ໂຢບ8
ບິນດາດ
1ບິນດາດຊາວຊູອາໄດ້ຕອບໂຢບວ່າ:2“ເຈົ້າຈະເວົ້າແບບນີ້ໄປອີກດົນປານໃດ?ຖ້ອຍຄຳຂອງເຈົ້າເປັນດັ່ງພະຍຸກ້າ3ພຣະເຈົ້າບິດເບືອນຄວາມຍຸຕິທຳບໍ?ອົງຜູ້ມີລິດອໍານາດຍິ່ງໃຫຍ່ບິດເບືອນຄວາມຖືກຕ້ອງບໍ?4ຖ້າລູກຫລານຂອງເຈົ້າເຮັດບາບຕໍ່ພຣະອົງ,ພຣະອົງກໍໄດ້ລົງໂທດຕໍ່ບາບຂອງພວກເຂົາ.5ແຕ່ຖ້າເຈົ້າຈະສະແຫວງຫາພຣະເຈົ້າຢ່າງແທ້ຈິງແລະ ຈະອ້ອນວອນຕໍ່ອົງຜູ້ມີລິດອໍານາດຍິ່ງໃຫຍ່,6ຖ້າເຈົ້າບໍລິສຸດ ແລະ ທ່ຽງທຳ,ບັດນີ້ ພຣະອົງຈະລຸກຂຶ້ນມາເພື່ອເຈົ້າແລະ ນຳເຈົ້າໃຫ້ກັບຄືນສູ່ຖານະອັນຈະເລີນຮັ່ງມີຂອງເຈົ້າ.7ການເລີ່ມຕົ້ນຂອງເຈົ້າຈະເບິ່ງເໝືອນກັບວ່າຕໍ່າຕ້ອຍ,ອະນາຄົດຂອງເຈົ້າກໍຍັງຈະຈະເລີນຮຸ່ງເຮືອງ.8“ຈົ່ງຖາມຄົນລຸ້ນກ່ອນນັ້ນເບິ່ງແລ້ວເຈົ້າຈະຄົ້ນພົບສິ່ງທີ່ບັນພະບຸລຸດຂອງພວກເຂົາໄດ້ຮຽນຮູ້,9ເພາະເຮົາຫາກໍເກີດມາມື້ວານນີ້ເທົ່ານັ້ນ ແລະ ບໍ່ຮູ້ອັນໃດ,ແລະ ວັນເວລາຂອງພວກເຮົາໃນໂລກນີ້ກໍເປັນພຽງແຕ່ເງົາ.10ບັນພະບຸລຸດຂອງພວກເຈົ້າຈະບໍ່ສັ່ງສອນ ແລະ ບອກເຈົ້າບໍ?ພວກເຂົາຈະບໍ່ເວົ້າອອກມາຈາກຄວາມເຂົ້າໃຈຂອງພວກເຂົາບໍ?11ຕົ້ນອໍ້ຈະເຕີບໃຫຍ່ຂຶ້ນສູງໃນບ່ອນທີ່ບໍ່ມີໜອງນ້ຳໄດ້ບໍ?ຕົ້ນອໍ້ຈະຢູ່ໄດ້ໂດຍປາດສະຈາກນ້ຳບໍ?12ຂະນະທີ່ພວກມັນເຕີບໃຫຍ່ຂຶ້ນ ແລະ ບໍ່ມີຜູ້ໃດມາຕັດ,ພວກມັນກໍຫ່ຽວແຫ້ງໄປໄວກວ່າຕົ້ນຫຍ້າ.13ບັ້ນປາຍຂອງຜູ້ທີ່ລືມພຣະເຈົ້າກໍເປັນໄປຢ່າງນັ້ນ;ຄວາມຫວັງຂອງຜູ້ທີ່ບໍ່ມີພຣະເຈົ້າກໍພິນາດຈິບຫາຍໄປ.14ສິ່ງທີ່ພວກເຂົາໄວ້ວາງໃຈກໍອ່ອນບາງຫລາຍ ສິ່ງທີ່ພວກເຂົາເພິ່ງພາເປັນດັ່ງໄຍແມງມູມ.15ພວກເຂົາເອື່ອຍອີງ, ແຕ່ມັນກໍຂາດໄປ;ພວກເຂົາຢຶດມັນໄວ້, ແຕ່ມັນກໍບໍ່ໜຽວແໜ້ນຢູ່.16ພວກເຂົາເປັນດັ່ງຕົ້ນໄມ້ທີ່ໄດ້ຮັບນ້ຳພຽງພໍໃນກາງແດດ,ແຕກໜໍ່ແໜງໄປທົ່ວສວນ;17ຮາກຂອງມັນຢັ່ງລົງໄປອ້ອມກ້ອນຫີນແລະ ຊອກຫາທີ່ບ່ອນທີ່ຈະຢັ່ງຮາກໃນທ່າມກາງກ້ອນຫີນ.18ແຕ່ເມື່ອມັນຖືກຫລົກອອກຈາກບ່ອນຂອງມັນ,ບ່ອນນັ້ນກໍຕັດຂາດຈາກມັນ ແລະ ເວົ້າວ່າ, ‘ຂ້ອຍບໍ່ເຄີຍເຫັນເຈົ້າມາກ່ອນ’.19ແນ່ນອນ, ຊີວິດຂອງມັນກໍຫ່ຽວແຫ້ງໄປ,ແລະ ມີພືດຊະນິດອື່ນໆງອກຂຶ້ນມາຈາກດິນ.20“ແນ່ນອນ ພຣະເຈົ້າບໍ່ປະຖິ້ມຄົນທີ່ບໍ່ມີຕໍາໜິທັງຈະບໍ່ໃຫ້ກໍາລັງແກ່ມືຂອງພວກຄົນຊົ່ວ.21ພຣະອົງຈະໃຫ້ປາກຂອງເຈົ້າເຕັມໄປດ້ວຍສຽງຫົວເລາະແລະ ຮີມສົບຂອງເຈົ້າໂຫ່ຮ້ອງດ້ວຍຄວາມຍິນດີ.22ບັນດາສັດຕູຂອງເຈົ້າຈະເຕັມໄປດ້ວຍຄວາມອັບອາຍ,ແລະ ເຕັນຂອງຄົນຊົ່ວຮ້າຍຈະບໍ່ມີອີກຕໍ່ໄປ”.Biblica, Inc.