ໂຢບ3
ຄຳເວົ້າຂອງໂຢບ
1ຕໍ່ມາ, ໂຢບອ້າປາກຂອງຕົນ ແລະ ສາບແຊ່ງມື້ທີ່ຕົນເກີດມາ.2ໂຢບເວົ້າວ່າ:3“ຂໍໃຫ້ວັນທີ່ຂ້ານ້ອຍເກີດມານັ້ນພິນາດໄປ,ແລະ ຄືນທີ່ພວກເຂົາເວົ້າກັນວ່າ ‘ເດັກຊາຍຄົນໜຶ່ງເກີດມາ ຈົ່ງຈິບຫາຍໄປສາ!’4ຂໍໃຫ້ວັນນັ້ນກັບກາຍເປັນຄວາມມືດ;ຂໍພຣະເຈົ້າເບື້ອງເທິງຢ່າສົນໃຈກັບວັນນັ້ນ;ຂໍຢ່າໃຫ້ມີແສງສະຫວ່າງສ່ອງໃນວັນນັ້ນ;5ຂໍໃຫ້ຄວາມໂສກເສົ້າ ແລະ ຄວາມມືດມິດ ປົກຄຸມມັນໄວ້;ຂໍໃຫ້ເມກປົກຄຸມມັນ.ຂໍໃຫ້ຄວາມມືດບັງແສງສະຫວ່າງຂອງວັນນັ້ນ.6ໃນຄືນນັ້ນ ຂໍໃຫ້ຄວາມມືດຕຶບປົກຄຸມກາງຄືນທີ່ຂ້ານ້ອຍໄດ້ເກີດມານັ້ນ;ຂໍໃຫ້ຢ່ານັບວັນນັ້ນທ່າມກາງວັນຕ່າງໆຂອງປີຫລື ຢ່ານັບມັນເຂົ້າໃນເດືອນໃດໆອີກເລີຍ.7ຂໍໃຫ້ຄືນນັ້ນເປັນໝັນ;ຢ່າໃຫ້ໄດ້ຍິນສຽງໂຫ່ຮ້ອງຍິນດີ.8ຂໍໃຫ້ບັນດາຄົນທີ່ສາບແຊ່ງຈົ່ງສາບແຊ່ງວັນນັ້ນ, ຜູ້ທີ່ພ້ອມຈະປຸກເອີ້ນເລວີອາທັນ ຂຶ້ນມາ.9ຂໍໃຫ້ດາວອາລຸນໃນເຊົ້ານັ້ນດັບແສງໄປ;ຂໍໃຫ້ມັນລໍຖ້າແສງສະຫວ່າງໂດຍບໍ່ມີປະໂຫຍດແລະ ບໍ່ເຫັນແສງຕາເວັນຂຶ້ນທໍາອິດ,10ເພາະມັນບໍ່ໄດ້ປິດປາກມົດລູກໃສ່ຂ້ານ້ອຍເພື່ອເຊື່ອງຄວາມເດືອດຮ້ອນຈາກຕາຂອງຂ້ານ້ອຍ.11“ເປັນຫຍັງຂ້ານ້ອຍຈຶ່ງບໍ່ຕາຍຕັ້ງແຕ່ເກີດມາ,ແລະ ຕາຍໄປຂະນະທີ່ຂ້ອຍອອກມາຈາກທ້ອງ?12ເປັນຫຍັງຈຶ່ງມີຕັກທີ່ຮອງຮັບຂ້ານ້ອຍໄວ້ແລະ ມີເອິກທີ່ລ້ຽງດູຂ້ານ້ອຍ?13ບັດນີ້ຂ້ານ້ອຍຈະນອນລົງຢ່າງສະຫງົບ;ຂ້ານ້ອຍຈະນອນຫລັບ ແລະ ພັກຜ່ອນຢູ່14ກັບບັນດາກະສັດ ແລະ ຜູ້ນໍາຂອງໂລກ,ຜູ້ສ້າງສະຖານທີ່ສຳລັບຕົນ ເຊິ່ງບັດນີ້ຫັກພັງ,15ກັບບັນດາເຈົ້ານາຍທີ່ມີຄໍາ,ຄືຜູ້ທີ່ເຕີມເຕັມເຮືອນຂອງພວກເຂົາດ້ວຍເງິນ.16ຫລື ເປັນຫຍັງຂ້ານ້ອຍຈຶ່ງບໍ່ຖືກເຊື່ອງໄວ້ໃນດິນເໝືອນເດັກນ້ອຍທີ່ຫາເກີດແລ້ວກໍຕາຍໄປ,ເປັນດັ່ງເດັກນ້ອຍທີ່ບໍ່ເຄີຍເຫັນແສງສະຫວ່າງໃນຕອນກາງເວັນ?17ຢູ່ທີ່ນັ້ນຄົນຊົ່ວຮ້າຍຢຸດວຸ້ນວາຍ,ແລະ ຄົນທີ່ອິດເມື່ອຍໄດ້ພັກສະຫງົບ.18ຊະເລີຍຢູ່ຢ່າງສະບາຍ;ພວກເຂົາບໍ່ໄດ້ຍິນສຽງຮ້ອງໃສ່ຈາກເຈົ້ານາຍອີກ.19ຜູ້ຕໍ່າຕ້ອຍທີ່ສຸດ ແລະ ຜູ້ໃຫຍ່ທີ່ສຸດກໍຢູ່ທີ່ນັ້ນ,ແລະ ພວກຂ້າທາດກໍເປັນອິດສະຫລະຈາກເຈົ້ານາຍຂອງຕົນ.20“ເປັນຫຍັງຈຶ່ງຍັງໃຫ້ແສງສະຫວ່າງແກ່ຜູ້ທີ່ທຸກລຳບາກ,ແລະ ໃຫ້ຊີວິດແກ່ຜູ້ທີ່ມີຈິດວິນຍານທີ່ຂົມຂື່ນ,21ໃຫ້ຜູ້ທີ່ຫິວກະຫາຍຫາຄວາມຕາຍແຕ່ບໍ່ພົບ,ຜູ້ທີ່ຊອກຫາມັນຫລາຍກວ່າຊອກຫາຂຸມຊັບທີ່ຖືກເຊື່ອງໄວ້,22ຜູ້ເຕັມໄປດ້ວຍຄວາມຍິນດີແລະ ຊື່ນຊົມຍິນດີເມື່ອພວກເຂົາໄດ້ໄປເຖິງຂຸມຝັງສົບ?23ເປັນຫຍັງຈຶ່ງໃຫ້ຊີວິດກັບຄົນໜຶ່ງທີ່ທາງຂອງລາວຖືກເຊື່ອງໄວ້,ຜູ້ທີ່ພຣະເຈົ້າໄດ້ລ້ອມທາງເອົາໄວ້?24ເພາະການຖອນຫາຍໃຈໄດ້ກາຍເປັນອາຫານປະຈໍາວັນຂອງຂ້ານ້ອຍ;ສຽງຄວນຄາງຂອງຂ້ານ້ອຍອອກມາເໝືອນນ້ຳ,25ສິ່ງທີ່ຂ້ານ້ອຍຢ້ານໄດ້ມາເຖິງຂ້ານ້ອຍ;ສິ່ງທີ່ຂ້ານ້ອຍຢ້ານກົວຫລາຍໄດ້ເກີດຂຶ້ນກັບຂ້ານ້ອຍ;26ຂ້ານ້ອຍບໍ່ມີສັນຕິສຸກ, ບໍ່ມີຄວາມສະຫງົບ;ຂ້ານ້ອຍບໍ່ໄດ້ພັກຜ່ອນ, ມີແຕ່ຄວາມວຸ້ນວາຍເທົ່ານັ້ນ”.Biblica, Inc.