ໂຢເອນ1
1ຖ້ອຍຄຳຂອງພຣະເຈົ້າຢາເວ ເຊິ່ງມາເຖິງໂຢເອນ ລູກຊາຍຂອງເປທູເອນ.
ການບຸກລຸກຂອງຕັກແຕນ
2ຈົ່ງຕັ້ງໃຈຟັງ, ພວກເຈົ້າຜູ້ອາວຸໂສທັງຫລາຍ;ຈົ່ງຟັງໃຫ້ດີ, ທຸກຄົນທີ່ອາໄສຢູ່ໃນດິນແດນນີ້.ເຄີຍມີເຫດການຢ່າງນີ້ເກີດຂຶ້ນໃນສະໄໝຂອງພວກເຈົ້າຫລື ໃນສະໄໝຂອງບັນພະບຸລຸດຂອງພວກເຈົ້າບໍ?3ຈົ່ງເລົ່າເລື່ອງລາວໃຫ້ບັນດາລູກຂອງພວກເຈົ້າຟັງ,ແລະ ໃຫ້ບັນດາລູກຂອງພວກເຈົ້າເລົ່າເລື່ອງລາວໃຫ້ບັນດາລູກຂອງພວກເຂົາຟັງ,ແລະ ໃຫ້ບັນດາລູກຫລານຂອງພວກເຂົາເລົ່າເລື່ອງລາວໃຫ້ລຸ້ນຕໍ່ໄປຟັງ.4ຕັກແຕນເປັນຝູງກິນສິ່ງໃດເຫລືອໄວ້ຕັກແຕນໃຫຍ່ກໍມາກິນຕັກແຕນໃຫຍ່ກິນສິ່ງໃດເຫລືອໄວ້ຕັກແຕນໜຸ່ມກໍມາກິນຕັກແຕນໜຸ່ມກິນສິ່ງໃດເຫລືອໄວ້ຕັກແຕນອື່ນໆ ກໍມາກິນ.5ຄົນຂີ້ເມົາ, ຈົ່ງຕື່ນຂຶ້ນ ແລະ ຈົ່ງຮ້ອງໄຫ້!ນັກດື່ມເຫລົ້າອະງຸ່ນທຸກຄົນເອີຍ, ຈົ່ງໂອ່ຍຄາງ;ຈົ່ງໂອ່ຍຄາງເພາະເຫລົ້າອະງຸ່ນໃໝ່,ເພາະມັນຖືກດຶງເອົາໄປຈາກຮິມສົບຂອງພວກເຈົ້າແລ້ວ.6ມີຊົນຊາດໜຶ່ງໄດ້ຮຸກຮານດິນແດນຂອງເຮົາ,ເປັນກອງທັບໃຫຍ່ທີ່ມີຈຳນວນນັບບໍ່ຖ້ວນ;ແຂ້ວຂອງມັນຄົມເໝືອນດັ່ງແຂ້ວຂອງໂຕສິງ,ມີແຂ້ວເໝືອນດັ່ງແຂ້ວຂອງສິງແມ່.7ມັນທຳລາຍເຄືອອະງຸ່ນຂອງເຮົາແລະ ທຳລາຍຕົ້ນໝາກເດື່ອຂອງເຮົາ.ມັນລອກເປືອກໄມ້ອອກແລະ ໂຍນຖິ້ມໄປ,ເຫລືອໄວ້ແຕ່ກ້ານຂາວ.8ຈົ່ງຮ້ອງໄຫ້ເໝືອນດັ່ງສາວບໍລິສຸດນຸ່ງເສື້ອຜ້າກະສອບເຊິ່ງຄ່ຳຄວນເຖິງຄູ່ໝັ້ນໃນໄວໜຸ່ມຂອງຕົນ.9ເຄື່ອງຖວາຍພືດຜົນບູຊາ ແລະ ເຄື່ອງດື່ມບູຊາຖືກຕັດຂາດຈາກວິຫານຂອງພຣະເຈົ້າຢາເວ.ບັນດາປະໂລຫິດກຳລັງໂສກເສົ້າ,ບັນດາຜູ້ຮັບໃຊ້ທີ່ຢູ່ຕໍ່ໜ້າພຣະເຈົ້າຢາເວ.10ທົ່ງນາຖືກທຳລາຍ,ພື້ນດິນແຫ້ງແລ້ງ;ເມັດພືດກໍຖືກທຳລາຍ,ເຫລົ້າອະງຸ່ນໃໝ່ກໍແຫ້ງ,ບໍ່ມີນ້ຳມັນໝາກກອກ.11ຊາວນາທັງຫລາຍ ຈົ່ງສິ້ນຫວັງ,ຊາວສວນອະງຸ່ນທັງຫລາຍ ຈົ່ງຮ້ອງໄຫ້;ຈົ່ງໂສກເສົ້າເລື່ອງເຂົ້າຫວີດ ແລະ ເຂົ້າບາເລ,ເພາະຜົນລະປູກໃນທົ່ງນາໄດ້ຖືກທຳລາຍ.12ເຄືອອະງຸ່ນກໍຫ່ຽວແຫ້ງແລະ ຕົ້ນໝາກເດື່ອກໍແຫ້ງຫ່ຽວໄປທັງຕົ້ນໝາກພິລາ, ຕົ້ນປາມ ແລະ ຕົ້ນແອັບເປີ້ນຕົ້ນໄມ້ທັງໝົດໃນທົ່ງນາກໍຫ່ຽວແຫ້ງ.ຄວາມຊື່ນຊົມຍິນດີຂອງຄົນທັງຫລາຍກໍສູນສິ້ນໄປຢ່າງແນ່ນອນ.ຮຽກຮ້ອງໃຫ້ກັບໃຈ
