ໂຢບ10

1“ຂ້ອຍ​ກຽດຊັງ​ຊີວິດ​ຂອງ​ຂ້ອຍ​ແທ້ໆ;ເຫດສະນັ້ນ ຂ້ອຍ​ຈະ​ຈົ່ມ​ຕາມ​ລໍາພັງ​ໃຈ​ຂອງ​ຕົນ.ແລະ ຈະ​ລະບາຍ​ຄວາມ​ຂົມຂື່ນ​ໃນ​ວິນຍານ​ຂອງ​ຂ້ອຍ​ອອກ​ມາ.2ຂ້ອຍ​ເວົ້າ​ຕໍ່​ພຣະເຈົ້າ​ວ່າ: ຂໍ​ຢ່າ​ເປີດເຜີຍ​ຄວາມຜິດ​ຂອງ​ຂ້ານ້ອຍ,ແຕ່​ຂໍ​ບອກ​ສິ່ງທີ່​ພຣະອົງ​ໄດ້​ກ່າວຫາ​ຕໍ່​ຂ້ານ້ອຍ.3ພຣະອົງ​ພໍໃຈ​ບໍ​ທີ່​ບີບ​ບັງຄັບ​ຂ້ານ້ອຍ,ແລະ ບໍ່​ສົນໃຈ​ຜູ້​ທີ່​ພຣະອົງ​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ພຣະອົງ,ຂະນະ​ທີ່​ພຣະອົງ​ຍິ້ມ​ໃຫ້​ແຜນການ​ຂອງ​ຄົນ​ຊົ່ວຮ້າຍ?4ພຣະອົງ​ມີ​ຕາ​ແບບ​ຕາ​ຂອງ​ມະນຸດ​ບໍ?ພຣະອົງ​ເບິ່ງ​ແບບ​ມະນຸດ​ເບິ່ງ​ບໍ?5ວັນ​ເວລາ​ຂອງ​ພຣະອົງ​ເໝືອນດັ່ງ​ວັນ​ເວລາ​ຂອງ​ມະນຸດ​ບໍປີ​ຂອງ​ພຣະອົງ​ເໝືອນດັ່ງ​ປີ​ຂອງ​ມະນຸດ​ບໍ?6ພຣະອົງ​ຈຶ່ງ​ຕ້ອງ​ຄົ້ນຫາ​ຄວາມຜິດ​ຂອງ​ຂ້ານ້ອຍແລະ ສືບຫາ​ບາບ​ຂອງ​ຂ້ານ້ອຍ7ທັງ​ທີ່​ພຣະອົງ​ຮູ້​ວ່າ​ຂ້ານ້ອຍ​ບໍ່​ມີ​ຄວາມຜິດແລະ ບໍ່​ມີ​ຜູ້ໃດ​ສາມາດ​ຊ່ວຍ​ຂ້ານ້ອຍ​ຈາກ​ມື​ຂອງ​ພຣະອົງ​ໄດ້?
8“ມື​ຂອງ​ພຣະອົງ​ໄດ້​ຫລໍ່ຫລອມ ແລະ ໄດ້​ປັ້ນ​ຂ້ານ້ອຍ​ຂຶ້ນ​ມາ.ບັດນີ້ ພຣະອົງ​ຈະ​ມາ​ທຳລາຍ​ຂ້ານ້ອຍ​ບໍ?9ຂໍ​ລະນຶກ​ວ່າ​ພຣະອົງ​ໄດ້​ປັ້ນ​ຂ້ານ້ອຍ​ເໝືອນດັ່ງ​ປັ້ນ​ດິນ​ໜຽວ.ບັດນີ້ ພຣະອົງ​ຈະ​ເຮັດໃຫ້​ຂ້ານ້ອຍ​ໄປ​ເປັນ​ຂີ້​ຝຸ່ນດິນ​ອີກ​ບໍ?10ພຣະອົງ​ບໍ່​ໄດ້​ເທ​ຂ້ານ້ອຍ​ດັ່ງ​ເທ​ນ້ຳນົມ​ບໍແລະ ເຮັດໃຫ້​ຂ້ານ້ອຍ​ເໝືອນດັ່ງ​ເນີຍ​ແຂງ​ບໍ?11ພຣະອົງ​ຫຸ້ມຫໍ່​ຂ້ານ້ອຍ​ດ້ວຍ​ກ້ອນຊີ້ນ ແລະ ຜິວໜັງແລະ ຖັກ​ຮ້ອຍ​ຂ້ານ້ອຍ​ເຂົ້າ​ກັນ​ດ້ວຍ​ກະດູກ ແລະ ເສັ້ນ​ເອັນ​ບໍ່​ແມ່ນ​ບໍ?12ພຣະອົງ​ໄດ້​ໃຫ້​ຊີວິດ ແລະ ໄດ້​ສະແດງ​ຄວາມ​ກະລຸນາ​ແກ່​ຂ້ານ້ອຍ,ແລະ ໃນ​ການ​ຈັດຕຽມ​ຂອງ​ພຣະອົງ​ໄດ້​ເຝົ້າ​ຮັກສາ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ.
