ໂຢບ39
1“ເຈົ້າຮູ້ບໍວ່າແບ້ທີ່ເທິງພູເຂົາເກີດລູກເມື່ອໃດ?ເຈົ້າເຝົ້າເບິ່ງກວາງແມ່ເກີດລູກບໍ?2ເຈົ້ານັບເດືອນຈົນກວ່າພວກມັນເກີດລູກບໍ?ເຈົ້າຮູ້ຈັກເວລາທີ່ພວກມັນຈະເກີດລູກບໍ?3ພວກມັນໝອບໂຕລົງ ແລະ ກໍເກີດລູກອ່ອນ;ການເຈັບທ້ອງເກີດລູກຂອງພວກມັນໄດ້ສິ້ນສຸດລົງ.4ລູກອ່ອນຂອງພວກມັນໃຫຍ່ຂຶ້ນ ແລະ ແຂງແຮງດີຢູ່ໃນປ່າ;ພວກມັນກໍໜີໄປ ແລະ ບໍ່ກັບຄືນມາອີກ.5“ຜູ້ໃດປ່ອຍລໍປ່າໃຫ້ເປັນອິດສະຫລະ?ຜູ້ໃດແກ້ເຊືອກທີ່ຜູກມັນໄວ້?6ເຮົາໄດ້ໃຫ້ບ່ອນຫ່າງໄກເປັນບ້ານຂອງມັນ,ແລະ ໃຫ້ທົ່ງພຽງທີ່ມີດິນເຄັມເປັນບ່ອນອາໄສຂອງມັນ.7ມັນຫົວຂວັນຄວາມວຸ້ນວາຍໃນຕົວເມືອງ;ມັນບໍ່ໄດ້ຍິນສຽງຮ້ອງຂອງຜູ້ຂັບຂີ່.8ມັນໄປຕາມເນີນພູເປັນທົ່ງຫຍ້າຂອງມັນແລະ ມັນຊອກຫາພືດທີ່ເປັນສີຂຽວທຸກຊະນິດ.9“ງົວປ່າຈະຍອມຮັບໃຊ້ເຈົ້າບໍ?ມັນຈະອາໄສຢູ່ຄອກຂອງເຈົ້າໃນຍາມກາງຄືນບໍ?10ເຈົ້າສາມາດຈັບງົວປ່າມາເພື່ອລາກໄຖໄດ້ບໍ?ມັນຈະຍອມໄຖທົ່ງນາຕາມເຈົ້າຫລືບໍ່?11ເຈົ້າຈະເພິ່ງພາກຳລັງມະຫາສານຂອງມັນບໍ?ເຈົ້າຈະມອບວຽກໜັກໃຫ້ມັນເຮັດໄດ້ບໍ?12ເຈົ້າຈະໄວ້ວາງໃຈໃຫ້ມັນລາກເມັດເຂົ້າຂອງເຈົ້າແລະ ນໍາມັນມາທີ່ລານຟາດເຂົ້າຂອງເຈົ້າຫລືບໍ່?13“ປີກຂອງນົກກະຈອກເທດພືອອກຢ່າງຊື່ນຊົມຍິນດີ,ແຕ່ປີກຂອງມັນບໍ່ສາມາດທຽບປຽບກັບປີກ ແລະ ຂົນຂອງນົກກະສາດຳໄດ້.14ມັນວາງໄຂ່ຂອງມັນຢູ່ເທິງພື້ນດິນແລະ ປ່ອຍໃຫ້ໄຂ່ຂອງມັນອຸ່ນຢູ່ໃນດິນຊາຍ,15ໂດຍບໍ່ສົນໃຈວ່າໄຂ່ມັນອາດຈະຖືກຢຽບແຕກ,ຫລື ສັດປ່າຈະມາຢຽບໄຂ່ຂອງມັນ.16ມັນເຮັດກັບລູກອ່ອນຢ່າງໂຫດຮ້າຍເໝືອນກັບວ່າພວກມັນບໍ່ແມ່ນລູກຂອງຕົນ;ມັນບໍ່ສົນໃຈວ່າເຫື່ອແຮງຂອງມັນເສຍໄປລ້າໆ,17ເພາະພຣະເຈົ້າບໍ່ໄດ້ໃຫ້ສະຕິປັນຍາແກ່ມັນຫລື ໃຫ້ຄວາມຮູ້ສຶກດີໆແກ່ມັນ.18ແຕ່ເມື່ອມັນພືປີກອອກແລ່ນໄປ,ມັນຫົວຂວັນໃສ່ມ້າ ແລະ ຄົນທີ່ຂີ່ມ້າ.19“ເຈົ້າໃຫ້ກຳລັງແກ່ມ້າແລະ ໃຫ້ຂົນຍາວທີ່ປົກຄໍຂອງມັນບໍ?20ເຈົ້າເຮັດໃຫ້ມັນກະໂດດເຕັ້ນເໝືອນດັ່ງຕັກແຕນບໍສຽງຫາຍໃຈຂອງມັນບໍ່ເປັນຕາໜ້າຢ້ານບໍ?21ໂບກຕີນຂອງມັນຄວັດພື້ນດິນ, ມັນຊື່ນຊົມຍິນດີໃນກຳລັງຂອງມັນ,ແລະ ແລ່ນເຂົ້າໄປໃນເດີນຕໍ່ສູ້.22ມັນຫົວຂວັນໃສ່ຄວາມຢ້ານ, ເພາະມັນບໍ່ຢ້ານກົວສິ່ງໃດ;ມັນບໍ່ແລ່ນໜີຈາກຄົມດາບ.23ລູກທະນູພຸ່ງມາທາງດ້ານຂ້າງ,ພ້ອມກັບຫອກ ແລະ ແສງທີ່ສ່ອງປະກາຍມາບໆ.24ມັນຄວັດຂີ້ດິນຢ່າງບໍ່ຢຸດບໍ່ເຊົາ;ເມື່ອສຽງແກດັງຂຶ້ນ ມັນຢືນຢູ່ເສີຍໆບໍ່ໄດ້.25ເມື່ອໄດ້ຍິນສຽງແກມັນກໍຮ້ອງຂຶ້ນ!ມັນໄດ້ກິ່ນການສູ້ຮົບກັນຈາກບ່ອນໄກ,ຄືສຽງຮ້ອງຂອງຜູ້ບັນຊາການ ແລະ ສຽງຮ້ອງສູ້ຮົບ.26“ແຫລວບິນຂຶ້ນໄປດ້ວຍປັນຍາຂອງເຈົ້າບໍແລະ ພືປີກຂອງມັນບິນອອກໄປທາງໃຕ້?27ນົກອິນຊີບິນຂຶ້ນໄປໃນທ້ອງຟ້າ ແລະ ສ້າງຮັງຂອງມັນຢູ່ເທິງບ່ອນສູງຕາມຄຳສັ່ງຂອງເຈົ້າບໍ?28ມັນອາໄສຢູ່ເທິງໜ້າຜາ ແລະ ພັກຢູ່ທີ່ນັ້ນໃນຍາມກາງຄືນ;ຜາສູງເປັນບ່ອນກຳບັງອັນແຂງແກ່ນຂອງມັນ.29ຈາກທີ່ນັ້ນມັນຊອກຫາອາຫານ;ຕາຂອງມັນເບິ່ງເຫັນເຫຍື່ອຈາກທີ່ໄກ.30ລູກນ້ອຍຂອງມັນດູດກິນເລືອດ,ແລະ ມີຄົນຖືກຂ້າຢູ່ບ່ອນໃດ ມັນກໍຢູ່ທີ່ນັ້ນ”.
Biblica, Inc.