ໂຢບ9
ໂຢບ
1ໂຢບຈຶ່ງໄດ້ຕອບວ່າ:2“ແທ້ຈິງແລ້ວ, ຂ້ອຍຮູ້ແລ້ວວ່ານີ້ຄືຄວາມຈິງ.ແຕ່ມະນຸດຈະພິສູດຄວາມບໍລິສຸດຂອງຕົນຕໍ່ໜ້າພຣະເຈົ້າໄດ້ຢ່າງໃດ?3ເຖິງແມ່ນວ່າພວກເຂົາຢາກຈະໂຕ້ແຍ້ງກັບພຣະອົງກໍຕາມ,ພວກເຂົາກໍບໍ່ສາມາດຕອບພຣະອົງໄດ້ແມ່ນແຕ່ຄັ້ງດຽວຈາກພັນຄັ້ງ.4ເພາະສະຕິປັນຍາຂອງພຣະເຈົ້າກໍເລິກເຊິ່ງ ແລະ ລິດອຳນາດຂອງພຣະອົງກໍກວ້າງໃຫຍ່.ຜູ້ໃດຈະຕໍ່ຕ້ານພຣະອົງ ແລະ ໜີລອດອອກມາໂດຍບໍ່ໄດ້ຮັບອັນຕະລາຍ?5ພຣະອົງເຄື່ອນພູເຂົາໂດຍທີ່ມັນບໍ່ຮູ້ໂຕແລະ ຄວໍ້າມັນດ້ວຍຄວາມໃຈຮ້າຍຂອງພຣະອົງ.6ພຣະອົງສັ່ນແຜ່ນດິນໂລກອອກຈາກບ່ອນຂອງມັນແລະ ເຮັດໃຫ້ເສົາຄໍ້າຂອງມັນສັ່ນສະເທືອນ.7ພຣະອົງກ່າວກັບດວງຕາເວັນ ແລະ ມັນກໍບໍ່ສ່ອງແສງ;ພຣະອົງປິດແສງຂອງດວງດາວບໍ່ໃຫ້ສ່ອງແສງແຈ້ງ.8ພຣະອົງແຕ່ຜູ້ດຽວທີ່ຄຶງຟ້າສະຫວັນອອກແລະ ຢຽບຢໍ່າເໜືອຄື້ນທະເລ.9ພຣະອົງເປັນພຣະຜູ້ສ້າງດາວໝີ ແລະ ດາວໄຖ,ດາວໄກ່ນ້ອຍ ແລະ ໝູ່ດວງດາວທາງທິດໃຕ້.10ພຣະອົງສໍາແດງສິ່ງທີ່ແປກປະຫລາດທີ່ບໍ່ສາມາດຢັ່ງຮູ້,ການອັດສະຈັນທີ່ບໍ່ສາມາດນັບໄດ້.11ເມື່ອພຣະອົງຍ່າງຜ່ານຂ້ອຍໄປ, ຂ້ອຍບໍ່ສາມາດເບິ່ງເຫັນພຣະອົງໄດ້;ເມື່ອພຣະອົງຜ່ານໄປ, ຂ້ອຍບໍ່ສາມາດສັງເກດເຫັນພຣະອົງໄດ້.12ເມື່ອພຣະອົງເອົາໄປ, ຜູ້ໃດຈະຢຸດຢັ້ງພຣະອົງໄດ້?ຜູ້ໃດຈະຖາມພຣະອົງວ່າ, ‘ພຣະອົງກໍາລັງເຮັດຫຍັງ?’13ພຣະເຈົ້າບໍ່ໄດ້ຢັບຢັ້ງຄວາມໃຈຮ້າຍຂອງພຣະອົງ;ແມ່ນແຕ່ໝູ່ເພື່ອນຂອງລາຫັບກໍຢູ່ໃຕ້ຕີນຂອງພຣະອົງ.14“ແລ້ວຂ້ອຍຈະໂຕ້ແຍ້ງກັບພຣະເຈົ້າໄດ້ຢ່າງໃດ?ຂ້ອຍຈະຊອກຫາຄຳໃດມາໂຕ້ຖຽງກັບພຣະອົງ?15ເຖິງແມ່ນວ່າຂ້ອຍບໍ່ມີຄວາມຜິດ, ຂ້ອຍກໍບໍ່ສາມາດຕອບພຣະອົງໄດ້;ຂ້ານ້ອຍໄດ້ແຕ່ອ້ອນວອນຂໍຄວາມເມດຕາຈາກຜູ້ພິພາກສາຂອງຂ້ານ້ອຍ.16ເຖິງແມ່ນວ່າຂ້ອຍຮ້ອງຫາພຣະອົງແລະ ພຣະອົງກໍຕອບ,ຂ້ອຍບໍ່ເຊື່ອວ່າພຣະອົງຈະຮັບຟັງຂ້ອຍ.17ພຣະອົງຈະຍ່ອງຂ້ອຍດ້ວຍລົມພະຍຸ.ແລະ ເພີ່ມບາດແຜຂອງຂ້ອຍໂດຍບໍ່ມີເຫດຜົນ.18ພຣະອົງຈະບໍ່ຍອມໃຫ້ຂ້ອຍຫາຍໃຈແຕ່ເຮັດໃຫ້ຂ້ອຍເຕັມໄປດ້ວຍຄວາມທຸກທໍລະມານ.19ຖ້າເປັນເລື່ອງກໍາລັງ, ພຣະອົງກໍຍິ່ງໃຫຍ່ແທ້ໆ!