ໂຮເສອາ14
ການກັບໃຈໃໝ່ທີ່ນຳພຣະພອນມາ
1ອິດສະຣາເອນ, ຈົ່ງຫັນກັບມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.ທີ່ພວກເຈົ້າຫລົ້ມຈົມລົງກໍເພາະບາບທັງຫລາຍຂອງພວກເຈົ້າ!2ຈົ່ງນຳຄຳອ້ອນວອນມາດ້ວຍແລະ ກັບມາຫາພຣະເຈົ້າຢາເວ.ຈົ່ງເວົ້າຕໍ່ພຣະອົງວ່າ:“ຂໍໂຜດອະໄພບາບທັງໝົດຂອງພວກຂ້ານ້ອຍແລະ ຂໍໂຜດຮັບພວກຂ້ານ້ອຍໄວ້ດ້ວຍພຣະຄຸນ,ເພື່ອພວກຂ້ານ້ອຍຈະຖວາຍຄຳສັນລະເສີນຈາກຮີມສົບຂອງພວກຂ້ານ້ອຍ. 3ອັດຊີເຣຍບໍ່ອາດຊ່ວຍພວກຂ້ານ້ອຍໄດ້;ພວກຂ້ານ້ອຍຈະບໍ່ເພິ່ງມ້າຮົບ.ຈະບໍ່ເອີ້ນສິ່ງທີ່ມືຂອງພວກຂ້ານ້ອຍສ້າງຂຶ້ນນັ້ນວ່າ,‘ພຣະເຈົ້າຂອງພວກຂ້ານ້ອຍ’ ອີກຕໍ່ໄປ,ເພາະລູກກຳພ້າພໍ່ຈະພົບຄວາມເມດຕາໃນພຣະອົງ”.4“ເຮົາຈະຮັກສາຄວາມດື້ດ້ານຂອງພວກເຂົາແລະ ຈະຮັກພວກເຂົາຢ່າງເຕັມທີ່,ເພາະເຮົາເຊົາໃຈຮ້າຍພວກເຂົາແລ້ວ.5ເຮົາຈະເປັນເໝືອນນ້ຳຄ້າງສໍາລັບອິດສະຣາເອນ;ພວກເຂົາຈະເບັ່ງບານດັ່ງດອກລີລາ.ພວກເຂົາຈະຢັ່ງຮາກລົງເໝືອນຕົ້ນໄມ້ສີດາແຫ່ງເລບານອນ6ໜໍ່ອ່ອນຂອງພວກເຂົາຈະເຕີບໃຫຍ່ຂຶ້ນ.ພວກເຂົາຈະງົດງາມຮຸ່ງເຮືອງດັ່ງຕົ້ນໝາກກອກ,ແລະ ສົ່ງກິ່ນຫອມດັ່ງຕົ້ນໄມ້ສີດາແຫ່ງເລບານອນ.7ຄົນທັງຫລາຍຈະເພິ່ງພາໃນຮົ່ມຂອງພວກເຂົາອີກ;ພວກເຂົາຈະເລີນງອກງາມດັ່ງເມັດພືດ,ຈະເບັ່ງບານດັ່ງເຄືອອະງຸ່ນຊື່ສຽງຊ່າລືເໝືອນເຫລົ້າອະງຸ່ນຈາກເລບານອນ.8ເອຟຣາອິມ, ເຮົາ ຈະຕ້ອງເຮັດຫຍັງອີກກັບບັນດາຮູບເຄົາລົບ?ເຮົາຈະຕອບພວກເຂົາ ແລະ ຫ່ວງໃຍເບິ່ງແຍງພວກເຂົາ.ເຮົາເປັນເໝືອນຕົ້ນແປກຂຽວອຸ່ມທຸ່ມ;ເຈົ້າຈະມີຜົນງອກງາມເພາະເຮົາ”.9ຜູ້ໃດສະຫລາດ? ໃຫ້ຜູ້ນັ້ນເຂົ້າໃຈສິ່ງເຫລົ່ານີ້ຜູ້ໃດມີວິຈາລະນະຍານ? ຜູ້ນັ້ນຈະເຂົ້າໃຈວິຖີທາງຂອງພຣະເຈົ້າຢາເວລ້ວນແຕ່ຖືກຕ້ອງ;ຜູ້ຊອບທຳດຳເນີນໃນວິຖີທາງເຫລົ່ານີ້,ແຕ່ຜູ້ກະບົດຕໍ່ພຣະເຈົ້າກໍສະດຸດຢູ່ໃນທາງຂອງພຣະອົງ.Biblica, Inc.