ໂຢບ5

1“ຖ້າ​ເຈົ້າ​ຈະ​ສົ່ງ​ສຽງ​ເອີ້ນ, ແຕ່​ຜູ້ໃດ​ຈະ​ຕອບ​ເຈົ້າ?ເຈົ້າ​ຈະ​ຫັນ​ໜ້າ​ໄປ​ຫາ​ອົງ​ບໍລິສຸດ​ອົງ​ໃດ?2ຄວາມ​ຄຽດແຄ້ນ​ຂ້າ​ຄົນ​ໂງ່,ແລະ ຄວາມ​ອິດສາ​ຂ້າ​ຄົນ​ຮູ້​ໜ້ອຍ.3ຂ້ອຍ​ເອງ​ເຄີຍ​ເຫັນ​ຄົນໂງ່​ວາງ​ຮາກຖານ,ແຕ່​ທັນ​ໃດ​ນັ້ນ​ເຮືອນ​ຂອງ​ລາວ​ກໍ​ຖືກ​ສາບແຊ່ງ.4ລູກ​ຫລານ​ຂອງ​ລາວ​ຢູ່​ຢ່າງ​ບໍ່​ມີ​ຄວາມ​ປອດໄພ,ແລະ ຖືກ​ບີບ​ບັງຄັບ​ໃນ​ສານ​ໂດຍ​ບໍ່​ມີ​ຜູ້ໃດ​ປົກປ້ອງ.5ຄວາມ​ອຶດຫິວ​ກໍ​ກິນ​ຜົນ​ເກັບກ່ຽວ​ຂອງ​ລາວ​ໝົດ,ແມ່ນແຕ່​ສິ່ງ​ທີ່​ຢູ່​ໃນ​ຟຸ່ມ​ໜາມ​ກໍ​ເອົາ​ໄປ,ແລະ ຄວາມ​ກະຫາຍ​ກໍ​ຫອບ​ເອົາ​ຊັບສົມບັດ​ຂອງ​ລາວ​ໄປ.6ເພາະ​ຄວາມ​ລໍາບາກ​ບໍ່​ໄດ້​ເກີດ​ຂຶ້ນ​ມາ​ຈາກ​ດິນຫລື ຄວາມ​ເດືອດຮ້ອນ​ບໍ່​ໄດ້​ງອກ​ຂຶ້ນ​ມາ​ຈາກ​ພື້ນດິນ.7ແຕ່​ຄົນ​ເກີດ​ມາ​ເພື່ອ​ຄວາມ​ເດືອດຮ້ອນດັ່ງ​ປະກາຍ​ໄຟ​ພຸ່ງ​ຂຶ້ນ​ສູ່​ທ້ອງ​ຟ້າ.
8“ແຕ່​ຖ້າ​ຂ້ອຍ​ເປັນ​ເຈົ້າ, ຂ້ອຍ​ຈະ​ອ້ອນວອນ​ຕໍ່​ພຣະເຈົ້າ;ຂ້ອຍ​ຈະ​ວາງ​ຄະດີ​ຄວາມ​ຂອງ​ຂ້ອຍ​ໄວ້​ຕໍ່ໜ້າ​ພຣະອົງ.9ພຣະອົງ​ສໍາແດງ​ການ​ອັດສະຈັນ​ທີ່​ບໍ່​ສາມາດ​ເຂົ້າໃຈ​ໄດ້,ການ​ອັດສະຈັນ​ທີ່​ບໍ່​ສາມາດ​ນັບ​ໄດ້.10ພຣະອົງ​ໃຫ້​ຝົນ​ຕົກລົງ​ມາ​ໃສ່​ແຜ່ນດິນໂລກ;ພຣະອົງ​ສົ່ງ​ນ້ຳ​ລົງ​ມາ​ສູ່​ເຂດ​ຊົນນະບົດ.11ພຣະອົງ​ໄດ້​ຕັ້ງ​ຜູ້​ທີ່​ຕ່ຳຕ້ອຍ​ໄວ້​ເທິງ​ບ່ອນ​ສູງ,ແລະ ຜູ້​ທີ່​ໄວ້ທຸກ​ຖືກ​ຍົກ​ຂຶ້ນ​ໄວ້​ບ່ອນ​ປອດໄພ.12ພຣະອົງ​ໄດ້​ຂັດຂວາງ​ແຜນການ​ຂອງ​ຄົນ​ມີ​ເລ້ຫລ່ຽມ,ເພື່ອ​ວຽກງານ​ຂອງ​ພວກເຂົາ​ຈະ​ບໍ່​ສຳເລັດ.13ພຣະອົງ​ຈັບ​ຄົນ​ສະຫລາດ​ດ້ວຍ​ເລ້ຫລ່ຽມ​ຂອງ​ພວກເຂົາ​ເອງ,ແລະ ແຜນການ​ຂອງ​ຄົນ​ເຈົ້າ​ເລ້​ກໍ​ຖືກ​ກວາດລ້າງ​ອອກ​ໄປ.14ໃນ​ຄວາມ​ມືດມົນ​ມາ​ເໜືອ​ພວກເຂົາ​ໃນ​ຍາມ​ກາງເວັນ;ໃນ​ຕອນ​ກາງເວັນ​ພວກເຂົາ​ກໍ​ງົມທາວ​ດັ່ງ​ຢູ່​ໃນ​ຍາມ​ກາງ​ຄືນ.15ພຣະເຈົ້າ​ຊ່ວຍ​ຜູ້​ທີ່​ຂັດສົນ​ຈາກ​ຄໍາເວົ້າ​ທີ່​ສຽບ​ແທງ​ຂອງ​ພວກເຂົາ;ພຣະອົງ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຜູ້​ທີ່​ມີ​ອໍານາດ.16ດັ່ງນັ້ນ ຄົນ​ທຸກຍາກ​ຈຶ່ງ​ມີ​ຄວາມຫວັງ,ແລະ ຄວາມ​ອະຍຸຕິທຳ​ກໍ​ມິດງຽບ​ຢູ່.