ແລະ ຖ້າເປັນເລື່ອງຄວາມຍຸຕິທຳ, ຜູ້ໃດຈະທ້າທາຍພຣະອົງໄດ້? 20ເຖິງແມ່ນວ່າຂ້ອຍບໍ່ມີຄວາມຜິດ, ປາກຂອງຂ້ອຍກໍປະນາມຕົນເອງ;ຖ້າຂ້ອຍບໍ່ມີຕໍາໜິ, ປາກຂອງຂ້ອຍກໍຈະປະກາດວ່າຂ້ອຍມີຄວາມຜິດ.21“ເຖິງແມ່ນວ່າຂ້ອຍບໍ່ມີທີ່ຕຳໜິ,ຂ້ອຍບໍ່ມີຄວາມກັງວົນກັບຕົນເອງ;ຂ້ອຍດູຖູກຊີວິດຂອງຂ້ອຍຕົນເອງ.22ມັນກໍຄືກັນທັງໝົດ; ສະນັ້ນ ຂ້ອຍຈຶ່ງເວົ້າວ່າ,‘ພຣະອົງທຳລາຍທັງຄົນບໍ່ມີຕໍາໜິ ແລະ ຄົນຊົ່ວຮ້າຍ’.23ເມື່ອການລົງໂທດນຳຄວາມຕາຍມາໂດຍທັນທີ,ພຣະອົງເຢາະເຢີ້ຍຄວາມສິ້ນຫວັງຂອງຜູ້ທີ່ບໍ່ມີຄວາມຜິດ.24ເມື່ອແຜ່ນດິນຕົກຢູ່ໃນມືຂອງຄົນຊົ່ວ,ພຣະອົງປິດຕາຂອງບັນດາຜູ້ພິພາກສາໃຫ້ມືດບອດ.ຖ້າບໍ່ແມ່ນພຣະອົງ, ແລ້ວຈະແມ່ນຜູ້ໃດ?25“ວັນເວລາຂອງຂ້ານ້ອຍຜ່ານໄປໄວກວ່ານັກແລ່ນ;ມັນລ່ວງພົ້ນໄປໂດຍບໍ່ມີຄວາມຊື່ນຊົມຍິນດີເລີຍ.26ມັນແລ່ນໄປດັ່ງເຮືອທີ່ເຮັດດ້ວຍຕົ້ນອໍ້,ດັ່ງນົກອິນຊີບິນເຈີດລົງໃສ່ເຫຍື່ອຂອງມັນ.27ຖ້າຂ້ອຍເວົ້າວ່າ, ‘ຂ້ອຍຈະລືມຄວາມເຈັບປວດຂອງຕົນ,ຂ້ອຍຈະປ່ຽນສີໜ້າຂອງຕົນ ແລະ ຍິ້ມແຍ້ມແຈ່ມໃສ’,28ແຕ່ຂ້ອຍກໍຍັງຢ້ານຄວາມທຸກຍາກລໍາບາກທັງໝົດຂອງຂ້ອຍ,ເພາະຂ້ອຍຮູ້ວ່າພຣະອົງຈະບໍ່ຖືວ່າຂ້ອຍມີຄວາມຜິດ.29ເນື່ອງຈາກຂ້ອຍຖືກຕັດສິນວ່າມີຄວາມຜິດແລ້ວ,ເປັນຫຍັງຂ້ານ້ອຍຈະດິ້ນລົນໂດຍບໍ່ມີປະໂຫຍດ?30ເຖິງແມ່ນວ່າຂ້ອຍໄດ້ຊຳລະລ້າງຕົນດ້ວຍສະບູ ແລະ ລ້າງມືຂອງຕົນດ້ວຍສະບູຝຸ່ນ,31ພຣະອົງຈະໂຍນຂ້ອຍລົງໃນຂຸມຂີ້ຕົມແມ່ນແຕ່ເຄື່ອງນຸ່ງຂອງຂ້ອຍກໍຈະລັງກຽດຂ້ອຍ.32“ພຣະອົງບໍ່ແມ່ນມະນຸດເໝືອນດັ່ງຂ້ອຍທີ່ຂ້ອຍຈະຕອບພຣະອົງໄດ້,ທີ່ພວກເຮົາຈະປະເຊີນໜ້າກັນຢູ່ໃນສານໄດ້.33ຖ້າມີບາງຄົນໄກ່ເກ່ຍລະຫວ່າງພວກເຮົາ,ມີບາງຄົນນໍາພວກເຮົາມາເພື່ອປະເຊີນໜ້າກັນ,34ຄົນທີ່ເກັບໄມ້ແສ້ຂອງພຣະເຈົ້າອອກໄປຈາກຂ້ອຍ,ເພື່ອວ່າຂ້ອຍຈະເຊົາຢ້ານກົວການລົງໂທດຂອງພຣະອົງ.35ແລ້ວຂ້ອຍຈະເວົ້າອອກມາໂດຍບໍ່ຢ້ານກົວພຣະອົງ,ແຕ່ຂະນະນີ້ມັນຢູ່ກັບຂ້ອຍແລ້ວ, ຂ້ອຍເຮັດແບບນັ້ນບໍ່ໄດ້.Biblica, Inc.