ໂຢບ37

1“ຫົວໃຈ​ຂອງ​ຂ້ອຍ​ເຕັ້ນ​ແຮງແລະ ກະໂດດ​ອອກ​ຈາກ​ບ່ອນ​ຂອງ​ມັນ.2ຈົ່ງ​ຟັງ! ຈົ່ງ​ສຽງ​ຮ້ອງ​ຂອງ​ພຣະອົງ,ສຽງ​ດັງ​ກ້ອງ​ກັງວານ​ທີ່​ອອກ​ຈາກ​ປາກ​ຂອງ​ພຣະອົງ.3ພຣະອົງ​ປ່ອຍ​ຟ້າແມບ​ອອກ​ໄປ​ທົ່ວ​ຟ້າສະຫວັນແລະ ສົ່ງ​ມັນ​ອອກ​ໄປ​ໄກ​ເຖິງ​ສຸດ​ປາຍ​ແຜ່ນດິນໂລກ.4ຫລັງຈາກ​ນັ້ນ​ກໍ​ຕາມ​ມາ​ດ້ວຍ​ສຽງ​ກຶກກ້ອງ​ຂອງ​ພຣະອົງ;ພຣະອົງ​ເຮັດ​ໃຫ້​ຟ້າຮ້ອງ​ດ້ວຍ​ບາລະມີ​ຂອງ​ພຣະອົງ.ເມື່ອ​ພຣະອົງ​ເປັ່ງ​ສຽງ​ຂຶ້ນ,ພຣະອົງ​ກໍ​ບໍ່​ໄດ້​ຍຶດໜຽວ​ສິ່ງໃດ​ໄວ້.5ສຽງ​ຂອງ​ພຣະເຈົ້າ​ດັ່ງ​ກຶກກ້ອງ​ຢ່າງ​ໜ້າ​ອັດສະຈັນ;ພຣະອົງ​ກະທຳ​ສິ່ງ​ຍິ່ງໃຫຍ່​ທີ່​ເກີນ​ຄວາມເຂົ້າໃຈ​ຂອງ​ພວກເຮົາ.6ພຣະອົງ​ສັ່ງ​ຫິມະ​ວ່າ, ‘ຈົ່ງ​ຕົກ​ໃສ່​ແຜ່ນດິນໂລກ’,ແລະ ກ່າວ​ກັບ​ຫ່າຝົນ​ວ່າ, ‘ຈົ່ງ​ເທ​ລົງ​ມາ​ຢ່າງ​ໜັກ’.7ພຣະເຈົ້າ​ເຮັດ​ໃຫ້​ມະນຸດ​ຢຸດ​ຈາກ​ການ​ງານ​ຂອງ​ພວກເຂົາ, ເພື່ອ​ມະນຸດ​ທັງປວງ​ທີ່​ພຣະອົງ​ສ້າງ​ຂຶ້ນ​ຈະ​ຮູ້​ເຖິງ​ພາລະກິດ​ຂອງ​ພຣະອົງ.8ສັດ​ທັງຫລາຍ​ໄປ​ຫາ​ບ່ອນ​ຫລົບລີ້;ພວກມັນ​ຢູ່​ໃນ​ຖ້ຳ​ຂອງ​ມັນ.9ພະຍຸ​ອອກ​ມາ​ຈາກ​ແຫລ່ງ​ຂອງ​ມັນ,ຄວາມ​ໜາວ​ມາ​ຈາກ​ລົມ​ທີ່​ພັດ​ມາ.10ລົມ​ຫາຍໃຈ​ຂອງ​ພຣະເຈົ້າ​ເຮັດ​ໃຫ້​ເກີດ​ນ້ຳກ້າມ,ແລະ ເຮັດ​ໃຫ້​ແມ່ນ້ຳ​ກວ້າງໃຫຍ່​ກາຍເປັນ​ນໍ້າແຂງ.11ພຣະອົງ​ບັນຈຸ​ຄວາມ​ຊຸ່ມ​ໄວ້​ໃນ​ເມກ;ພຣະອົງ​ກະຈາຍ​ສາຍ​ຟ້າແມບ​ອອກ​ໄປ​ທົ່ວ​ເມກ.12ມັນ​ໝູນ​ອ້ອມ​ຕາມ​ຄໍາແນະນໍາ​ຂອງ​ພຣະອົງເໜືອ​ເທິງ​ໜ້າ​ຂອງ​ແຜ່ນດິນໂລກເພື່ອ​ສິ່ງ​ທັງໝົດ​ເປັນ​ໄປ​ຕາມ​ທີ່​ພຣະອົງ​ສັ່ງ​ມັນ.13ພຣະອົງ​ສົ່ງ​ເມກ​ມາ​ເພື່ອ​ລົງໂທດ​ມະນຸດ,ຫລື ເພື່ອ​ຫົດ​ແຜ່ນດິນໂລກ​ຂອງ​ພຣະອົງ  ແລະ ສະແດງ​ຄວາມ​ຮັກ​ຂອງ​ພຣະອົງ.
