ໂຢບ38
ພຣະເຈົ້າຢາເວກ່າວ
1ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂຢບອອກມາຈາກລົມພະຍຸ. ພຣະອົງໄດ້ກ່າວວ່າ:2“ຜູ້ໃດທີ່ປິດບັງແຜນການຂອງເຮົາໄດ້ດ້ວຍຖ້ອຍຄຳທີ່ປາດສະຈາກຄວາມຮູ້?3ຈົ່ງຄາດແອວຂອງຕົນດັ່ງຜູ້ຊາຍ;ເຮົາຈະຖາມເຈົ້າ,ແລ້ວເຈົ້າຈະຕອບເຮົາ,4“ເຈົ້າຢູ່ໃສເມື່ອເຮົາວາງຮາກຖານຂອງແຜ່ນດິນໂລກ?ຖ້າເຈົ້າເຂົ້າໃຈ, ຈົ່ງບອກເຮົາມາ.5ຜູ້ໃດທີ່ກຳນົດຂະໜາດຂອງໂລກ? ເຈົ້າຮູ້ແນ່ນອນ!ຜູ້ໃດເປັນຜູ້ຄຶງເຊືອກວັດແທກອ້ອມໂລກ?6ອັນໃດທີ່ຄ້ຳຊູຖານຮາກຂອງມັນໄວ້,ແລະ ຜູ້ໃດເປັນຜູ້ວາງຫີນເສົາເອກຂອງມັນ7ຂະນະທີ່ບັນດາດວງດາວຍາມເຊົ້າຮ້ອງເພງນໍາກັນແລະ ເທວະດາທັງໝົດ ໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີ?8“ຜູ້ໃດເປັນຜູ້ປິດປະຕູຕັນທະເລໄວ້ເມື່ອມັນລະເບີດອອກມາຈາກແຫລ່ງຂອງມັນ,9ເມື່ອເຮົາສ້າງເມກເປັນເຄື່ອງນຸ່ງຂອງມັນແລະ ຫຸ້ມຫໍ່ມັນດ້ວຍຄວາມມືດໜາ,10ເມື່ອເຮົາໄດ້ກຳນົດຂອບເຂດຂອງມັນໄວ້ແລະ ຕັ້ງປະຕູ ແລະ ໄລຕັນມັນໄວ້,11ເມື່ອເຮົາໄດ້ກ່າວວ່າ, ‘ເຈົ້າໄປໄດ້ໄກເທົ່ານີ້ ແລະ ຈະໄປໄກກວ່ານີ້ກໍບໍ່ໄດ້;ຄື້ນຊັດຂອງເຈົ້າຈະຢຸດຢູ່ພຽງບ່ອນນີ້’?12“ເຈົ້າເຄີຍຄໍາສັ່ງໃຫ້ຮຸ່ງເຊົ້າມາເຖິງ,ຫລື ກຳນົດບ່ອນຢູ່ໃຫ້ແກ່ຍາມເຊົ້າ,13ເພື່ອໃຫ້ມັນຢຶດຂອບແຜ່ນດິນໂລກແລະ ສັ່ນຄົນຊົ່ວອອກໄປຈາກແຜ່ນດິນໂລກບໍ?14ແຜ່ນດິນໂລກເປັນຮູບຮ່າງຂຶ້ນມາ ເໝືອນດິນໜຽວພາຍໃຕ້ຕາປະທັບ;ລັກສະນະຂອງມັນໂດດເດັ່ນເໝືອນດັ່ງເສື້ອຜ້າອາພອນ.15ຄົນຊົ່ວຖູກປະຕິເສດແສງສະຫວ່າງ,ແລະ ແຂນທີ່ຍົກຂຶ້ນຂອງພວກເຂົາກໍຖືກຫັກ.16“ເຈົ້າເຄີຍເດີນທາງໄປເຖິງນ້ຳພຸຂອງທະເລຫລື ເຄີຍຍ່າງໃນບ່ອນທີ່ເລິກຂອງມັນບໍ?17ປະຕູແຫ່ງຄວາມຕາຍເຄີຍຖືກເປີດເຜີຍໃຫ້ເຈົ້າເຫັນບໍ?ເຈົ້າເຄີຍເຫັນປະຕູແຫ່ງຄວາມມືດທີ່ສຸດ ບໍ?18ເຈົ້າຮູ້ຄວາມກວ້າງໃຫຍ່ຂອງແຜ່ນດິນໂລກຫລືບໍ່?ຖ້າເຈົ້າຮູ້ທຸກສິ່ງນີ້, ຈົ່ງບອກເຮົາມາ.19“ຫົນທາງທີ່ນຳໄປສູ່ບ່ອນຢູ່ຂອງຄວາມສະຫວ່າງເປັນແນວໃດ?ແລະ ຄວາມມືດອາໄສຢູ່ໃສ?20ເຈົ້ານຳພວກມັນກັບໄປບ່ອນຂອງພວກມັນໄດ້ບໍ?