17“ຄວາມ​ສຸກ​ເປັນ​ຜູ້​ທີ່​ພຣະເຈົ້າ​ຕັກເຕືອນ;ສະນັ້ນ ຢ່າ​ດູໜິ່ນ​ການ​ຕີສອນ​ຂອງ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່.18ເພາະ​ພຣະອົງ​ເຮັດ​ໃຫ້​ເກີດ​ບາດແຜ, ແຕ່​ພຣະອົງ​ກໍ​ພັນ​ບາດແຜ​ໃຫ້;ພຣະອົງ​ເຮັດໃຫ້​ບາດ​ເຈັບ, ແຕ່​ກໍ​ປິ່ນປົວ​ຮັກສາ​ໃຫ້​ຫາຍ.19ພຣະອົງ​ຈະ​ກອບກູ້​ເຈົ້າ​ຈາກ​ໄພພິບັດ​ຫົກ​ຄັ້ງ;ຄັ້ງ​ທີ​ເຈັດ​ຈະ​ບໍ່​ມີ​ໄພ​ອັນຕະລາຍ​ໃດ​ຈະ​ແຕະຕ້ອງ​ເຈົ້າ​ໄດ້.20ພຣະອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ​ໃນ​ຍາມ​ມີ​ຄວາມ​ອຶດຢາກ​ອາຫານ,ແລະ ຈາກ​ດາບ​ໃນ​ຍາມ​ທີ່​ມີ​ການ​ສູ້ຮົບ.21ເຈົ້າ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ຈາກ​ຄຳ​ນິນ​ທາ,ແລະ ບໍ່​ຕ້ອງ​ຢ້ານກົວ​ເມື່ອ​ຄວາມ​ພິນາດ​ມາ​ເຖິງ.22ເຈົ້າ​ຈະ​ຫົວຂວັນ​ໃສ່​ຄວາມ​ພິນາດ ແລະ ຄວາມ​ອຶດຢາກ​ອາຫານ,ແລະ ບໍ່​ຕ້ອງ​ຢ້ານກົວ​ສັດປ່າ​ຕ່າງໆ.23ເພາະ​ເຈົ້າ​ຈະ​ມີ​ຄໍາ​ສັນຍາ​ກັບ​ກ້ອນຫີນ​ໃນ​ທົ່ງນາ,ແລະ ສັດປ່າ​ຈະ​ຢູ່​ຢ່າງ​ສະຫງົບສຸກ​ກັບ​ເຈົ້າ.24ເຈົ້າ​ຈະ​ຮູ້​ວ່າ​ເຕັນ​ຂອງ​ເຈົ້າ​ປອດໄພ;ເຈົ້າ​ຈະ​ກວດ​ເບິ່ງ​ຊັບສົມບັດ​ຂອງ​ເຈົ້າ ແລະ ກໍ​ບໍ່​ພົບ​ວ່າ​ມີ​ອັນໃດ​ຂາດຫາຍ.25ເຈົ້າ​ຈະ​ໄດ້​ຮູ້​ວ່າ​ລູກຫລານ​ຂອງ​ເຈົ້າ​ຈະ​ມີ​ຢ່າງ​ຫລວງຫລາຍ,ແລະ ເຊື້ອສາຍ​ຂອງ​ເຈົ້າ​ເປັນ​ເໝືອນ​ຫຍ້າ​ເທິງ​ແຜ່ນດິນ​ໂລກ.26ເຈົ້າ​ຈະ​ມາ​ເຖິງ​ຂຸມ​ຝັງ​ສົບ​ເວລາ​ທີ່​ຍັງ​ແຂງແຮງ,ດັ່ງ​ຟ່ອນເຂົ້າ​ທີ່​ເກັບກ່ຽວ​ຕາມ​ລະດູການ.
27“ພວກເຮົາ​ໄດ້​ກວດສອບ​ສິ່ງນີ້ ແລະ ກໍ​ພົບ​ວ່າ​ເປັນ​ຄວາມຈິງ.ສະນັ້ນ ຈົ່ງ​ຟັງ ແລະ ນຳ​ເອົາ​ມັນ​ໄປ​ປະຕິບັດ​ກັບ​ໂຕ​ເຈົ້າ​ເອງ”.

Biblica, Inc.

https://app.library.bible/content/eab9312f9f16b3a2