ໂຢບ40
1ພຣະເຈົ້າຢາເວໄດ້ກ່າວກັບໂຢບວ່າ:2“ຜູ້ທີ່ໂຕ້ຖຽງກັບອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະປ່ຽນແປງພຣະອົງໄດ້ບໍ?ໃຫ້ຄົນທີ່ກ່າວຫາພຣະເຈົ້າຕອບມາເບິ່ງດຸ!”3ໂຢບໄດ້ຕອບພຣະເຈົ້າຢາເວວ່າ:4“ຂ້ານ້ອຍບໍ່ຄູ່ຄວນ ແລ້ວຂ້ານ້ອຍຈະຕອບພຣະອົງໄດ້ຢ່າງໃດ?ຂ້ານ້ອຍເອົາມືປິດປາກຂອງຕົນໄວ້5ຂ້ານ້ອຍເວົ້າໄປເທື່ອໜຶ່ງແລ້ວ, ແຕ່ຂ້ານ້ອຍບໍ່ໄດ້ຄຳຕອບຂ້ອຍເວົ້າສອງສາມຄັ້ງແລ້ວ, ແຕ່ຂ້ານ້ອຍຈະບໍ່ເວົ້າອີກ”.6ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂຢບອອກມາຈາກລົມພະຍຸວ່າ:7“ຈົ່ງຄາດແອວໄວ້ດັ່ງຜູ້ຊາຍ;ເຮົາຈະຖາມເຈົ້າ,ແລ້ວເຈົ້າຈົ່ງຕອບເຮົາ.8“ເຈົ້າຈະເຮັດໃຫ້ຄວາມຍຸຕິທຳຂອງເຮົາເສື່ອມເສຍໄປບໍ?ເຈົ້າຈະກ່າວໂທດເຮົາເພື່ອພິສູດຕົນເອງບໍ?9ເຈົ້າມີແຂນທີ່ແຂງແຮງເໝືອນດັ່ງແຂນຂອງພຣະເຈົ້າບໍ?ແລະ ເຈົ້າຮ້ອງອອກມາເປັນສຽງຟ້າຮ້ອງເໝືອນດັ່ງພຣະອົງໄດ້ບໍ?10ສະນັ້ນ ຈົ່ງປະດັບຕົວດ້ວຍ ສະຫງ່າລາສີ ແລະ ຄວາມສະຫງ່າງາມ,ແລະ ນຸ່ງຫົ່ມຕົວດ້ວຍກຽດສັກສີ ແລະ ບາລະມີ.11ຈົ່ງລະບາຍຄວາມໂກດຮ້າຍຂອງເຈົ້າອອກມາເບິ່ງດຸ,ເບິ່ງທຸກຄົນທີ່ຍິ່ງຈອງຫອງ ແລະ ເຮັດໃຫ້ພວກເຂົາຕົກຕ່ຳລົງມາເບິ່ງດຸ,12ຈົ່ງເບິ່ງທຸກຄົນທີ່ໂອ້ອວດ ແລະ ເຮັດໃຫ້ພວກເຂົາຕ່ຳລົງ,ຈົ່ງຍ່ອງຄົນຊົ່ວຮ້າຍໃນບ່ອນທີ່ພວກເຂົາຢືນຢູ່ແມ.13ຈົ່ງຝັງພວກເຂົາທຸກຄົນໄວ້ໃນຂີ້ຝຸ່ນດິນນໍາກັນ;ແລະ ຖົມໜ້າພວກເຂົາໄວ້ໃນຂຸມຝັງສົບ.14ແລ້ວເຮົາເອງຈະຍອມຮັບເຈົ້າວ່າມືຂວາຂອງເຈົ້າຊ່ວຍເຈົ້າເອງໃຫ້ພົ້ນໄດ້.15“ຈົ່ງເບິ່ງເບເຮໂມດ,ເຊິ່ງເຮົາໄດ້ສ້າງມັນຂຶ້ນມາເໝືອນທີ່ເຮົາສ້າງເຈົ້າມັນກິນຫຍ້າເໝືອນດັ່ງງົວໂຕໜຶ່ງ.16ມີມັນກໍາລັງແຮງຫລາຍຢູ່ທີ່ແອວຂອງມັນ,ແລະ ມັນມີອໍານາດຫລາຍຢູ່ທີ່ກ້າມທ້ອງຂອງມັນ!17ຫາງຂອງມັນແກວ່ງໄປມາດັ່ງຕົ້ນໄມ້ສີດາ;ເສັ້ນເອັນຕົ້ນຂາຂອງມັນສານເຂົ້າກັນຢ່າງໜຽວແໜ້ນ.18ກະດູກຂອງມັນເໝືອນດັ່ງທ່ອນທອງສຳລິດ,ຂາຂອງມັນເໝືອນດັ່ງທ່ອນເຫລັກ.19ມັນຢູ່ໃນອັນດັບທຳອິດຂອງການງານຕ່າງໆທີ່ພຣະເຈົ້າສ້າງ,ແຕ່ພຣະຜູ້ສ້າງເຂົ້າໃກ້ມັນພ້ອມດ້ວຍດາບຂອງຕົນ.20ເນີນພູກໍຜະລິດອາຫານຂອງມັນ,ແລະ ສັດປ່າທັງປວງແລ່ນຫລິ້ນຢູ່ໃກ້ໆ.21ມັນນອນລົງກ້ອງກໍບົວ,ເຊື່ອງຕົນຢູ່ກາງປ່າອໍ້ໃນບຶງ.22ມັນລີ້ຊ້ອນຢູ່ໃຕ້ຮົ່ມບົວ,ກາງຕົ້ນປໍປາທີ່ຢູ່ຕາມແຄມແມ່ນ້ຳ.23ການປັ່ນປ່ວນຂອງແມ່ນໍ້າບໍ່ໄດ້ເຮັດມັນຕື່ນຕົກໃຈ;ແມ່ນວ່າແມ່ນ້ຳຈໍແດນລົ້ນຖ້ວມປາກຂອງມັນ, ມັນກໍປອດໄພ;24ຜູ້ໃດສາມາດຈັບມັນໄດ້ຂະນະທີ່ມັນຍັງມືດຕາຢູ່, ຫລື ວາງແຮ້ວຈັບມັນ ແລະ ແທງດັງຂອງມັນໄດ້?
Biblica, Inc.