ໂຢບ35

1ແລ້ວ​ເອລີຮູ​ໄດ້​ເວົ້າ​ຕໍ່ໄປ​ວ່າ:2“ເຈົ້າ​ຄິດ​ວ່າ​ນີ້​ແມ່ນ​ສິ່ງ​ທີ່​ຍຸຕິທຳ​ແລ້ວ​ບໍ?ເຈົ້າ​ເວົ້າ​ວ່າ, ‘ຂ້ອຍ​ເປັນ​ຝ່າຍ​ຖືກ, ບໍ່​ແມ່ນ​ພຣະເຈົ້າ’. 3ແຕ່​ເຈົ້າ​ຖາມ​ພຣະອົງ​ວ່າ, ‘ມີ​ປະໂຫຍດ​ອັນໃດ​ສຳລັບ​ຂ້ອຍ, ແລະ ຂ້ອຍ​ຈະ​ໄດ້​ອັນໃດ​ຈາກ​ການ​ບໍ່​ເຮັດ​ບາບ?’
4“ຂ້ອຍ​ຢາກ​ຈະ​ຕອບ​ເຈົ້າແລະ ໝູ່​ເພື່ອນ​ຂອງ​ເຈົ້າ​ທີ່​ຢູ່​ກັບ​ເຈົ້າ.5ຈົ່ງ​ເບິ່ງ​ຂຶ້ນ​ໄປ​ເທິງ​ຟ້າສະຫວັນ;ເບິ່ງ​ໝູ່​ເມກ​ສູງ​ທີ່​ຢູ່​ເໜືອ​ເຈົ້າ.6ຖ້າ​ເຈົ້າ​ເຮັດ​ບາບ, ຈະ​ມີ​ຜົນ​ອັນໃດ​ຕໍ່​ພຣະອົງ?ຖ້າ​ເຈົ້າ​ເຮັດ​ບາບ​ຫລາຍຢ່າງ, ສິ່ງນັ້ນ​ຈະ​ສະເທືອນ​ເຖິງ​ພຣະອົງ​ແນວໃດ?7ຖ້າ​ເຈົ້າ​ເປັນ​ຄົນ​ຊອບທຳ, ເຈົ້າ​ໄດ້​ຖວາຍ​ອັນໃດ​ແກ່​ພຣະອົງ,ຫລື ພຣະອົງ​ໄດ້​ຮັບ​ສິ່ງໃດ​ຈາກ​ມື​ຂອງ​ເຈົ້າ​ບໍ?8ຄວາມ​ຊົ່ວຮ້າຍ​ຂອງ​ເຈົ້າ​ກໍ​ມີ​ຜົນ​ຕໍ່​ມະນຸດ​ເທົ່ານັ້ນ​ເໝືອນດັ່ງ​ເຈົ້າ,ແລະ ຄວາມຊອບທຳ​ຂອງ​ເຈົ້າ​ກໍ​ມີ​ຜົນ​ຕໍ່​ຄົນ​ອື່ນ​ເທົ່ານັ້ນ.
9“ມະນຸດ​ຮ້ອງໄຫ້​ເມື່ອ​ຖືກ​ການ​ກົດຂີ່;ພວກເຂົາ​ອ້ອນວອນ​ຂໍ​ໃຫ້​ຫລຸດ​ພົ້ນ​ຈາກ​ມື​ຂອງ​ຜູ້​ທີ່​ມີ​ອຳນາດ.10ແຕ່​ບໍ່​ມີ​ຜູ້ໃດ​ເວົ້າ​ວ່າ, ‘ພຣະເຈົ້າ​ພຣະຜູ້ສ້າງ​ຂອງ​ຂ້ອຍ​ຢູ່​ໃສ,ຜູ້​ໂຜດ​ປະທານ​ບົດເພງ​ໃຫ້​ໃນ​ຍາມ​ກາງຄືນ,11ຜູ້​ທີ່​ສອນ​ພວກເຮົາ​ຫລາຍກວ່າ​ພຣະອົງ​ສອນ  ​ຝູງ​ສັດ​ຮ້າຍ​ໃນ​ແຜ່ນດິນໂລກແລະ ເຮັດ​ໃຫ້​ເຮົາ​ສະຫລາດ​ກວ່າ  ຝູງ​ນົກ​ໃນ​ທ້ອງຟ້າ?’12ພຣະອົງ​ບໍ່​ໄດ້​ຕອບ​ເມື່ອ​ມະນຸດ​ຮ້ອງ​ທຸກເພາະ​ຄວາມ​ຈອງຫອງ​ຂອງ​ຄົນ​ຊົ່ວ.13ແທ້ຈິງແລ້ວ, ພຣະເຈົ້າ​ບໍ່​ຟັງ​ຄຳ​ອ້ອນວອນ​ທີ່​ໄຮ້​ສາລະ​ຂອງ​ພວກເຂົາ;ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ບໍ່​ສົນໃຈ​ທີ່​ຈະ​ຟັງ.14ສະນັ້ນ ພຣະອົງ​ຍິ່ງ​ຈະ​ບໍ່​ຮັບຟັງ​ເລີຍເມື່ອ​ເຈົ້າ​ເວົ້າ​ວ່າ​ເຈົ້າ​ບໍ່​ເຫັນ​ພຣະອົງ,ເມື່ອ​ເວົ້າ​ວ່າ​ຄະດີ​ຄວາມ​ຂອງ​ເຈົ້າ​ຢູ່​ຕໍ່ໜ້າ​ພຣະອົງແລະ ເຈົ້າ​ຕ້ອງ​ລໍຖ້າ​ພຣະອົງ,15ແລະ ຫລາຍກວ່າ​ນັ້ນ, ເຈົ້າ​ເວົ້າ​ວ່າ​ພຣະອົງ​ບໍ່​ເຄີຍ​ລົງໂທດ​ດ້ວຍ​ຄວາມ​ໃຈຮ້າຍ.ແລະ ພຣະອົງ​ບໍ່​ສັງເກດ​ເບິ່ງ​ຄວາມ​ຊົ່ວຮ້າຍ  ​ແມ່ນ​ແຕ່​ໜ້ອຍ​ດຽວ.16ດັ່ງນັ້ນ ໂຢບ​ເປີດ​ປາກ​ເວົ້າ​ຢ່າງ​ບໍ່​ມີ​ສາລະ;ລາວ​ເວົ້າ​ຫລາຍ​ໂດຍ​ປາດສະຈາກ​ຄວາມ​ຮູ້”.

Biblica, Inc.

https://app.library.bible/content/eab9312f9f16b3a2