ໂຢບ41
1“ເຈົ້າຈັບເລວີອາທັນ ດ້ວຍເບັດໄດ້ບໍຫລື ມັດລີ້ນຂອງມັນດ້ວຍເຊືອກໄດ້ບໍ່?2ເຈົ້າສາມາດເອົາເຊືອກຄ້ອງດັງຂອງມັນໄດ້ບໍຫລື ເອົາຂໍເກາະຄາງກະໄຕຂອງມັນໄດ້ບໍ່?3ມັນຈະອ້ອນວອນຂໍຄວາມເມດຕາຈາກເຈົ້າບໍ?ມັນຈະເວົ້າກັບເຈົ້າຢ່າງອ່ອນຫວານບໍ?4ມັນຈະຍອມສັນຍາກັບເຈົ້າບໍເພື່ອເອົາມັນມາເປັນຂ້າທາດຂອງເຈົ້າຕະຫລອດຊີວິດຫລືບໍ່?5ເຈົ້າຈະເຮັດໃຫ້ມັນເປັນສັດລ້ຽງເໝືອນດັ່ງນົກໄດ້ບໍຫລື ໃຫ້ສາວຮັບໃຊ້ມັດເຊືອກຈູງມັນໃນເຮືອນຂອງເຈົ້າໄດ້ບໍ?6ພໍ່ຄ້າຈະມາຕໍ່ລອງລາຄາຊື້ມັນບໍ?ພວກເຂົາຈະແບ່ງມັນໃນທ່າມກາງພວກພໍ່ຄ້າໄດ້ຫລືບໍ່?7ເຈົ້າຈະເອົາຫລາວແທງຜິວໜັງຂອງມັນໄດ້ບໍ?ຫລື ເອົາຫອກແທງຫົວຂອງມັນໄດ້ບໍ?8ຖ້າເຈົ້າລົງມືຈັບມັນຄັ້ງໜຶ່ງເຈົ້າຈະຈົດຈຳການຕໍ່ສູ້ ແລະ ເຂັດຫລາບບໍ່ຢາກເຮັດອີກ!9ເປັນຄວາມຫວັງລົມໆແລ້ງໆທີ່ຄິດຈະປາບມັນ;ພຽງແຕ່ເຫັນມັນກໍທໍ້ໃຈແລ້ວ.10ບໍ່ມີຜູ້ໃດໂຫດຮ້າຍພໍທີ່ຈະໄປຍົວະມັນ.ແລ້ວຜູ້ໃດຈະສາມາດຢືນຕໍ່ໜ້າເຮົາໄດ້?11ຜູ້ໃດຈະຟ້ອງຮ້ອງເຮົາວ່າເຮົາຈະຕ້ອງໃຊ້ຄືນ?ທຸກສິ່ງພາຍໃຕ້ຟ້າສະຫວັນເປັນຂອງເຮົາ.12“ເຮົາຈະບໍ່ເຊົາກ່າວເຖິງຂາຂອງເລວີອາທັນ,ກຳລັງ ແລະ ຮູບຮ່າງອັນສະຫງ່າງາມຂອງມັນ.13ຜູ້ໃດສາມາດລອກໜັງຊັ້ນນອກຂອງມັນອອກໄດ້?ຜູ້ໃດສາມາດເຈາະເສື້ອເກາະສອງຊັ້ນທີ່ຫຸ້ມໜັງຂອງມັນໄດ້?14ຜູ້ໃດຈະກ້າເປີດປາກຂອງມັນ,ເຊິ່ງມີແຂ້ວເປັນຕາຢ້ານລຽງກັນຢູ່?15ຫລັງຂອງມັນມີເກັດເປັນແຖວເໝືອນໂລ່ ຊ້ອນກັນປິດໄວ້ຢ່າງສະໜິດ;16ເກັດແຕ່ລະອັນລຽງຕິດກັນຢ່າງໜາແໜ້ນຈົນອາກາດຜ່ານເຂົ້າໄປບໍ່ໄດ້.17ເກັດທັງໝົດເຊື່ອມຕໍ່ກັນຢ່າງວ່ອງໄວ;ມັນເກາະຕິດກັນ ແລະ ບໍ່ສາມາດແຍກຈາກກັນໄດ້.18ເວລາມັນຈາມແສງໄຟມາບແມບພຸ່ງອອກມາ;ດວງຕາຂອງມັນເໝືອນດັ່ງແສງຕາເວັນຂຶ້ນ.19ແປວໄຟພົ່ນອອກຈາກປາກຂອງມັນ;ມີປະກາຍໄຟອອກມາ.20ຄວັນພົ່ນຈາກຮູດັງຂອງມັນເໝືອນດັ່ງອາຍຄວັນຈາກໝໍ້ຕົ້ມນ້ຳກໍາລັງຟົດທີ່ໃຊ້ຕົ້ນອໍ້ເປັນຟືນ.21ລົມຫາຍໃຈຂອງມັນຈູດຖ່ານໃຫ້ລຸກໄໝ້,ແລະ ແປວໄຟພົ່ນອອກມາຈາກປາກຂອງມັນ.22ຄໍຂອງມັນມີກຳລັງມະຫາສານ;ເມື່ອຢູ່ຕໍ່ໜ້າມັນກໍຢ້ານກົວຕົວສັ່ນເຊັນ.23ກ້າມຊີ້ນຂອງມັນຕິດກັນແໜ້ນ;ມັນແຂງແກ່ນ ແລະ ເໜັງບໍ່ໄດ້.24ໜ້າເອິກຂອງມັນແຂງດັ່ງຫີນ,ແກ່ນດັ່ງແທ່ນແຂງຂອງຫີນໂມ້.25ເມື່ອມັນລຸກຂຶ້ນ, ຄົນແຂງແຮງທີ່ສຸດກໍຢ້ານກົວ;ມັນເໜັງຕີງ ພວກເຂົາກໍຖອຍໜີໄປ.26ດາບທີ່ແທງມັນກໍບໍ່ມີຜົນແຕ່ຢ່າງໃດ,ແມ່ນແຕ່ຫອກ ຫລື ລູກທະນູ ຫລື ຫລາວບໍ່ມີຜົນຕໍ່ມັນ.27ສຳລັບມັນ ເຫລັກກໍເໝືອນດັ່ງເຟືອງແລະ ທອງສຳລິດເໝືອນດັ່ງໄມ້ໂດກ.28ລູກທະນູບໍ່ສາມາດເຮັດໃຫ້ມັນປົບໜີໄປ,ສຳລັບມັນ ຫີນສະລິງກໍເປັນເໝືອນຂີ້ແກບ.29ກະບອງກໍສໍ່າກັບເຟືອງເສັ້ນໜຶ່ງ;ມັນຫົວເຢາະເຢີ້ຍຫອກທີ່ຊັດເຂົ້າໃສ່.30ພື້ນທ້ອງຂອງມັນປົກຄຸມດ້ວຍເກັດແຫລມດັ່ງເສດໝໍ້ແຕກ,ມັນຖິ້ມຮອຍໄວ້ໃນຂີ້ຕົມເໝືອນໄມ້ແປ້ນຟາດເຂົ້າ.31ມັນເຮັດໃຫ້ນໍ້າເລິກປັ່ນປ່ວນເໝືອນດັ່ງນໍ້າຮ້ອນຟົດແລະ ກວນທະເລເໝືອນດັ່ງນໍ້າຟົດໃນໝໍ້.32ມັນຖິ້ມຟອງເຫລື້ອມມາບແມບໄວ້ເບື້ອງຫລັງຂອງມັນ;ຜູ້ໃດເຫັນຄົງຄິດວ່າທະເລມີຜົມຫງອກ.33ບໍ່ມີສິ່ງໃດໃນໂລກນີ້ທີ່ເໝືອນມັນຄືເປັນສັດທີ່ບໍ່ຮູ້ຈັກຄວາມຢ້ານ.34ມັນດູຖູກສັດທີ່ຈອງຫອງທັງໝົດ;ມັນເປັນກະສັດເໜືອທຸກສິ່ງທີ່ໂອ້ອວດ”.
Biblica, Inc.