ອາໂມດ1
1ຖ້ອຍຄຳຂອງອາໂມດ ຄົນລ້ຽງແກະຄົນໜຶ່ງໃນເຕກົວ ສິ່ງທີ່ອາໂມດໄດ້ເຫັນກ່ຽວກັບອິດສະຣາເອນສອງປີ ກ່ອນທີ່ຈະເກີດແຜ່ນດິນໄຫວ, ເມື່ອເວລາທີ່ອຸດຊີຢາເປັນກະສັດແຫ່ງຢູດາຍ ແລະ ເຢໂຣໂບອາມ ລູກຊາຍຂອງເຢໂຮອາດ ເປັນກະສັດແຫ່ງອິດສະຣາເອນ.2ອາໂມດໄດ້ກ່າວວ່າ:“ພຣະເຈົ້າຢາເວເປັ່ງສຽງກ້ອງຈາກຊີໂອນເປັ່ງສຽງຈາກເຢຣູຊາເລັມແລ້ວທົ່ງຫຍ້າຂອງຄົນລ້ຽງແກະກໍຫ່ຽວແຫ້ງ ແລະ ຈອມພູກາເມນກໍຫ່ຽວແຫ້ງໄປ”
ຄຳພິພາກສາບັນດາເພື່ອນບ້ານຂອງອິດສະຣາເອນ
3ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:“ເນື່ອງຈາກດາມັສກັດໄດ້ເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ,ເຮົາຈຶ່ງບໍ່ຍົກເລີກການລົງໂທດ.ເພາະມັນໄດ້ນວດຊາວກີເລອາດດ້ວຍແປ້ນນວດເຂົ້າ ເຊິ່ງມີແຂ້ວເປັນເຫລັກ,4ເຮົາຈະສົ່ງໄຟມາທີ່ເຮືອນຂອງກະສັດຮາຊາເອນເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງກະສັດເບັນຮາດາດ.5ເຮົາຈະພັງປະຕູເມືອງດາມັສກັດ;ເຮົາຈະທຳລາຍກະສັດທີ່ຢູ່ໃນ ຮ່ອມພູອາເວນ ແລະ ທຳລາຍຜູ້ຖືໄມ້ຄາທາໃນເບັດເຮເດນຊາວຊີເຣຍຈະຖືກກວາດຕ້ອນໄປເປັນຊະເລີຍຢູ່ທີ່ເມືອງກີຣະ”,ພຣະເຈົ້າຢາເວກ່າວດັ່ງນັ້ນ.6ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:“ເນື່ອງຈາກກາຊາເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງເຮົາຈຶ່ງບໍ່ຍົກເລີກການລົງໂທດ.ເພາະມັນໄດ້ກວາດຕ້ອນຄົນທັງຊຸມຊົນໄປເປັນຊະເລີຍແລະ ຂາຍໃຫ້ແກ່ຊາວເອໂດມ,7ເຮົາຈະສົ່ງໄຟມາທີ່ກຳແພງເມືອງກາຊາເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງມັນ.8ເຮົາຈະທຳລາຍກະສັດແຫ່ງ ອາຊະໂດດແລະ ທຳລາຍຜູ້ຖືໄມ້ຄາທາໃນອາຊະເກໂລນ.ເຮົາຈະລົງໂທດຊາວເມືອງເອັກໂຣນ,ຈົນກວ່າຄົນຟີລິດສະຕິນຄົນສຸດທ້າຍຈະຕາຍໄປ”,ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນັ້ນ.9ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:“ເນື່ອງຈາກຕີເຣເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງເຮົາຈຶ່ງບໍ່ຍົກເລີກການລົງໂທດ.ເພາະມັນໄດ້ຂາຍຊະເລີຍທັງຊຸມຊົນໃຫ້ແກ່ເອໂດມ,ບໍ່ຄຳນຶງເຖິງສັນຍາມິດຕະພາບລະຫວ່າງພີ່ນ້ອງ,10ເຮົາຈະສົ່ງໄຟມາທີ່ກຳແພງເມືອງຕີເຣເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງມັນ”.11ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:“ເນື່ອງຈາກເອໂດມໄດ້ເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງເຮົາຈຶ່ງບໍ່ຍົກເລີກການລົງໂທດ.ເພາະມັນຖືດາບຕາມລ່ານ້ອງຊາຍຂອງຕົນແລະ ຂ້າແມ່ຍິງຂອງດິນແດນ,ເພາະຄວາມໃຈຮ້າຍຂອງມັນລຸກຢູ່ຕະຫລອດເວລາແລະ ຄວາມຄຽດແຄ້ນຂອງມັນກໍລຸກຢູ່ບໍ່ຢຸດ,12ເຮົາຈະສົ່ງໄຟມາທີ່ເຕມານເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງໂບຊະຣາ”.13ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:“ເນື່ອງຈາກອຳໂມນໄດ້ເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງເຮົາຈຶ່ງບໍ່ຍົກເລີກການລົງໂທດ.ເພາະມັນໄດ້ຜ່າທ້ອງແມ່ຍິງຖືພາໃນກີເລອາດເພື່ອຂະຫຍາຍເຂດແດນຂອງຕົນ,14ເຮົາຈະສົ່ງໄຟມາທີ່ກຳແພງເມືອງຣັບບາເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງມັນທ່າມກາງສຽງໂຫ່ຮ້ອງໃນວັນສົງຄາມ,ທ່າມກາງສາຍລົມປັ່ນປ່ວນໃນວັນທີ່ມີພະຍຸ.15ກະສັດ ຂອງອຳໂມນ ແລະ ບັນດາຂ້າລາຊະການຈະຕົກເປັນຊະເລີຍ”,ພຣະເຈົ້າຢາເວກ່າວດັ່ງນັ້ນ.Biblica, Inc.