ໂຢບ6
ໂຢບ
1ແລ້ວໂຢບໄດ້ຕອບວ່າ:2“ຖ້າເອົາຄວາມເຈັບປວດຂອງຂ້ອຍມາຊັ່ງແລະ ເອົາຄວາມທຸກຍາກທັງໝົດຂອງຂ້ອຍວາງເທິງຊິງໄດ້!3ແນ່ນອນວ່າມັນຈະໜັກຫລາຍກວ່າເມັດດິນຊາຍໃນທະເລຈຶ່ງບໍ່ແປກໃຈເລີຍທີ່ຄໍາເວົ້າຂອງຂ້ອຍໄດ້ອອກໄປຢ່າງໃຈຮ້ອນ.4ລູກທະນູຂອງອົງຜູ້ມີລິດອໍານາດຍິ່ງໃຫຍ່ຢູ່ໃນຂ້ອຍ,ຈິດວິນຍານຂອງຂ້ອຍດື່ມພິດຂອງມັນ;ຄວາມຢ້ານຈາກພຣະເຈົ້າກໍມາເຂົ້າມາໂຈມຕີຂ້ອຍ.5ລໍປ່າຮ້ອງຂຶ້ນເມື່ອມີຫຍ້າກິນບໍຫລື ງົວຈະສົ່ງສຽງເມື່ອມັນມີອາຫານກິນບໍ?6ຈະກິນອາຫານທີ່ຈືດໂດຍບໍ່ໃສ່ເກືອບໍ,ນ້ຳລ້ຽງຂອງຕົ້ນແມໂລຈະມີລົດຊາດຫຍັງ ?7ຂ້ອຍບໍ່ຍອມແຕະຕ້ອງອາຫານແບບນັ້ນດອກ;ອາຫານເຫລົ່ານັ້ນເຮັດໃຫ້ຂ້ອຍເຈັບປ່ວຍ.8“ໂອ, ຂໍໃຫ້ຂ້ອຍໄດ້ຕາມຄຳຮ້ອງຂໍຂອງຂ້ອຍ,ຂໍພຣະເຈົ້າໃຫ້ຕາມສິ່ງທີ່ຂ້ອຍຫວັງ,9ຂໍໃຫ້ພຣະເຈົ້າເຕັມໃຈທີ່ຈະຍ່ອງຂ້ອຍ,ພຣະອົງຈະປ່ອຍມື ແລະ ຕັດຂາດຂ້ອຍ!10ຢ່າງໜ້ອຍຂ້ອຍກໍຍັງສະບາຍໃຈແລະ ຍິນດີເຖິງວ່າຈະເຈັບປວດຫລາຍທີ່ວ່າຂ້ອຍບໍ່ໄດ້ປະຕິເສດຖ້ອຍຄຳຂອງອົງບໍລິສຸດ.11“ຂ້ອຍມີກຳລັງຫຍັງເຫລືອ ທີ່ຈະໃຫ້ຂ້ອຍຍັງຫວັງຢູ່?ຂ້ອຍຄາດຫວັງອັນໃດ, ຂ້ອຍຈຶ່ງຄວນຈະອົດທົນຢູ່?12ຂ້ອຍມີກໍາລັງແຂງແກ່ນດັ່ງຫີນບໍ?ຮ່າງກາຍຂອງຂ້ອຍເປັນທອງສຳລິດບໍ?13ຂ້ອຍມີກຳລັງທີ່ຈະຊ່ວຍເຫລືອຕົວເອງໄດ້ບໍ,ໃນເມື່ອຄວາມສຳເລັດໜີໄປຈາກຂ້ອຍແລ້ວ?14“ມີຜູ້ໃດບໍ່ຢາກໄດ້ຄວາມເມດຕາຈາກໝູ່ເພື່ອນ.ເຖິງແມ່ນວ່າລາວບໍ່ຢໍາເກງພຣະເຈົ້າອົງມີລິດອໍານາດຍິ່ງໃຫຍ່.15ແຕ່ອ້າຍນ້ອງຂອງຂ້ອຍກໍເພິ່ງພາບໍ່ໄດ້ເລີຍ, ດັ່ງສາຍນ້ຳທີ່ໄຫລໆຢຸດໆ,ເໝືອນດັ່ງແມ່ນ້ຳທີ່ໄຫລລົ້ນ16ເມື່ອນໍ້າຂຸ່ນດຳທີ່ລະລາຍມາຈາກນໍ້າແຂງແລະ ຫິມະທີ່ລະລາຍກໍໄຫລຖ້ວມລົ້ນ,17ແຕ່ມັນກໍຢຸດໄຫລໃນລະດູຮ້ອນ,ແລະ ເມື່ອອາກາດຮ້ອນເອົ້າກໍເຮັດໃຫ້ຫ້ວຍຮ່ອງແຫ້ງແລ້ງ.18ຂະບວນຄົນທີ່ເດີນທາງຫັນອອກຈາກເສັ້ນທາງຂອງຕົນ;ພວກເຂົາເຂົ້າໄປໃນດິນແດນກັນດານ ແລະ ກໍພິນາດຈິບຫາຍ.19ຂະບວນຄົນທີ່ເດີນທາງຈາກເຕມາກໍຊອກຫານໍ້າ,ການເດີນທາງຂອງພວກພໍ່ຄ້າຈາກເຊບາກໍຊອກຫານ້ຳຢ່າງມີຄວາມຫວັງ.20ພວກເຂົາກໍທຸກໃຈ, ເພາະພວກເຂົາໝັ້ນໃຈຫລາຍ;ພວກເຂົາມາຮອດທີ່ນັ້ນ, ແຕ່ພັດຕ້ອງຜິດຫວັງ.21ບັດນີ້ ພວກເຈົ້າກໍໄດ້ຖືກພິສູດໃຫ້ເຫັນແລ້ວວ່າບໍ່ໄດ້ຮັບຄວາມຊ່ວຍອັນໃດ;ພວກເຈົ້າເຫັນສິ່ງທີ່ໜ້າລັງກຽດ ແລະ ກໍຢ້ານກົວ.22ຂ້ອຍເຄີຍບອກວ່າ, ‘ຂໍບາງສິ່ງບາງຢ່າງໃຫ້ຂ້ອຍແດ່,ຂໍໄຖ່ຂ້ອຍດ້ວຍຊັບສົມບັດຂອງພວກເຈົ້າແດ່,23ຂໍປົດປ່ອຍຂ້ອຍຈາກມືຂອງສັດຕູ,ຂໍກອບກູ້ຂ້ອຍຈາກມືຂອງຄົນໂຫດຮ້າຍແດ່?’24“ຂໍຈົ່ງສັ່ງສອນຂ້ອຍ, ແລ້ວຂ້ອຍຈະມິດງຽບຢູ່;ຂໍໂຜດສະແດງໃຫ້ຂ້ອຍເຫັນວ່າຂ້ອຍຜິດບ່ອນໃດ.25ຄຳເວົ້າທີ່ຊື່ສັດຄືເຮັດໃຫ້ເຈັບປວດແທ້!ແຕ່ຄຳໂຕ້ແຍ້ງຂອງພວກເຈົ້າພິສູດອັນໃດໄດ້?26ພວກເຈົ້າຕັ້ງໃຈຈະແກ້ໄຂສິ່ງທີ່ຂ້ອຍໄດ້ເວົ້າ,ແລະ ເຮັດຕໍ່ຄໍາເວົ້າທີ່ໝົດຫວັງຂອງຂ້ອຍເປັນດັ່ງສາຍລົມບໍ?27ພວກເຈົ້າຈະຈັບສະຫລາກເພື່ອເລືອກລູກກຳພ້າແລະ ຕົກລົງລາຄາຂາຍໝູ່ເພື່ອນຂອງພວກເຈົ້າ.28“ແຕ່ບັດນີ້ ຂໍເມດຕາແນມເບິ່ງຂ້ອຍແດ່.ຂ້ອຍຈະເວົ້າຕົວະພວກເຈົ້າຢູ່ໜ້າບໍ?29ຂໍຜ່ອນຜັນ, ຢ່າເປັນຄົນອະຍຸຕິທຳເລີຍ;ຂໍໃຫ້ພິຈາລະນາເບິ່ງ, ເພາະຄວາມສັດຊື່ຂອງຂ້ອຍເປັນເດີມພັນ.30ມີຄວາມຊົ່ວອັນໃດຢູ່ປາກຂອງຂ້ອຍຫລືບໍ່?ປາກຂອງຂ້ອຍໄຈ້ແຍກຄວາມຊົ່ວໄດ້ບໍ?Biblica, Inc.