13“ແຕ່​ນີ້​ແມ່ນ​ສິ່ງ​ທີ່​ພຣະອົງ​ເຊື່ອງຊ້ອນ​ໄວ້​ໃນ​ຫົວໃຈ​ຂອງ​ພຣະອົງ,ແລະ ຂ້ານ້ອຍ​ຮູ້​ວ່າ​ສິ່ງນີ້​ຢູ່​ໃນ​ຄວາມຄິດ​ຂອງ​ພຣະອົງ​ຄື:14ຖ້າ​ຂ້ານ້ອຍ​ໄດ້​ເຮັດ​ບາບ, ພຣະອົງ​ຈະ​ເຝົ້າ​ເບິ່ງ​ຂ້ານ້ອຍ​ຢູ່ແລະ ຈະ​ບໍ່​ປ່ອຍ​ໃຫ້​ຂ້ານ້ອຍ​ໜີ​ໄປ​ໄດ້​ໂດຍ​ບໍ່​ໄດ້​ຮັບ​ໂທດ.15ຖ້າ​ຂ້ານ້ອຍ​ມີ​ຄວາມຜິດ, ວິບັດ​ກໍ​ເກີດຂຶ້ນ​ກັບ​ຂ້ານ້ອຍ!ເຖິງແມ່ນວ່າ​ຂ້ານ້ອຍ​ບໍ່​ມີ​ຄວາມຜິດ, ຂ້ານ້ອຍ​ກໍ​ບໍ່​ສາມາດ​ໂງ​ຫົວ​ຂອງ​ຕົນ​ຂຶ້ນ​ມາ​ໄດ້,ເພາະ​ຂ້ານ້ອຍ​ຮູ້​ສຶກ​ອັບອາຍ​ຢ່າງຍິ່ງແລະ ຈົມ​ຢູ່​ໃນ  ​ຄວາມທຸກທໍລະມານ​ຂອງ​ຂ້ານ້ອຍ.16ຖ້າ​ຂ້ານ້ອຍ​ໂງ​ຫົວ​ຂຶ້ນ​ສູງໆ, ພຣະອົງ​ກໍ​ເຂົ້າ​ຫາ​ເໝືອນດັ່ງ​ໂຕສິງແລະ ສະແດງ​ລິດ​ອຳນາດ​ອັນ​ໜ້າຢ້ານ​ຂອງ​ພຣະອົງ​ຕໍ່​ຂ້ານ້ອຍ​ອີກ.17ພຣະອົງ​ເອົາ​ພະຍານ​ໃໝ່​ມາ​ກ່າວຫາ​ຂ້ານ້ອຍແລະ ເພີ່ມ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ຂ້ານ້ອຍ​ຫລາຍ​ຂຶ້ນ;ກອງ​ກຳລັງ​ຂອງ​ພຣະອົງ​ບຸກ​ເຂົ້າ​ໃສ່​ຂ້ານ້ອຍ​ຊ້ຳ​ແລ້ວ​ຊ້ຳ​ອີກ.
18“ແລ້ວ​ເປັນຫຍັງ​ພຣະອົງ​ໄດ້​ນຳ​ຂ້ານ້ອຍ​ອອກ​ມາ​ຈາກ​ທ້ອງ​ຂອງ​ແມ່?ຂ້ານ້ອຍ​ຢາກ​ຈະ​ຕາຍ​ກ່ອນ​ທີ່​ຈະ​ມີ​ຜູ້ໃດ​ເຫັນ​ຂ້ອຍ.19ຖ້າ​ຂ້ານ້ອຍ​ບໍ່​ເຄີຍ​ເກີດ​ມາ​ເປັນ​ໂຕ​ເປັນ​ຕົນ,ຫລື ໄດ້​ອອກ​ຈາກ​ທ້ອງ​ແມ່​ໄປ​ສູ່​ຂຸມ​ຝັງສົບ!20ຊີວິດ​ສັ້ນໆ​ຂອງ​ຂ້ານ້ອຍ​ໃກ້​ຈະ​ຈົບ​ລົງ​ແລ້ວ​ບໍ່​ແມ່ນ​ບໍ?ຂໍ​ຫັນ​ໄປ​ຈາກ​ຂ້ານ້ອຍ ເພື່ອ​ຂ້ານ້ອຍ​ອາດຈະ​ມີ​ເວລາ​ຊື່ນໃຈ​ຈັກ​ໜ້ອຍໜຶ່ງ21ກ່ອນ​ທີ່​ຂ້ານ້ອຍ​ຈະ​ໄປ​ສູ່​ບ່ອນ​ທີ່​ບໍ່​ໄດ້​ກັບ​ຄືນ​ມາ​ອີກ,ສູ່​ດິນແດນ​ແຫ່ງ​ຄວາມໂສກເສົ້າ ແລະ ຄວາມມືດຕຶບ, 22ສູ່​ດິນແດນ​ແຫ່ງ​ຄວາມມືດມິດ,ດິນແດນ​ທີ່​ມີ​ຄວາມມືດມົນ ແລະ ຄວາມ​ວຸ້ນວາຍ,ບ່ອນ​ທີ່​ແມ່ນແຕ່​ຄວາມສະຫວ່າງ​ກໍ​ເປັນ​ດັ່ງ​ຄວາມມືດ”.

Biblica, Inc.

https://app.library.bible/content/eab9312f9f16b3a2