ເຈົ້າຮູ້ຈັກເສັ້ນທາງໄປທີ່ບ່ອນຢູ່ຂອງພວກມັນບໍ?21ແນ່ນອນເຈົ້າຮູ້ຈັກ, ເພາະເຈົ້າໄດ້ເກີດມາແລ້ວ!ແລະ ເຈົ້າໄດ້ຢູ່ມາເປັນເວລາຫລາຍປີແລ້ວ!22“ເຈົ້າໄດ້ເຂົ້າໄປໃນບ່ອນເກັບຫິມະຫລື ເຄີຍເຫັນບ່ອນເກັບໝາກເຫັບບໍ23ເຊິ່ງເຮົາຮັກສາໄວ້ສໍາລັບເວລາເດືອດຮ້ອນ,ສຳລັບມື້ທີ່ມີສົງຄາມ ແລະ ການສູ້ຮົບແລ້ວບໍ?24ຫົນທາງໄປສູ່ບ່ອນທີ່ຟ້າແມບກະຈາຍນັ້ນຢູ່ໃສ,ຫລື ບ່ອນທີ່ລົມຕາເວັນອອກພັດກະຈາຍໄປທົ່ວແຜ່ນດິນໂລກຢູ່ບ່ອນໃດ?25ຜູ້ໃດຂຸດຮ່ອງໃຫ້ຫ່າຝົນຕົກລົງມາ,ແລະ ຈັດທາງໃຫ້ແກ່ລົມພະຍຸ,26ເພື່ອຫົດດິນແດນທີ່ບໍ່ມີຜູ້ໃດອາໄສຢູ່,ຫົດຖິ່ນແຫ້ງແລ້ງກັນດານທີ່ບໍ່ມີຄົນຢູ່,27ເພື່ອໃຫ້ຄວາມຊຸ່ມຊື່ນແກ່ດິນແດນອັນແຫ້ງແລ້ງແຕກແຫງແລະ ໃຫ້ຫຍ້າອ່ອນປົ່ງຂຶ້ນມາ?28ຝົນມີພໍ່ບໍ?ຜູ້ໃດເປັນພໍ່ຂອງຢົດນ້ຳໝອກ?29ນ້ຳກ້າມອອກມາຈາກທ້ອງຂອງຜູ້ໃດ?ຜູ້ໃດໃຫ້ກຳເນີດນ້ຳຄ້າງມາຈາກຟ້າສະຫວັນ?30ນ້ຳກາຍເປັນນໍ້າແຂງດັ່ງສີລາເມື່ອໃດ,ເທິງໜ້ານ້ຳເລິກແຂງໂຕເມື່ອໃດ?31“ເຈົ້າມັດດາວໄກ່ນ້ອຍທີ່ສວຍງາມ ໃຫ້ເປັນກຸ່ມກ້ອນໄດ້ບໍ?ເຈົ້າສາມາດແກ້ສາຍຮັດໃຫ້ດາວໄຖໄດ້ບໍ?32ເຈົ້າສາມາດນຳໝູ່ດາວຕ່າງໆມາຕາມລະດູການຂອງມັນໄດ້ບໍ? ຫລື ນຳເອົາໝີອອກມາພ້ອມທັງລູກຂອງມັນໄດ້ບໍ?33ເຈົ້າຮູ້ກົດລະບຽບແຫ່ງຟ້າສະຫວັນບໍ?ເຈົ້າຕັ້ງອານາຈັກຂອງພຣະເຈົ້າ ເໜືອແຜ່ນດິນໂລກໄດ້ບໍ?34“ເຈົ້າສາມາດຮ້ອງບອກເມກແລະ ເຮັດໃຫ້ຝົນລົງມາຈົນໂຕເຈົ້າປຽກຊຸ່ມໄດ້ບໍ?35ເຈົ້າໃຫ້ຟ້າແມບແລ່ນໄປຕາມທາງຂອງມັນໄດ້ບໍ?ມັນລາຍງານຕໍ່ເຈົ້າຫລືບໍ່ວ່າ, ‘ພວກເຮົາຢູ່ບ່ອນນີ້’?36ຜູ້ໃດໃຫ້ປັນຍາແກ່ອີບິດ ຫລື ໃຫ້ຄວາມເຂົ້າໃຈແກ່ໄກ່ໂອກ? 37ຜູ້ໃດມີປັນຍາທີ່ຈະນັບເມກໄດ້?ຜູ້ໃດສາມາດຄ້ຳໂຖນ້ຳແຫ່ງຟ້າສະຫວັນໄດ້38ເມື່ອຂີ້ຝຸ່ນດິນແຫ້ງແຂງແລະ ກ້ອນດິນຂອງແຜ່ນດິນໂລກກໍຕິດກັນ?39“ເຈົ້າລ່າເຫຍື່ອໃຫ້ຝູງສິງບໍແລະ ລ້ຽງດູຝູງສິງທີ່ຫິວໂຫຍຈົນອິ່ມບໍ?40ເມື່ອພວກມັນນອນຢູ່ໃນຖ້ຳຫລື ນອນລໍຖ້າຢູ່ໃນປ່າໄມ້ຕຶບໜາ41ຜູ້ໃດຫາອາຫານໃຫ້ໂຕກາເມື່ອລູກອ່ອນຂອງມັນຮ້ອງຫາພຣະເຈົ້າແລະ ບິນໄປມາເພາະບໍ່ມີອາຫານ?Biblica, Inc.