13ປະໂລຫິດທັງຫລາຍ, ຈົ່ງນຸ່ງເສື້ອຜ້າກະສອບ ແລະ ໄວ້ທຸກ;ພວກເຈົ້າຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າແທ່ນບູຊາ, ຈົ່ງຮ້ອງໄຫ້.ຈົ່ງມາ, ຈົ່ງນຸ່ງເສື້ອຜ້າກະສອບໄວ້ຕະຫລອດຄືນ,ພວກເຈົ້າຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າຂອງເຮົາ;ເພາະເຄື່ອງຖວາຍພືດຜົນເປັນເມັດ ແລະ ເຄື່ອງດື່ມບູຊາກໍຂາດໄປຈາກວິຫານຂອງພຣະເຈົ້າຂອງພວກເຈົ້າແລ້ວ.14ຈົ່ງປະກາດໃຫ້ມີການຖືສິນອົດອາຫານອັນບໍລິສຸດ;ຈົ່ງເອີ້ນປະຊຸມອັນສັກສິດ.ຈົ່ງເອີ້ນບັນດາຜູ້ອາວຸໂສແລະ ທຸກຄົນທີ່ອາໄສຢູ່ໃນແຜ່ນດິນນັ້ນໃຫ້ມາຍັງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ,ແລະ ຮ້ອງຕໍ່ພຣະເຈົ້າຢາເວ.15ເປັນວັນທີ່ໜ້າຢ້ານກົວຫລາຍ!ເພາະວັນຂອງພຣະເຈົ້າຢາເວໃກ້ເຂົ້າມາແລ້ວ;ວັນນັ້ນຈະມາເໝືອນຄວາມພິນາດຈາກອົງຜູ້ມີລິດອຳນາດຍິ່ງໃຫຍ່.16ອາຫານໄດ້ຖືກຕັດອອກໄປຕໍ່ໜ້າຕໍ່ຕາພວກເຮົາແລ້ວຄວາມຊື່ນຊົມຍິນດີ ແລະ ຄວາມຍິນດີກໍໄດ້ສູນສິ້ນໄປຈາກວິຫານຂອງພຣະເຈົ້າຂອງພວກເຮົາແລ້ວບໍ່ແມ່ນບໍ?17ເມັດພືດຫ່ຽວແຫ້ງຢູ່ໃຕ້ດິນຕົມ. ໂຮງເກັບເຂົ້າຢູ່ໃນສະພາບຫັກພັງ,ສາງທັງຫລາຍກໍຫັກພັງລົງ,ເພາະເມັດເຂົ້າຫ່ຽວແຫ້ງໄປໝົດ.18ຝູງງົວກໍຮ້ອງຄວນຄາງ!ຝູງງົວປ່ວງໄປມາເພາະສັດເຫລົ່ານັ້ນບໍ່ມີທົ່ງຫຍ້າ;ແມ່ນແຕ່ຝູງແກະກໍທຸກທໍລະມານ.19ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາພຣະອົງເພາະໄຟໄດ້ເຜົາຜານທົ່ງຫຍ້າທີ່ໃນຖິ່ນແຫ້ງແລ້ງກັນດານແລະ ແປວໄຟໄດ້ໄໝ້ເຜົາຕົ້ນໄມ້ໃນທົ່ງນາທັງໝົດ.20ແມ່ນແຕ່ສັດປ່າກໍຄວນຄາງຫາພຣະອົງສາຍນ້ຳທັງຫລາຍກໍບົກແຫ້ງໄປແລະ ໄຟກໍເຜົາໄໝ້ທົ່ງຫຍ້າໃນຖິ່ນແຫ້ງແລ້ງກັນດານ.Biblica, Inc.