ໂຢບ4

ເອລີຟັດ

1ແລ້ວ​ເອລີຟັດ​ຊາວ​ເຕມານ​ໄດ້​ຕອບ​ວ່າ:2“ຖ້າ​ຜູ້ໃດ​ກ້າ​ເວົ້າ​ກັບ​ເຈົ້າ​ຈັກ​ຄຳ, ເຈົ້າ​ຈະ​ອົດທົນ​ຟັງ​ໄດ້​ບໍ່?ແຕ່​ຜູ້ໃດ​ຈະ​ອົດທົນ​ໄດ້​ໂດຍ​ບໍ່​ເວົ້າ​ອອກ​ມາ?3ຄິດເບິ່ງ​ວ່າ​ເຈົ້າ​ໄດ້​ໃຫ້​ຄໍາ​ແນະນຳ​ຫລາຍ​ຄົນ,ເຈົ້າ​ໄດ້​ຊ່ວຍ​ຊູ​ຄົນ​ທີ່​ອ່ອນແຮງ​ໃຫ້​ມີ​ກຳລັງ​ຂຶ້ນ​ມາ​ແລ້ວ​ຢ່າງໃດ.4ຄຳ​ເວົ້າ​ຂອງ​ເຈົ້າ​ໄດ້​ຄ້ຳຊູ​ຜູ້​ທີ່​ສະດຸດ​ລົ້ມ;ເຈົ້າ​ໄດ້​ເຮັດ​ໃຫ້​ຫົວເຂົ່າ​ທີ່​ອ່ອນແຮງ​ເຂັ້ມແຂງ​ຂຶ້ນ.5ແຕ່​ດຽວ​ນີ້​ເມື່ອ​ຄວາມ​ເດືອດຮ້ອນ​ມາ​ເຖິງ​ເຈົ້າ, ແລະ ເຈົ້າ​ກໍ​ທໍ້​ຖອຍໃຈ;ເມື່ອ​ຄວາມ​ເດືອດຮ້ອນ​ໂຈມຕີ​ເຈົ້າ​ກໍ​ໝົດ​ກໍາລັງ​ໃຈ.6ຄວາມ​ຢໍາເກງ​ຂອງ​ເຈົ້າ​ຄວນ​ຈະ​ເປັນ​ຄວາມ​ໝັ້ນໃຈ​ຂອງ​ເຈົ້າແລະ ການ​ບໍ່​ມີ​ຕໍາໜິ​ຂອງ​ເຈົ້າ​ຄວນ​ຈະ​ເປັນ​ຄວາມຫວັງ​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ?
7“ບັດນີ້ ຈົ່ງ​ພິຈາລະນາ​ເບິ່ງ​ວ່າ: ມີ​ບໍ່​ຄົນ​ທີ່​ບໍລິສຸດ​ໄດ້​ພິນາດ​ຈິບຫາຍ?ມີ​ບໍ່​ຄົນທ່ຽງທໍາ​ໄດ້​ຖືກ​ທຳລາຍ?8ດັ່ງ​ທີ່​ຂ້ອຍ​ໄດ້​ສັງເກດ​ເຫັນ​ວ່າ, ຄົນ​ທີ່​ໄຖ​ຄວາມ​ຊົ່ວແລະ ຄົນ​ທີ່​ຫວ່ານ​ຄວາມ​ເດືອດຮ້ອນ​ກໍ​ເກັບ​ກ່ຽວ​ສິ່ງ​ນັ້ນ.9ພວກເຂົາ​ພິນາດ​ຈິບຫາຍ​ໂດຍ​ລົມ​ຫາຍໃຈ​ຂອງ​ພຣະເຈົ້າ;ພວກເຂົາ​ຖືກ​ທໍາລາຍ​ໝົດ​ສິ້ນ​ໄປ​ໂດຍ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ.10ສິງຜູ້​ອາດ​ຈະ​ແຜດ​ສຽງ​ຮ້ອງ ແລະ ຄວນຄາງ,ແຕ່​ແຂ້ວ​ຂອງ​ໂຕສິງ​ທີ່​ແຂງແຮງ​ກໍ​ຫັກ.11ໂຕ​ສິງ​ກໍ​ຈິບຫາຍ​ເພາະ​ຂາດ​ເຫຍື່ອ,ແລະ ລູກ​ຂອງ​ສິງ​ກໍ​ຈະ​ກະຈັດກະຈາຍ​ໄປ.
