ໂຢບ7
1“ມະນຸດບໍ່ຕ້ອງວຽກຢ່າງໜັກໃນແຜ່ນດິນໂລກບໍ?ຊີວິດຂອງພວກເຂົາບໍ່ເໝືອນກຳມະກອນຮັບຈ້າງບໍ?2ເໝືອນຂ້າທາດທີ່ລໍຄອຍຮົ່ມໃນຍາມແລງ,ດັ່ງກໍາມະກອນລໍຄອຍເວລາທີ່ຈະໄດ້ຮັບຄ່າຈ້າງ,3ຂ້ອຍໄດ້ຮັບກໍບໍ່ໄດ້ຫຍັງເປັນເວລາຫລາຍເດືອນ,ກາງຄືນອັນທຸກທໍລະມານໄດ້ຖືກມອບຂ້ອຍ.4ເມື່ອຂ້ອຍນອນລົງຂ້ອຍກໍຄິດວ່າ, ‘ອີກດົນປານໃດທີ່ຂ້ອຍຈະໄດ້ຕື່ນມາ?’ກາງຄືນຄືດົນແທ້ ແລະ ຂ້ອຍນອນພິກໄປມາຈົນຊອດແຈ້ງ.5ຮ່າງກາຍຂອງຂ້ອຍເຕັມໄປດ້ວຍໜອນ ແລະ ບາດແຜທີ່ຕົກເກັດ,ຜິວໜັງຂອງຂ້ອຍກໍແຕກ ແລະ ມີນໍ້າໜອງ.6“ວັນເວລາຂອງຂ້ອຍຜ່ານໄປໄວກວ່າກະສວຍຂອງຊ່າງຕໍ່າຜ້າ,ມັນແລ່ນໄປເຖິງຈຸດຈົບໂດຍບໍ່ມີຄວາມຫວັງ.7ຂ້າແດ່ພຣະເຈົ້າ, ໂຜດລະນຶກວ່າຊີວິດຂອງຂ້ານ້ອຍນັ້ນເປັນພຽງລົມຫາຍໃຈ;ຕາຂອງຂ້ານ້ອຍຈະບໍ່ເຫັນຄວາມສຸກອີກ.8ບັດນີ້ ຕາຂອງຜູ້ທີ່ເຫັນຂ້ານ້ອຍຈະບໍ່ເຫັນຂ້ານ້ອຍອີກຕໍ່ໄປ;ພຣະອົງຈະຊອກຫາຂ້ານ້ອຍ, ແຕ່ຂ້ານ້ອຍຈະບໍ່ຢູ່ແລ້ວ.9ເໝືອນດັ່ງເມກລອຍໄປ ແລ້ວກໍຫາຍໄປ,ຄົນທີ່ລົງໄປທີ່ຂຸມຝັງສົບກໍບໍ່ຫວນກັບຄືນມາອີກ.10ລາວຈະບໍ່ໄດ້ກັບຄືນມາທີ່ເຮືອນຂອງຕົນອີກເລີຍ;ລາວຈະບໍ່ເປັນທີ່ຮູ້ຈັກໃນບ່ອນນັ້ນອີກ.11“ເຫດສະນັ້ນ ຂ້ານ້ອຍຈະບໍ່ມິດງຽບຢູ່;ຂ້ານ້ອຍຈະເວົ້າອອກມາດ້ວຍຄວາມເຈັບປວດໃນຈິດໃຈ,ຂ້ານ້ອຍຈະຈົ່ມດ້ວຍຄວາມຂົມຂື່ນໃນຈິດວິນຍານຂອງຂ້ານ້ອຍ.12ຂ້ານ້ອຍເປັນທະເລ ຫລື ສັດຮ້າຍຢູ່ໃນເຫວເລິກນັ້ນບໍ,ພຣະອົງຈຶ່ງວາງຍາມຄົນເຝົ້າຍາມຂ້ານ້ອຍໄວ້?13ເມື່ອຂ້ານ້ອຍຄິດວ່າການນອນຫລັບຈະຊ່ວຍເລົ້າໂລມໃຈຂ້ານ້ອຍແລະ ເຊື່ອນອນນຸ້ມໆຈະບັນເທົາຄໍາຈົ່ມວ່າຂອງຂ້ານ້ອຍໄດ້,14ເຖິງປານນັ້ນພຣະອົງກໍເຮັດໃຫ້ຂ້ານ້ອຍຕົກໃຈຢ້ານໃນຄວາມຝັນເຮັດໃຫ້ຂ້ານ້ອຍຢ້ານກົວໃນນິມິດຕ່າງໆ,15ດັ່ງນັ້ນ ຂ້ານ້ອຍຢາກບີບຄໍຂອງຕົນ ແລະ ຕາຍໄປ,ກໍດີກວ່າຢູ່ໃນຮ່າງກາຍແບບນີ້ຂອງຕົນ.16ຂ້ານ້ອຍເບື່ອໜ່າຍກັບຊີວິດຂອງຕົນ; ຂ້ານ້ອຍບໍ່ຢາກມີຊີວິດຢູ່ຕໍ່ໄປ.ໂຜດໃຫ້ຂ້ານ້ອຍຢູ່ຕາມລຳພັງໃຈ; ເພາະວັນເວລາຂອງຂ້ານ້ອຍບໍ່ມີຄວາມໝາຍຫຍັງ.17“ມະນຸດຈະເຮັດຫຍັງເພື່ອໃຫ້ພຣະອົງໃຫ້ສໍາຄັນຕໍ່ພວກເຂົາ,ເພື່ອວ່າພຣະອົງຈຶ່ງເອົາໃຈໃສ່ພວກເຂົາຂະໜາດນັ້ນ?18ທີ່ພຣະອົງຈະຕ້ອງກວດສອບເບິ່ງພວກເຂົາຢູ່ທຸກເຊົ້າແລະ ທົດສອບພວກເຂົາຢູ່ທຸກນາທີ?19ພຣະອົງຈະບໍ່ລະສາຍຕາໄປຈາກຂ້ານ້ອຍ,ຫລື ປ່ອຍຂ້ານ້ອຍໄວ້ຢູ່ຕາມລຳພັງແມ່ນແຕ່ວິນາທີດຽວບໍ?20ຂ້າແດ່ພຣະເຈົ້າຜູ້ເຫັນທຸກສິ່ງທີ່ພວກເຮົາເຮັດ,ຖ້າຂ້ານ້ອຍໄດ້ເຮັດບາບ ຂ້ານ້ອຍໄດ້ເຮັດຫຍັງຕໍ່ພຣະອົງ?ເປັນຫຍັງຈຶ່ງເຮັດໃຫ້ຂ້ານ້ອຍຕົກເປັນເປົ້າຂອງພຣະອົງ?ແລະ ເຮັດໃຫ້ຊີວິດຂອງຂ້ານ້ອຍເປັນພາລະແກ່ພຣະອົງ? 21ເປັນຫຍັງພຣະອົງຈຶ່ງບໍ່ໃຫ້ອະໄພຄວາມຜິດຂອງຂ້ານ້ອຍແລະ ຍົກໂທດບາບຂອງຂ້ານ້ອຍ?ເພາະອີກບໍ່ດົນຂ້ານ້ອຍກໍຈະນອນລົງໃນຂີ້ຝຸ່ນດິນ;ພຣະອົງຈະຊອກຫາຂ້ານ້ອຍ, ແຕ່ຂ້ານ້ອຍຈະບໍ່ຢູ່ອີກຕໍ່ໄປ”.
Biblica, Inc.