14“ຈົ່ງ​ຟັງ​ສິ່ງ​ນີ້, ໂຢບ​ເອີຍ;ຈົ່ງ​ຢຸດ​ນິ້ງ ແລະ ພິຈາລະນາ​ສິ່ງ​ອັດສະຈັນ​ທັງຫລາຍ​ຂອງ​ພຣະເຈົ້າ.15ເຈົ້າ​ຮູ້​ບໍ່​ວ່າ ພຣະເຈົ້າ​ຄວບຄຸມ​ເມກແລະ ພຣະອົງ​ເຮັດ​ໃຫ້​ຟ້າແມບ​ໄດ້​ແນວໃດ?16ເຈົ້າ​ຮູ້​ບໍ​ວ່າ​ເມກ​ລອຍ​ໄດ້​ແນວໃດ,ການ​ອັດສະຈັນ​ເຫລົ່ານັ້ນ​ຂອງ​ພຣະອົງ​ຜູ້​ມີ​ຄວາມ​ຮອບຮູ້​ຢ່າງ​ແທ້ຈິງ​ບໍ່​ແມ່ນ​ບໍ?17ເຈົ້າ​ຮ້ອນ​ອຶດອັດ​ຢູ່​ໃນ​ເຄື່ອງນຸ່ງ​ຂອງ​ຕົນເມື່ອ​ແຜ່ນດິນ​ສະຫງົບ​ຢູ່​ເພາະ​ລົມ​ທາງ​ທິດ​ໃຕ້,18ເຈົ້າ​ສາມາດ​ຊ່ວຍ​ພຣະອົງ​ກາງ​ທ້ອງຟ້າ​ອອກ,ເຊິ່ງ​ແຂງ​ດັ່ງ​ແຜ່ນ​ທອງສຳລິດ​ຂັດ​ເງົາ​ໄດ້​ບໍ?
19“ຈົ່ງ​ບອກ​ພວກເຮົາ​ເຖິງ​ສິ່ງທີ່​ພວກເຮົາ​ຄວນ​ຈະ​ເວົ້າ​ຕໍ່​ພຣະອົງ;ພວກເຮົາ​ບໍ່​ສາມາດ​ຖະແຫລງ​ຄະດີ​ຄວາມ​ຂອງ​ພວກເຮົາ​ຍ້ອນ​ຄວາມມືດ​ຂອງ​ພວກເຮົາ.20ຄວນ​ຈະ​ບອກ​ພຣະອົງ​ວ່າ​ຂ້ານ້ອຍ​ຢາກ​ຈະ​ເວົ້າ​ໄດ້​ບໍ?ມີ​ຜູ້ໃດ​ຂໍ​ໃຫ້​ຕົນ​ເອງ​ຖືກ​ທໍາລາຍ​ແດ່?21ບັດນີ້ ບໍ່​ມີ​ຜູ້ໃດ​ສາມາດ​ເບິ່ງ​ດວງ​ຕາເວັນ​ໄດ້,ເຊິ່ງ​ສ່ອງ​ແສງແຈ້ງ​ໃນ​ທ້ອງຟ້າຫລັງຈາກ​ທີ່​ລົມ​ພັດ​ເມກ​ອອກ​ໄປ.22ພຣະເຈົ້າ​ມາ​ຈາກ​ທິດ​ເໜືອ​ດ້ວຍ​ແສງ​ທອງ​ອັນ​ສະຫງ່າງາມ;ພຣະອົງ​ມາ​ດ້ວຍ​ບາລະມີ​ອັນ​ໜ້າ​ຢ້ານ.23ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ເກີນກວ່າ​ພວກເຮົາ​ຈະ​ເຂົ້າ​ເຖິງ ແລະ ລິດອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ຍົກຍ້ອງ;ໂດຍ​ຄວາມ​ຊອບທຳ ແລະ ຄວາມ​ຍຸຕິທຳ​ຂອງ​ພຣະອົງ, ພຣະອົງ​ບໍ່​ໄດ້​ກົດຂີ່.24ເຫດສະນັ້ນ ມະນຸດ​ຈຶ່ງ​ຢຳເກງ​ພຣະອົງ,ເພາະ​ພຣະອົງ​ບໍ່​ຖືວ່າ​ທຸກຄົນ​ເປັນ​ຄົນ​ມີ​ປັນຍາ​ບໍ່​ແມ່ນ​ບໍ?  ”

Biblica, Inc.

https://app.library.bible/content/eab9312f9f16b3a2