ໂຢບ36
1ເອລີຮູໄດ້ເວົ້າຕໍ່ໄປວ່າ:2“ຂໍອົດທົນຟັງຂ້ອຍອີກຈັກໜ່ອຍ ແລະ ຂ້ອຍຈະສະແດງໃຫ້ພວກເຈົ້າເຫັນວ່າຍັງມີອີກຫລາຍຢ່າງທີ່ຕ້ອງເວົ້າແທນພຣະເຈົ້າ.3ຂ້ອຍໄດ້ຄວາມຮູ້ມາຈາກແດນໄກ;ຂ້ອຍຈະຊີ້ແຈງຄວາມຍຸຕິທຳນັ້ນຕໍ່ພຣະຜູ້ສ້າງຂອງຂ້ອຍ.4ຈົ່ງໝັ້ນໃຈວ່າຄຳເວົ້າຂອງຂ້ອຍບໍ່ມີຄວາມເທັດ;ອົງຜູ້ຮອບຮູ້ແທ້ຈິງຢູ່ກັບພວກເຈົ້າແລ້ວ.5“ພຣະເຈົ້າເປັນອົງຜູ້ມີລິດອໍານາດຍິ່ງໃຫຍ່, ແຕ່ກໍບໍ່ໄດ້ດູຖູກຜູ້ໃດ;ພຣະອົງເປັນອົງຜູ້ມີລິດອໍານາດຍິ່ງໃຫຍ່ ແລະ ຍຶດໝັ້ນໃນພຣະປະສົງຂອງພຣະອົງ.6ພຣະອົງບໍ່ປ່ອຍໃຫ້ຄົນຊົ່ວຮ້າຍມີຊີວິດຢູ່ແຕ່ປະທານສິດໃຫ້ແກ່ຜູ້ທີ່ທຸກທໍລະມານ.7ຕາຂອງພຣະອົງບໍ່ຫັນໜີໄປຈາກຄົນຊອບທຳ;ພຣະອົງໃຫ້ພວກເຂົານັ່ງເທິງບັນລັງຮ່ວມກັບບັນດາກະສັດແລະ ຍົກຍ້ອງພວກເຂົາຕະຫລອດໄປ.8ແຕ່ຖ້າມະນຸດຖືກລ່າມໂສ້,ຖືກມັດດ້ວຍບ້ວງແຫ່ງທຸກທໍລະມານ,9ພຣະອົງກ່າວບອກພວກເຂົາວ່າພວກເຂົາບອກເຖິງສິ່ງທີ່ພວກເຂົາໄດ້ກະທໍາວ່າພວກເຂົາໄດ້ເຮັດບາບດ້ວຍຄວາມຈອງຫອງ.10ພຣະອົງເຮັດໃຫ້ພວກເຂົາຮັບຟັງຄໍາຕັກເຕືອນແລະ ສັ່ງໃຫ້ພວກເຂົາກັບໃຈຈາກຄວາມຊົ່ວຮ້າຍຂອງຕົນ.11ຖ້າພວກເຂົາເຊື່ອຟັງ ແລະ ຮັບໃຊ້ພຣະອົງ,ພວກເຂົາຈະໃຊ້ຊີວິດທີ່ເຫລືອຂອງພວກເຂົາດ້ວຍຄວາມຈະເລີນຮຸ່ງເຮືອງແລະ ປີເດືອນຂອງພວກເຂົາຈະມີຄວາມພໍໃຈ.12ແຕ່ຖ້າພວກເຂົາບໍ່ຍອມຟັງ,ພວກເຂົາຈະພິນາດດ້ວຍຄົມດາບ ແລະ ຕາຍໄປໂດຍປາດສະຈາກຄວາມຮູ້.13“ຄົນບໍ່ນັບຖືພຣະເຈົ້າເກັບຄວາມຄຽດແຄ້ນໄວ້ໃນໃຈ;ແມ່ນແຕ່ພຣະອົງລ່າມໂສ້ພວກເຂົາໄວ້, ພວກເຂົາກໍບໍ່ຮ້ອງຂໍຄວາມຊ່ວຍເຫລືອ.14ພວກເຂົາຕາຍໄປຕັ້ງແຕ່ຍັງໜຸ່ມ,ໃນທ່າມກາງພວກຜູ້ຊາຍຂາຍໂຕຕາມສະຖານທີ່ບູຊາ.15ແຕ່ບັນດາຄົນທີ່ທຸກທໍລະມານນັ້ນພຣະເຈົ້າຊ່ວຍໃຫ້ພົ້ນຈາກຄວາມທຸກທໍລະມານຂອງພວກເຂົາ;ພຣະອົງກ່າວກັບພວກເຂົາໃນຍາມທຸກລຳບາກ.16“ພຣະອົງກໍາລັງຊອກຫາທາງໃຫ້ເຈົ້າອອກຈາກຄວາມທຸກຍາກມາສູ່ສະຖານທີ່ກວ້າງຂວາງທີ່ບໍ່ມີຂໍ້ຈຳກັດ,ມາສູ່ໂຕະອາຫານຂອງເຈົ້າທີ່ເຕັມໄປດ້ວຍອາຫານອັນດີ.17ແຕ່ບັດນີ້ເຈົ້າມົວແຕ່ເອົາໃຈໃສ່ຢູ່ກັບການລົງໂທດທີ່ຄົນຊົ່ວຮ້າຍສົມຄວນໄດ້ຮັບ;ການພິພາກສາ ແລະ ຄວາມຍຸຕິທຳໄດ້ໂຈມຕີເຈົ້າແລ້ວ.18ຈົ່ງລະວັງ ຢ່າໃຫ້ຜູ້ໃດລໍ້ລວງເຈົ້າດ້ວຍຄວາມຮັ່ງມີ;ຢ່າໃຫ້ສິນບົນເປັນຈໍານວນຫລວງຫລາຍເຮັດໃຫ້ເຈົ້າຫລົງຜິດໄປ.19ຊັບສົມບັດຂອງເຈົ້າ ຫລື ແມ່ນແຕ່ອໍານາດຂອງເຈົ້ານັ້ນຈະຊ່ວຍຄ້ຳຊູເຈົ້າບໍ່ໃຫ້ຕົກຢູ່ໃນຄວາມທຸກໄດ້ບໍ?20ຢ່າຄະນິງຫາຍາມກາງຄືນ,ເພື່ອລາກຄົນອອກຈາກເຮືອນຂອງພວກເຂົາ. 21ຈົ່ງລະມັດລະວັງຢ່າຫັນກັບໄປຫາຄວາມຊົ່ວຮ້າຍ,ເຊິ່ງເບິ່ງເໝືອນວ່າເຈົ້າຈະມັກຫລາຍກວ່າຄວາມທຸກ.22“ໂດຍລິດອຳນາດຂອງພຣະເຈົ້າ ພຣະອົງໄດ້ຮັບການຍົກຍ້ອງ.ຜູ້ໃດຈະເປັນອາຈານເໝືອນດັ່ງພຣະອົງ?23ຜູ້ໃດກໍານົດວິຖີທາງຂອງພຣະອົງໄດ້,ຫລື ກ່າວກັບພຣະອົງວ່າ, ‘ພຣະອົງໄດ້ເຮັດຜິດ’?24ຢ່າລືມຍົກຍ້ອງການກະທໍາຂອງພຣະເຈົ້າ,ເຊິ່ງມະນຸດໄດ້ຮ້ອງສັນລະເສີນເປັນບົດເພງ.25ມວນມະນຸດທັງໝົດໄດ້ເຫັນສິ່ງທີ່ພຣະອົງໄດ້ກະທໍາ.ມະນຸດເບິ່ງກິດຈະການຂອງພຣະອົງຈາກບ່ອນໄກ;26ພຣະເຈົ້າຍິ່ງໃຫຍ່ເກີນກວ່າທີ່ພວກເຮົາຈະເຂົ້າໃຈ!ພຣະອົງດຳລົງຢູ່ດົນນານເທົ່າໃດເກີນກວ່າທີ່ຈະຮູ້ໄດ້.27“ພຣະອົງເອົາຢົດນ້ຳຂຶ້ນມາ,ແລ້ວກັ່ນຕອງເປັນຝົນຫົດແມ່ນ້ຳ; 28ເມກທັງຫລາຍເທຄວາມຊຸ່ມຊື່ນລົງມາແລະ ຖອກເທຝົນແກ່ມະນຸດຢ່າງຫລວງຫລາຍ.29ຜູ້ໃດສາມາດເຂົ້າໃຈໄດ້ເຖິງການກະຈາຍຂອງກ້ອນເມກ,ພຣະອົງເຮັດໃຫ້ມີສຽງຟ້າຮ້ອງຈາກບ່ອນທີ່ພຣະອົງຢູ່ໄດ້ຢ່າງໃດ?30ຈົ່ງເບິ່ງວິທີການທີ່ພຣະອົງເຮັດໃຫ້ຟ້າແມບກະຈາຍອ້ອມພຣະອົງ,ອາບບ່ອນເລິກທ້ອງແຫ່ງທະເລ.31ໂດຍວິທີນີ້ພຣະອົງປົກຄອງ ຊົນຊາດທັງຫລາຍແລະ ໂຜດປະທານອາຫານຢ່າງອຸດົມສົມບູນ.32ພຣະອົງຄວບຄຸມຟ້າແມບໄວ້ໃນມືຂອງພຣະອົງແລະ ສັ່ງໃຫ້ມັນຜ່າຖືກຈຸດທີ່ໝາຍໄວ້.33ຟ້າແມບເຫລື້ອມຂອງພຣະອົງປະກາດວ່າພະຍຸກຳລັງຈະມາ;ແມ່ນແຕ່ຝູງສັດກໍບອກໃຫ້ຮູ້ວ່າພະຍຸໃກ້ເຂົ້າມາແລ້ວ.
Biblica, Inc.