​ລົ້ນ​ດ້ວຍ​ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ.
25“ເຮົາ​ຈະ​ຊົດເຊີຍ​ໃຫ້​ເຈົ້າ​ສຳລັບ​ຊ່ວງ​ປີ​ທີ່​ຕັກແຕນ​ໄດ້​ກັດ​ກິນ​ນັ້ນທັງ​ຕັກແຕນ​ໃຫຍ່ ແລະ ຕັກແຕນ​ອ່ອນ,ຕັກແຕນ​ໂຕ​ອື່ນໆ ແລະ ຝູງ​ຕັກແຕນຄື​ກອງທັບ​ໃຫຍ່​ຂອງ​ເຮົາ​ທີ່​ເຮົາ​ໄດ້​ສົ່ງ​ມາ​ຍັງ​ເຈົ້າ.26ເຈົ້າ​ຈະ​ມີ​ກິນ​ຢ່າງ​ເຫລືອ​ເຟືອ​ຈົນ​ອີ່ມໜຳສຳລານແລະ ເຈົ້າ​ຈະ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ,ຜູ້​ທີ່​ກະທຳ​ການ​ອັດສະຈັນ​ຕ່າງໆ​ເພື່ອ​ເຈົ້າ;ປະຊາຊົນ​ຂອງ​ເຮົາ​ຈະ​ບໍ່​ຕ້ອງ​ອັບອາຍ​ອີກ​ຕໍ່​ໄປ.27ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ອິດສະຣາເອນ,ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ,ແລະ ບໍ່​ມີ​ພະ​ອື່ນ​ອີກ;ປະຊາຊົນ​ຂອງ​ເຮົາ​ຈະ​ບໍ່​ຕ້ອງ​ອັບອາຍ​ອີກ​ຕໍ່​ໄປ.

ວັນ​ຂອງ​ພຣະເຈົ້າ​ຢາເວ

28“ແລະ ຕໍ່ມາ​ພາຍຫລັງ,ເຮົາ​ຈະ​ເທ​ພຣະວິນຍານ​ຂອງ​ເຮົາ​ລົງ​ເທິງ​ທຸກ​ຄົນ.ລູກຊາຍ ແລະ ລູກສາວ​ຂອງ​ພວກເຈົ້າ​ຈະ​ທຳນວາຍ,ບັນດາ​ຊາຍ​ເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ,ບັນດາ​ຊາຍ​ໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ​ນິມິດ.29ໃນ​ວັນ​ເຫລົ່ານັ້ນ, ເຮົາ​ຈະ​ເທ​ພຣະວິນຍານ​ຂອງ​ເຮົາລົງ​ມາ​ເທິງ​ຜູ້ຮັບໃຊ້​ຂອງ​ເຮົາ, ທັງ​ຊາຍ ແລະ ຍິງ,30ເຮົາ​ຈະ​ສະແດງ​ການ​ອັດສະຈັນ​ໃນ​ຟ້າ​ສະຫວັນແລະ ເທິງ​ແຜ່ນດິນໂລກ,ຈະ​ມີ​ເລືອດ ແລະ ມີ​ໄຟ​ກັບ​ຄວັນ​ໄຟ.31ດວງຕາເວັນ​ຈະ​ຖືກ​ປ່ຽນ​ເປັນ​ຄວາມ​ມືດແລະ ດວງ​ຈັນ​ຈະ​ກາຍເປັນ​ເລືອດກ່ອນ​ວັນ​ອັນ​ຍິ່ງໃຫຍ່ ແລະ ໜ້າ​ຢ້ານ​ຂອງ​ພຣະເຈົ້າ​ຢາເວ​ຈະ​ມາ​ເຖິງ.32ແລະ ທຸກຄົນ​ທີ່​ຮ້ອງອອກ​ນາມ​ຂອງ​ພຣະເຈົ້າ​ຢາເວ ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ;ເພາະ​ເທິງ​ພູເຂົາ​ຊີໂອນ ແລະ ໃນ​ເຢຣູຊາເລັມຈະ​ມີ​ການ​ກອບກູ້​ຢູ່​ທີ່​ນັ້ນ,ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້,ແມ່ນ​ແຕ່​ໃນ​ທ່າມກາງ​ບັນດາ​ຜູ້​ລອດ​ຊີວິດເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ເອີ້ນ​ໄວ້.

Biblica, Inc.

https://app.library.bible/content/eab9312f9f16b3a2