ໂຢບ34
1ແລ້ວເອລີຮູໄດ້ເວົ້າວ່າ:2“ຈົ່ງຟັງຖ້ອຍຄໍາຂອງຂ້ອຍ, ພວກເຈົ້າຜູ້ມີປັນຍາ;ໂຜດຟັງຂ້ອຍ, ພວກເຈົ້າຜູ້ຮອບຮູ້.3ເພາະຫູລອງຊີມຖ້ອຍຄຳເໝືອນດັ່ງລີ້ນຊີມລົດອາຫານ.4ຂໍໃຫ້ພວກເຮົາໄຈ້ແຍກເອງວ່າອັນໃດຖືກຕ້ອງ;ຂໍໃຫ້ພວກເຮົາຮຽນຮູ້ນໍາກັນວ່າສິ່ງໃດດີ.5“ໂຢບເວົ້າວ່າ, ‘ຂ້ອຍບໍ່ມີຄວາມຜິດ,ແຕ່ພຣະເຈົ້າບໍ່ໃຫ້ຄວາມຍຸຕິທຳແກ່ຂ້ອຍ.6ເຖິງແມ່ນວ່າຂ້ອຍເປັນຝ່າຍຖືກ,ຂ້ອຍກໍຍັງຖືກຫາວ່າຕົວະ;ເຖິງແມ່ນວ່າຂ້ອຍບໍ່ມີຄວາມຜິດ,ລູກທະນູຂອງພຣະອົງເຮັດໃຫ້ເປັນບາດແຜທີ່ປິ່ນປົວບໍ່ຫາຍດີ’.7ມີຜູ້ໃດແດ່ທີ່ເປັນເໝືອນໂຢບ,ຜູ້ທີ່ດື່ມການດູຖູກເໝືອນດັ່ງດື່ມນ້ຳ?8ລາວຍັງຄົບຫາກັບພວກຄົນຊົ່ວ;ລາວຄົບຄ້າກັບຄົນບໍ່ດີ.9ເພາະລາວເວົ້າວ່າ, ‘ມະນຸດບໍ່ໄດ້ປະໂຫຍດອັນໃດຈາກການພະຍາຍາມເຮັດໃຫ້ພຣະເຈົ້າພໍໃຈ’.10“ດັ່ງນັ້ນ ຈົ່ງຟັງຂ້ອຍສາ, ພວກເຈົ້າຜູ້ມີຄວາມເຂົ້າໃຈ.ບໍ່ມີທາງທີ່ພຣະເຈົ້າຈະເຮັດຊົ່ວ,ອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະເຮັດຜິດ.11ພຣະອົງຕອບແທນທຸກຄົນຕາມສິ່ງທີ່ພວກເຂົາໄດ້ເຮັດ;ພຣະອົງໃຫ້ພວກເຂົາສົມກັບການກະທໍາຂອງພວກເຂົາ.12ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະເຮັດຜິດ,ຄືອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະບິດເບືອນຄວາມຍຸຕິທຳ.13ຜູ້ໃດແຕ່ງຕັ້ງພຣະອົງໃຫ້ປົກຄອງໂລກ?ຜູ້ໃດໃຫ້ພຣະອົງເບິ່ງແຍງໂລກທັງໝົດ?14ຖ້າມັນເປັນຄວາມຕັ້ງໃຈຂອງພຣະອົງແລະ ພຣະອົງຈະຖອນຈິດວິນຍານ ແລະ ລົມຫາຍໃຈຂອງພຣະອົງໄປອອກເສຍ,15ມວນມະນຸດທັງໝົດກໍຈະພິນາດຈິບຫາຍໄປໝົດແລະ ມະນຸດຈະກັບກາຍເປັນຂີ້ຝຸ່ນດິນ.16“ຖ້າພວກເຈົ້າມີຄວາມເຂົ້າໃຈ, ຈົ່ງຟັງສິ່ງນີ້;ຈົ່ງຟັງຖ້ອຍຄຳຂອງຂ້ອຍ.17ຜູ້ທີ່ກຽດຊັງຄວາມຍຸຕິທຳຈະປົກຄອງໄດ້ບໍ?ເຈົ້າຈະກ່າວໂທດອົງຜູ້ທ່ຽງທຳ ແລະ ອົງຜູ້ມີລິດອໍານາດຍິ່ງໃຫຍ່ບໍ?18ບໍ່ແມ່ນພຣະອົງບໍທີ່ເວົ້າກັບກະສັດວ່າ, ‘ພວກເຈົ້າບໍ່ມີຄຸນຄ່າ’,ແລະ ເວົ້າກັບບັນດາຂຸນນາງວ່າ, ‘ພວກເຈົ້າເປັນຄົນຊົ່ວຮ້າຍ’,19ພຣະອົງບໍ່ໄດ້ເຂົ້າຂ້າງບັນດາເຈົ້າຊາຍແລະ ບໍ່ໄດ້ເຫັນແກ່ຄົນຮັ່ງມີຫລາຍກວ່າຄົນຍາກຈົນ,ເພາະພວກເຂົາທັງໝົດລ້ວນເປັນຝີມືຂອງພຣະອົງບໍ່ແມ່ນບໍ?20ໃນຕອນທ່ຽງຄືນ, ພວກເຂົາຕາຍໄປທັນທີ;ຄົນກໍສັ່ນສະທ້ານ ແລະ ພວກເຂົາກໍຕາຍໄປ;ບັນດາຜູ້ຍິ່ງໃຫຍ່ຖືກກວດລ້າງໄປໂດຍບໍ່ແມ່ນດ້ວຍມືຂອງມະນຸດ.21“ຕາຂອງພຣະເຈົ້າເຝົ້າເບິ່ງວິຖີທາງຂອງມະນຸດ;ພຣະອົງເຫັນທຸກບາດກ້າວຂອງພວກເຂົາ.22ບໍ່ມີຄວາມມືດໜາ, ແລະ ເງົາອັນມືດໃດໆ,ທີ່ພວກຄົນຊົ່ວຈະລີ້ຊ້ອນໄດ້.23ພຣະເຈົ້າບໍ່ຈຳເປັນຕ້ອງໃຊ້ເວລາສືບສວນມະນຸດອີກ,ພວກເຂົາຈຶ່ງບໍ່ຕ້ອງມາຢູ່ຕໍ່ໜ້າພຣະອົງເພື່ອຮັບການຕັດສິນ.24ພຣະອົງທຳລາຍຜູ້ມີອໍານາດລົງໂດຍບໍ່ຕ້ອງສອບຖາມແລະ ຕັ້ງຄົນອື່ນຂຶ້ນແທນພວກເຂົາ.25ເພາະພຣະອົງສັງເກດເຫັນການກະທຳຂອງພວກເຂົາ,ພຣະອົງຄ້ຳພວກເຂົາລົງໃນຕອນກາງຄືນ ແລະ ພວກເຂົາກໍຖືກຍ່ອງໃຫ້ໝຸ່ນ.26ພຣະອົງລົງໂທດພວກເຂົາເພາະຄວາມຊົ່ວຮ້າຍຂອງພວກເຂົາໃນບ່ອນທີ່ທຸກຄົນເບິ່ງເຫັນພວກເຂົາໄດ້,27ເພາະພວກເຂົາຫັນໜີຈາກການຕິດຕາມພຣະອົງແລະ ບໍ່ສົນໃຈວິຖີທາງໃດໆຂອງພຣະອົງ.28ພວກເຂົາເຮັດໃຫ້ສຽງຮ້ອງຂອງຄົນທຸກຍາກມາເຖິງພຣະເຈົ້າ,ພຣະອົງຈຶ່ງໄດ້ຍິນສຽງຮ້ອງຂອງຄົນຂັດສົນ.29ແຕ່ຖ້າພຣະອົງຍັງຢູ່ຊື່ໆ, ຜູ້ໃດຈະກ່າວໂທດພຣະອົງໄດ້?ຖ້າພຣະອົງເຊື່ອງໜ້າຂອງພຣະອົງໄວ້ ຜູ້ໃດຈະເຫັນພຣະອົງ?ແຕ່ພຣະອົງຢູ່ເໜືອມະນຸດ ແລະ ເໜືອຊົນຊາດທັງຫລາຍດ້ວຍ,30ເພື່ອປ້ອງກັນບໍ່ໃຫ້ຄົນບໍ່ນັບຖືພຣະເຈົ້າຂຶ້ນປົກຄອງ,ບໍ່ໃຫ້ພວກເຂົາວາງບ້ວງແຮ້ວໃສ່ປະຊາຊົນ.31“ຖ້າຜູ້ໜຶ່ງເວົ້າຕໍ່ພຣະເຈົ້າວ່າ,‘ຂ້ານ້ອຍຜິດໄປແລ້ວ. ແຕ່ຈະບໍ່ເຮັດຜິດອີກ.32ຂໍສັ່ງສອນສິ່ງທີ່ຂ້ານ້ອຍຍັງບໍ່ເຫັນ;ຖ້າຂ້ານ້ອຍໄດ້ເຮັດຜິດໄປ, ຂ້ານ້ອຍຈະບໍ່ເຮັດເຊັ່ນນັ້ນອີກ’.33ແລ້ວຄວນບໍທີ່ພຣະເຈົ້າຈະຕອບແທນເຈົ້າຕາມເງື່ອນໄຂຂອງເຈົ້າ,ໃນເມື່ອເຈົ້າບໍ່ຍອມກັບໃຈ?ເຈົ້າຕ້ອງເປັນຝ່າຍຕັດສິນໃຈ, ບໍ່ແມ່ນຂ້ອຍ;ສະນັ້ນ ຈົ່ງບອກສິ່ງທີ່ເຈົ້າຮູ້ແກ່ຂ້ອຍ.34“ບັນດາຜູ້ທີ່ມີຄວາມເຂົ້າໃຈ,ຄົນມີປັນຍາທີ່ໄດ້ຟັງຂ້ອຍ ເວົ້າກັບຂ້ອຍວ່າ,35‘ໂຢບເວົ້າໂດຍຂາດຄວາມຮູ້;ຄຳເວົ້າຂອງລາວຂາດຄວາມເຂົ້າໃຈອັນເລິກເຊິ່ງ’.36ຂໍໃຫ້ໂຢບຖືກທົດສອບຈົນເຖິງທີ່ສຸດເພາະລາວຕອບເໝືອນດັ່ງຄົນຊົ່ວຮ້າຍ!37ນອກຈາກການບາບຂອງລາວແລ້ວ ລາວຍັງກະບົດອີກ;ລາວຕົບມືເຢາະເຍີ້ຍຢູ່ທ່າມກາງພວກເຮົາແລະ ຄຳເວົ້າຂອງລາວຍັງຕໍ່ສູ້ພຣະເຈົ້າອີກ”.
Biblica, Inc.