12“ມີ​ຖ້ອຍຄຳ​ອັນ​ເລິກລັບ​ມາ​ເຖິງ​ຂ້ອຍ,ຫູ​ຂອງ​ຂ້ອຍ​ໄດ້​ຍິນ​ສຽງ​ຊິ່ມ​ໃສ່​ຫູ.13ທ່າມກາງ​ຄວາມ​ຝັນ​ອັນ​ໜ້າຢ້ານ​ໃນ​ຕອນ​ກາງຄືນ,ຂະນະ​ທີ່​ຄົນ​ນອນຫລັບ​ສະໜິດ​ຢູ່,14ຄວາມຢ້ານ ແລະ ຄວາມ​ສັ່ນເຊັນ​ໂຈມຕີ​ຂ້ອຍແລະ ເຮັດ​ໃຫ້​ກະດູກ​ທັງໝົດ​ຂອງ​ຂ້ອຍ​ສັ່ນສະທ້ານ.15ດວງ​ວິນຍານ​ໜຶ່ງ​ໄດ້​ແລ່ນ​ຜ່ານ​ໜ້າ​ຂອງ​ຂ້ອຍ​ໄປ,ແລະ ຂົນ​ໜາວ​ຂອງ​ຂ້ອຍ​ກໍ​ລຸກ​ຂຶ້ນ.16ດວງ​ວິນຍານ​ນັ້ນ​ກໍ​ຢຸດ,ແຕ່​ຂ້ອຍ​ບອກ​ບໍ່​ໄດ້​ວ່າ​ສິ່ງນັ້ນ​ມັນ​ແມ່ນ​ຫຍັງ.ມີ​ຮູບຮ່າງ​ໜຶ່ງ​ຢູ່​ຕໍ່ໜ້າ​ຂອງ​ຂ້ອຍ,ແລະ ຂ້ອຍ​ໄດ້​ຍິນ​ສຽງ​ໜຶ່ງ​ເວົ້າ​ຄ່ອຍໆ​ວ່າ:17‘ມະນຸດ​ຈະ​ຊອບທຳ​ກວ່າ​ພຣະເຈົ້າ​ໄດ້​ບໍ?ຄົນ​ທີ່​ເຂັ້ມແຂງ​ຈະ​ບໍລິສຸດ​ກວ່າ​ພຣະຜູ້ສ້າງ​ຂອງ​ລາວ​ໄດ້​ບໍ?18ພຣະເຈົ້າ​ບໍ່​ໄວ້ວາງໃຈ​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ບໍ,ຖ້າ​ພຣະອົງ​ກ່າວໂທດ​ບັນດາ​ເທວະດາ​ຂອງ​ພຣະອົງ​ດ້ວຍ​ຄວາມ​ຜິດ,19ຜູ້​ທີ່​ອາໄສ​ໃນ​ເຮືອນ​ດິນ​ໜຽວ​ຈະ​ຫລາຍກວ່າ​ນັ້ນ​ເທົ່າ​ໃດ,ທີ່​ຮາກຖານ​ຢູ່​ໃນ​ຂີ້ຝຸ່ນ​ດິນ,ຜູ້​ທີ່​ຍ່ອງ​ໃຫ້​ຕາຍ​ໄດ້​ງ່າຍ​ກວ່າ​ແມງເມົ່າ!20ລະຫວ່າງ​ຕອນເຊົ້າ ແລະ ຕອນແລງ ພວກເຂົາ​ກໍ​ແຕກ​ອອກ​ເປັນ​ປ່ຽງໆ;ພວກເຂົາ​ກໍ​ພິນາດຈິບຫາຍ​ຕະຫລອດໄປ​ໂດຍ​ບໍ່​ມີ​ຜູ້ໃດ​ສັງເກດ​ເຫັນ.21ເຊືອກ​ເຕັນ​ຂອງ​ພວກເຂົາ​ບໍ່​ໄດ້​ຖືກ​ຄຶງ​ອອກ,ຈົນ​ກວ່າ​ພວກເຂົາ​ຕາຍ​ໄປ​ໂດຍ​ບໍ່​ມີ​ສະຕິປັນຍາ​ບໍ່​ແມ່ນ​ບໍ?’ 

Biblica, Inc.

https://app.library.bible/content/eab9312f9f16b3a2